• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຂົ້າຕົ້ມ ແມ໊ງກ່ຳ

ແຕ່ລະຄັ້ງເມື່ອຢ້ຽມຢາມເຂດ ໄຕໂດ ນັກທ່ອງທ່ຽວ ມັກເລືອກ ເຂົ້າຕົ້ມ ແມ໊ງກ່ຳ (magenta plant) ເພື່ອເປັນຂອງຕ້ອນຂອງຝາກ ໃຫ້ໝູ່ເພື່ອນ ແລະ ຄົນສະໜິດມິດສະຫາຍ. ບໍ່ພຽງແຕ່ ເທົ່ານັ້ນ, ຜະລິດຕະພັນ ພິເສດນີ້ ຍັງຝາກໄປເຖິງ ສ.ອາເມລິກາ, ອົສຕຣາລີ… ເພື່ອໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮັບປະທານລົດຊາດພິເສດ ຂອງ ເຂດເຂົ້າຂາວ ນ້ຳໃສ ເກິ່ນເທີ.
ເພື່ອຊອກຮູ້ກ່ຽວກັບ ອາຫານທີ່ເປັນເອກະລັກນີ້, ພວກຂ້າພະເຈົ້າ ໄດ້ຊອກຫາເຖິງ ເຮືອນ ຂອງ ແມ່ເຖົ້າ ຮິງທິຈ້ອງ ເຊິ່ງຕັ້ງຢູ່ສຸດຮ່ອມ ຢູ່ຕາແສງ ອານເທີຍ, ເມືອງ ບິ່ງທຸຍ. ປີນີ້ ແມ່ເຖົ້າ ຮິງທິຈ້ອງ ມີອາຍຸໄດ້ 87 ປີແລ້ວ ແຕ່ ຍັງມີຄວາມວ່ອງໄວ ແລະ ຄ່ອງແຄ້ວຫຼາຍ. ແມ່ເຖົ້າ ເປັນຜູ້ປະດິດສ້າງ ອາຊີບເຮັດເຂົ້າຕົ້ມ ແມ໊ງກ່ຳ ແລະ ໄດ້ທຸ້ມເທເຫື່ອແຮງ ເພື່ອໃຫ້ອາຊີບນີ້ ພັດທະນາ.

ແມ່ນເຖົ້າ ຮິງທິຈ້ອງ ໄດ້ຜະລິດ ເຂົ້າຕົ້ມ ແມ໊ງກ່ຳ ໂດຍບັງເອີນ. ແມ່ເຖົ້າ ໄດ້ແບ່ງປັນ ຄວາມຮູ້ສຶກກັບພວກຂ້າພະເຈົ້າ ກ່ຽວກັບຄວາມຄິດນີ້ວ່າ: “ແຕ່ກ່ອນ, ຄອບຄົວຂອງຂ້າພະເຈົ້າ ເຮັດອາຊີບ ຂາຍເຂົ້າໜຽວສຸກ. ຂ້າພະເຈົ້າໃຊ້ ແມ໊ງກ່ຳ ມາມ່າໃສ່ກັບເຂົ້າສານໜຽວ, ເມື່ອໜຶ້ງສຸກ ກໍ່ມີ ງາມ ແລະ ແຊບທີ່ສຸດ. ຈາກເຂົ້າໜຽວ ແມ໊ງກ່ຳນັ້ນ, ຂ້າພະເຈົ້າໄດ້ໝູນໃຊ້ເຂົ້າໃນວິທີການ ເຮັດເຂົ້າຕົ້ມ ແມ໊ງກ່ຳ. ເມື່ອຮັບປະທານ ທຸກຄົນຮູ້ສຶກວ່າ ມີລົດຊາດຫອມ-ແຊບ ສະນັ້ນ ຈຶ່ງກິນໄດ້ຫຼາຍທີ່ສຸດ”.

ເພື່ອເຮັດເຂົ້າຕົ້ມ ແມ໊ງກ່ຳ ໃຫ້ມີກິ່ນຫອມ ແລະ ແຊບນັ້ນ, ຜູ້ເຮັດຕ້ອງປະຕິບັດ ຫຼາຍຂັ້ນຕອນ ແລະ ຢ່າງພິຖີພິຖັນ. ສ່ວນປະກອບຕົ້ນຕໍ ຂອງເຂົ້າຕົ້ມ ແມ່ນເຂົ້າສານໜຽວ, ໝາກຖົ່ວຂຽວ, ນ້ຳກະທິໝາກພ້າວ, ຊີ້ນປົນນ້ຳມັນ, ໝາກກ້ວຍສຸກ (ເພື່ອເຮັດເຂົ້າຕົ້ມກ້ວຍ), ໄຂ່ເຄັມ… ທຳອິດແມ່ນການເລືອກເຟັ້ນວັດຖຸດິບ, ເຂົ້າສານໜຽວ ຕ້ອງແມ່ນຊະນິດທີ່ແຊບ ແລະ ຂາວງາມດີ. ໃບແມ໊ງກ່ຳ ສົດ ລ້າງໃຫ້ສະອາດ, ເອົາໄປຕົ້ມ ແລະ ຕອງເອົານ້ຳແລ້ວເອົາມ່າໃສ່ກັບເຂົ້າສານໜຽວ ປະມານໜຶ່ງຊົ່ວໂມງ. ຫຼັງຈາກນັ້ນ ສືບຕໍ່ເອົາເຂົ້າສານໜຽວ ຄົນໃສ່ກັບ ນ້ຳກະທິໝາກພ້າວ, ເກືອ, ນ້ຳຕານ ແລະ ເອົາໄປຕົ້ມໃຫ້ເຂົ້າສຸກ ປະມານ 30% ແລ້ວຈຶ່ງເອົາໃບຕອງມາຫໍ່ເປັນແຕ່ລະຫໍ່.

ຕາມ ແມ່ເຖົ້າ ຮິງທິຈ້ອງ ໃຫ້ຮູ້ວ່າ ໃນຂອງເຂົ້າຕົ້ມ ແມ໊ງກ່ຳ ທີ່ເຮັດດ້ວຍ ໝາກກ້ວຍສຸກ ຈະມີລົດຊາດຫວານ ແລະ ມີກິ່ນຫອມ.


ຂັ້ນຕອນ ຕຳໝາກຖົ່ວຂຽວໃຫ້ແຫຼກ ປະສົມກັບ ໝາກກ້ວຍສຸກ, ໄຂ່ເຄັມ ເພື່ອເຮັດໃນເຂົ້າຕົ້ມ.


ວັດຖຸດິບຕົ້ນຕໍ ຂອງເຂົ້າຕົ້ມ ແມ໊ງກ່ຳ ແມ່ນເຂົ້າສານໜຽວ ກັບແມ໊ງກ່ຳ ເຊິ່ງໄດ້ຮັບການປຸງແຕ່ງ ຕາມສູດພິເສດ.


ເຊືອກມັດເຂົ້າຕົ້ມ ອາດຈະເຮັດດ້ວຍ ເຊືອກ ທີ່ຈີກເອົາ ມາແຕ່ກາບຕົ້ນກ້ວຍ ຫຼື ຕອກ.


ແມ່ເຖົ້າ ຮິງທິຈ້ອງ ແມ່ນຜູ້ ສ້າງອາຊີບ ຫໍ່ເຂົ້າຕົ້ມ ແມ໊ງກ່ຳ ທີ່ມີຊື່ສຽງ ຢູ່ເຂດ ໄຕໂດ. ພາບ: ຫງວຽນລວນ/VNP


ແມ່ເຖົ້າ ຮິງທິຈ້ອງ ແນະນຳວິທີ ຫໍ່ເຂົ້າຕົ້ມ ແມ໊ງກ່ຳໃຫ້ສະມາຊິກໃນຄອບຄົວ.


ຂັ້ນຕອນ ຕົ້ມເຂົ້າຕົ້ມ ຕ້ອງຮັບປະກັນ ຕົ້ມໃຫ້ສຸກພໍດີ ເພື່ອ ໃຫ້ເຂົ້າຕົ້ມ ມີລົດຊາດ ທີ່ສົມບູບແບບ.


ເມື່ອປາດເຂົ້າຕົ້ມ, ຕ່ອນເຂົ້າຕົ້ມມີສີມ່ວງ ແລະ ນຸ້ມ, ທາງໃນແມ່ນຊີ້ນ, ໄຂ່ແດງຂອງໄຂ່ເຄັມ, ມັນໝູ ແລະ ໝາກຖົ່ວຂຽວແຜ່ກິ່ນຫອມ
ຢ່າງຈັບອົກຈັບໃຈ ເຮັດໃຫ້ບໍ່ວ່າໃຜກໍ່ຢາກຮັບປະທານ.



ໃນໂອກາດງານບຸນຕ່າງໆ ຫຼື ບຸນເຕັດ ແມ່ເຖົ້າ ຮິງທິຈ້ອງ ໄດ້ເຮັດເຂົ້າຕົ້ມ ແມ໊ງກ່ຳ ເກືອບ 1.000 ຫໍ່/ມື້
ແຕ່ກໍ່ຍັງຕອບສະໜອງ ບໍ່ພຽງພໍ ກັບຄວາມຕ້ອງການຂອງລູກຄ້າ.

 
ເພື່ອໃຫ້ໄດ້ເຂົ້າຕົ້ມ ແມ໊ງກ່ຳ ມີລົດຊາດທີ່ສົມບູນແບບ, ຂັ້ນຕອນຕົ້ມເຂົ້າຕົ້ມກໍສຳຄັນ. ເຂົ້າຕົ້ມ ຕ້ອງຕົ້ມ ດ້ວຍຟືນ ແລະ ດັງໄຟໃຫ້ລຸກຢ່າງສະໝ່ຳສະເໝີ. ຕົ້ມເຂົ້າຕົ້ມ ໃນເວລາ ປະມານ 4-5 ຊົ່ວໂມງຈຶ່ງສຸກ. ເມື່ອເອົາເຂົ້າຕົ້ມມາປາດ, ຕ່ອນເຂົ້າຕົ້ມມີສີມ່ວງ ແລະ ນຸ້ມ, ທາງໃນແມ່ນຊີ້ນ, ໄຂ່ແດງຂອງໄຂເຄັມ, ມັນໝູ ແລະ ໝາກຖົ່ວຂຽວ ແຜ່ກິ່ນຫອມຢ່າງຈັບອົກຈັບໃຈ ເຮັດໃຫ້ບໍ່ວ່າໃຜກໍ່ຢາກຮັບປະທານ.

ເຂົ້າຕົ້ມແມ໊ງກ່ຳໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ຈາກນັກທ່ອງທ່ຽວ ເມື່ອມາແວ່ຢ້ຽມຢາມ ເກິ່ນເທີ. ແຕ່ລະມື້, ແມ່ເຖົ້າ ຮິງທິຈ້ອງ ໄດ້ເຮັດເຂົ້າຕົ້ມ ແມ໊ງກ່ຳ 100 ຫໍ່, ລາຄາຂອງເຂົ້າຕົ້ມແຕ່ລະຫໍ່ ແມ່ນ 40.000 ດົ່ງ. ໃນໂອກາດງານບຸນຕ່າງໆ, ບຸນເຕັດ ຫຼື ທ້າຍສັບປະດາ ແມ່ເຖົ້າ ໄດ້ເຮັດເຂົ້າຕົ້ມ ແມ໊ງກ່ຳ ເກືອບ 1.000 ຫໍ່ຕໍ່ມື້ ແຕ່ກໍ່ຍັງ ຕອບສະໜອງ ບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ.

ເພື່ອຕອບສະໜອງ ຕາມຄວາມຕ້ອງການ ໃນຫຼາຍຮູບແບບ ຂອງລູກຄ້າ, ສະນັ້ນ ປະຊາຊົນເຂດ ໄຕໂດ ໄດ້ແບ່ງ ເຂົ້າຕົ້ມ ແມ໊ງກ່ຳ ເປັນ 4 ຊະນິດຄື: ເຂົ້າຕົ້ມໃນລວມມິດໄຂ່ເຄັມ, ເຂົ້າຕົ້ມໃນໝາກກ້ວຍ, ເຂົ້າຕົ້ມໃນໝາກຖົ່ວຂຽວ, ເຂົ້າຕົ້ມໃນໝາກຖົ່ວຂຽວມັນໝູ. ຮ້ານເຮັດເຂົ້າຕົ້ມ ແມ໊ງກ່ຳ ທີ່ມີຊື່ສຽງຢູ່ເຂດ ໄຕໂດ ແມ່ນມີຫຼາຍເຊັ່ນ: ຮ້ານເຮັດເຂົ້າຕົ້ມ ອຸດແບ໋, ຕ່າຍຮວາ, ຕືແດບ, ຈີ໋ນເກິມ, ມິງເຕິນ… ໄດ້ມີອາຍຸສິບກວ່າປີ, ມີອິດທິພົນຊື່ສຽງຕໍ່ລູກຄ້າ ທັງຢູ່ໃກ້ ແລະ ໄກ. ພໍ່ຄ້າແມ່ຄ້າໄດ້ໄປເຖິງ ສະຖານທີ່ຜະລິດ ເພື່ອສັ່ງຈອງ ເຂົ້າຕົ້ມ ເປັນຈຳນວນຫຼາຍ ເພື່ອນຳໄປຈຳໜ່າຍ ຢູ່ຫຼາຍບ່ອນຄື ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ. ຊ້ຳບໍ່ໜຳຍັງມີຫຼາຍຄົນ ໄດ້ສັ່ງຈອງ ສິນຄ້າເພື່ອຝາກໄປ ສ.ອາເມລິກາ, ອົສຕຣາລີ… ໃຫ້ເພື່ອນສະໜິດມິດສະຫາຍ ທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າ ໄດ້ຮັບປະທານ ລົດຊາດພິເສດ ຂອງຜະລິດຕະພັນ ທີ່ເປັນເອກະລັກສະເພາະ ຂອງ ເກິ່ນເທີ.
ບົດ: ຫງວຽນແອວງ - ພາບ: ຫງວຽນລວນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top