• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເຂດຮ່ອງຮອຍ ຕ່າເກີນ

ເຂດຮ່ອງຮອຍສະໜາມບິນ ຕ່າເກິນ ນອນຢູ່ຕາແສງ ເຕິນເຮີບ, ເມືອງ ເຮືອງຮວາ, ແຂວງ ກວາງຈີ້ ເປັນຫຼັກຖານພະຍານທີ່ ຈະ ແຈ້ງໃຫ້ແກ່ຄວາມປາຖະໜາຢ່າງແຮງກ້າ ໃນການທ້ອນ ໂຮມ ປະເທດຊາດເປັນເອກະພາບຂອງຄົນ ຫວຽດນາມ. 
ໃນສົງຄາມຕໍ່ສູ້ຕ້ານການຮຸກຮານຂອງ ຈັກກະພັດອາເມລິກາ, ຈຸດທີ່ໝັ້ນ ສະໜາມບິນ ຕ່າເກີນ ແມ່ນຈຸດໃຈກາງຂອງ ຮົ້ວ ເອ ເລັກໂຕຼນິກ McNamara, ຊຶ່ງສອາເມລິກາ ສ້າງຂຶ້ນແຕ່ເດືອນ ມິຖຸນາ 1966 ດ້ວຍເປົ້າໝາຍຄົ້ນພົບ, ຕິດຕາມ ການເຄື່ອນ ໄຫວ ຂອງ ທະຫານປົດປ່ອຍພາກໃຕ້ ຫວຽດນາມ. ຖືກກໍ່ສ້າງ ດ້ວຍຈຳນວນ ເງິຍຫຼາຍຕື້ ໂດລາສະຫະລັດ, ແຕ່ ຮົ້ວ ເອເລັກ ໂຕຼນິກ McNamara ໄດ້ເຄື່ອນໄຫວພຽງ 2 ປີເທົ່ານັ້ນ ແລ້ວ ຖືກ ທຳລາຍໃນປີ 1968 ເມື່ອທະຫານປົດປ່ອຍພາກໃຕ້ຫວຽດ ນາມ ຍາດໄດ້ໄຊຊະນະໃນບັ້ນ ຮົບທາງເລກ 9 - ແຄແຊງ.
 
ເວລາໄດ້ຜ່ານໄປ 40 ປີ, ເຂດຮ່ອງຮອຍສະໜາມບິນ ຕ່າເກີນ ຍັງຮັກສາ ໄດ້ວັດຖຸສິ່ງຂອງຫຼາຍຢ່າງຄື: ເຮືອບິນ, ປືນໃຫຍ່, ລົດຕັງ, ລະເບີດ, ກະສູນ... ນອກຈາກນັ້ນ ບັນດາກິດຈະ ການ ກໍ່ສ້າງຄື: ຂຸມຄອງ, ຄ້າຍທະຫານຂອງກອງທັບ ອາເມລິກາ ໄດ້ ກໍໍ່ສ້າງ ຄືນໃໝ່ ເພື່ອຊ່ວຍເຮັດໃຫ້ນັກທ່ອງທ່ຽວສາມາດວາດ ພາບ ເຫັນໄດ້ ຄວາມຮ້າຍແຮງດຸເດືອດຂອງສົງຄາມ. 


ມູມໜຶ່ງ ຂອງ ຮ່ອງຮອຍສະໜາມບິນ ຕ່າເກີນ (ເຕິນເຮີບ, ເມືອງ ເຮືອງຮວາ, ແຂວງ ກວາງຈີ້).


ຮ່ອງຮອຍສະໜາມບິນ ຕ່າເກີນ ໄດ້ວາງສະແດງລະເບີດຫຼາຍ ປະເພດທີ່ ອາເມລິກາ ຖິ້ມລົງ ກວາງຈີ້ ແຕ່ປີ 1965-1972.


ເຮືອບິນຫຼາຍລຳ ທີ່ເຄີຍເຂົ້າຮ່ວມໃນການຮູ້ສົບທີ່ ແຄແຊງ ປະຈຸບັນໄດ້ຖືກນຳມາວາງສະແດງຢູ່ຕ່າເກີນ. 


ວັດຖຸສິ່ງຂອງຈຳນວນໜຶ່ງ ທີ່ນຳມາວາງສະແດງຢູ່ທີ່ນີ້ ຊ່ວຍ ໃຫ້ນັກ ທ່ອງທ່ຽວ
ວາດພາບເຫັນໄດ້ຄວາມ ຮ້າຍແຮງ ດຸເດືອດ ຂອງສົງຄາມ.



ເຮືອບິນລຳລຽງແບບ  CH-47 Chinook ຂອງ ກອງທັບ ອາເມລິກາ ເຄີຍເຂົ້າຮ່ວມໃນສະໝໍລະພູມຮົບແຄແຊງ.
ການ ຂົນສົ່ງທາງອາກາດທີ່ທັນສະໄໝ ກອງທັບອາເມລິການຳໃຊ້ຢູ່ ແຄແຊງ ກົງກັນຂ້າມກັບວິທີການຂົນສົ່ງ
ດ້ວຍລົດລຳລຽງຂອງທະຫານ ຫວຽດນາມ.



ຫໍພິພິທະພັນ ທີ່ສະໜາມບິນ ຕ່າເກີນ. ທີ່ນີ້ໄດ້ວາງສະ ແດງ ເອກະສານຫຼາຍສະບັບ,
ວັດຖຸສິ່ງຂອງ ຫຼາຍຢ່າງທີ່ກ່ຽວ ຂ້ອງ ເຖິງບັ້ນຮົບທາງເລກ 9-ແຄແຊງ.



ອຸປະກອນແຕ່ງຢູ່ຄົວກິນຂອງທະຫານ ອາເມລິກາ ຢູ່ສະໝໍ ລະພູມຮົບ ຕາ່ເກີນ.


ຫໍພິພິດທະພັນຢູ່ ຕ່າເກີນ ໄດ້ສ້າງວິທີຈຳລອງ ການຂົນສົ່ງ ຢ່າງມີປະສິດທິຜົນຂອງທະຫານ ຫວຽດນາມ
ໃນ ບັ້ນຮົບ ທາງ ເລກ 9-ແຄແຊງ.



ຮູບພາບທະຫານ ຫວຽດນາມ ເຂົ້າຮ່ວມບັ້ນຮົບທາງເລກ 9-ແຄແຊງ ຖືກວາງສະແດງ ຢູ່ຫໍພີພິທະພັນ. 


ຄ້າຍທະຫານຂອງອາເມລິກາ ຍັງໄດ້ຮັກສາ ຄືເກົ່າ ທີ່ສະ ໜາມບິນ ຕ່າເກີນ.


ມູມໜຶ່ງ ຂອງ ເສັ້ນທາງເຂົ້າເຂດຮ່ອງຮອຍ ສະໜາມບິນ ຕາເກີນ.


ນັກທ່ອງທ່ຽວມາຊອກຮູ້, ຄົ້ນຫາກ່ຽວກັບເຂດຮ່ອງຮອຍ ສະໜາມບິນ ຕ່າເກີນ, ກວາງຈີ້. 

ເພື່ອຊ່ວຍໃຫ້ນັກທ່ອງທ່ຽວສາມາດເຂົ້າໃຈ ເຂົ້າໃຈຢ່າງເລິກ ເຊິ່ງ ກ່ຽວກັບເຂດຮ່ອງຮອຍຕ່າເກີນ, ແຂວງ ກວາງຈີ້ ໄດ້ກໍ່ສ້າງ ຫໍພິພິທະພັນຫຼັງໜຶ່ງ ຢູ່ໃກ້ກັບປະຕູໂຂງ ເພື່ອວາງສະແດງບັນ ດາຮູບພາບ, ອາວຸດຍຸດໂທປະກອນ, ວັດຖຸສິ່ງ ຂອງ ຂອງທະ ຫານ ອາເມລິກາ ແລະ ທະຫານຫວຽດນາມ. ທີ່ນີ້ ມີເອກະ ສານພັນລະນາ ຢ່າງລະອຽດກ່ຽວກັບບັ້ນຮົບທາງເລກ 9 -ແຄແຊງ.

ມາຍັງເຂດຮ່ອງຮອຍສະໜາມບິນ ຕ່າເກີນ, ນັກທ່ອງທ່ຽວສ່ວນ ຫຼາຍ ຈະຮູ້ສຶກວ່າ ສົງຄາມ ໄດ້ຜ່ານພົ້ນແຕ່ດົນແລ້ວ, ສະໝໍລະ ພູມຮົບທີ່ດຸເດືອດໃນເມື່ອກ່ອນ, ປະຈຸບັນເຕັມໄປດ້ວຍ ສີຂຽວ ງາມ ຂອງ ທົ່ງນາປູກສາລີ, ໝາກຖົ່ວດິນ ແລະ ອື່ນໆ. 


ສະໜາມບິນ ຕ່າເກີນ ເປັນຈຸດທີ່ຕັ້ງທາງ ຍຸດທະສາດຂອງ ກອງທັບອາເມລິກາ ໃນຊຸມປີ 1966-1968. ສະຖານແຫ່ງນີ້ ໄດ້ຕິດພັນ ກັບຜົນງານໄຊຊະນະ ໃນບັ້ນຮົບປົດປ່ອຍແຄແຊງ ປີ 1968 ແລະ ຕິດພັນກັບຄຳເວົ້າທີ່ໂດ່ງດັງ ຂອງທ່ານ James R. Schlesinger, ລັດຖະມົນຕີກະຊວງ ປ້ອງກັນ ປະເທດ ອາ ເມລິກາ ໃນເວລານັ້ນວ່າ: “ເຖິງວ່າ ພວກເຮົາໄດ້ ເອົາ ກຽດຂອງ ປະເທດອາເມລິກາ ມາເພື່ອຮັກສາ ແຄແຊງ ແລະ ບັງຄັບ ໃຫ້ ສະພາ ເສນາທິການ ກອງທັງປະສົມ ຕ້ອງ ໃຫ້ຄຳ ໝັ້ນສັນ ຍາ ດ້ວຍເລືອດ, ແຕ່ສຸດທ້າຍກໍ່ຕ້ອງຈາກໄປ”. 
 

ປະຕິບັດໂດຍ: ຫວຽດເກື່ອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top