• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຮຽນວິທີຜະລິດເຈ້ຍສາຢູ່ ຮ່ວາບິ່ງ

ອາຊີບຜະລິດເຈ້ຍສາຢູ່ ຮ່ວາບິ່ງ ມີຕັ້ງແຕ່ຫຼາຍເຊ່ັນຄົນມາ ແລ້ວ. ແຕ່ກ່ອນ, ເຈ້ຍສາຢູ່ທີ່ນີ້ ໄດ້ຜະລິດອອກມາເພື່ອນເຮັດພະລາຊະອົງການ, ພິມປຶ້ມ, ບົດສູດມົນ... ປະຈຸບັນ, ບໍລິການທ່ອງທ່ຽວໄປຢ້ຽມຊົມໝູ່ບ້ານອາຊີບຜະລິດເຈ້ຍສາສວຍກໍ, ຮ່ວາບິ່ງ ໄດ້ຊ່ວຍເຮັດໃຫ້ນັກທ່ອງທ່ຽວ ມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບອາຊີບຫັດຖະກຳມູນເຊື້ອຂອງປະຊາຊົນຢູ່ທີ່ນີ້.
ຈາກຄວາມຮັກກັບເຈ້ຍສາ ແລະ ຄວາມປາດຖະໜາອະນຸລັກຮັກສາວັດທະນະທຳຂອງປະເທດຊາດຢ່າງສຸດອົກສຸດໃຈ,ເອື້ອຍ ເຈິ່ນຮົ່ງຍຸງ ແລະ ເພ່ືອມຮ່ວມງານຈຳນວນໜຶ່ງ ຕັດສິນໃຈສ້າງຕັ້ງໂຄງການ Zó Project ເມື່ອປີ 2003 ດ້ວຍຈຸດປະສົງອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານ ອາຊີບຜະລິດເຈ້ຍສາຂອງ ຫວຽດນາມ ຕາມທິດພັດທະນາແບບຍືນຍົງຄົງຕົວ.
 
ສຳລັບ Zó Project, ເລື່ອງເຮັດໃຫ້ນັກທ່ອງທ່ຽວເຫັນກັບຕາບັນດາວິທີການຜະລິດເຈ້ຍສາຕາມແບບຫັດຖະກຳ ແມ່ນປັດໃຈສຸດທີ່ສຳຄັນເພື່ອພັດທະນາໝູ່ບ້ານອາຊີບຜະລິດເຈ້ຍສາຕາມທິດພັດທະນາແບບຍືນຍົງຄົງຕົວ.


ຕົ້ນ ເຢືອງ (Broussonetia papyrifera) ໄດ້ນຳໃຊ້ເພື່ອຜະລິດ ເຈ້ຍສາຂອງຊາວເຜົ່າ ເມືອງ.


ຕົ້ນ ເຢືອງ ຈະໄດ້ຕັດໃບໄມ້ອອກ ແລະ ເອົາແຕ່ລຳຕົ້ນໄມ້ ເພື່ອຜະລິດເຈ້ຍສາເທ່ົານັ້ນ.


ຕົ້ນ ເຢືອງ ຫຼັງຈາກທີ່ເກັບມາຈະໄດ້ເອົາໄປແຊ່ນຳ້ຫ້ວຍ
ໃນເວລາ 3 ວັນເພື່ອເຮັດໃຫ້ລຳຕົ້ນ ເຢືອງ ອ່ອນ.



ຕົ້ນ ເຢືອງ ຫຼັງຈາກທີ່ຕົ້ມສຸກແລ້ວຈະໄດ້ເອົາມາທັບໃຫ້ມຸ່ນ.


ເອື້ອຍ ຮວ່າງທິເຫົ້າ ແນະນຳວິທີການຖອກເຈ້ຍກັບ ນັກທ່ອງທ່ຽວ.


ເອື້ອຍ Stephanie Martinelli, ນັກທ່ອງທ່ຽວມາຈາກ ອາເມລິກາ
ໄດ້ປະຕິບັດວິທີການຖອກເຈ້ຍຕາມແບບ ຫັດຖະກຳ.



ນັກທ່ອງທ່ຽວຈະໄດ້ບັນດານາຍຊ່າງແນະນຳໃຫ້ຮູ້ວິທີການຜະລິດເຈ້ຍສາ ປະສານສົມທົບ
ກັບບັນດາລາຍດອກທີ່ມີຈາກ
ຕົ້ນຫຍ້າໃບໄມ້. ນີ້ແມ່ນຜະລິດຕະພັນເຈ້ຍສາໃໝ່ຂອງໜ່ວຍ
ຜະລິດເຈ້ຍສາຕາມແບບຫັດຖະກຳຂອງບ້ານ ສວຍກໍ, ຮ່ວາບິ່ງ.



ເຄື່ອງມືທີ່ຮັບໃຊ້ໃຫ້ແກ່ການຜະລິດເຈ້ຍສາ ຈະໄດ້ກ່ຽມພ້ອມເພື່ອໃຫ້ນັກທ່ອງທ່ຽວສາມາດປະຕິບັດ
ບັນດາຂັ້ນຕອນການຜະລິດເຈ້ຍສາໄດ້ຢ່າງງ່າຍດາຍ.



ເຈ້ຍສາຫຼັງຈາກໄດ້ຖອກແລ້ວ ຈະໄດ້ເອົາໄປຕາກຈົນແຫ້ງ.


ຕົ້ນ ເກີມຮົ່ງ, ຕົ້ນໄມ້ຊະນິດໜຶ່ງມີຫຼາຍຢູ່ ຮ່ວາບິ່ງ ໄດ້ນຳໃຊ້
ເພື່ອຍອມສີບົວໃຫ້ແກ່ເຈ້ຍສາ.



ທ້າວ Javier Rodriguez, ນັກທ່ອງທ່ຽວມາຈາກ ອາເມລິກາ
ຮູ້ສຶກດີໃຈຕໍ່ຜະລິດຕະພັນທີ່ຕົນເອງເຮັດມາ. 



ນັກທ່ອງທ່ຽວ 2 ຄົນມາຈາກ ອາເມລິກາ ຮູ້ສຶກດີໃຈ ຕໍ່ຜະລິດຕະພັນເຈ້ຍສາ ໂດຍຕົນເອງເປັນຜູ້ເຮັດ.

ພວກຂ້າພະເຈົ້າມາຢາມໂຮງງານຜະລິດເຈ້ຍສາຂອງບ້ານ ສວຍກໍ. ຢູ່ທີ່ນີ້ ພວມມີກຳມະກອນປະມານ 10 ຄົນກຳລັງຜະລິດເຈ້ຍສາຕາມແບບຫັດຖະກຳ. ນາຍຊ່າງ ຫງວຽນວັນຈຸກ, ຫົວໜ້າໜ່ວຍຜະລິດເຈ້ຍສາບ້ານ ສວຍກໍ ແນະນຳບັນດາຂັ້ນຕອນການຜະລິດເຈ້ຍສາໃຫ້ພວກຂ້າພະເຈົ້າຢູ່ຢ່າງສຸດອົກສຸດໃຈ.
  
ຫຼັງຈາກຮູ້ເຖິງບັນດາຂັ້ນຕອນການຜະລິດເຈ້ຍສາ, ພວກຂ້າພະເຈົ້າ ສືບຕໍ່ໄດ້ສະມາຊິກໃນໂຄງການ Zó Project ແນະນຳໃຫ້ຮູ້ວິທີການຜະລິດອອກບັນດາຜະລິດຕະພັນ ທີ່ແປປໃໝ່ຈາກເຈ້ຍສາຄື: ແຕ່ງລວດລາຍໃຫ້ເຈ້ຍສາໃນເວລາຖອກເຈ້ຍ, ຜະລິດເຄື່ອງປະດັບປະດາ ແລະ ອື່ນໆ. ນີ້ແມ່ນຫົວຄິດປະດິດສ້າງໃໝ່ຂອງໂຄງການແນ່ໃສ່ສ້າງຂຶ້ນບັນດາຜະລິດຕະພັນໃໝ່ທີ່ຈັບໃຈຈາກເຈ້ຍສາ.
  
ໄປນຳຄະນະມີທ້າວ Javier Rodriguer ມາຈາກ ອາເມລິກາ, ລາວໃຫ້ຮູ້ວ່າ ລາວໄດ້ຍ້າຍມາຢູ່ ແລະ ເຮັດວຽກ ທີ່ ຫວຽດນາມ ໄດ້ 5 ປີແລ້ວ. ໃນເວລານັ້ນ ລາວມັກໄປ ຊອກຮູ້ບັນດາອາຊີບມູນເຊື້-ອຂອງ ຫວຽດນາມ. ຢູ່ປະເທດ ອາເມລິກາ ບໍ່ມີອາຊີບຜະລິດເຈ້ຍຕາມແບບຫັດຖະກຳ ຄືແນວນີ້.
 
ການເດີນໄປມາຊອກຮູ້ກ່ຽວກັບອາຊີບຜະລິດເຈ້ຍສາຢູ່ບ້ານສວຍກໍ, ຮ່ວາບິ່ງ ເຕັ້ມໄປດ້ວຍຄວາມຈັບໃຈ ເຊິ່ງປະຊາຊົນຢູ່ທີ່ນັ້ນ ໄດ້ສ້າງຂຶ້ນມາໃຫ້ແກ່ນັກທ່ອງທ່ຽວ. ຈາກຄູ່ມື ທີ່ຄ່ອງແຄ້ວຂອງຕົນ, ບັນດານາຍຊ່າງໄດ້ຜະລິດອອກເຈ້ຍສາຫຼາຍໃບທີ່ເຕັ້ມໄປດ້ວຍລັກສະນະເຂັ້ມຄຸ້ນຂອງຊາວ ຫວຽດນາມ.



ດ້ວຍເປົ້າໝາຍຍູ້ແຮງການຈຳໜ່າຍອອກຜະລິດຕະພັນເຈ້ຍສາມູນເຊື້ອ, ໂຄງການ Zó Project ແລະ ຫົວໜ່ວຍ
ຜະລິດເຈ້ຍສາ ບ້ານ ສວຍກໍ,​ ຮ່ວາບິ່ງ ໄດ້ສ້າງອອກຫຼາຍຜະລິດຕະພັນໃໝ່ຈາກເຈ້ຍສາມູນເຊື້ອ.

 

ຕຸ້ມຫູໄດ້ເຮັດດ້ວຍເຈ້ຍສາ.


ປຶ້ມຂຽນໄດ້ເຮັດດ້ວຍເຈ້ຍສາ.


ພາບທີ່ໄດ້ແຕ້ມເທິງເຈ້ຍສາ.


ວີໄດ້ເຮັດດ້ວຍເຈ້ຍສາ.


ນັກທ່ອງທ່ຽວມາຢ້ຽມຊົມເຂດວາງສະແດງບັນດາຜະລິດຕະພັນທີ່ເຮັດດ້ວຍເຈ້ຍສາ ຮ່ວາບິ່ງ
ເທິງຖະໜົນ ເຈິ່ນຟູ, ຮ່າໂນ້ຍ ຂອງໂຄງການ
Zó Project ແລະ ຫົວໜ່ວຍ
ຜະລິດເຈ້ຍສາ ບ້ານ ສວຍກໍ,​ ຮ່ວາບິ່ງ.

ເຈ້ຍສາໄດ້ກຳເນີດອອກມາແຕ່ສະຕະວັດທິ 13, ເປັນຜະລິດຕະພັນຫັດຖະກຳມູນເຊື້ອໜຶ່ງ ທ່ີມີຊື່ສຽງ ຕິດພັນກັບຫຼາຍໝູ່ບ້ານອາຊີບມູນເຊື້ອຢູ່ ຫວຽດນາມ ຄື: ແຕ້ມພາບ ດົງໂຮ່, ພາບແຕ້ມບ້ານ ຊິ່ງ... ເຈ້ຍສາມີລັກສະນະເບົາບາງ, ບໍ່ຖືກມົວ ແລະ ບໍ່ແຈ້ງໃນເວລາຂຽນ. ຕົ້ນສາແມ່ນວັດຖຸຕົ້ນຕໍທີ່ໄດ້ນຳໃຊ້ໃນການຜະລິດເຈ້ຍສາຢູ່ ສວຍກໍ ຍ້ອນມັນມີນຳ້ຢາງ ແລະ ຍາບ, ຈະເຮັດໃຫ້ເຈ້ຍສາມີຄວາມທົນທານສູງ.
ຕິດຕໍ່ບໍລິການທ່ອງທ່ຽວ: ເລໂຮ່ງກີ່: 01684.329.379
ອີເມວ: zoproject.edu@gmail.com
ລາຍຈ່າຍ: 600.000 ດົ່ງ/ຄົນ/ວັນ
 
ບົດ ແລະ ພາບ: ເຕິດເຊີນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top