ມາຍັງເຂດຕາເວັນຕົກ, ໄປໃສເພື່ອນ ກໍ່ຈະພົບເຫັນຮ້ານ ຂາຍ ເຂົ້າປຽກປາຄໍ່ ຕົ້ມກັບຜັກຂົມ, ມັນເປັນລາຍການ ອາ ຫານ ທີ່ ຊິນເຄີຍຂອງປະຊາຊົນ ເຂດນີ້.
ຄັ້ງໜຶ່ງ ໄດ້ໄປເຮັດວຽກຢູ່ພາກຕາເວັນຕົກ ຍາມລະດູຮ້ອນ, ຮູ້ ສຶກວ່າ ບໍ່ສະບາຍ, ຂ້າພະເຈົ້າຈຶ່ງບອກກັບ ເພື່ອນຮ່ວມ ງານ ແວ່ ເຂົ້າຮ້ານອາຫານນ້ອຍແຫ່ງໜຶ່ງຕັ້ງຢູ່ແຄມ ທາງ ເພື່ອກິນເຂົ້າ ແລະ ພັກຜ່ອນຈາກແສງແດດກ້າ. ດ້ວຍຮອຍ ຍິ້ມທີ່ຫວານ, ເຈົ້າຂອງຮ້ານ ເຊີນພວກຂ້າພະເຈົ້າເຂົ້າ ນັ່ງ ໃນຮ້ານ. ເຫັນຂ້າພະເຈົ້າ ບໍ່ສະບາຍຍ້ອນເມົາແດດ, ປ້າ ເຈົ້າຂອງຮ້ານ ຈຶ່ງແນະນຳໃຫ້ຂ້າພະເຈົ້າ ກິນເຂົ້າປຽກປາຄໍ່ ຕົ້ມກັບຜັກຂົມ.