• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຸ້ນນ້ຳປາ ນະຄອນຫາຍຟ່ອງ

ເຂົ້າປຸ້ນເປັນປະເພດອາຫານທີ່ຄຸ້ນເຄີຍຂອງຊາວຫວຽດນາມ. ມີເຂົ້າປຸ້ນຫຼາຍເຍື່ອງ ແລະ ແຕ່ລະເຍື່ອງກໍມີລົດຊາດເປັນເອກະລັກພິເສດຂອງມັນ. ຖ້າຫາກວ່າ ທີ່ຮ່າໂນ້ຍມີເຍື່ອງເຂົ້າປຸ້ນຊີ້ນປີ້ງ (ບຸ້ນຈາ) , ເຂົ້າປຸ້ນເຕົ່າຮູ້ກັບກັບປິກຸງ (ບຸ້ນເດົາມ້ຳໂຕມ), ທີ່ເຫວ້ມີເຍື່ອງອາ ຫານເຂົ້າປຸ້ນຊີ້ນງົວ (ບຸ້ນບໍ່ເຫວ້) ຂາໝູ, ແລ້ວເມື່ອເຕື້ອງເຖິງຫາຍຟ່ອງ ຄົນທັງຫຼາຍແມ່ນນຶກເຖິງເຍື່ອງເຂົ້າ ປຸ້ນນ້ຳປາທີ່ມີຊື່ສຽງໂດ່ງດັງ. 

ຄວາມເປັນເອກະລັກຂອງເຍື່ອງອາຫານເຂົ້າປຸ້ນນ້ຳປາຂອງຫາຍຟ່ອງໄດ້ສະແດງອອກຢູ່ໃນຂັ້ນຕອນການກະ ກຽມ, ການເລືອກວັດຖຸດິບ ແລະ ການປຸງແຕ່ງນ້ຳເຂົ້າປຸ້ນ.

ປາທີ່ເລືອກມາປຸງແຕ່ງເປັນນ້ຳເຂົົ້າປຸ້ນຕ້ອງແມ່ນປາທູ, ປາຄໍ່ ຫຼືປາເຂັງນາ ຈຶ່ງມີເນື້ອປາແໜ້ນ ແລະ ມີກິ່ນຄາວຫນ້ອຍ.

 

ເຄື່ອງປະກອບເພື່ອປຸງແຕ່ງ ເຂົ້າປຸ້ນນ້ຳປາຫາຍຟ່ອງ ລວມມີ ເສັ້ນເຂົ້າປຸ້ນ, ລູກຊີ້ນປາ, ເນື້ອປາເຂັງນາທອດກອບ. 


ເສັ້ນເຂົ້າປຸ້ນຕ້ອງອ່ອນໜຽວ ແລະ ມີສີຂາວ.


ເນື້ອປາເຂັງນາທອດ ແລະ ລູກຊີ້ນປາ.


ຜັກບົ່ວ, ຜັກຊີ ແລະ ໝາກເລັ່ນ ແມ່ນເຄື່ອງປຸງ ທີ່ຂາດບໍ່ໄດ້ຂອງເຍື່ອງອາຫານເຂົ້າປຸ້ນນ້ຳປາ. 


ນຳ້ເຂົ້າປຸ້ນປາແມ່ນໄດ້ມາຈາກການຕົ້ມກະດູກປາ.


ເຂົ້າປຸ້ນນ້ຳປາຫາຍຟ່ອງໄດ້ສຳເລັດ. 
 
ປາເຂັງນາຕ້ອງລ້າງໃຫ້ສະອາດ, ຕັດເປັນປ່ຽງບາງໆ ເອືອບກັບເຄື່ອງປຸງແລ້ວນຳໄປຖອດໃຫ້ກອບ ແລະ ປະໄວ້ໃຫ້ສະເດັດນ້ຳມັນ.

ສຳລັບປາທູ ແມ່ນຕ້ອງເກັບກ້າງອອກເລືອກເອົາ ແຕ່ ເນື້ອປາ. ຕຳຫລື ບົດເນື້ອປາກັບຜັກຊີ, ນ້ຳປາ, ພິກໄທ ໃຫ້ແຫຼກແລ້ວປັ້ນເປັນກ້ອນໆ ແລ້ວ ນຳໄປທອດເປັນລູກຊີ້ນປາ. ນຳ້ເຂົ້າປຸ້ນແມ່ນໄດ້ມາຈາກການຕົ້ມກະດູກປາ.

ຄີບເສັ້ນເຂົ້າປຸ້ນໃສ່ຖ້ວຍໃຫຍ່, ໃສ່ປ່ຽງປາເຂັງນາທອດ ກອບ, ລູກຊີ້ນປາ ແລ້ວຕັກນ້ຳແກງປາໃສ່.

ອາຫານເຍື່ອງນີ້ກິນແກ້ມກັບໝາກປີ, ຜັກບົ້ງຊອຍ, ນ້ຳຊອັດໝາກເຜັດ ແລະ ຜັກຫອມຊະນິດອື່ນໆ ຕາມຄວາມມັກ.


ປະຕິບັດ: ແຄ໋ງລອງ

bichlien

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top