• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ​ກັບບັນ​ດາ​ນະ​ຄອ​ນ​ໃນ​ທົ່ວ​ໂລກ

ຕອນຄ່ຳວັນທີ 2 ມິຖຸນາ, ຢູ່ຈຸດເຊື່ອມຕໍ່ການຖ່າຍທອດສົດຮ່າໂນ້ຍ, ທ່ານຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນເຈົ້າຄອງນະຄອນ ໃນຂອບເຂດກອງປະຊຸມສຸດຍອດທົ່ວໂລກຂອງບັນດານະຄອນກ່ຽວກັບ ໂລກລະບາດ Covid – 19.

ທ່ານຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ (ພາບ: TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງ 42 ນະຄອນໃນທົ່ວໂລກ ເຊິ່ງໄດ້ຈັດຕັ້ງຂຶ້ນຕາມຂໍ້ລິເລີ່ມຂອງທ່ານ Park Won Soon ເຈົ້າຄອງນະຄອນ ເຊີອູນ (ສ.ເກົາຫຼີ).

ທີ່ກອງປະຊຸມ, ເມື່ອແບ່ງປັນປະສົບການກັບເຈົ້າຄອງນະຄອນຕ່າງໆໃນທົ່ວໂລກ, ທ່ານຫງວຽນດຶກຈູງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໃຫ້ຮູ້ວ່າ: ຮ່າໂນ້ຍໄດ້ຈັດຕັ້ງການສືບຫາບັນດາຜູ້ທີ່ໄດ້ສຳຜັດກັບຜູ້ຖືກສົງໄສຕິດເຊື້ອພະຍາດ Covid – 19 ຢ່າງລະອຽດ ແລະ ໄວທີ່ສຸດ, ມີມາດຕະການຈັດຕັ້ງການແຍກຕົວຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອໂດຍກົງ ແລະ ຜູ້ຖືກສົງໄສຕິດເຊື້ອ… ນອກຈາກນັ້ນ, ຮ່າໂນ້ຍຍັງສະໜອງຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ກ່ຽວກັບສະພາບການໂລກລະບາດໃນວົງກ້ວາງໃຫ້ແກ່ປະຊາຊົນທຸກໆຄົນຢ່າງ ເປີດເຜີຍ, ໂປ່ງໃສ…ທ່ານ ຫງວຽນດຶກຈູງ ຢັ້ງຢືນວ່າບັນດາມາດຕະການຄົບຊຸດ, ຂ້ຽວຂາດນີ້ແມ່ນບັນດາສາຍເຫດທີ່ເປັນພື້ນຖານ ແລະ ສຳຄັນເພື່ອສ້າງຜົນສຳເລັດຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດ Covid – 19.

ສິ້ນສຸດກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ຮັບຮອງເອົາຖະແຫຼງການ ເຊີອູນ ກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top