• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຮ້ານສະແດງລະຄອນ ທີ່ເປັນພາບຈິງ “ສິ່ງຍອດຍິ່ງພາກເໜືອ”

ດ້ວຍຄວາມຫວັງຢາກ ສ້າງບາດກ້າວກະໂດດຂັ້ນ ດ້ວຍ ຜະລິດຕະພັນວັດທະນະທຳ-ທ່ອງທ່ຽວໜຶ່ງ ທີ່ເປັນເອກະລັກ ເພື່ອ ແນະນຳ ກ່ຽວກັບວັດທະນະທຳ, ຮີດຄອງປະເພນີ ແລະ ຜູ້ຄົນ ຫວຽດນາມຢ່າງຄົບຖ້ວນ, ກຸ່ມບໍລິສັດ ຕ່ວນເຈົາ ໄດ້ນຳ ສະເໜີ ອອກສູ່ສາຍຕາ ທ່ານຜູ້ຊົມ ບົດສະແດງລະຄອນ ທີ່ໃສ່ຊື່ວ່າ “ສິ່ງຍອດຍິ່ງພາກເໜືອ” ຊຶ່ງ ໄດ້ຈັດສາກຕົວຈິງ ຢູ່ເຂດ ຕີນ ພູ ວັດໄຖ່ (ເມືອງ ກວກອວາຍ, ຮ່າໂນ້ຍ). 
ໄດ້ຮັບການໂຊສະແດງ ໃນຊ່ວງເວລາ ຫົກສິບນາທີ, ບົດລະຄອນ “ສິ່ງຍອດຍິ່ງພາກເໜືອ” ລວມມີ ສີ່ພາກ ຄື: ກາບກອນ-ຮ້ອງເພງ-ດົນຕີ-ລະບາຍສີ ໄດ້ກາຍເປັນ ແຜ່ນພາບທີ່ມີ ຄ່າ ຊຶ່ງໄດ້ຈັດ ເຂົ້າກັນ ບັນດາວັດທະນະທຳ ທີ່ຍອດຍິ່ງ ຂອງ ເຂດ ທົ່ງພຽງ ພາກເໜືອ. ດ້ວຍຮູບການສະແດງ ຂອງ ຍຸກໃໝ່ ກັບ ນັກສະແດງ ກວ່າ 200 ຄົນ ເຂົ້າຮ່ວມການສະແດງ ຢູ່ເທິງໜ້າ ນຳ້ແຫ່ງໜຶ່ງ ມີເນືອທີ່ກວ້າງ 4300 ຕາລາງແມັດ ປະສົມປະສານ ກັບ ເຕັກໂນໂລຊີ ແສງ-ສີ-ສຽງ ທີ່ທັນສະໄໝທີສຸດ, ບົດລະຄອນ ໄດ້ເຮັດໃຫ້ຜູ້ຊົມ ມີໂອກາດ ຄົ້ນພົບປະຫວັດສາດ ແລະ ວັດທະນະທຳ ຂອງປະຊາຊົນ ຫວຽດນາມ ຢູ່ເຂດທົ່ງພຽງ ພາກເໜືອ.

ບັນດາຮູບການສະແດງສິລະປະເຊັ່ນ: ຂັບກາຈູ່, ຂັບພື້ນ ເມືອງ ພາກເໜືອ, ຂັບກວານຫໍ້, ຂັບເຈົາວັນ, ພາບແຕ້ມພື້ນເມືອງ ໂດງໂຮ່, ສະແດງຫຸ່ນນໍ້າ ຫຼື ຮູບພາບຊີວິດ ການເປັນຢູ່ ຂອງ ປະຊາຊົນເຂດແມ່ນໍ້າລຳເຊ, ການຊ້ອນຮົບ, ນັກສອບເສັງ ສະໄໝສັກດິນາ, ບັນຍາກາດຄຶກຄັກ ໃນງານບຸນ... ຕ່າງກໍໄດ້ ຮັບການ ໂຊສະແດງອອກມາ ລະຫວ່າງບັນຍາກາດ ທິວທັດ ທຳມະຊາດ ຂອງພູຜາປ່າໄມ້ ແລະ ແມ່ນໍ້າລຳເຊ ທີ່ ໃຫຍ່ໂຕມະໂຫຖານ. ແຕ່ລະສາກການສະແດງ ໄດ້ຫວນຄືນ ໃຫ້ເຫັນຢ່າງ ສົມບູນຄົບຖ້ວນ, ຊື່ຕົງ ແລະ ມີຊີວິດຊີວາ.

ຫົວໜ້າກຳກັບລາຍການສະແດງ ຮວ່າງເຍີດນາມ ໃຫ້ຮູ້ວ່າ: “ຈຸດພິເສດຂອງບົດລະຄອນ ຢູ່ບ່ອນວ່າ ຕົວລະຄອນ ເທິງເວ ທີສະແດງ ແມ່ນ ຊາວກະສິກອນ ຂອງເຂດດິນ ຊ່າຍເຊີນ ຢູ່ ວັດໄຖ່, ຈະບໍ່ມີໃຜ ສາມາດ ບັນລະຍາຍ ບັນດາການເຄື່ອນໄຫວ ວັດທະນະທຳ ທາງດ້ານຈິດໃຈ ຂອງແຖບດິນໜຶ່ງ ຢູ່ເຂດ ທົ່ງພຽງພາກເໜືອ ຢ່າງຊື່ຕົງ ແລະ ມີຊີວິດຊີວາ ເທົ່າກັບປະຊາ ຊົນທີ່ໃຊ້ຊີວິດຢູ່ທ້ອງຖິ່ນນີ້ເອງ”. 


ຮ້ານສະແດງລະຄອນ “ສິ່ງຍອດຍິ່ງພາກເໜືອ” ໄດ້ຈັດຢູ່ເທິງ ໜອງນ້ຳ ມີເນື້ອທີ່ 4300 ຕາລາງແມັດ ຕັ້ງຢູ່ຕີນພູ ວັດໄຖ່. ພາບ: ເຕິດເຊີນ


ບົດລະຄອນ “ສິ່ງຍອດຍິ່ງພາກເໜືອ” ມີການເຂົ້າຮ່ວມ ຂອງ ບັນດານັກສະແດງ ຊຶ່ງແມ່ນຊາວກະສິກອນ
ຂອງ ແຖບດິນ ຊ່າຍເຊີນ ຢູ່ ວັດໄຖ່, ຮ່າໂນ້ຍ. ພາບ: ເຕິດເຊີນ



ເປີດສາກບົດລະຄອນແມ່ນຮູບພາບ ຊາວກະສິກອນ ໄປເດັດ ດອກບົວ  ແລະ ຢ້ຽມຢາມທົ່ງນາໃນຕອນເຊົ້າ. ພາບ: ເອກະສານ


ບົດລະຄອນ “ສິ່ງຍອດຍິ່ງພາກເໜືອ” ກໍຍັງຫວນຄືນໃໝ່ ການ ສອບເສັງໃນປາງກ່ອນ ຢູ່ເຂດທົ່ງພຽງພາກເໜືອ. ພາບ: ເຕິດເຊີນ


ຮູບພາບສະແດງຄວາມມ່ວນຊື່ນ ເມື່ອລະດູການຜະລິດໄດ້ຮັບ ຜົນດີ.ພາບ: ເຕິດເຊີນ


ບົດລະຄອນ “ສິ່ງຍອດຍິ່ງພາກເໜືອ” ຍັງເປັນການເຊີດຊູ ບັນດາມູນມໍລະດົກຂອງ ຫວຽດນາມ ຊຶ່ງໃນນັ້ນ
ມີສິລະປະຂັບ ກວານ ຫໍ້ ບັກນິງ. ພາບ: ເຕິດເຊີນ/VNP



ຮູບພາບພໍ່ແມ່ປະຊາຊົນ ພາກັນໄປເອົາບຸນຢູ່ວັດ. ພາບ: ເຕິດເຊີນ


ສາກການສະແດງຄືນໃໝ່ ການສະນ້ຳເຂົ້າສູ່ທົ່ງນາ ກະກຽມ ໃຫ້ ລະດູການໃໝ່ ຂອງຊາວກະສິກອນ ຢູ່ ເຂດທົ່ງພຽງ ພາກເໜືອ. ພາບ: ເອກະສານ


ສາກການສະແດງ ເຖິງບັນຍາກາດຟົດຟື້ນ ໃນລະດູເກັບກ່ຽວ ເຂົ້າ ຂອງ ຊາວກະສິກອນ. ພາບ: ເອກະສານ


ການນຳໃຊ້ເວທີສະແດງຢູ່ເທິງໜ້ານຳ້ ປະສົມປະສານກັບການ ນຳໃຊ້ແສງສະຫວ່າງ ທີ່ມີຄວາມກົມກຽວກັນ, ບົດລະຄອນ “ສິ່ງຍອດຍິ່ງພາກເໜືອ” ໄດ້ຊ່ວຍໃຫ້ທ່ານຜູ້ຊົມ ມີໂອກາດ ໄດ້ ເຫັນກັບຕາ ຊີວິດການເປັນຢູ່ຂອງ ຊາວກະສິກອນ ຢູ່ເຂດທົ່ງ ພຽງພາກເໜືອໃນສະໄໝກ່ອນ.
ພາບ: ເອກະສານ



ລາຍການສະແດງຫຸ່ນກະບອກນ້ຳ ເພື່ອຮັບໃຊ້ນັກທ່ອງທ່ຽວ. ພາບ: ເຕິດເຊີນ


ນັກທ່ອງທ່ຽວ ພົບປະສັງສັນກັບ ບັນດານັກສິລະປິນ ບົນເວທີ ສະແດງ “ສິ່ງຍອດຍິ່ງພາກເໜືອ”. ພາບ: ເຕິດເຊີນ


 ບັນດາເຕັກນິກຟ້ອນຍຸກໃໝ່ ປະສົມປະສານຢ່າງກົມກຽວ ກັບ ລະບົບແສງ-ສີ-ສຽງ ທີ່ທັນສະໄໝ ໄດ້ໃຫ້ເຮັດບັນດາ ທ່ານຜູ້ ຊົມ
ເຫັນຄວາມງາມ ແລະ ປະທັບໃຈຢ່າງຍິ່ງ. ພາບ: ເອກະສານ



ຮ້ານສະແດງລະຄອນ “ສິ່ງຍອດຍິ່ງພາກເໜືອ” ໄດ້ຈັດສາກ ຢູ່ເທິງໜ້ານຳ້ ເພາະສະນັ້ນ ການນຳໃຊ້ ແສງສະຫວ່າງ
ທີ່ມີ ຄວາມກົມກຽວກັນ ຢ່າງມີປະສິດທິຜົນ ໄດ້ສ້າງຜົນສຳເລັດ ໃຫ້ ແກ່ບົດລະຄອນ.  ພາບ: ເຕິດເຊີນ

ໄດ້ຮູ້ແລ້ວວ່າ ບັນດາຕົວລະຄອນ ທີ່ຂຶ້ນເວທີສະແດງ “ສິ່ງ ຍອດຍິ່ງພາກເໜືອ” ແມ່ນປະຊາຊົນ ຊ່າຍເຊີນ ລວມທຸກເພດ ທຸກໄວ ນັບທັງຫຼານນ້ອຍ ອາຍຸປະມານ 12-14 ປີ ຮອດຜູ້ ເຖົ້າ ຜູ້ແກ່ ອາຍຸໄດ້ 85 ປີແລ້ວ. ຫຼັງຈາກ ຜ່ານຮອບຄັດເລືອກ , ກຸ່ມບໍລິສັດ ຕ່ວນເຈົາ ໄດ້ເປີດຊຸດບຳລຸງສ້າງໃຫ້ບັນດານັກ ສະແດງສະໝັກຫຼິ້ນ ດັ່ງກ່າວ ໃນຊ່ວງເວລາໜຶ່ງປີ.

ເປີດເຜີຍໃຫ້ຮູ້ ກ່ຽວກັບຂະບວນການຝຶກແອບເປັນນັກສະແດງ ຂອງ ລາຍການ, ແມ່ເຖົ້າ ຕ້າທິຕ໋ວດ, ອາຍຸ 60 ປີ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ເປັນຊາວນາ, ໄດ້ລຶ້ງເຄີຍ ກັບການເຮັດກະ ສິກຳ, ເພາະສະນັ້ນ ເມື່ອເຂົ້າຮ່ວມ ການຝຶກອົບຮົມນີ້ ກໍບໍ່ປະ ສົມກັບຄວາມຫຍຸ້ງຍາກຫຼາຍ ຍ້ອນມັນລ້ວນແຕ່ມີຄວາມ ສະໜິດຕິດພັນກັບຊີວິດການເປັນຢູ່ ຂອງ ພວກຂ້າພະເຈົ້າໃນສະ ໄໝກ່ອນແລ້ວ.

ນອກຈາກບັນດາຕົວລະຄອນ ເປັນຊາວກະສິກອນ ຂອງ ແຖບດິນ ຊ່າຍເຊີນ ກໍຍັງມີການປະກອບສ່ວນ ຂອງ ບັນດາ ນັກສະແດງຟ້ອນ ທີ່ມາຈາກໂຮງຮຽນຊັ້ນກາງຮ່າໂນ້ຍ. ລາຍການສະແດງ ໄດ້ນຳມາ ຄວາມຮູ້ສຶກດັ່ງຕັ້ງໃຈ ໃຫ້ແກ່ ທ່ານຜູ້ຊົມ ໂດຍ ຜ່ານບັນດາເຕັກນິກການຟ້ອນຍຸກໃໝ່ ປະສົມປະສານຢ່າງ ກົມກຽວກັບລະບົບ ແສງ-ສີ-ສຽງ ທີ່ທັນສະໄໝ. ລາຍການດ່ັງກ່າວ ເຮັດໃຫ້ ທ່ານຜູ້ຊົມໃນໄວ ອາຍຸກະສຽນຫຼາຍຄົນ ມີໂອກາດ ໄດ້ເຫັນ ຮູບພາບ ຊ່ວງເວລາ ຍັງນ້ອຍຂອງຕົນ.

ທ່ານ ຫງວຽນຮຸ່ງ, ນັກທ່ອງທ່ຽວຄົນໜຶ່ງໄດ້ ໄຂຄວາມໃນໃຈ ອອກມາວ່າ: “ສິ່ງສ້າງຄວາມປະທັບໃຈທີສຸດສຳລັບຂ້າພະເຈົ້າ ແມ່ນຮູບພາບ ຊາວກະສິກອນ ອອກໄປແຕ່ຮ້ານສະແດງລະຄອນ ພາຍໃຕ້ແສງຈັນ, ເຂົາເຈົ້າກຳລັງສະນໍ້າ, ກຳລັງເຮັດວຽກ ແຕ່ເໝືອນດັ່ງ ກຳລັງສະແດງຟ້ອນ. ຮູບພາບດັ່ງກ່າວ ມີຄວາມໃກ້ຊິດສະໜິດແໜ້ນ ຕໍ່ຂ້າພະເຈົ້າ ຢ່າງແທ້ຈິງ”.

ນອກຈາກນັ້ນ, ບັນດາທ່ານຜູ້ຊົມຕ່າງປະເທດ ກໍສະແດງ ໃຫ້ ເຫັນເຖິງຄວາມຊື່ນຊົມ ແລະ ສະໜຸກສະໜານເມື່ອໄດ້ພົບປະ ແລກປ່ຽນ ໂດຍກົງ ກັບບັນດານັກສະແດງ ຂອງບົດລະ ຄອນ ຫຼື ມີຄວາມຮູ້ສຶກຕົກະເງີ້ ຕໍ່ບາງສາກ ໃນລາຍການສະແດງ.

ນາງ Cathy, ນັກທ່ອງທ່ຽວທີ່ມາຈາກ ສ.ອາເມລິກາ ໄດ້ໄຂ ຄວາມໃນໃຈອອກມາວ່າ: “ສິ່ງທີ່ເຮັດໃຫ້ ຂ້າພະເຈົ້າ ມີຄວາມ ປະທັບໃຈທີສຸດ ນັ້ນແມ່ນ ບົດລະຄອນ ໄດ້ຊ່ວຍໃຫ້ຜູ້ຊົມ ສາມາດເຫັນມູມມອງ ທັງໝົດ ໃນວັດທະນະທຳຫວຽດນາມ. ບັນດາຮູບພາບກ່ຽວກັບບ້ານນາ, ບັນດາສາກການສະແດງ ໃນ ບົດລະຄອນ ໄດ້ສ້າງຄວາມຮູ້ສຶກທີ່ດີເລີດ”. 
ບົດ: ເງິນຮ່າ - ພາບ: ເຕິດເຊີນ ແລະ ເອກະສານ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top