• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເກິ່ນເທີ - ສູນກາງການປົກຄອງ ພາກຕາເວັນຕົກສ່ຽງໃຕ້

“ເກິ່ນເທີ ເຂົ້າຂາວ, ນ້ຳໃສ”, ຄຳກອນນີ້ ສ່ວນໜ່ຶງ ແມ່ນເວົ້າເຖິງ ຄວາມອຸດົມສົມບູນ ທີ່ທຳມະຊາດ ສ້າງໃຫ້ ແກ່ດິນແດນແຫ່ງນີ້ ຈົນໄດ້ຮັບໜານນາມວ່າ ເປັນ “ໄຕໂດ”, ໝາຍ ຄວາມວ່າ “ເມືອງຫຼວງ ຂອງ ພາກຕາເວັນຕົກສ່ຽງໃຕ້”. ປະຈຸບັນ, ຄຽງຂ້າງ ຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ ໂດຍອາໄສ ທຳ ມະຊາດ ແລະ  ວັດທະນະທຳ ທີ່ເປັນເອກະລັກ ຂອງ ເຂດແມ່ ນ້ຳ ພາກໃຕ້ແລ້ວ, ເກິ່ນເທີ ຍັງມີການ ພັດທະນາເສດຖະກິດ ໃນ ຫຼາຍຮູບແບບຢ່າງແຂງແຮງ, ກາຍເປັນສູນກາງເສດຖະກິດ ແລະ ອຸດສາຫະກຳ ລາຍໃຫຍ່, ສ້າງຄວາມເຊື່ອມຕໍ່ ໃນຫຼາຍ ດ້ານ ກັບແຂວງຕ່າງໆ ຢູ່ເຂດ ທົ່ງພຽງແມ່ນ້ຳຂອງ. 
ຢ້ຽມຢາມເຂດ ເຂົ້າຂາວ, ນ້ຳໃສ

ຕື່ນແຕ່ເຊົ້າ, ນັກທ່ອງທ່ຽວຊາວ ແອັສປາຍ ຄື ທ່ານ Marcelo Loper ແລະ ນາງ Yolanda Martinez ພ້ອມກັບ ຜູ້ນຳທ່ຽວ ໄດ້ອອກຈາກໂຮງແຮມ ຂຶ້ນເຮືອນ້ອຍລຳໜຶ່ງ ຂອງ ຄົນທ້ອງຖິ່ນ ເພື່ອໄປທ່ຽວຊົມຕະຫຼາດນ້ຳ ກ໋າຍຣັງ. ນີ້ແມ່ນຕະຫຼາດນ້ຳທີ່ ມີ ຊື່ສຽງ ໂດ່ງດັງ ຢູ່ພາກຕາເວັນຕົກ ສ່ຽງໃຕ້ ຂອງ ຫວຽດນາມ, ສະນັ້ນ ຖ້າໃຜໄດ້ມາ ເກິ່ນເທີ ກໍລ້ວນແຕ່ຢາກໄປເຖິງນັ້ນ.

ຕະຫຼາດນ້ຳ ກ໋າຍຣັງ ເປັນຕະຫຼາດຂາຍສົ່ງ ໝາກໄມ້ ແລະ ຜະ ລິດຕະພັນກະເສດ ທຸກຢ່າງ ຂອງ ເຂດທົ່ງພຽງແມ່ນ້ຳຂອງ. ຕະ ຫຼາດເຕົ້າໂຮມກັນ ຢູ່ເທິງແມ່ນ້ຳ ກ໋າຍຣັງ, ຫ່າງຈາກໃຈ ກາງນະ ຄອນ ເກິ່ນເທີ ປະມານ 6 ຫຼັກ ທາງບົກ ແລະ ຖ້າຂີ່ເຮືອ ຢູ່ທ່າ ເຮືອນິງກ່ຽວ ຈະໃຊ້ເວລາ ປະມານ 30 ນາທີ ກໍເຖິງຕະຫລາດນ້ຳ ກ໋າຍຣັງ.

ແຕ່ເຊົ້າຕູ່, ຕະຫຼາດໄດ້ຄັບຄາໜາແໜ້ນ ໄປດ້ວຍຜູ້ຊື້ ຜູ້ຂາຍ. ບັນດາ ລຳເຮືອ ບັນທຸກເຕັມອັດໄປດ້ວຍໝາກໄມ້ ແລະ ບັນດາ ຜະລິດຕະພັນກະເສດ ຂຶ້ນລ່ອງໄປມາ ຢ່າງບໍ່ຂາດສາຍ ກັບ ສຽງ ເຄື່ອງຈັກ, ສຽງຈ່າວຂາຍສິນຄ້າ, ສຽງເອີ້ນກັນວົນແຊວ ອຶກກະ ທຶກໄປທົ່ວ.


ຕະຫຼາດນ້ຳ ກ໋າຍຣັງ ເປັນຕະຫຼາດຂາຍສົ່ງ ຜະລິດຕະພັນກະ ສິກຳ ທີ່ມີຊື່ສຽງ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ພາບ: ຈ້ອງຈິ໋ງ


ເຮືອຂາຍໝາກນັດ ຢູ່ຕະຫລາດນ້ຳ ກ໋າຍຣັງ. ພາບ: ຈ້ອງຈິ໋ງ


ທຸກການເຄື່ອນໄຫວຊື້-ຂາຍ, ແລກປ່ຽນສິນຄ້າ, ຜະລິດຕະພັນ ກະສິກຳ ລ້ວນແຕ່ດຳເນີນໄປຢູ່ເທິງແມ່ນ້ຳ. ພາບ: ເອກະສານ VNP


ໝາກໄມ້ຫຼາຍຊະນິດ ມີສະເພາະ ຢູ່ເຂດພາກໃຕ້ ຫວຽດນາມ ໄດ້ ສົ່ງມາຂາຍ ຢູ່ຕະຫລາດນ້ຳ ກ໋າຍຣັງ. ພາບ: ເອກະສານ VNP


ນັກທ່ອງທ່ຽວມາຢ້ຽມຢາມຕະຫຼາດນ້ຳ ກ໋າຍຣັງ. ພາບ: ຈ້ອງຈິ໋ງ


ຕະຫຼາດນ້ຳກ໋າຍຣັງ ເບິ່ງແຕ່ມູມສູງ. ພາບ: ຮວ່າງຮ່າ

ນັກທ່ອງທ່ຽວຊາວ ແອັສປາຍ ທັງສອງ ນັ່ງເບິ່ງການ ຊື້-ຂາຍ ຢ່າງຈົດຈໍ່ ຢູ່ເທິງແມ່ນ້ຳ, ທັງຮັບປະທານເຂົ້າຊອຍ ທີ່ຊື້ມາຈາກ ເຮືອ ຂາຍເຄື່ອນທີ່ ລຳໜຶ່ງ. ສຳລັບເຂົາເຈົ້າແລ້ວ, ບາງທີ ນີ້ ແມ່ນຄວາມຮູ້ສຶກ ທີ່ ໃໝ່ອ່ຽມ ແລະ ເຕັມໄປດ້ວຍຄວາມດຶງດູດ ຈັບໃຈ ກ່ຽວກັບຕະຫຼາດ ຢູ່ເທິງແມ່ນ້ຳ, ບ່ອນທີ່ທຸກໆ ການຊື້-ຂາຍ, ການດຳລົງຊີວິດ ຂອງ ປະຊາຊົນ ແມ່ນດຳເນີນໄປ ຢູ່ ເທິງແມ່ນ້ຳ ຊຶ່ງເຕັມໄປດ້ວຍບັນຍາກາດຄຶກຄື້ນ, ແຕ່ທຳມະດາ ສາມັນ ເປັນສິ່ງທີ່ບໍ່ຄ່ອຍເຫັນ ຢູ່ປະເທດເຂົາເຈົ້າ ກໍຄື ແຫ່ງອື່ນໆ ໃນໂລກ. 

ເກິ່ນເທີ ເປັນເຂດ ມີທ່າແຮງດ້ານການທ່ອງທ່ຽວ ທີ່ມີ ຊື່ສຽງ ແລະ ເຕັມໄປດ້ວຍສີສັນວັດທະນະທຳ, ປະຫວັດສາດ  ຂອງ ເຂດພາກໃຕ້ ເຊັ່ນ: ທ່າເຮືອ ນິງກ່ຽວ, ເຮືອນບູຮານ ບິ່ງ ຖຸຍ, ຕະຫຼາດນ້ຳ ກ໋າຍຣັງ...
ເມື່ອຕາເວັນຂຶ້ນສູງ, ທ່ານ Marcelo Loper ແລະ ນາງ Yolan da Martinez ສືບຕໍ່ຂີ່ເຮືອໄປຢ້ຽມຢາມ ເຂດທ່ອງທ່ຽວ ຊີວະ ພາບ ເຂດເຮືອນສວນ ອຸດຮຽນ. ຢູ່ທີ່ນີ້ ເຂົາເຈົ້າໄດ້ກິນເຂົ້າ, ພັກຜ່ອນ ແລະ ໃຊ້ຊີວິດ ຮ່ວມກັບບັນດາສະມາຊິກ ໃນ ຄອບ ຄົວ ຊາວທ້ອງຖິ່ນ, ພິເສດ ແມ່ນໄດ້ຄົ້ນພົບ ບັນດາເຂດສວນ ທີ່ເຕັມໄປດ້ວຍໝາກໄມ້ ເຂດຮ້ອນ ກໍຄືຊີວິດ ວັດທະນະທຳ ທີ່ ເປັນເອກະລັກ ຢູ່ເຂດຊົນນະບົດ ຂອງພາກໃຕ້ຫວຽດນາມ.

ນາງ Yolanda Martinez ໄດ້ກ່າວຄວາມໃນໃຈອອກມາວ່າ: “ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ທີ່ນີ້ ສຸດທີ່ລຽບງ່າຍ ແລະ ໃກ້ຊິດ ກັບທຳມະຊາດ. ຢູ່ແອັສປາຍ, ພວກຂ້າພະເຈົ້າ ໃຊ້ຊີວິດ ຢູ່ໃນເມືອງ ຕະຫຼອດປີ, ດັ່ງນັ້ນເປັນການຢາກຈະຊອກຫາ ບ່ອນ ທີ່ມີ ຄວາມສຸກ ແລະ ມີທຳມະຊາດ ທີ່ປອດໂປ່ງ ຄືຢູ່ທີ່ນີ້ ເພື່ອ ການພັກຜ່ອນ ແລະ ທຳການສຳຫລວດ”.

ເກິ່ນເທີ ມີທ່າແຮງດ້ານການທ່ອງທ່ຽວ ຫຼາຍແຫ່ງ ທີ່ມີຊື່ສຽງ ດ້ານ ວັດທະນະທຳ, ປະຫວັດສາດ ຂອງ ເຂດພາກໃຕ້ເຊ່ັນ: ທ່າເຮືອ ນິງກ່ຽວ, ເຮືອນບູຮານ ບ່ິງຖຸຍ, ຕະຫຼາດນ້ຳ ກ໋າຍຣັງ ແລະ ອື່ນໆ. ໂດຍອີງໃສ່ ທ່າໄດ້ປຽບ ຂອງ ແມ່ນ້ຳລຳເຊ, ສວນ ໄມ້ກິນໝາກ, ອາຫານ ປະຈຳທ້ອງຖິ່ນ ທີ່ດຶງດູດໃຈ... ເກິ່ນເທີ ໄດ້ເລີ່ມເອົາໃຈໃສ່ ລົງທຶນຂະຫຍາຍ ຮູບແບບ ການ ທ່ອງທ່ຽວ ສີຂຽວ, ທ່ອງທ່ຽວຊຸມຊົນ, ແນໃສ່ເປີດກວ້າງ ບັນດາຮູບແບບ ການທ່ອງທ່ຽວແບບໃໝ່ ເພື່ອບໍລິການ ນັກທ່ອງທ່ຽວ ທີ່ມາຈາກ ທົ່ວທຸກສາລະທິດ.

ທີ່ເຮືອນສວນ ຊຶ່ງເປັນຈຸດທ່ອງທ່ຽວແບບ homestay ຂອງ ຄອບຄົວ ເອື້ອຍ ເຈິ່ນທິໝີ໊ຮຽນ ຢູ່ບ້ານ ບາລ໋າງ, ເມືອງ ກ໋າຍຣັງ, ໃຊ້ເວລາກວ່າ 2 ຊົ່ວໂມງ ພວກຂ້າພະເຈົ້າໄດ້ເຫັນກັບຕາ ເຈົ້າ ຂອງ ເຮືອນ ໄດ້ຕ້ອນຮັບແຂກສາກົນຫຼາຍຄະນະ  ດ້ວຍ ຈຳນວນທັງໝົດ ກວ່າ 300 ຄົນ ທີ່ມາຢ້ຽມຢາມ.

ເອື້ອຍ ໝີ໊ຮຽນ ໃຫ້ຮູ້ວ່າ ໄດ້ລົງທຶນເຂົ້າຮູບແບບການທ່ອງທ່ຽວນີ້ ແຕ່ປີ 2006. ຢູ່ທີ່ນີ້ ມີສວນຕົ້ນໄມ້ກິນໝາກທຸກຊະນິດ ແຫ່ງໜຶ່ງ ເປັນ ຂອງ ສະເພາະ ພາກໃຕ້ ພ້ອມກັບ ເຂດເຮືອນພັກ, ເຂດ ກິນດື່ມ... ນັກທ່ອງທ່ຽວ ເມື່ອມາທີ່ນີ້ ເຂົາເຈົ້າ ໄດ້ເຂົ້າຮ່ວມ ກິດ ຈະກຳຕົວຈິງ ເຊັ່ນ: ເຮັດເຂົ້າໜົມ, ປຸງແຕ່ງອາຫານ, ເກັບໝາກ ໄມ້,  ພັກຜ່ອນ ແຮມຄືນ ຢູ່ເທິງຕຽງໄມ້ໄຜ່ ແລະ ໂອ້ລົມກັບບັນ ດາ ສະມາຊິກ ໃນຄອບຄົວ ກ່ຽວກັບຊີວິດ ການເປັນຢູ່ ແລະ ວັດ ທະນະທຳ ຂອງ ເຂດແມ່ນ້ຳລຳເຊ ພາກໃຕ້ ອີກດ້ວຍ.

ປັດຈຸບັນ ເກິ່ນເທີ  ມີສະຖານທ່ອງທ່ຽວແບບ homestay 14 ແຫ່ງ ໂດຍແມ່ນປະຊາຊົນ ລົງທຶນເອງ ແລະ ໄດ້ບັນລຸປະສິດທິ ຜົນ ສູງສົມຄວນ ແລະ ເສີມຂະຫຍາຍໄດ້ທ່າແຮງ ດ້ານການ ທ່ອງທ່ຽວ ຢູ່ເຂດນີ້. ສິ່ງພົ້ນເດັ່ນແມ່ນໝູ່ບ້ານ ທ່ອງທ່ຽວ ໝີ໊ແຄ໋ງ,  ມີເນື້ອທີ່ກວ້າງກວ່າ 15 ເຮັກຕາ ກັບ ຮູບແບບການ ທ່ອງທ່ຽວ ທີ່ ຫຼາກຫຼາຍເຊັ່ນ: ສິລະປະການຂັບລຳ “ເດີ່ນກາຕ່າຍຕື໋”, ຫຼິ້ນພື້ນ ເມືອງ, ແຂ່ງໝາ, ແຂ່ງ ໝູ... ຊຶ່ງດຶງດູດ ນັກທ່ອງທ່ຽວ ມາຢ້ຽມ ຢາມ ແລະ  ພັກຜ່ອນ ເພື່ອສຸຂະພາບ ເປັນຈຳນວນຫຼວງ ຫຼາຍ.



ນັກທ່ອງທ່ຽວດື່ມນ້ຳຊາ ແລະ ຊິມລົດຊາດ ຂອງໝາກໄມ້ ຢູ່ເຂດ ທ່ອງທ່ຽວຊີວະພາບ ເຮືອນສວນ ອຸດຮຽນ. ພາບ: ຫງວຽນລວນ


ນັກທ່ອງທ່ຽວຂີ່ຖີບຢ້ຽມຢາມ ເຂດຊົນນະບົດ ທາງພາກໃຕ້. ພາບ: ຫງວຽນລວນ


ນັກທ່ອງທ່ຽວຍ່າງຜ່ານ “ຂົວລີງ” ທີ່ເປັນເອກະລັກ ຢູ່ເຂດ ແມ່ນ້ຳ ທາງພາກໃຕ້. ພາບ: ຫງວຽນລວນ


ມີແມ່ນ້ຳລຳເຊ ທີ່ຂວັກໄຂ່ວ, ໝູ່ບ້ານຢູ່ເທິງດອນຊາຍ, ສວນຕົ້ນ ໄມ້ກິນໝາກ ທີ່ກວ້າງໃຫຍ່ໄພສານ ສ້າງເງື່ອນໄຂ ອຳນວຍ
ຄວາມສະດວກ ເພື່ອໃຫ້ເກິ່ນເທີ ພັດທະນາ ຮູບແບບການ ທ່ອງ ທ່ຽວຢູ່ເທິງແມ່ນຳ້. ພາບ: ຈ້ອງຈິ໋ງ



ເຮືອນບູຮານບິ່ງຖຸຍ (ເມືອງບິ່ງຖຸຍ) ໄດ້ຮັບການກໍ່ສ້າງໃນປີ 1870 ຕາມແບບສະຖາປັດຕະຍະກຳຂອງຝຣັ່ງ
ປັດຈຸບັນ ເປັນ ຈຸດນັດພົບຂອງນັກທ່ຽວຫຼາຍຄົນ ເມື່ອມາຢ້ຽມຢາມ ເກິ່ນເທີ. ພາບ: ຈ້ອງຈິ໋ງ



ອາຊີບເຮັດເຂົ້າໜົມ “ແບ໋ັງຈ໋າງ” (rice paper) ຢູ່ເຂດເຮືອນ ສວນ ເກິ່ນເທີ.  ພາບ: ຫງວຽນລວນ


ສະໜາມແຂ່ງໝາ ໃນເຂດທ່ອງທ່ຽວ ໝີ໊ແຄ໋ງ ຢູ່ ເກິ່ນເທີ. ພາບ: ຫງວຽນລວນ


ດ້ວຍຄວາມກ້າຫານ ແລະ ຕື່ນເຕັ້ນ, ສາວຊາວຕ່າງປະເທດ ສອງຄົນ ຈັບງູນ້ຳ ຊຶ່ງເປັນປະເພດສັດ
ທີ່ມັກພົບ ຢູ່ເຂດ ແມ່ນ້ຳ ທາງ ພາກໃຕ້.  ພາບ: ຫງວຽນລວນ 





ເກິ່ນເທີ ມີຊື່ສຽງໂດ່ງດັງກັບໝາກໄມ້ຫຼາຍປະເພດ ທີ່ເປັນເອກະ ລັກ ຂອງ ເຂດພາກໃຕ້. ພາບ: ຫງວຽນລວນ

ເກິ່ນເທີ ເປັນສູນກາງການທ່ອງທ່ຽວ ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ. ໄລ່ມາຮອດເດືອນ ກັນຍາ 2016, ຈຳນວນ ນັກທ່ອງທ່ຽວ ມາທ່ີ ນີ້ບັນລຸ ກວ່າ 1,3 ລ້ານເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະ ເທດ ເກືອບ 200.000 ເທື່ອຄົນ. 
ນອກຈາກ ລົງທຶນໃສ່ ການທ່ອງທ່ຽວ ທີ່ເປັນເອກະລັກ ແລະ ແປກໃໝ່ແລ້ວ, ຂະແໜງການທ່ອງທ່ຽວ ເກິ່ນເທີ ຍັງສຸມໃສ່ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ຖັນແຖວພະນັກງານ ບໍລິ ການທ່ອງທ່ຽວ ຕາມທິດຫັນເປັນມືອາຊີບ. ປັດຈຸບັນ ເກິ່ນເທີ ມີ ພື້ນຖານພັກແຮມຄືນ ສຳລັບນັກທ່ອງທ່ຽວ 236 ແຫ່ງ ມີຫ້ອງ ພັກກວ່າ 6000 ຫ້ອງ, ໃນນັ້ນມີທັງໂຮງແຮມ 5 ດາວ ແລະ ເຂດ ພັກຜ່ອນ ບຳລຸງສຸຂະພາບ ລະດັບຊັ້ນນຳ ຕັ້ງ ຢູ່ແຄມແມ່ນຳ້...

ທ່ານ ເຈິ່ນຫວຽດເຟື່ອງ, ຜູ້ອຳນວຍການ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນເກິ່ນເທີ ໃຫ້ຮູ້ວ່າ ເກິ່ນເທີ ພະຍາ ຍາມ ພັດທະນາການທ່ອງທ່ຽວ ຕາມທິດໝັ້ນຄົງ, ຮັບປະກັນ ຮັກ ສາໄວ້ຄຸນຄ່າທາງວັດທະນະທຳ ທີ່ເປັນເອກະລັກ, ຕອບສະ ໜອງໄດ້ມາດຖານ “ປອດໄພ, ໃກ້ຊິດ ແລະ ຄຸນນະພາບ”. ຈາກ ນັ້ນເຮັດໃຫ້ການທ່ອງທ່ຽວ ເປັນຂະແໜງການ ຊ່ວຍເພີ່ມລາຍ ຮັບໃຫ້ປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່  ຂອງ ເຂົາເຈົ້າດີ ຂຶ້ນ ແລະ ປະກອບສ່ວນພັດທະນາເສດຖະກິດ ທ້ອງຖິ່ນ ອີກ ດ້ວຍ.


ຈຸດເຊື່ອມຕໍ່ທາງເສດຖະກິດ ຂອງ ທົ່ວຂົງເຂດ
ຕາມການວິເຄາະ ຂອງບັນດາຊ່ຽວຊານ ດ້ານເສດຖະກິດ ເຫັນ ວ່າ ເກິ່ນເທີ ເປັນນະຄອນ ສັງກັດສູນກາງ, ທັງເປັນປະຕູ ຂອງ ການເຊື່ອມຕໍ່ ທົ່ວຂົງເຂດລຸ່ມແມ່ນ້ຳຂອງ. ນີ້ແມ່ນສູນກາງ ເສດ ຖະກິດ, ວັດທະນະທຳ, ເປັນຈຸດໃຈກາງ ທີ່ສຳຄັນ ກ່ຽວກັບ ການ ຄົມມະນາຄົມຂົນ ສົ່ງພາຍໃນເຂດ ແລະ ສາກົນ ຂອງເຂດທົ່ງ ພຽງ ແມ່ນຳ້ຂອງ ແລະ ປະເທດ. ດ້ວຍເຫດນັ້ນ, ເກິ່ນເທີ ຈິ່ງມີ ຄວາມ ສາມາດບົ່ມຊ້ອນ ແລະ ອຳນວຍຄວາມສະດວກ ເພື່ອ ກາຍເປັນ ສູນກາງ logistics ແລະ ອຸດສາຫະກຳ, ຈາກນັ້ນ ຈິ່ງເຮັດໃຫ້ມີ ການພັດທະນາ ທົ່ວທັງເຂດທົ່ງພຽງ ແມ່ນ້ຳຂອງ. 

ບົນພື້ນຖານດັ່ງກ່າວ, ນອກຈາກສະໜາມບິນສາກົນ ເກິ່ນເທີ, ນະຄອນແຫ່ງນີ້ ຍັງລົງທຶນ ພັດທະນາ ລະບົບທ່າກຳປັ່ນ ຢ່າງແຂງແຮງ. ປັດຈຸບັນ ບໍລິສັດຫຸ້ນສ່ວນ ທ່າກຳປ່ັນ ເກິ່ນເທີ ກຳລັງ ຄຸ້ມຄອງ ທ່າກຳປັ່ນ ສອງແຫ່ງຄື ກ໋າຍກຸຍ (ບ້ານ ເຕິນຝູ໋, ເມືອງ ກ໋າຍ ຣັງ) ແລະ ຮວ່າງຢ້ຽວ (ເມືອງ ບິ່ງຖຸຍ). ທ່າກຳປັ່ນ ກ໋າຍກຸຍ ໄດ້ລົງ ທຶນກໍ່ສ້າງ ແນໃສ່ບໍລິການ ການເຄື່ອນໄຫວ ຂົນສົ່ງສິນ ຄ້າ ສົ່ງອອກ-ນຳເຂົ້າ ທີ່ບັນຈຸໃນ ຕູ້ຄອນເທນເນີ ຂອງ ເຂດທົ່ງ ພຽງແມ່ນຳ້ຂອງ ໄປຍັງບັນດາທ່າກຳປັ່ນ ຕົ້ນຕໍຂອງຫວຽດນາມ, ກຳປູເຈຍ ແລະ ບັນດາປະເທດຢູ່ອະນຸພາກພື້ນ ແມ່ນ້ຳຂອງ. ຖື ວ່າ ເປັນທ່າກຳປັ່ນ ດີທີ່ສຸດຂອງ ຂົງເຂດ, ມີເນື້ອທີ່ທັງໝົດ ກວ່າ 39 ເຮັກຕາ, ມີລະບົບອຸປະກອນຂົນຖ່າຍສິນຄ້າ  ແລະ ເດີ່ນ ສາງ ທີ່ທັນສະໄໝ, ສາມາດຮອງຮັບ ກຳປັ່ນ ບັນທຸກນ້ຳໜັກໄດ້ 20.000 ໂຕນ ເທົ້າທຽບທ່າ. ນັກຊ່ຽວຊານ ຫຼາຍຄົນ ຕີລາຄາວ່າ ທ່າກຳປັ່ນ ກ໋າຍກຸຍ ຈະກາຍເປັນ ໃຈກາງ ໃນການບໍລິການ logistics ຂອງ ເກິ່ນເທີ. 


ນອກຈາກທ່າກຳປັ່ນສອງແຫ່ງ ນີ້ແລ້ວ, ເກິ່ນເທີ ຍັງມີ ທ່າກຳ ປັ່ນ ຈ່ານ໋ອກ, ເຕິນກ່າງ-ໂທ໋ດໂນ໋ດ ແລະ ອື່ນໆ... ທ່າກຳປັ່ນ ເຫຼົ່ານີ້ ແມ່ນຢູ່ໃນເຂດການຜະລິດກະສິກຳ ແລະ ສິນໃນນ້ຳ ຂອງ ເກິ່ນເທີ ແລະ ບັນດາແຂວງເຊັ່ນ: ອານຢາງ, ດົ່ງທາບ ແລະ ຫວິງລອງ ດັ່ງນັ້ນ ສຸດທີ່ສະດວກ ໃນການຂົນສົ່ງສິນຄ້າ. 

ບັນດາປະເພດ ສິນຄ້າ ທີ່ເປັນເປັນທ່າແຮງ ຂອງ ເກິ່ນເທີ ເພື່ອ ສົ່ງອອກ. ພາບ: ຫງວຽນລວນ


ການຂົນຖ່າຍເຂົ້າສານ ຢູ່ເທິງແມ່ນ້ຳເຮົ້າ. ພາບ: ຫງວຽນລວນ


ເກິ່ນເທີ ເປັນທ້ອງຖິ່ນ ທີ່ມີທ່າແຮງ ດ້ານການຜະລິດ ແລະ  ຄ້າ ຂາຍເຄື່ອງຈັກ ກະສິກຳ. ພາບ: ຫງວຽນລວນ

ຕີລາຄາ ຄວາມຫວັງ ໃນການພັດທະນາ ຂອງ ທ່າກຳປັ່ນ ຢູ່ ເກ່ີນເທີ, ທ່ານ ຟານແທ່ງຕ໋ຽນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນ ສ່ວນ ທ່າກຳປັ່ນ ເກິ່ນເທີ ໃຫ້ຮູ້ວ່າ, ເມື່ອກາຍເປັນສູນກາງ logistics ຂອງ ເຂດທ່ົງພຽງແມ່ນຳ້ຂອງ ແລ້ວ, ເກີ່ນເທີ ຈະເສີມ ຂະຫຍາຍ ໄດ້ບົດບາດເປັນໃຈກາງ ບໍລິການ logistics ທີ່ຫຼາຍຮູບຫຼາຍແບບ ໃນການຈຳໜ່າຍ ສິນຄ້າພາຍໃນປະເທດ ແລະ ສົ່ງ ອອກ-ນຳເຂົ້າ. ສະນັ້ນນັ້ນ, ບັນດາປະເພດ ສິນຄ້າຕົ້ນຕໍ ຂອງ ເຂດທົ່ງພຽງ ແມ່ນ້ຳຂອງ ຈະເຮັດໃຫ້ລາຍຈ່າຍການຂົນສົ່ງ ຖືກຫຼຸດລົງ ແລະ ບໍ່ຕ້ອງສົ່ງສິນຄ້າ ໄປຫຸ້ມຫໍ່ ຢູ່ທ່າກຳປັ່ນ ນະຄອນ ໂຮ່ຈີມິນ ແລະ ຫວຸງເຕົ່າ ອີກ. 

ຄາດວ່າ ເມື່ອເຖິງປີ 2020, ປະລິມານ ສິນຄ້າ ຜ່ານ ເກິ່ນເທີ ຈະບັນລຸ ປະມານ 47 – 62 ລ້ານໂຕນ. ເມື່ອທາງລົດໄຟສາຍ ນະຄອນໂຮ່ຈີມິນ-ເກິ່ນເທີ ໄດ້ຮັບການກໍ່ສ້າງ, ເກິ່ນເທີ ຈະ ເປັນ ສະຖານທີ່ ອຳນວຍ ຄວາມສະດວກ ທີ່ສຸດ ເຂດທົ່ງ ພຽງແມ່ນ້ຳ ຂອງ ເພື່ອສ້າງເປັນສູນກາງ logistics ທົ່ວຂົງເຂດ. 

(ທ່ານ ຫງວຽນຈ້ອງເກື່ອງ, ຫົວໜ້າສະຖາບັນ ເສດຖະກິດ-ສັງ ຄົມ ເກິ່ນເທີ)
ທ່າໄດ້ປຽບ ອີກອັນໜຶ່ງ ຂອງ ເກິ່ນເທີ ແມ່ນເຂດອຸດສາຫະກຳ. ປັດຈຸບັນ, ເກິ່ນເທີ ມີເຂດອຸດສາຫະກຳ ທັງໝົດ 8 ແຫ່ງ, ໃນນີ້ 6 ແຫ່ງ ກຳລັງເຄື່ອນໄຫວ ແລະ 2 ແຫ່ງ ພວມໃນໄລຍະ ຂຶ້ນແຜນ ສັງລວມ ດ້ວຍເນື້ອທີ່ທັງໝົດປະມານ 2.267 ເຮັກຕາ, ສຸມໃສ່ ໃນການ ຜະລິດ ບັນດາປະເພດສິນຄ້າ ທີ່ເປັນ ທ່າແຮງເຊັ່ນ: ປຸງ ແຕ່ງສິນໃນນ້ຳ, ເຂົ້າສານ, ຕັດຫຍິບ, ເຄື່ອງຈັກກະສິກຳ ແລະ ເຫຼັກກ້າ. ນີ້ກໍແມ່ນພື້ນຖານເພື່ອໃຫ້ ເກິ່ນເທີ ສູ້ຊົນ ກາຍເປັນ ນະຄອນ ອຸດສາຫະກຳ ໃນປີ 2020.

ລຽບຕາມທາງຫຼວງເລກທີ 91, ເຂດອຸດສາຫະກຳ ຈ່ານັອກ 1, ຈ່ານັອກ 2 ທີ່ພົ້ນເດັ່ນ ໂດຍມີເນື້ອທີ່ 300 ເຮັັກຕາ ພ້ອມກັບພື້ນ ຖານໂຄງລ່າງໄດ້ປັບປຸງສົມບູນແບບ ແລະ ມີ 180 ໂຄງການ ໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ເປັນເວລາຫຼາຍປີ ມາແລ້ວ.

ເຂດອຸດສາຫະກຳ ໂທ໋ດໂນ໋ດ ມີເນື້ອທີ່ 600 ເຮັກຕາ, ຕັ້ງຢູ່ເຂດ ທີ່ມີອຸດົມສົມບູນໄປດ້ວຍຜະລິດຕະພັນກະສິກຳ ແລະ ສິນໃນນ້ຳ ພ້ອມກັບນະໂຍບາຍ ດຶງດູດການລົງທຶນ ຫຼາຍຢ່າງເຊັ່ນ: ມີເນື້ອ ທີ່ກວ້າງຂວາງ, ຍົກເວັ້ນພາສີ ລາຍຮັບວິສາຫະ ກິດ ໃນຊຸມປີ ທຳອິດ ແລະ ທຸກລະບຽບການລົງທຶນ ແມ່ນ ໄດ້ຮັບການແກ້ ໄຂ ໂດຍໄວ, ສະນັ້ນ ເກິ່ນເທີ ກຳລັງເປັນບ່ອນລົງທຶນ ທີ່ເໝາະສົມ ສຳລັບ ບັນດາວິສາຫະກິດ.

ທ່ານ ຫງວຽນຫືວເຟືອກ, ຮອງຫົວໜ້າ ຄະນະຄຸ້ມຄອງ ເຂດຜະ ລິດເພື່ອການສົ່ງອອກ ແລະ ອຸດສາຫະກຳ ເກິ່ນເທີ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ສືບຕໍ່ສ້າງເງື່ອນໄຂ ອຳນວຍຄວາມສະດວກ ຫຼາຍຢ່າງ ຄືລົດກຳນົດເວລາ ບັນດາ ລະບຽບການ ບໍລິຫານລົງ ສູ່ລະດັບຕ່ຳສຸດ; ອະນຸມັດຜ່ານກົນໄກ “ໜຶ່ງປະຕູຢູ່ກັບທີ່” ໃນ ການອະນຸມັດ ແລະ ດັດແປງໃບຮັບຮອງ ຈົດທະບຽນການລົງ ທຶນ, ອະນຸມັດໃບຢັ້ງຢືນ ແຜນສັງລວມ ແລະ ກໍ່ສ້າງ, ອະນຸມັດ ໃບອອກແຮງງານ ໃຫ້ຊາວຕ່າງປະເທດ, ອະນຸມັດໃບຮັບຮອງ ສິນຄ້າ ຕົວແບບ D, ປະເມີນຜົນການອອກແບບ ພື້ນຖານ ແລະ ການອະນຸມັດ ລາຍງານ ຜົນກະທົບ ຕໍ່ສິ່ງແວດລ້ອມ”.

ດ້ວຍຄວາມສາມາດບົ່ມຊ້ອນ ທີ່ກ່າວມາຂ້າງເທິງ, ເກິ່ນເທີ  ໝັ້ນ ໝາຍ ຈະກາຍເປັນ ສູນກາງທາງເສດຖະກິດ, ວັດທະນະທຳ-ສັງ ຄົມ, ມີບົດບາດໃນການ ຊຸກຍູ້ການພັດທະນາ ໃນທົ່ວເຂດ ທົ່ງ ພຽງແມ່ນຳ້ຂອງ ຢ່າງແຂງແຮງ ດັ່ງຄວາມມຸ່ງມາດ ປາດຖະໜາ ຂອງ ສູນກາງ ທີ່ໄດ້ວາງອອກ. 
ບົດ: ຫງວຽນແອງ - ພາບ: ຫງວຽນລວນ, ຈ້ອງຈິ໋ງ, ຮວ່າງຮ່າ  ແລະ ເອກະສານ VNP

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top