• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮ່າໂນ້ຍເຊື່ອມຕໍ່ ກັບແຂວງ ຮືງອຽນ ສະໜອງ ຜະລິດຕະພັນກະສິກຳປອດສານພິດ

ເພື່ອສະໜອງຜະລິດຕະພັນກະເສດປອດສານພິດ ໃຫ້ແກ່ ຈຳນວນປະຊາຊົນກວ່າ 10 ລ້ານຄົນ, ຂະແໜງການກະສິກຳ ຮ່າໂນ້ຍ ໄດ້ເປີດກວ້າງ, ຮ່ວມສຳພັນ ພື້ນທີ່ ສະໜອງ ຜະລິດຕະພັນກະສິກຳ ກັບແຂວງ ຮືງອຽນ. ບັນດາສິນຄ້າ ກະສິກຳ ມີຊື່ສຽງຂອງ ຮືງອຽນເຊັ່ນ: ໝາກລຳໄຍໂລ່ງ, ໝາກກ້ວຍງ້າວຮົ່ງ, ຜັກ ແລະ ໝາກໄມ້ຊະນິດຕ່າງ ທີ່ໄດ້ຈຳໜ່າຍ ຢູ່ຕາມບັນດາສັບພະສິນຄ້າ ແຫ່ງໃຫຍ່ ຢູ່ຮ່າໂນ້ຍ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ ນະຄອນຫຼວງ.
ໄລຍະຜ່ານມາ, ແຂວງຮືງອຽນ ຖືສຳຄັນທີສຸດ ການລົງທຶນ ພັດທະນາ ກະສິກຳ ຕາມທິດເປັນສິນຄ້າ, ໝູນໃຊ້ ເຕັກໂນໂລຊີສູງ, ສ້າງອອກເຂດຜະລິດກະເສດສຸມ, ເພາະປູກ ບັນລຸມາດຕະຖານ VietGAP ມີມູນຄ່າສູງ. ສິນຄ້າກະສິກຳ ມູນເຊື້ອຫຼາຍປະເພດຂອງ ຮືງອຽນ ໄດ້ ແລະ ພວມຢືນຢັນ ຈຸດທີ່ຕັ້ງ ເທິງຕະຫຼາດເຊັ່ນ: ໝາກລຳໄຍໂລ່ງ, ໝາກກ້ວຍ, ໝາກລິ່ນຈີີ່, ຜັກ, ຊີ້ນສັດລ້ຽງ, ສັດປີກ, ສິນໃນນຳ້ ແລະ ອື່ນໆ... ໄດ້ສະໜອງໄປສູ່ແຂວງ, ນະຄອນຕ່າງໆ ທີ່ໃກ້ຄຽງ.

ໃນຈຳນວນສິນຄ້າກະສິກຳນັ້ນ, ໝາກລຳໄຍໂລ່ງ ເປັນ ຜະລິດຕະພັນທີ່ເປັນເອກະລັກຂອງ ແຂວງ ຮືງອຽນ, ມີເຄື່ອງໝາຍການຄ້າແຕ່ດົນນານມາແລ້ວ. ປະຈຸບັນ, ທົ່ວແຂວງ ມີ 155 ເຮັກຕາ ໝາກລຳໄຍໂລ່ງ ປູກຕາມ ມາດຕະຖານ VietGAP, ກັບ 2 ພື້ນທີ່ຜະລິດ ໄດ້ສະໜອງ ເລກລະຫັດສົ່ງອອກ ໄປຕະຫຼາດ ສ.ອາເມລິກາ ຄື ຕາແສງ ຮົ່ງນາມ, ນະຄອນ ຮືງອຽນ ແລະ ຕາແສງ ຮ່າມຕື໊, ເມືອງ ຄວ໋າຍເຈົາ. ໝາກລຳໄຍ ຮືງອຽນໄດ້ກົມກຳມະສິດ ທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ສະໜອງ ໃບຮັບຮອງ ຈົດທະບຽນຊັກນຳທາງພູມສາດ ກັບ 4 ພື້ນທີ່ເຊັ່ນ: ນະຄອນ ຮືງອຽນ ແລະ 3 ເມືອງ ຄວ໋າຍເຈົາ, ຕຽນຫຼື໊, ກິມໂດ້ງ.

ຄຽງຂ້າງໝາກລຳໄຍ, ໝາກກ້ວຍງ້າວຮົ່ງ ແມ່ນຕົ້ນໄມ້ກິນໝາກ ມີທ່າແຮງຢູ່ອັນດັບທີ 2 ຂອງແຂວງ ຮືງອຽນ ແລະ ກໍໄດ້ມີເຄື່ອງໝາຍການຄ້າ ບົດນຕະຫຼາດ ດ້ວຍເນື້ອທີ່ ປູກຝັງທັງໝົດປະມານ 2.000 ເຮັກຕາ, ມີປະລິມານ ການຜະລິດ 45.000 ໂຕນ/ປີ. ໝາກກ້ວຍໄດ້ປູກ ສ່ວນຫຼາຍ ແມ່ນຢູ່ເຂດດິນສັນດອນ ສັງກັດຕາແສງ ຕ່າງໆ ຢູ່ແຄມຄັນຄູ ເມືອງ ຄວ໋າຍເຈົາ, ເມືອງ ກີມໂດ້ງ, ນະຄອນ ຮືງອຽນ.

ທ່າແຮງດ້ານກະສິກຳອີກອັນໜຶ່ງ ຂອງແຂວງ ຮືງອຽນແມ່ນ ບັນດາເຂດປູກຜັກທີ່ກວ້າງໃຫຍ່ ດ້ວຍເນື້ອທີ່ປະມານ 13.000 ເຮັກຕາ, ບັນລຸປະລິມານການຜະລິດກວ່າ 230.000 ໂຕນ/ປີ, ລວມມີ ຜັກທີ່ຫຼາກຫຼາຍປະເພດເຊັ່ນ: ຜັກປັງ, ໝາກຖົ່ວ ຊະນິດຕ່າງໆ, ສາລີໜ່ວຍນ້ອຍ, ໝາກຮ້າ ແລະ ອື່ນໆ...


ປະຈຸບັນ, ທົ່ວແຂວງ ມີ 155 ເຮັກຕາ ໝາກລຳໄຍໂລ່ງ ປູກຕາມມາດຕະຖານ VietGAP, ກັບ 2 ພື້ນທີ່ຜະລິດ ໄດ້ສະໜອງເລກລະຫັດສົ່ງອອກ ໄປຕະຫຼາດ ສ.ອາເມລິກາ ຄື ຕາແສງ ຮົ່ງນາມ (ນະຄອນ ຮືງອຽນ) ແລະ ຕາແສງ ຮ່າມຕື໊ (ເມືອງ ຄວ໋າຍເຈົາ). ພາບ: ຮວ່າງຮ່າ


ເນື້ອທີ່ປຸກລຳໄຍຂອງແຂວງ ຮືງອຽນມີ 155 ເຮັກຕາ, ລວມສູນ ເປັນຕົ້ນຕໍຢູ່ບັນດາເມືອງ ຕຽນຫຼື, ກີມໂດ້ງ
ແລະ ນະຄອນ ຮືງອຽນ. ພາບ: ຮວ່າງຮ່າ



ປະຈຸບັນ, ເມືອງ ຟູ່ກື່, ແຂວງຮືງອຽນມີກວ່າ 500 ເຮັກຕາ ປູກຕົ້ນລິ່ນຈີ່, ຕົ້ນຕໍແມ່ນແນວພັນຊອດສຸກໄວ, ລວມສູນ
ຢູ່ບັນດາຕາແສງ ຕາມດາ, ມິງຕ໋ຽນ, ໂຕ໋ງເຈີນ. ພາບ: ຟ້າມກຽນ



ຕົ້ນສີດາໄຕ້ຫວັນ (ສີດາເປຍ) ກ່ອນນີ້ໄດ້ປຸກຕົ້ນຕໍຢູ່ຕາມພື້ນທີ່ ເມືອງວັນຢາງ (ແຂວງ ຮືງອຽນ) ແຕ່ໃນມໍ່ໆນີ້, ເນື່ອງຈາກກຳໄດ້
ຄວາມຕ້ອງການຂອງຕະຫຼາດ ແລະ ຜົນປະໂຫຍດ ດ້ານເສດຖະກິດ, ຊາວກະສິກອນແຂວງ ຮືງອຽນ ໄດ້ເປີດກວ້າງ
ການປູກຕົ້ນໄມ້ປະເພດນີ້ໃນທົ່ວແຂວງ. ພາບ: ຟ້າມກຽນ



ຍ້ອນເໝາະກັບເງື່ອນໄຂທີ່ດິນ ຢູ່ແຂວງ ຮືງອຽນ, ຕົ້ນໝາກນາວ ຕື໋ກີ໋ວ ໄດ້ນຳມາຊຶ່ງປະສິທິຜົນດ້ານເສດຖະກິດສູງ
ໃຫ້ແກ່ຜູ້ປູກ ແລະ ສືບຕໍ່ຢັ້ງຢືນທີ່ຕັ້ງຂອງຕົນໃນຕະຫຼາດ. ພາບ: ຟ້າມກຽນ



ໜຶ່ງໃນຫຼາຍທ່າແຮງດ້ານກະສິກຳ ຂອງແຂວງ ຮືງອຽນແມ່ນ ບັນດາເຂດປູກຜັກໃຫຍ່ ລວມມີ ຜັກທີ່ຫຼາກຫຼາຍປະເພດເຊັ່ນ:
ຜັກປັງ, ໝາກຖົ່ວຊະນິດຕ່າງໆ, ສາລີໜ່ວຍນ້ອຍ, ໝາກຮ້າ ແລະ ອື່ນໆ... ພາບ: ຮວ່າງຮ່າ



ຂະແໜງການກະສິກຳຮືງອຽນ ຍູ້ແຮງການຫັນເປັນກົນຈັກ ໃນການຜະລິດເຂົ້າ. ພາບ: ຟ້າມກຽນ


ການລ້ຽງປາກະຊັງເທິງແມ່ນຳ້ ຮົ່ງ ເປີດອອກທິດທາງ ພັດທະນາໃໝ່ໃຫ້ແກ່ຂະແໜງການສິນໃນນຳ້ ແຂວງຮືງອຽນ. ພາບ: ຟ້າມກຽນ


ພໍຕົກເດືອນ 2, ເດືອນ 3 ຕາມຈັນທະປະທິທິນ, ເມື່ອ ດອກລຳໄຍບານ ກໍແມ່ນກົງກັບເວລາບັນດາເຂດສວນຢູ່ພື້ນທີ່ ແຂວງ ຮືງອຽນ
ມີບັນຍາກາດຄຶກຄື້ນໃນລະດູເຜິ້ງ ໄປຊອກຫາ ດູດເກສອນດອກໄມ້. ຜູ້ລ້ຽງເຜີ້ງໃນຊ່ວງເວລານີ້ ມາ ເຕົ້າໂຮມກັນ
ຢູ່ຮືງອຽນ ເພື່ອລ້ຽງເຜີ້ງເອົານຳ້ເຜີ້ງ.  ພາບ: ຟ້າມກຽນ

ໂດຍອາໄສຄວາມສາມາດບົ່ມຊ້ອນດ້ານກະສິກຳຢ່າງໃຫຍ່ຫຼວງ ເພາະສະນັ້ນ ໃນການເຮັດວຽກກັບຜູ້ຕາງໜ້າຂະແໜງການ ກະສິກຳ ກໍຄື ວິສາຫະກິດຈຳໜ່າຍຜະລິດຕະພັນກະເສດ ຂອງ ຮ່າໂນ້ຍ, ບັນດາຫະສະກອນ, ວິສາຫະກິດ, ຄອບຄົວ ຜະລິດ ກະສິກຳ ຂອງແຂວງ ຮືງອຽນ ຕ່າງກໍມີຄວາມຫວັງ ໄດ້ເຂົ້າຮ່ວມ ຕ່ອງໂສ້ ຮ່ວມສຳພັນ ນຳຜະລິດຕະພັນມາຈຳໜ່າຍຢູ່ຮ່າໂນ້ຍ.

ຕີລາຄາຄວາມສາມາດບົ່ມຊ້ອນດ້ານກະສິກຳຂອງແຂວງ ຮືງອຽນ, ທ່ານ ຫງວຽນຮຸຍດັງ, ຮອງຜູ້ອຳນວຍການ ພະແນກ ກະສິກຳ ແລະ ພັດທະນາຊົນນະບົດຮ່າໂນ້ຍໃຫ້ຮູ້ວ່າ: “ຮ່າໂນ້ຍ ມີພົນລະເມືອງປະຈຳ ກວ່າ 10 ລ້ານຄົນ ແຕ່ການຜະລິດ ກະສິກຳຢູ່ກັບທີ່ ຕອບສະໜອງໄດ້ພຽງ 30-60% ຄວາມຕ້ອງການ. ດ້ວຍເຫດນັ້ນ, ແຕ່ລະປີ, ຮ່າໂນ້ຍໄດ້ຈັດຕັ້ງ ບັນດາການເຄື່ອນໄຫວຊຸກຍູ້ການຄ້າ, ເຊື່ອມຕໍ່ ສະໜອງ ສິນຄ້າກະສິກຳເປັນສະບຽງອາຫານ, ໃນນັ້ນ ມີການເຊື່ອມຕໍ່ ກັບແຂວງ ຮືງອຽນ”.

ຫວ່າງມໍ່ໆນີ້, ບໍລິສັດການຄ້າສາກົນຈຳກັດ ແລະ ບໍລິການ ສັບພະສິນຄ້າ Big C ທັງລອງ ໄດ້ປະສານສົມທົບຈັດຕັ້ງ ໂຄງການ “ສັບປະດາໝາກລຳໄຍ ໂລ່ງ ຮືງອຽນ ຢູ່່ ຮ່າໂນ້ຍ” ເພື່ອຈຸດປະສົງໂຄສະນາເຜີຍແຜ່ຜະລິດຕະພັນກະເສດ ຫວຽດນາມ ເຖິງຜູ້ບໍລິໂພກນະຄອນຫຼວງ. 
ເພື່ອໃຫ້ແຜນນະໂຍບາຍດັ່ງກ່າວປະກົດຜົນເປັນຈິງ, ທີ່ກອງປະຊຸມ “ເຊື່ອມຕໍ່ຈຳໜ່າຍຜະລິດຕະພັນ, ເພີ່ມທະວີ ການເຄື່ອນໄຫວເຊື່ອມຕໍ່ໃນລະບົບກົນໄກ ການສະໜອງ ສິນຄ້າຫວຽດນາມ, ຊ່ວຍໜູນສະໜິດຕິດພັນ ຢ່າງໝັ້ນຄົງຖາວອນ ລະຫວ່າງວິສາຫະກິດຜະລິດ ແລະ ວິສາຫະກິດຈຳໜ່າຍ” ຊຶ່ງໄດ້ຈັດຕັ້ງຂຶ້ນທີ່ນະຄອນ ຮືງອຽນ ໃນຕົ້ນເດືອນສິງຫາ 2017. ມີຫຼາຍວິສາຫະກິດ ທີ່ຮ່າໂນ້ຍ ໄດ້ໄປເຖິງ ຮືງອຽນ ເພື່ອຊອກຮູ້ຕະຫຼາດ, ເຊັນສັນຍາ ຈຳໜ່າຍ ຜະລິດຕະພັນ, ນຳບັນດາຜະລິດຕະພັນ ມີຄຸນນະພາບທີ່ດີ, ໄດ້ຮູ້ຕົ້ນກຳເນີດ, ຮັບປະກັນຄວາມປອດໄພ ທາງສະບຽງອາຫານ ມາການສະໜອງໃຫ້ແກ່ຕະຫຼາດ ນະຄອນຫຼວງ.

ມາຮອດປັດຈຸບັນ, ມີຫຼາຍວິຫະກິດຮ່າໂນ້ຍ ເຊັ່ນ: ບໍລິສັດຫຸ້ນສ່ວນສະບຽງອາຫານ Safelife, ບໍລິສັດຫຸ້ນສ່ວນ ຜະລິດ ແລະ ການຄ້າ ອານຫວຽດ... ໄດ້ຮ່ວມສຳພັນ ກັບ ຊາວກະສິກອນ, ບັນດາເຂດຜະລິດກະສິກຳ ເຕັກໂນໂລຊີສູງ ທີ່ຮືງອຽນ ເຊັ່ນ ສະຫະກອນ ຟູ່ກື່, ນະຄອນ ຮືງອຽນ ເພື່ອສະໜອງຜັກ ແລະ ສະບຽງອາຫານປອດສານພິດ ໃຫ້ແກ່ຊາວນະຄອນຫຼວງ ຢູ່ລະບົບຮ້ານຈຳໜ່າຍ ອາຫານການກິນປອດສານພິດ ແລະ ບັນດາສັບພະສິນຄ້າ ແຫ່ງໃຫຍ່.


ເຊັນສັນຍາການຮ່ວມມື ຮ່ວມສຳພັນຈຳໜ່າຍຜະລິດຕະພັນ ລະຫວ່າງ ຮືງອຽນກັບ ຮ່າໂນ້ຍ ແລະ ແຂວງ, ນະຄອນຕ່າງໆ ໃນທົ່ວປະເທດ
ທີ່ກອງປະຊຸມ “ເຊື່ອມຕໍ່ຈຳໜ່າຍຜະລິດຕະພັນ, ເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ໃນລະບົບກົນໄກ ການສະໜອງ ສິນຄ້າຫວຽດນາມ,
ຊ່ວຍໜູນສະໜິດຕິດພັນ ຢ່າງໝັ້ນຄົງຖາວອນ ລະຫວ່າງວິສາຫະກິດຜະລິດ ແລະ ວິສາຫະກິດຈຳໜ່າຍ” ພາບ: ຮວ່າງຮ່າ



ປະຈຸບັນ, 100% ຜະລິດຕະພັນຜັກຂອງສະຫະພັນແບບໃໝ່ ຟູ່ກື່ (ແຂວງ ຮືງອຽນ) ໄດ້ຂາຍໃຫ້ແກ່ ບໍລິສັດຫຸ້ນສ່ວນ ສະບຽງອາຫານ Safelife, ຫົວໜ່ວຍສະໜອງສະເພາະ ສະບຽງອາຫານ ປອດສານພິດ, ສະບຽງອາຫານອິນຊີ ໃຫ້ແກ່ ບັນດາສັບພະສິນຄ້າ,
ຮ້ານອາຫານແຫ່ງໃຫຍ່ ຢູ່ຮ່າໂນ້ຍ. ພາບ: ຮວ່າງຮ່າ



ຫຸ້ມຫໍ່ຜັກປອດສານພິດກ່ອນທີ່ສົ່ງໄປຈຳໜ່າຍ. ພາບ: ຮວ່າງຮ່າ


ຜະລິດຕະພັນຜັກປອດສານພິດຂອງແຂວງ ຮືງອຽນ ໄດ້ຮັບ ວາງຂາຍຢູ່ຕາມບັນດາສັບພະສິນຄ້າ
ຢູ່ຮ່າໂນ້ຍ ຢ່າງກວ້າງຂວາງ. ພາບ: ຮວ່າງຮ່າ

ບົດ: ຖຸກຮ່ຽນ - ພາບ: ຮວ່າງຮ່າ, ຟ້າມກຽນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top