ຕັ້ງເປັນຮ້ອຍໆຕົວແບບ ແຫວນ, ສາຍແຂນ, ສາຍຄໍ,ຮູບພາບພິມຮູບ… ດ້ວຍໄມ້ ທີ່ມີລວດລາຍ, ຮອຍແຕ້ມສະເພາະຕົວໂດຍແມ່ນ ທ່ານຟ້າມຫງວຽນຄວາ ເປັນຜູ້ປະດິດຄິດແຕ່ງ ໄດ້ກາຍເປັນເຄື່ອງທີ່ລະນຶກທີ່ໂດດເດັ່ນມອບແກ່ໄວໜຸ່ມລຸ້ນທັງຫຼາຍ ແລະ ນັກທ່ອງທ່ຽວຕ່າງປະເທດ ເມື່ອມາເຖິງນະຄອນໂຮ່ຈີມິນ.
ດ້ວຍຄວາມຫຼົງໄລ ແລະ ມີພອນສະຫວັນ ດ້ານວິຈິດຕະກຳ, ຟ້າມຫງວຽນຄວາໄດ້ປະດິດຄິດແຕ່ງບັນດາຜະລິດຕະພັນ ເຄື່ອງປະດັບຈາກໄມ້ທີ່ມີຄວາມລະອຽດປານີດ ແລະ ງາມຕາ. ວັດຖຸດິບຜະລິດເຄື່ອງປະດັບທີ່ມີຂະໜາດນ້ອຍເຊັ່ນ: ແຫວນ, ຕຸ້ມຫູ… ແມ່ນຄວາໄດ້ນຳໃຊ້ໄມ້ເສດມະຍິກມະຍ່ອຍ ທີ່ເປັນ ຂອງຖິ້ມຈາກບັນດາໂຮງຜະລິດໄມ້. ສຳລັບຜະລິດຕະພັນທີ່ເປັນຂະໜາດໃຫຍ່ກວ່າເຊັ່ນ: ສາຍແຂນ, ຮູບໄມ້, ໂຄມໄຟ ປະດັບ… ຄວາຕ້ອງຊື້ຫລາຍຊະນິດໄມ້ຄື: ໄມ້ແປກຈາກອາເມລິກາ ແລະ ການາດາ. ສຳລັບໃບສັ່ງຊື້ເປັນຈຳນວນຫຼາຍ, ຮຽກຮ້ອງເຖິງຄວາມຄົບຊຸດກ່ຽວກັບຜະລິດຕະພັນແມ່ນຄວາຕ້ອງນຳໃຊ້ໄມ້ເປັນທ່ອນ.
ຮ້ານຂາຍເຄື່ອງຊື່ Lady Noname ຂອງຄວາຕັ້ງຢູ່ 70 bis ເລທິຣຽງ, ບ້ານເບັ້ນແທ່ງ, ເມືອງ 1, ນະຄອນໂຮ່ຈີມິນ ນອກຈາກວາງຂາຍເຄື່ອງປະດັບດ້ວຍໄມ້ແລ້ວ ຍັງຂາຍຫລາຍຜະລິດຕະພັນເຄື່ອງໃຊ້ສຳລັບການປະດັບປະດາເຊັ່ນ: ປຶ້ມຄູ່ມື, ພາບໄມ້, ໂຄມໄຟປະດັບປະດາດ້ວຍໄມ້ ຊຶ່ງມີຄວາມງາມຢ່າງຈັບໃຈທີ່ສຸດ.
ຮ້ານຂາຍເຄື່ອງທີ່ໃສ່ຊື່ Lady Noname ຂອງທ່ານ ຟ້າມຫງວຽນຄວາ ວາງຂາຍຜະລິດຕະພັນເຄື່ອງປະດັບດ້ວຍໄມ້ຢ່າງຄົບຖ້ວນ.
ມູມໜຶ່ງຢູ່ໃນຮ້ານຂາຍເຄື່ອງປະດັບ Lady Noname.
ເມັດສີຕ່າງໆເຮັດດ້ວຍໄມ້ນີ້ຈະໄດ້ຮ້ອຍຕິດເຂົ້າກັນ ເປັນສາຍຄໍ.
ສາຍແຂນໄດ້ຮ້ອຍເມັດທີ່ເຮັດດ້ວຍໄມ້ຕິດເຂົ້າກັນ.
ຜະລິດຕະພັນພາບໄມ້ທີ່ Lady Nonameໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຕ່າງປະເທດ.
ແຫວນທີ່ຜະລິດຈາກໄມ້.
ເຄື່ອງປະດັບດ້ວຍໄມ້ແມ່ນເຄື່ອງຂອງຂວັນທີ່ລະນຶກທີ່ເປັນເອກະລັກໂດດເດັ່ນມອບໃຫ້ແກ່ເພື່ອນໆຊາວໜຸ່ມ
ຜູ້ມີລັກສະນະບຸກຄະລິກສ່ວນຕົວ ແລະ ນັກທ່ອງທ່ຽວຕ່າງປະເທດ.
ແຫວນທີ່ມີຫຼາຍຮູບຊົງຕ່າງກັນ.
ສາຍແຂນທີ່ເຮັດດ້ວຍໄມ້ມີຫຼາຍສີສັນງາມຕາ.
ສາຍແຂນທີ່ເຮັດດ້ວຍໄມ້ພິເສດ.
ດ້ວຍຄວາມປະດິດຄິດສ້າງ ແລະ ຄວາມພະຍາຍາມຂອງຕົນ, ທ່ານຄວາໄດ້ຜະລິດອອກຜະລິດຕະພັນເຄື່ອງປະດັບໄມ້ທີ່ປານີດ, ງາມຕາ.
ເຄື່ອງປະດັບດ້ວຍໄມ້ທີ່ມີຫລາຍລາຍດອກແປກໆ. ພາບ: ເອກະສານ
ສາຍຄໍທີ່ປະກອບດ້ວຍຫຼາຍສີສັນທີ່ປະຈັບຕາທ່ານຜູ້ຊົມ.
ທ່ານ ຟ້າມຫງວຽນຄວາມີຄວາມມຸ່ງຫວັງຢາກນຳເອົາເຄື່ອງປະດັບດ້ວຍໄມ້ເຂົ້າສູ່ຊີວິດປະຈຳວັນ
ແລະ ປະກອບສ່ວນເພີ່ມສີສັນໃຫ້ແກ່ຂະແໜງແຟຊັ່ນເຄື່ອງປະດັບ.
|
ຄວາໃຫ້ຮູ້ວ່າ, ຜະລິດຕະພັນ ຂອງລາວບໍ່ພຽງແຕ່ຮັບໃຊ້ລູກຄ້າທາງນອກເທ່ົານັ້ນ ຫາກຍັງ ຮັບໃຊ້ຄວາມຕ້ອງການຂອງ “ລູກຄ້າ…” ນັ້ນຄືພັນລະຍາຂອງຕົນອີກດ້ວຍ. ຕົວເອງທ່ານຄວາ ແລະ ພັນລະຍາຕ່າງກໍນິຍົມເຄື່ອງປະດັບດ້ວຍໄມ້. ຄວາເປີດເຜີຍວ່າ, “ແຕ່ລະຄັ້ງ ມີຕົວແບບໃໝ່, ຖ້າເຫັນວ່າມັນງາມພັນລະຍາກໍ່ຈະ… ເອົາເລີຍ!”.
ຜະລິດຕະພັນຂອງຄວາສ່ວນຫຼາຍແມ່ນມຸ່ງສູ່ເປົ້າໝາຍລູກຄ້າ ໃນໄວອາຍຸແຕ່ 23-35 ປີ ແລະ ເປັນຜູ້ມີຄວາມຮັກມັກດ້ານສິລະປະ, ມີລັກສະນະບຸກຄະລິກສ່ວນຕົວ, ບຸກຄະລິກນຳໃຊ້ວັດຖຸສິ່ງຂອງທີ່ແປກໆ ແລະ ບໍ່ຊຳ້ແບບໃຜ.
ນອກຈາກແຫວນ, ປອກແຂນເຮັດດ້ວຍໄມ້, ລູກຄ້າຕ່າງປະເທດຍັງຮັກມັກພາບພິມຮູບເທິງໄມ້ໂດຍຄວາເປັນຜູ້ປະດິດຍ້ອນວ່າແຕ່ລະຜະລິດຕະພັນເກືອບວ່າມີພຽງໜຶ່ງດຽວ, ຍາກທີ່ຈະປະດິດຜະລິດຕະພັນອັນທີສອງຂຶ້ນອີກທີ່ຄືກັນອ້ອຍຕ້ອຍ (ເນື່ອງຈາກວ່າລາຍ, ຕາໄມ້ແຕ່ລະອັນບໍ່ຄືກັນ) . ທ່ານນາງ Stacy Crowell, ເປັນຄູສອນທີ່ເມືອງ 7, ນະຄອນໂຮ່ຈີມິນໄດ້ແບ່ງປັນຄຳເຫັນວ່າ: “ບັນດາແຜ່ນພາບທີ່ຂ້າພະເຈົ້າສັ່ງຄວານັ້ນແມ່ນດີເລີດ! ຂ້າພະເຈົ້າຖືກໃຈທີສຸດເລື່ອງສີສັນລວດລາຍຂອງຮູບພາບຢູ່ເທິງແຜ່ນໄມ້ທຳມະຊາດ…”.
ບົດ: ຫງວຽນຫວູແທ່ງດາດ-ພາບ: ຫງວຽນລວນ