• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຸ້ນ ງົວ ເຫວ້ “ຊຸບ” ແຊບ ທີ່ສຸດໃນໂລກ

ເຂົ້າປຸ້ນງົວ ເຫວ້ ແມ່ນອາຫານສາມັນທົ່ວໄປ ທີ່ມີຊື່ສຽງ ຂອງ  ຊາວເມືອງເຫວ້. ໜັງສືພິມກ່ຽວກັບ ວັດທະນະທຳ ແລະ ອາຫານການກິນ ຂອງ ສາກົນ ໄດ້ເລືອກໃຫ້ເປັນໜຶ່ງໃນ ຈຳ ນວນ ອາຫານ ທີ່ມີຊື່ສຽງຂອງໂລກ. ຍ້ອນແນວນີ້ ຈິ່ງເຮັດໃຫ້  Anthony Bourdain ພ່ໍຄົວ ທີ່ມີຊື່ສຽງຊາວ ອາເມລິກາ ແລະ ກໍແມ່ນຕົວລະຄອນເອກ ໃນຟິມ ກ່ຽວກັບການຄົ້ນຫາ ອາ ຫານ "Anthony Bourdain" ອອກອາກາດ ໃນຊ່ອງ ໂທ ລະພາບ  CNN ຂອງ ສ.ອາເມລິກາ ໄດ້ກ່າວອອກມາວ່າ: “ເຂົ້າປຸ້ນງົວ ເມືອງ ເຫວ້ ແມ່ນ “ຊຸບ” ທີ່ແຊບທີ່ສຸດໃນໂລກ ທີ່ ຂ້ອຍໄດ້ຊີມ! ”.
ເອີ້ນວ່າ ເຂົ້ນປຸ້ນງົວ ແຕ່ທີ່ແທ້ ຍັງມີ ຊີ້ນຕີນໝູ, ເລືອດໝູ ລວກ, ຈ໊າກະປູ ຫຼື ຈ໊າງົວແນວລະຕ່ອນ… ແລະ ສິ່ງພິເສດ ທີ່ ຈັບໃຈ ຢູ່ ໃນຖ້ວຍເຂົ້າປຸ້ນງົວ ເມືອງ ເຫວ້ນີ້ ແມ່ນ ຊີ້ນຕີນໝູ ປ່ຽງໃຫຍ່ ເກືອບທ່ໍຝ່າມື, ໜາປະມານ 3 ຊັງຕີແມັດ, ເອົາມາ ຈາກ ຕີນໜ້າຂອງໝູ ໂດຍມີທັງໜັງ, ຊີ້ນ, ເອັນ, ນ້ຳມັນ, ກະດູກ… ນຳ ໄປຕົ້ມໃຫ້ພໍດີສຸກ ເຮັດໃຫ້ຊີ້ນ ທັງອ່ອນ, ນົວ, ມັນ, ແຕ່ບ່ໍພາ ໃຫ້ເບື່ອ. ນີ້ຄືສີມື ໃນການປຸງແຕ່ງ ຂອງ ບັນດາ ແມ່ເຖົ້າ, ແມ່ ຍິງ ຢູ່ເຫວ້.

ປັດຈຸບັນ, ຈະເຫັນ ຮ້າຍຂາຍເຂົ້າປຸ້ນງົວ ເມືອງ ເຫວ້ ມີຢ່າງ ແຜ່ຫຼາຍ ຢູ່ໄຊງ່ອນ, ຮ່າໂນ້ຍ. ແຕ່ຄືວ່າ ບ່ໍຄ່ອຍມີຜູ້ກຳໄດ້ ເຄັດ ລັບ ໃນການຕົ້ມຕີນໝູ ຄືກັບຊາວ ເມືອງ ເຫວ້, ສະນັ້ນເຂົາເຈົ້າ ມັກ ປ່ຽນດ້ວຍສ່ວນຂາຕິດກັບເລັບໝູ. ແນ່ນອນວ່າ ສ່ວນຂາ ຕິດກັບເລັບໝູ ບ່ໍອາດແຊບເທົ່າ, ເພາະມີກະດູກຫຼາຍ, ເບິ່ງ ກໍບ່ໍງາມອີກ.

ນອກຈາກຕ່ອນຕີນໝູ ທັງກອບ ທັງນົວ ບວກກັບຊີ້ນງົວທີ່ອ່ອນ  ນຸ່ມແລ້ວ… ການແຕ່ງນ້ຳແກງ ຖືວ່າແມ່ນວຽກ ໜຶ່ງທີ່ຕ້ອງ ສຸມ ກຳລັງ ແລະ ສະຕິປັນຍາດັ່ງກັບສິລະປະແບບໜຶ່ງ. ນ້ຳແກງ ຕັກ ໃສ່ ເຂົ້າປຸ້ນງົວ ເມືອງ ເຫວ້ ບ່ໍຄືກັບນ້ຳແກງ ຂອງເຍື່ອງໃດໆ. ນັ້ນແມ່ນການປະສົມລະຫວ່າງນ້ຳຕົ້ມກະດຸກ, ແຈ່ວກຸ້ງ ນ້ອຍ (ມີສະເພາະຢູ່ທະເລເມືອງເຫວ້), ຫົວສີໄຄ ແລະ ໝາກເຜັດ… ແຈ່ວກຸ້ງ ຖ້າໃສ່ຫຼາຍກໍເຮັດໃຫ້ນ້ຳແກງອັບກິ່ນ, ສ່ວນຫົວສີໄຄ ມີຫຼາຍເກີນໄປກໍຈະເຮັດໃຫ້ນ້ຳແກງກິ່ນແຮງ… ລວມຄວາມ ວ່າ ເຄື່ອງປຸງ ຕ້ອງພໍດີ.

ເຄື່ອງປຸງພໍດີ ມັນຍາກຢູ່ບ່ອນວ່າ ບ່ໍອາດນຳເອົາໄປຂຶ້ນຊິງຊັ່ງ ໄດ້ ໃຫ້ເປັນຕົວເລກຈັກ ຢ່າງຄັກແນ່, ຫາກໄດ້ຕື່ມເຕີມດ້ວຍ ຄວາມຮູ້ສຶກທາງກາຍ ແລະ ປະສົບການ ຂອງແມ່ຄົວເທົ່ານັ້ນ. ຈັ່ງຊັ້ນລະມັນຈຶ່ງແມ່ນເຄັດລັບຂອງແຕ່ລະຄົນ, ແຕ່ລະຮ້ານ.

ວັດຖຸປະກອບໃນການແຕ່ງເຂົ້າປຸ້ນງົວເມືອງ ເຫວ້ ລວມມີ: ຊີ້ນ ຕີນໝູ, ເລືອດໝູລວກຕ່ອນໜຶ່ງຈ໊າກະປູ, ຈ໊າງົວ, ຊີ້ນງົວ ແລະ ຜັກກິນແກ້ມ. 


ຊີ້ນຕີນໝູ ໜາ 3 ຊັງຕີແມັດ ມີທັງໜັງ, ຊີ້ນ, ເອັນ, ໄຂມັນ, ກະ ດູກ.


ນ້ຳແກງ ເປັນສະເພາະ ຂອງເຂົ້າປຸ້ນງົວ ເມືອງ ເຫວ້ ຊຶ່ງບ່ໍ ຄື ກັບນ້ຳແກງ ບ່ໍວ່າປະເພດໃດໆ...


... ແລະ ຕົ້ມດ້ວຍໄຟອ່ອນໆ ເພື່ອບ່ໍໃຫ້ນ້ຳຂຸ່ນ.


ເຂົ້າປຸ້ນງົວ ເມືອງ ເຫວ້ ກິນກັບ ຜັກອີ່ຕູ່, ປີກ້ວຍ ຊອຍບາງໆ, ໝາກນາວຈັກສອງສາມບ່ຽງ, ພິເສດແມ່ນໝາກເຜັດ ສີຂຽວ ຂອງ ເຫວ້.


ເຂົ້າປຸ້ນງົວ ເມືອງ ເຫວ້ ແມ່ນຂອງກິນສາມັນທົ່ວໄປ ທີ່ມີ ຊື່ສຽງ ຂອງ ຊາວເມືອງ ເຫວ້. 

ຈຸດທີ່ເປັນສັນຍາລັກສະເພາະ ຂອງເຂົ້າປຸ້ນງົວ ເມືອງ ເຫວ້ ຍັງ ມີລົດເຜັດອີກ. ເຜັດເຖິງຂັ້ນນ້ຳຕາໄຫຼ ແຕ່ໃຜກໍຍັງຢາກກິນ. ຖ້ວຍເຂົ້າປຸ້ນງົວ ເມືອງ ເຫວ້ ມີສີແດງ ຂອງ ເຜັດ, ເມື່ອຊົດໄດ້ ໜ້ອຍໜຶ່ງ ກໍຈະເຫັນນ້ຳແກງ ແຊບນົວ ດ້ວຍລົດຫອມ ຂອງ ຫົວສີໄຄ, ແຈ່ວກຸ້ງ ແລ້ວກັດຊີ້ນຕີນໝູ ທີ່ອ່ອນນົວຫວານມັນ … ພ້ອມກັບຄວາມເຜັດ ແຕ່ກໍ່ສະບາຍເຕັມທີ່.

ສາມາດຊອກກິນ ເຂົ້າປຸ້ນງົວເມືອງ ເຫວ້ ຂະໜານແທ້ ທີ່ຮ້ານ ຊົງເຮືອງ-ເລກ 54A ຫງວຽນຈີ້ແທງ, ຮ່າໂນ້ຍ
ໄປພ້ອມໆ ກັບຖ້ວຍເຂົ້າປຸ້ນ ແນວນີ້ ຍາມໃດກໍມີຈານຜັກກິນ ແກ້ມລວມມີ: ຖົ່ວງອກຂາວ, ຜັກອີ່ຕູ່, ປີກ້ວຍ, ໝາກນາວ… ອັນໄດ້ເຮັດໃຫ້ ຖ້ວຍເຂົ້າປຸ້ນ ມີຄົບທຸກລົດຊາດ, ສີສັນ ຄື ມີສີແດງ ຂອງ ໝາກເຜັດ, ສີຂຽວຂອງຜັກແກ້ມ, ສີເຫຼືອງຂອງ ຈ໊າກະປູ, ສີຂາວຂອງເຂົ້າປຸ້ນ.

ຍ້ອນລົດຊາດ ແລະ ສີສັນດັ່ງກ່າວ, ນັກຄົ້ນຄວ້າ ກ່ຽວກັບວັດ ທະນະທຳເມືອງ ເຫວ້ ເມື່ອຂຽນກ່ຽວກັບ ຂອງກິນແບບນີ້ ຈຶ່ງ ຮັບຮອງວ່າ ນັ້ນແມ່ນຖືກກັບ ຄ່ານິຍົມ ຊຶ່ງເຕັມໄປດ້ວຍ ລັກ ສະນະ ລະອຽດອ່ອນ ແລະ ນິ້ມນວນ ຂອງຊາວ ເມືອງ ເຫວ້.

ປັດຈຸບັນ ຢູ່ເມືອງເຫວ້ ມີຮ້ານເຂົ້າປຸ້ນ ທີ່ແຊບໆ ແອອັດໄປ ດ້ວຍ ແຂກຄົນ, ແຕ່ເມື່ອໄປເມືອງ ເຫວ້ ເທື່ອໃດ ຂ້າພະເຈົ້າ ກໍມັກແວ່ເຂົ້າ ຕະຫຼາດ ດົງບາ ເພື່ອກິນເຂົ້າປຸ້ນງົວ ເມືອງ ເຫວ້ ຂອງ ແມ່ເຖົ້າຫາບຂາຍ. ໃນບັນຍາກາດ ອັນນຶກນອງ ຂອງ ຕະ ຫຼາດ,  ໄດ້ກິນເຂົ້າປຸ້ນ ແຕ່ງແບບສະໄໝກ່ອນ ໝາຍຄວາມ ວ່າ ບ່ໍໃສ່ຊີ້ນ ແລະ ເຄື່ອງເທດຫຼາຍ ຄືດຽວນີ້, ເຮັດ ໃຫ້ເຮົາ ຫວນ ຄືນເຖິງ ຊ່ວງໄລຍະເກື້ອກຸນ, ບາງຄັ້ງຄາວ ຈຶ່ງໄດ້ຕາມແມ່ ໄປ ຕະຫຼາດ, ໄດ້ກິນເຂົ້າປຸ້ນງົວ ເມືອງ ເຫວ້ ຖ້ວຍໜຶ່ງໃນຍາມຍັງ ຫຍຸ້ງຍາກຂາດເຂີນຫຼາຍ ອັນເຮັດໃຫ້ລົດຊາດ ຂອງ ມັນຕິດ ຕ້ອຍຫ້ອຍຕາມ ຂ້ອຍຈົນມາຮອດ ປັດຈຸບັນ.

ໄດ້ມີມີໂອກາດ ໄປຫຼິ້ນເມືອງ ເຫວ້ ພົບກັບອ້າຍ ຟານແທງ ຫາຍ, ຜູ້ອຳນວຍການ ສູນອະນຸລັກຮັກສາ ບູຮານສະຖານ ເມືອງຫຼວງ ເຫວ້ ເລົ່າສູ່ຟັງວ່າ ໃນເທສະການອາຫານຈັດຢູ່ ເດີ່ນ ວັງຢຽນທ້ໍ ໃນດ້າຍໂນ້ຍ (ວັງໃນ) ທ່ານ Ted Osius ເອກອັກຄະລັດຖະທູດ ສ ອາເມລິກາ, ບ່ໍຮູ້ວ່າ ໂດຍບັງເອີນ ຫຼື ມີເຈຕະນາ ເພິ່ນໄດ້ເລືອກເອົາ ເຂົ້າປຸ້ນ ງົວ ເມືອງ ເຫວ້. ເບິ່ງເພິ່ນເອົາໃຈໃສ່ ກັບການຕົ້ມ ການແຕ່ງ, ທັງຊີມ ທັງ ຊົດຢ່າງເຖິງໃຈ ໃຜໆ ກໍຮູ້ສຶກພູມໃຈ ເພາະ ເມືອງເຫວ້ ມີອາ ຫານ ທີ່ແຊບ ເຊິ່ງຍາກທີ່ແຫ່ງອື່ນຈະມີ.
ປະຕິບັດ: ເຈິ່ນແທງຢາງ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top