• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເຂດທ່ອງທ່ຽວ ດ້າຍນາມ

ເຂດທ່ອງທ່ຽວ ດ້າຍນາມ ( 1765 A, ຖະໜົນ ບິ່ງເຢືອງ, ເມືອງ ຮຽບ ອານ, ນະຄອນ ຖູເຢົາໝົດ, ແຂວງ ບິ່ງເຢືອງ) ໄດ້ເປີດນຳໃຊ້ ສະ ໜາມແຂ່ງ ດ້າຍນາມ ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການກ່ຽວກັບການທ່ອງທ່ຽວດ້ານວັດທະນະທຳ-ການບັນເທີງ-ກິລາຂອງ ນັກທ່ອງທ່ຽວ ເມື່ອມາທີ່ນີ້.
ທ່ານນາງ ຫງວຽນເຟືອງຮັ່ງ ຮອງອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ດ້າຍນາມ ເປັນຜູ້ສະເໜີຂໍ້ລິເລີ່ມ ແລະ ເປັນຜູ້ບໍລິຫານໂດຍກົງ ສະ ໜາມແຂ່ງ ດ້າຍນາມ, ຕົວແບບສະໜາມແຂ່ງ ປະສົມ “5 ໃນ 1” ແລະ ເປັນເຂດທ່ອງທ່ຽວລະດັບສາກົນ ແຫ່ງໜຶ່ງ ຖືກສ້າງຂຶ້ນເພື່ອ ຮັບໃຊ້ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
 
ຕະຫຼອດເວລາ 10 ປີຜ່ານມາ, ດ້າຍນາມ ໄດ້ມີການຍົກລະດັບຄຸນນະ ພາບການບໍລິການຢ່າງບໍ່ຢຸດຢັ້ງ ແລະ ປ່ຽນແປງໃໝ່ວິໄສທັດຍຸດທະ ສາດ, ຖືນັກທ່ອງທ່ຽວ ເປັນໃຈກາງຂອງການພັດທະນາ ໃນຄວາມພະ ຍາຍາມສ້າງໃຫ້ເປັນເຂດທ່ອງທ່ຽວ ແຫ່ງໜຶ່ງ ບໍ່ພຽງແຕ່ມີບັນດາກິດ ຈະກຳທີ່ສວຍງາມເທົ່ານັ້ນ, ຫາກຍັງມີຄຸນນະພາບດ້ານບໍລິການ ທີ່ດີ ອີກດ້ວຍ.
 
ນອກຈາກສຸມໃສ່ກໍ່ສ້າງລະບົດພື້ນຖານໂຄງລ່າງ ຂອງ ສະໜາມແຂ່ງ ຕາມມາດຕະຖານສາກົນ, ທ່ານນາງ ຮັ່ງ ຍັງໃຫ້ມີການດັດແປງ ກິດຈະ ກຳຈຳນວນໜຶ່ງພາຍໃນເຂດທ່ອງທ່ຽວ ດ້າຍນາມ ເມື່ອນັກທ່ອງທ່ຽວ ມາທີ່ນີ້ ຈະເຫັນໄດ້ເຖິງການປ່ຽນແປງ. ຝາກຳແພງ ດ້າຍນາມ ທີ່ເກົ່າ ແກ່ ຮົກເຮື້ອ ຊຶ່ງຖືກບົດບັງ ດ້ວຍບັນດາຮູບດິນທີ່ໃຫຍ່ໂຕ, ປະຈຸບັນ ຖືກປ່ຽນແທນດ້ວຍປະຕູໂຂງໃຫຍ່ໃນການຕ້ອນຮັບເຂົ້າສູ່ເຂດທ່ອງ ທ່ຽວ ດ້າຍນາມ. 


ພາບລວມໃນເຂດທ່ອງທ່ຽວ ດ້າຍນາມ.


ເຂດທ່ອງທ່ຽວ ດ້າຍນາມ-ສະຖານທີ່ຖ່າຍທຳທີ່ສວຍງາມຢູ່ ຫວຽດນາມ.


ຫໍບູຊາ ດ້າຍນາມ ແມ່ນກິດຈະກຳທີ່ຊົງຄຸນຄ່າໃນການເຊີດຊູ, ຍ້ອງຍໍ ສັນລະເສີນ ສິ່ງຍອດຍິ່ງ
ຂອງ ປະຫວັດສາດ ຫວຽດນາມ ຕະຫຼອດ ໄລ ຍະເວລາ 4.000 ປີ. 



 ທາງໃນຫໍບູຊາ ດ້າຍນາມ.



ທາງເຂົ້າ ຫງູ໋ລອງກຸງ ຢູ່ເຂດທ່ອງທ່ຽວ ດ້າຍນາມ. 


ກີມດ້ຽນ ໄດ້ປຶ້ມບັນທຶກສະຖິຕິ ຫວຽດນາມ
ຮັບຮອງເປັນຫໍບູຊາຍິ່ງໃຫຍ່ທີສຸດຂອງ ຫວຽດນາມ ເມື່ອວັນທີ 15 ສິງຫາ 2007.

 

ນັກທ່ອງທ່ຽວ ເມື່ອມາຢາມເຂດທ່ອງທ່ຽວ ດ້າຍນາມ ສາມາດຊົມຄວາມ ສວຍສົດງົດງາມ ແລະ ທັນສະໄໝ ຂອງກິດຈະກຳ ທີ່ ເຕັມໄປດ້ວຍຄຸນຄ່າວັດທະນະທຳດ້ານການເຊື່ອຖື ທີ່ທ່ານ ຮວິ່ງ ອຸຍຢຸງ (ຜູ້ສ້າງຕັ້ງ ເຂດທ່ອງທ່ຽວ ດ້າຍນາມ) ເປັນຜູ້ສ້າງຂຶ້ນ. ນັ້ນແມ່ນ ການປະສານສົມທົບ ລະຫວ່າງທ່າອຽງພັດທະນາຂອງຍຸກປະຈຸບັນ ແລະ ວັດທະນະທຳອັນເປັນມູນເຊື້ອ, ເຂັ້ມຂຸ້ນໄປດ້ວຍລັກສະນະຊົນຊາດ.
 
ເຂດທ່ອງທ່ຽວ ດ້າຍນາມ ມີເນື້ອທີ່ກວ້າງຂວາງ, ມີບໍລິການຮັບໃຊ້ ທີ່ ຫຼາກຫຼາຍ ໃຫ້ແກ່ການທ່ອງທ່ຽວທີ່ໜ້າຈັບໃຈ ແລະ ໄດ້ແບ່ງເປັນ 6 ຂົງ ເຂດຕ່າງກັນຄື: ເຂດບູຊາ; ສວນສະໜຸກ; ສວນສັດ; ທະເລທຽມ; ສະ ໜາມແຂ່ງປະສົມ “5 ໃນ 1” ແລະ ຮ້ານອາຫານ, ໂຮງແຮມ ດ້າຍນາມ , ຊ່ວຍໃຫ້ນັກທ່ອງທ່ຽວ ຮູ້ສຶກປະທັບໃຈ ໃນເວລາທີ່ມາທ່ຽວຊົມ ເຂດ ທ່ອງທ່ຽວ ດ້າຍນາມ. 
 
ພ້ອມກັບທ່າອຽງພັດທະນາ ທີ່ມີລັກສະນະທົ່ວໂລກ, ຊຶ່ງເຂດທ່ອງທ່ຽວ ດ້າຍນາມ ພວມຫັນໄປສູ່, ດ້ວຍຂະໜາດ ແລະ ຄວາມຫຼາກຫຼາຍຮູບ ແບບຂອງປະເພດແຂ່ງຂັນກິລາ, ແນ່ນອນວ່າ ໃນອະນາຄົດ ສະໜາມ ແຂ່ງ ດ້າຍນາມ ຈະກາຍເປັນສະຖານທີ່ຈັດການແຂ່ງຂັນກິລາ ລະດັບ ພາກພື້ນ ແລະ ສາກົນ. ຈາກນັ້ນ ຈະເປັນບ່ອນເລືອກເຟັ້ນ ຜູ້ມີ ພອນ ສະຫວັນ ໃນການຫຼິ້ນກິລາ, ເປັນບ່ອນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຍັງແຂວງ ບິ່ງເຢືອງ, ປະກອບສ່ວນຊຸກຍູ້ພັດ ທະນາການທ່ອງທ່ຽວ ທີ່ເປັນຈຸດສຸມເສດຖະກິດຂອງ ພາກໃຕ້ ແລະ ທົ່ວປະເທດ. 
 
ດ້ວຍຄວາມມຸ່ງຫວັງ ໃນການນຳຄວາມພໍໃຈ ແລະ ຜ່ອນຄາຍໃຫ້ແກ່ ນັກທ່ອງທ່ຽວ, ທ່ານນາງ ຮັ່ງ ບໍ່ລັ່ງເລ ໃນການຕັດສິນໃຈປ່ຽນແປງໃໝ່ ບັນດາບໍລິການໃນເຂດທ່ອງທ່ຽວ ດ້າຍນາມ ເພື່ອຮັບໃຊ້ໃຫ້ແກ່ ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ເປັນມືອາຊີບ. 


ທະເລ ດ້າຍນາມ ມີເນື້ອທີ່ທັງໝົດ 21,6 ເຮັກຕາ, ລວມທັງທະເລນຳ້ເຄັມ
ແລະ ທະເລນຳ້ຈືດ. ທະເລ ດ້າຍນາມ ສາມາດບັນຈຸໄດ້ 30.000 ຄົນ.



ນັກທ່ອງທ່ຽວ ຫຼິ້ນມ່ວນຊື່ນ ຢູ່ທະເລ ດ້າຍນາມ. 


ເຄື່ອງຫຼິ້ນ ທີ່ຕື່ນເຕັ້ນ ມີຊື່ວ່າ ໝູນຮອບຈັກກະວານ ຢູ່ເຂດທ່ອງທ່ຽວ ດ້າຍນາມ.


ເຄື່ອງຫຼິ້ນ ທີ່ຕື່ນເຕັ້ນປະເພດໜຶ່ງຢູ່ເຂດທ່ອງທ່ຽວ ດ້າຍນາມ.


ສະໜາມແຂ່ງ ດ້າຍນາມ ເປັນກິດຈະກຳ ກິລາ ປະສົມແຫ່ງໜຶ່ງທີ່ມີ
ຂະໜາດໃຫຍ່, ສາມາດບັນຈຸຜູ້ຊົມໄດ້ເກືອບ 20.000 ຄົນ,
ຮັບໃຊ້ ນັກທ່ອງທ່ຽວບັນດາລາຍການສະແດງ, ແຂ່ງຂັນຂອງ 5 ປະເພດກິລາ ຄື: ແຂ່ງມ້າ, ແຂ່ງໝາ,
ແຂ່ງລົດ Go-Kark, ແຂ່ງລົດຈັກ ກຳລັງແຮງ ສູງ, ການສະແດງ JET SKI-FLY BOARD.



ເສັ້ນທາງແຂ່ງ 
Go-Kart ໃນສະໜາມແຂ່ງ ດ້າຍນາມ ໄດ້ອອກແບບການກໍ່ສ້າງ
ຕາມມາດຕະຖານຮັບປະກັນຄວາມປອດໄພຈາກ 
FIM, ດ້່ວຍລວງຍາວ 2,2 ກິໂລແມັດ.



ເສັ້ນທາງຂອງສະໜາມແຂ່ງໄດ້ກໍ່ສ້າງຕາມເຕັກໂນໂລຊີ ຢາງ 
polymer ຂອງ ຝຣັ່ງ.


ສະໜາມແຂ່ງມ້າ ດ້າຍນາມ ໄດ້ກໍ່ສ້າງ ຕາມມາດຕະຖານ ຂອງ ສະ ມາຄົມແຂ່ງມ້າ ສາກົນ.
ແຕ່ລະພາກສ່ວນ ຂອງກິດຈະກຳ ໄດ້ຮັບການ ກວດກາ ຄວບຄຸມຢ່າງເຄັ່ງຄັດ
ແລະ ການກໍ່ສ້າງສຳເລັດ ຕາມກຳນົດ, ຮັບປະກັນຄວາມປອດໄພສູງສຸດ ໃຫ້ຄົນ ແລະ ມ້າ. 


ເສືອ ອິນດູຈີນ ໃນສວນສັດ ດ້າຍນາມ. 


ລີງ ຫຼາຍປະເພດໃນສວນສັດ ດ້າຍນາມ.

ໃນຫຼາຍປີຜ່ານມາ, ດ້າຍນາມ ເປັນຜູ້ອຸປະຖຳແຖວໜ້າໃຫ້ແກ່ ບັນດາ ການກຸສົນ ສັງຄົມ ທີ່ມີຄວາມໝາຍ, ພິເສດ ໃນມໍ່ໆ ມານີ້ ແມ່ນໂຄງ ການ ຫົວໃຈ ຮັ່ງຮຶວ-ເພື່ອຊ່ວຍເຫຼືອບັນດາເດັກນ້ອຍທີ່ທຸກຍາກ ເປັນ ພະຍາດຫົວໃຈ ແຕ່ກຳເນີດ ໃນທ່ົວປະເທດ. ແຕ່ລະປີ ໂຄງການໄດ້ ສ້າງ ຄວາມມ່ວນຊື່ນ ແລະ ຄວາມສຸກໃຫ້ກວ່າ 500 ກໍລະນີ, ໂຄງການ ນີ້ ຈະດຳເນີນໄປຈົນເຖິງປີ 2030.
 
ມາເຖິງປະຈຸບັນ, ຈຳນວນລາຍຮັບທີ່ໄດ້ຈາກສະໜາມແຂ່ງ ດ້າຍນາມ, ຫຼັງຈາກຫັກຄ່າໃຊ້ຈ່າຍ ແລະ ບຳລຸງຮັກສາອອກ, ເງິນທີ່ຍັງເຫຼືອ ຈະໄດ້ ຮັບໃຊ້ມວນຊົນ ນັ້ນກໍຄື ມູນນິທິ ຮັ່ງຮຶວ. ນີ້ແມ່ນນໍາ້້ໃຈ ສຸດທີ່ມີຄວາມໝາຍຂອງທ່ານ ຮວິ່ງອຸຍຢຸງ ແລະ ທ່ານນາງ ຫງວຽນເຟືອງຮັ່ງ, ຊຶ່ງເປັນ ຜູ້ບໍລິຫານ ດ້າຍນາມ ຍາມໃດກໍໃຫ້ຄວາມສຳຄັນໃນການ ພັດທະນາ ບັນດາຄຸນຄ່າອັນດີງາມ ໃນການໃຊ້ສັງຄົມ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ເອກະສານ ດ້າຍນາມ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top