• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຄື່ອງປັ້ນດິນເຜົາ ເກາະ ບິ່ງດຶກ

ເຄື່ອງປັ້ນດິນເຜົາທີ່ຜະລິດຕາມແບບຫັດຖະກຳຂອງຊາວເຜົ່າ ຈຳ ຢູ່ບ້ານ ບິ່ງດຶກ (ຕາແສງ ຟານຮຽບ, ເມືອງ ບັກບິ່ງ, ແຂວງ ບິ່ງຖ້ວນ) ເຮັດດ້ວຍດິນຊະນິດພິເສດ, ມີສີສັນ ແລະ ລວດລາຍແບບ ທຳມະຊາດ ໄດ້ສ້າງຊື່ສຽງມາໃຫ້ແກ່ເຄື່ອງປັ້ນດິນເຜົາ ເກາະ ໃນທົວເຂດພາກກາງຕອນໃຕ້. 
ອາຊີບຫັດຖະກຳມູນເຊື້ອຂອງຊາວເຜົ່າ ຈຳ

ຫຼາຍຄົນມັກເອີ້ນເຄື່ອງປັ້ນດິນເຜົາຂອງຊາວເຜົ່າ ຈຳ ຢູ່ບ້ານ ບິ່ງດຶກ ແມ່ນເຄື່ອງປັ້ນດິນເຜົາ ເກາະ ເພື່ອຈຳແນກກັບຜະລິດຕະພັນເຄື່ອງປັ້ນດິນເຜົາຍີ່ຫໍ້ຕ່າງໆ ທີ່ໄດ້ຜະລິດຕາມແບບຫັດຖະກຳຢູ່ ຫວຽດນາມ.

ພວກຂ້າພະເຈົ້າມາຢາມເຮືອນຂອງລຸງ ເລີມຮຸ່ງສອຍ, ອາຍຸ 55 ປີ. ເວລາພວກຂ້າພະເຈົ້າເຂົ້າມາກໍ່ໄດ້ເຫັນລຸງ ສອຍ ພວມກວດກາ ແລະ ຂັດຖູໃຫ້ເບື້ອງນອກຂອງເຄື່ອງປັ້ນດິນເຜົາໄດ້ກ້ຽງດີ. ປ້າ ຫງວຽນທິມິນ, ອາຍຸ 53 ປີ, ເປັນເມຍຂອງລຸງ ຮຸ່ງ ພວມນັ່ງຜະລິດເຄື່ອງປັ້ນດິນເຜົາອັນໃໝ່. ສ່ວນລູກສາວຂອງເຂົາເຈົ້າ ພວມປັ້ນດິນເພື່ອຮັບໃຊ້ໃຫ້ການຜະລິດໃນມື້ຕໍ່ມາ.  

 ປ້າ ຫງວຽນທິມິນ ພວມກວດກາເຄື່ອງປັ້ນດິນເຜົາອັນໃໝ່ທີ່ຫາກໍ່ ໄດ້ເຮັດມາ. 


ລຸງ ເລີມຮຸ່ງສອຍ ພວມນັ່ງກວດກາຜະລິດຕະພັນດິບ ຢ່າງລະອຽດລະອໍ.


ນາຍຊ່າງນຳໃຊ້ກວດຊາຍໜ່ວຍໜຶ່ງເພື່ອຂັດຖູ, ເຮັດໃຫ້ເບື້ອງນອກ
ຂອງເຄື່ອງປັ້ນດິນເຜົາໄດ້ກ້ຽງດີ.



ວຽກງານຜະລິດເຄື່ອງປັ້ນດິນເຜົາຂອງແມ່ຍິງເຜົ່າ ຈຳ ຢູ່ບ້ານ ບິ່ງດຶກ.


ເຄື່ອງປັ້ນດິນເຜົາສຳເລັດຮູບຈະມີສີແດງອ່ອນ ແລະ ລວດລາຍແບບທຳມະຊາດ.


ເຕົາໄຟທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາ ຈະມີສີສັນແບບທຳມະຊາດ.


ເຕົາເຜົາ ແລະ ເຄື່ອງຕົ້ມເຂົ້າໜົມ ກັນ ຂອງຊາວເຜົ່າ ຈຳ. 


ຜະລິດຕະພັນເຄື່ອງປັ້ນດິນເຜົາ ເກາະ ໄດ້ວາງສະແດງຢູ່ຫໍ
ວັດທະນະທຳ ຈຳ, ເມືອງ ບັກບິ່ງ, ແຂວງ ບິ່ງຖ້ວນ.



ແມ່ຍິງເຜົ່າ ຈຳ ແຕ່ງຮູບຊົງ ກັບຜະລິດຕະພັນເຄື່ອງປັ້ນດິນເຜົາ ເກາະ. 

ໄດ້ປັ້ນດິນຊ່ວຍແມ່ເຮັດເຄື່ອງປັ້ນດິນເຜົາຕັ້ງແຕ່ນ້ອຍ, ມາເຖິງ ປັດຈຸບັນ, ລຸງ ສອຍ ມີປະສົບການໃນການຜະລິດເຄື່ອງປັ້ນດິນເຜົາກວ່າ 30 ປີ. ລຸງ ສອຍ ໃຫ້ຮູ້ວ່າ ເຄື່ອງປັ້ນດິນເຜົາຢູ່ນີ້ ມັນແຕກຕ່າງກັບເຄື່ອງປັ້ນດິນເຜົາ ເບົ່າຈຸກ (ແຂວງ ນິງຖ້ວນ). ເຄື່ອງປັ້ນດິນເຜົາເບົ່າຈຸກ ເອົາດິນຢູ່ທົ່ງນາມາເຮັດ, ສະນັ້ນ ຜະລິດຕະພັນຈະມີ ສີດຳຫຼາຍກວ່າ, ສ່ວນເຄື່ອງປັ້ນດິນເຜົາ ເກາະ ໄດ້ເອົາດິນຢູ່ແມ່ນຳ້ ມາເຮັດ, ສະນັ້ນ ຈຶ່ງມີສີແດງອ່ອນ. ດິນຢູ່ທີ່ນີ້ ມີ 3 ຊັ້ນ, ຊັ້ນໜຶ່ງ ແມ່ນດິນຕົມ, ຊັ້ນສອງແມ່ນກວດຊາຍ ແລະ ຊັ້ນສາມແມ່ນ ດິນໜຽວ.

ດ້ວຍປະສົບການໃນການຜະລິດເຄື່ອງປັ້ນດິນເຜົາມາເປັນເວລາ 40 ປີ, ປ້າ ມິນ ບໍ່ຕ້ອງນຳໃຊ້ຂອບໃນເວລາຜະລິດເຄື່ອງປັ້ນດິນເຜົາ, ແຕ່ຜະລິດຕະພັນອອກມາກໍ່ງາມຄືແມ່ນນຳໃຊ້ຂອບ.

ແຕ່ລະມື, ຄອບຄົວຂອງລຸງ ສອຍ ອາດສາມາດຜະລິດອອກມາໄດ້ເຄື່ອງປັ້ນດິນເຜົາປະມານ 100 ຜະລິດຕະພັນ,​ ລວມມີ: ໄຫເກັບນຳ້, ເຕົາໄຟ, ໝໍ້ຂາງ, ໝໍ້ແຕ່ງກິນ, ໝໍ້ຕົ້ມຢາ ແລະ ອື່ນໆ.​

ວິທີການເຜົາເຄື່ອງປັ້ນດິນເຜົາມີລັກສະນະເພື່ອປະຊາຄົມ
ຫ່າງຈາກເຮືອນລຸງ ສອຍ ບໍ່ໄກປານໃດແມ່ນເຮືອນຂອງປ້າ ຕ່ຽນທິລວານ, ອາຍຸ 54 ປີ, ບ້ານ ບິ່ງດຶກ. ຄອບຄົວປ້າ ລວານ ຜະລິດເຄື່ອງປັ້ນດິນເຜົາດ້ວຍຈຳນວນຫຼາຍ, ສະນັ້ນ ຈຶ່ງຕ້ອງຈ້າງແມ່ຍິງ 4 ຄົນມາເຮັດນຳກັນ. ຫຼັງຈາກທີ່ໄດ້ປັ້ນອອກມາ, ເຄື່ອງປັ້ນ ດິນເຜົາຈະໄດ້ຕາກແຫ້ງຈຶ່ງເອົາໄປເຜົາ. ຊາວເຜົ່າຈຳ ຢູ່ ບິ່ງດຶກ ມັກເຜົາເຄື່ອງປັ້ນດິນເຜົາໃນຕອນທ່ຽງ ເທິງໂນນສູງແຫ່ງໜຶ່ງ. ບັນດາຄອບຄົວຕ້ອງລົມກັນເອງ ກ່ຽວກັບລຳດັບເຜົາເຄື່ອງປັ້ນ ດິນເຜົາ. ສຳລັບບັນດາຄອບຄົວຢາກເຜົາເຄື່ອງປັ້ນດິນເຜົາ ດ້ວຍຈຳນວນໜ້ອຍ ກໍ່ສາມາດເຜົາພ້ອມກັນ. ນີ້ແມ່ນຈຸດພິເສດໃນດ້ານວັດທະນະທຳຂອງຊາວເຜົ່າ ຈຳ ຢູ່ທີ່ນີ້. 

ຊາວເຜົ່າຈຳ ຢູ່ ບິ່ງດຶກ ມັກເຜົາເຄື່ອງປັ້ນດິນເຜົາໃນຕອນທ່ຽງ ເທິງໂນນສູງແຫ່ງໜຶ່ງ.


ເຄື່ອງປັ້ນດິນເຜົາຈະໄດ້ຈັດຊ້ອນກັບຟືນເປັນແຕ່ລະຊັ້ນ ເພື່ອເຜົາໃຫ້ສຸກເທົ່າກັນ. 


ເຄື່ອງປັ້ນດິນເຜົາຈະໄດ້ເຜົາດ້ວຍຈຳນວນຫຼາຍ.


ຊາວເຜົ່າ ຈຳ ມັກດັງໄຟເຜົາເຄື່ອງປັ້ນດິນເຜົາຕາມທິດລົມພັດມາ ແລະ ເບິ່ງໂມງຢ່າງລະມັດລະວັງ.


ຫຼັງຈາກໄດ້ເຜົາສຸກແລ້ວ, ເຂົາເຈົ້າຈະດຶງອອກມາ ແລະ ຊິດໃສ່ ເຄື່ອງປັ້ນດິນເຜົານຳ້ຊະນິດໜຶ່ງທີ່ເຮັດດ້ວຍໝາກຈັນ ເພື່ອແຕ່ງ ລວດລາຍໃຫ້ເຄື່ອງປັ້ນດິນເຜົາ. 

ຕອນທ່ຽງມື້ຕໍ່ໄປ, ເມື່ອພວກຂ້າພະເຈົ້າມາຫາໂນນເຜົາເຄື່ອງປັ້ນ ດິນເຜົາທີ່ຕັ້ງຢູ່ໃຈກາງບ້ານ ບິ່ງດຶກ ຖືກກັບເວລາຄອບຄົວປ້າ ລວານ ແລະ ສາມຄອບຄົວອື່ນໆ ເອົາເຄື່ອງປັ້ນດິນເຜົາມາເຜົາ. ເຄື່ອງປັ້ນດິນເຜົາປະມານ 1.000 ໜ່ວຍໄດ້ຈັດກຽມຢ່າງລະອຽດ ແລະ ໄດ້ ຂີດໝາຍໄວ້ເພື່ອບໍ່ເອົາຫຼົງ.

ເວລາເຜົາຈະຂຶ້ນກັບຂະໜາດຂອງເຄື່ອງປັ້ນດິນເຜົາ, ຖ້າເຄື່ອງປັ້ນດິນເຜົາມີຂະໜາດນ້ອຍ, ເວລາເຜົາຈະເສຍປະມານ 1 ຊົ່ວໂມງ, ສຳລັບຜະລິດຕະພັນຂະໜາດໃຫຍ່ ອາດຈະຕ້ອງເສຍເວລາເຖິງ 2-3 ຊົ່ວໂມງ. ຫຼັງຈາກໄດ້ເຜົາສຸກແລ້ວ, ເຂົາເຈົ້າຈະດຶງອອກມາ ແລະ ຊິດໃສ່ ເຄື່ອງປັ້ນດິນເຜົານຳ້ຊະນິດໜຶ່ງທີ່ເຮັດດ້ວຍໝາກຈັນ ເພື່ອແຕ່ງ ລວດລາຍໃຫ້ເຄື່ອງປັ້ນດິນເຜົາ. ເຄື່ອງປັ້ນດິນເຜົາ ສຳເລັດຮູບຂອງຊາວເຜົ່າ ຈຳ ຢູ່ບ້ານ ບິ່ງດຶກ ຈະມີສີແດງອ່ອນ ແລະ ລວດລາຍທີ່ຕ່າງປະຫຼາດ, ມັນກາຍເປັນເຄື່ອງປັ້ນດິນເຜົາຊະນິດ ພິເສດ, ແຕກຕ່າງກັບເຄື່ອງປັ້ນດິນເຜົາຊະນິດຕ່າງໆ ຢູ່ບ່ອນອື່ນ.
 
ປະຕິບັດ: ແທ່ງດາດ-ເຊີນເຫງ້ຍ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top