• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

“ເກາະ ໄຂ່ມຸກຂຽວ” ແຄມແມ່ນຳ້ ຕ່ຽນ

ແຫຼ່ງດິນສັນດອນຂອງແມ່ນຳ້ 3 ສາຍຄື: ແມ່ນຳ້ ຕ່ຽນ, ຫ່າມ ຫຼວງ ແລະ ບາລ່າຍ ໄດ້ເຮັດໃຫ້ດິນຢູ່ເມືອງ ເຈົາແທ່ງ (ເບັນ ແຈ) ມີຄວາມອຸດົມສົມບູນ, ສ້າງເງື່ອນໄຂອຳນວຍຄວາມ ສະ ດວກໃຫ້ຕົ້ນໄມ້ທຸກຊະນິດງອກງາມ. ຈາກ ທິວທັດທຳມະ ຊາດ ທ່ີສວຍງາມ, ເມືອງ ເຈົາແທ່ງ ໄດ້ຖືວ່າ ເປັນ “ໄຂ່ມຸກຂຽວ” ຂອງ ເບັນແຈ ພວມເສີມຂະຫຍາຍ ພັດທະນາທ່າແຮງຕົວແບບ ການ ທ່ອງທ່ຽວທຳມະຊາດ. 
ມາຍັງ ເຈົາແທ່ງ, ນັກທ່ອງທ່ຽວ ສາມາດມາທ່ຽວຊົມເຂດທ່ອງ ທ່ຽວ "Forever Green Resort" ຕັ້ງຢູ່ແຄມແມ່ນໍ້າຕ່ຽນ, ຂຶ້ນ ກັບຕາແສງ ຝູ໋ຕຸກ. ມີເນື້ອທີ່ກວ່າ 21 ເຮັກຕາ, Forever Green Resort ໄດ້ລົງທຶນກໍ່ສ້າງເປັນເຂດທ່ອງທ່ຽວທໍາມະ ຊາດ, ພັກຜ່ອນດ້ວຍຂະໜາດໃຫຍ່ສຸດຢູ່ ເບັນແຈ.

ເບັນແຈ ເປັນເຂດດິນນອນຢູ່ຕອນໃຕ້ລຸ່ມຂອງແມ່ນຳ້ຂອງ, ເປັນ ບ່ອນຍັງຮັກສາໄດ້ຄວາມສວຍງາມຂອງເຂດ ສວນປູກ ໝາກໄມ້ອັນກວ້າງໃຫຍ່, ອາກາດທີ່ເຢັນດີ ແລະ ປອດໂປ່ງ.

ເຂດທ່ອງທ່ຽວ Forever Green Resort ມີບໍລິການຫຼາຍຢ່າງ ຄື: ເຮືອນພັກທີ່ທັນສະໄໝ; ຕູບຫຼາຍຫຼັງເພື່ອໃຫ້ນັກທ່ອງ ທ່ຽວ ນັ່ງພັກຜ່ອນ; ຮ້ານອາການຢູ່ເທິງໜອງນຳ້; ຫ້ອງປະຊຸມ ແລະ ການເຄື່ອນໄຫວຢ່ອນອາລົມຕ່າງໆ ຄື: ຕຶກປາ, ລອຍນຳ້ ຢູ່ໃນ ໜອງ, ຂີ່ເຮືອທ່ອງທ່ຽວເທິງແມ່ນຳ້, ງານລາຕີ.
 

ລຳຄອງຫຼາຍສາຍ ໃນເຂດປ່າຈາກ ແມ່ນສັນຍະລັກຂອງ
ເຂດ ຕາເວັນຕົກ. 



ເຮືອນພັກຜ່ອນໄດ້ອອກແບບຢ່າງທັນສະໄໝ.


ສະລອຍນຳ້ ທີ່ Forever Green Resort.


ບັນດາຕົ້ນໄມ້ສີຂຽວ ໄດ້ສ້າງອາກາດທີ່ປອດໂປ່ງ ໃຫ້ແກ່ Forever Green Resort. ພາບ: ເອກະສານ


ເຄື່ອງປະດັບຂະໜາດນ້ອຍທີ່ຈັບຕາ ຢູ່ Forever Green Resort. ພາບ: ເອກະສານ


ພາບທຳມະຊາດຢູ່ Forever Green Resort. ພາບ: ເອກະສານ


ໜ່ວຍພູປອມຂະໜາດນ້ອຍທີ່ຈັບຕາ ຢູ່ Forever Green Resort. 


ເຄື່ອງປະດັບຂະໜາດນ້ອຍ ມີລັກສະນະຊົນນະບົດຫວຽດນາມ ຢູ່ Forever Green Resort. 
 
ເມື່ອມາທີ່ນີ້, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມໃນບໍລິການ ທ່ອງ ທ່ຽວເຂດແມ່ນຳ້, ສວນປູກຕົ້ນໄມ້, ເຂົ້າຮ່ວມການລະຫຼິ້ນພື້ນ ເມືອງ, ຕຶກປາ... ພິເສດ, ນັກທ່ອງທ່ຽວຈະໄດ້ຮັບປະທານ ອາ ຫານ ຊະນິດພິເສດຫຼາຍເຍື່ອງຂອງເຂດພາກໃຕ້ອີກດ້ວຍ.
  

ບັນດາການລະຫຼິ້ນພື້ນເມືອງເຂດພາກໃຕ້ ໄດ້ຮັບການປັບປຸງ ຄືນເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ພາບ: ເອກະສານ


ຊ່ວງເຮືອທີ່ Forever Green Resort. ພາບ: ເອກະສານ


ການລະຫຼິ້ນພື້ນເມືອງ ຕີໝູດິນ ໄດ້ປັບປຸງຄືນ ເພື່ອຮັບໃຊ້ໃຫ້ ແກ່ນັກທ່ອງທ່ຽວ. ພາບ: ເອກະສານ


ບັນດາການລະຫຼິ້ນພື້ນເມືອງຢູ່ Forever Green Resort ດຶງ ດູດການເຂົ້າຮ່ວມຂອງນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ພາບ: ເອກະສານ


ດ້ວຍເນື້ອທີ່ກວ່າ 21 ເຮັກຕາ, ສະນັ້ນ ພາຫະນະຮັບໃຊ້ການ ໄປ ມາຢູ່ Forever Green Resort ແມ່ນລົດໄຟຟ້າ.


ນັກທ່ອງທ່ຽວຖີບລົດຖີບ ພາຍໃຕ້ຮົ່ມຕົ້ນໄມ້ທີ່ເຢັນດີ.




ທີ່ Forever Green Resort ຍັງມີຫຼາຍເຂດຫຼິ້ນ ສໍາລັບ ເດັກນ້ອຍ.


ລະບົບນວດແຜນບູຮານທີ່ທັນສະໄໝຢູ່ Forever Green Resort.


ການທ່ຽວຊົມ ວັດທະນະທຳ ຢູ່ເມືອງ ເຈົາແທ່ງ.


ນັກທ່ອງທ່ຽວ ຢ້ຽມຊົມບັນດາວັດຖຸບູຮານທີ່ໄດ້ປັງປຸງຄືນ ໃໝ່ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ ຢູ່ເຂດເຮືອນ ສາມຫ້ອງ.


ນັກທ່ອງທ່ຽວຊອກຊື້ເຄື່ອງທີ່ລະນຶກ ຢູ່ Forever Green Resort.
ມາ ເຈົາແທ່ງ, ນັກທ່ອງທ່ຽວບໍພຽງແຕ່ໄດ້ມີໂອກາດ ໄດ້ຊົມ ທັດ ສະນີຍະພາບທີ່ສວຍງາມ, ໄປຢ້ຽມຢາມບັນດາເຂດຮ່ອງຮອຍ ປະຫວັດສາດ ແລະ ວັດທະນະທຳ ເທົ່ານັ້ນ, ຫາກຍັງໄດ້ຊອກ ຮູ້ກ່ຽວກັບເຕັກນິກການເຮັດເຂົ້າໜົມໝາກພ້າວ, ຕໍ່າສາດ, ຕໍ່າ ພົມຈາກໄຍໝາກພ້າວ ແລະ ຮັບປະທານອາຫານພິ ເສດຂອງ ເຂດທົ່ງພຽງແມ່ນຳ້ຂອງ ອີກດ້ວຍ.
ດ້ວຍທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ, ເມືອງ ເຈົາ ແທ່ງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທ່ີໜ້າຈັບໃຈສຳລັບ ນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ  ເມື່ອມາຢ້ຽມຢາມ ເບັນແຈ.  
ບົດ: ທົງຫາຍ - ພາບ: ທົງຫາຍ, ເອກະສານ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top