• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຽກປາຄໍ່

ບໍ່ພຽງແຕ່ແມ່ນລາຍການອາຫານທີ່ມີລົດຊາດຫອມແຊບຂອງ ຊາວພາກຕາເວັນຕົກສ່ຽງໃຕ້ເທົ່ານັ້ນ, ເຂົ້າປຽກປາຄໍ່ ຍັງແມ່ນລາຍການອາຫານທີ່ຊ່ວຍແກ້ຄວາມຮ້ອນ, ແກ້ ອາ ການເປັນລົມ ແລະ ຕ້ານພະຍາດໃນລະດູຮ້ອນ ຢ່າງມີ ປະ ສິດທິຜົນອີກດ້ວຍ.
ມາຍັງເຂດຕາເວັນຕົກ, ໄປໃສເພື່ອນ ກໍ່ຈະພົບເຫັນຮ້ານ ຂາຍ ເຂົ້າປຽກປາຄໍ່ ຕົ້ມກັບຜັກຂົມ, ມັນເປັນລາຍການ ອາ ຫານ ທີ່ ຊິນເຄີຍຂອງປະຊາຊົນ ເຂດນີ້.
 
ຄັ້ງໜຶ່ງ ໄດ້ໄປເຮັດວຽກຢູ່ພາກຕາເວັນຕົກ ຍາມລະດູຮ້ອນ, ຮູ້ ສຶກວ່າ ບໍ່ສະບາຍ, ຂ້າພະເຈົ້າຈຶ່ງບອກກັບ ເພື່ອນຮ່ວມ ງານ ແວ່ ເຂົ້າຮ້ານອາຫານນ້ອຍແຫ່ງໜຶ່ງຕັ້ງຢູ່ແຄມ ທາງ ເພື່ອກິນເຂົ້າ ແລະ ພັກຜ່ອນຈາກແສງແດດກ້າ. ດ້ວຍຮອຍ ຍິ້ມທີ່ຫວານ, ເຈົ້າຂອງຮ້ານ ເຊີນພວກຂ້າພະເຈົ້າເຂົ້າ ນັ່ງ ໃນຮ້ານ. ເຫັນຂ້າພະເຈົ້າ ບໍ່ສະບາຍຍ້ອນເມົາແດດ, ປ້າ ເຈົ້າຂອງຮ້ານ ຈຶ່ງແນະນຳໃຫ້ຂ້າພະເຈົ້າ ກິນເຂົ້າປຽກປາຄໍ່ ຕົ້ມກັບຜັກຂົມ.


 
ປ້າເລືອກປາຄໍ່ ໂຕໜັກສຸດ ແລ້ວນຳໄປເຊາະເກັດ, ລ້າງ ໃຫ້ສະອາດ, ຕັດຫາງອອກ. ພາຍຫຼັງທຳຄວາມສະອາດ, ປ້າ ຫາຍ ຈຶ່ງເອົາໄປລວກໃຫ້ສຸກ ແລ້ວເອົາ ໄປຂົ້ວກັບຫົວ ຜັກ ບົ່ວ ເພື່ອ ໃຫ້ໝໍ້ເຂົ້າປຽກຍາມໃດກໍ່ຫອມແຊບ. ຕົ້ມໃຫ້ ຟົດ, ເຂົ້າເປື່ອຍ ຈົນກາຍເປັນເຂົ້າປຽກ.

ຫຼັງຈາກເອົາຊີ້ນປາຄໍ່ ອອກຈາກກະດູກ, ປ້າ ຫາຍ ເອົາຊີ້ນ ປາຄໍ່ ໄປເອືອບກັບນໍ້າປາ, ພິກໄທ, ນໍ້າຕານ ໃຫ້ເຂົ້າກັນ ແລ້ວຖອກລົງໃນໝໍ້ເຂົ້າປຽກ ຄົນເບົາໆ.

ປ້າ ຫາຍ ເອົາຜັກຂົມ ໃສ່ເຂົ້າໃນຖ້ວຍ ແລ້ວຕັກເຂົ້າປຽກ ປາຄໍ່ 2-3 ບ່ວງໃສ່ເທິງ, ໂຮຍພິກໄທ ໃສ່ໜ້າພໍປະມານ. ເວລາກິນ, ຂ້າພະເຈົ້າຮູ້ສຶກວ່າ ເຫື່ອອອກຫຼາຍ, ເຮັດໃຫ້ ຕົນໂຕ ມີແຮງ, ເບົາຂຶ້ນ. ກິ່ນຫອມຂອງເຂົ້າໃໝ່ ປະສານເຂົ້າກັບຄວາມມັນຂອງ ປາ ຄໍ່ ແລະ ລົດຂົມຂອງຜັກຂົມ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຍາກ ທີ່ຈະລືມໄປໄດ້. 
ບົດ ແລະ ພາບ: ຫງວຽນລວນ
 
 

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top