• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບແບບທີ່ ອົບອຸ່ນ “ລູກລ້ຽງປ້ອມປ້ອງກັນຊາຍແດນ” ຢູ່ເຂດຊາຍແດນ

      ໃນໄລຍະຜ່ານມາ, ບັນດາປ້ອມປ້ອງກັນຊາຍແດນຢູ່ແຂວງ ດັ໊ກລັ໊ກ, ເຂດໄຕງວຽນ ຍັງຮັບເອົາເດັກກ່ຳພ້າ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດມາ ລ້ຽງດູ, ສິດສອນ.

(ການທະຫານຊາຍແດນ ແຂວງ ດັ໊ກລັ໊ກ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ)
      ພ້ອມກັບໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ໃນໄລຍະຜ່ານມາ, ບັນດາປ້ອມປ້ອງກັນຊາຍແດນຢູ່ແຂວງ ດັ໊ກລັ໊ກ, ເຂດໄຕງວຽນ ຍັງຮັບເອົາເດັກກ່ຳພ້າ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດມາລ້ຽງດູ, ສິດສອນ. ເຖິງວ່າຫາກໍ່ໄດ້ ຜັນຂະຫຍາຍກໍ່ຕາມ, ແຕ່ໃນເບື້ອງຕົ້ນຮູບແບບ “ລູກລ້ຽງປ້ອມປ້ອງກັນຊາຍແດນ” ໄດ້ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ, ປະກອບສ່ວນຊ່ວຍໃຫ້ບັນດາພວກນ້ອງໄດ້ໄປໂຮງຮຽນ, ໜູນຊ່ວຍຊີວິດ ສັງຄົມຢູ່ທ້ອງຖິ່ນ.
        ຮູບແບບ “ລູກລ້ຽງປ້ອມປ້ອງກັນເຂດຊາຍແດນ” ໂດຍກອງບັນຊາການທະຫານຊາຍແດນແຂວງ ດັ໊ກລັ໊ກ ປຸກລະດົມ ເພື່ອແນໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງ ນ້ອຍມີເງື່ອນ ໄຂການກິນຢູ່, ຮ່ຳຮຽນ, ພັດທະນາຢ່າງຮອບດ້ານ, ເພື່ອໃຫ້ໃນອະນາຄົດຂອງເຂົາເຈົ້າ ກາຍເປັນພົນລະເມືອງ ດີຂອງຄອບຄົວ ແລະ ສັງຄົມ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນຢູ່ເຂດຊາຍແດນ.
        ນ້ອງ ອີ ຟູ໊ ມະໂລ, ອາຍຸ 5 ປີ ຊາວເຜົ່າ ມົ້ງ, ຢູ່ບ້ານ ດຣາງ ໂຟກ, ຕາແສງ ກຣົງ ນາ, ເມືອງ ບວນໂດນ, ພໍ່ບໍ່ໄດ້ລ້ຽງດູມາແຕ່ຄາວຍັງນ້ອຍ, ແມ່ເສຍຊີວິດຕອນ ອາຍຸບໍ່ທັນຮອດ 3 ປີ. ພໍ່ເຖົ້າ, ແມ່ເຖົ້າ ໄດ້ຮັບເອົານ້ອງ ມາລ້ຽງ, ແຕ່ຍ້ອນອາຍຸສູງ, ສຸຂະພາບກໍ່ບໍ່ແຂງແຮງ ດີ, ຄອບຄົວນອນໃນເປົ້າໝາຍຄອບຄົວທຸກຍາກ, ເລື່ອງລ້ຽງດູຫຼານກໍ່ ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ຕໍ່ໜ້າສະພາບຄວາມຫຍຸ້ງຍາກຂອງນ້ອງ ມໂລ ນັ້ນ, ປ້ອມປ້ອງກັນຊາຍແດນ ສະເລໂຟ໊ກ, ຂຶ້ນກັບກອງບັນຊາການປ້ອງກັນຊາຍແດນແຂວງ ດັ໊ກລັ໊ກ, ຕົກລົງຮັບເອົານ້ອງ ມະໂລ ມາ ລ້ຽງດູ.
ພັນຕີ ໂດ໊ວັນເຍືອງ, ຮອງ ກອງຂົນຂວາຍມະຫາຊົນປ້ອມປ້ອງກັນຊາຍແດນ ສະເລໂຟ໊ກ, ໃຫ້ຮູ້ວ່າ, ໃນເບື້ອງຕົ້ນ, ພໍ່ເຖົ້າ, ແມ່ເຖົ້າຂອງນ້ອງ ບໍ່ເຫັນດີ. ເຂົາເຈົ້າມີຄວາມວິຕົກກັງວົນວ່າ ຫຼານຈະຂາດ ຄວາມຮັກຈາກຍາດຕິພີ່ນ້ອງ. ພາຍຫຼັງເກ້ຍກ່ອມເປັນຫຼາຍຄັ້ງ, ພໍ່ເຖົ້າ, ແມ່ເຖົ້າ ກໍ່ເຫັນດີເພື່ອໃຫ້ບັນດາພະນັກງານປ້ອມປ້ອງກັນຊາຍແດນຮັບມາລ້ຽງດູ. ພັນຕີ ໂດ໊ວັນເຍືອງ, ເລົ່າສູ່ຟັງວ່າ.
        “ຕອນຮັບເອົານ້ອງ ມະໂລ ມາໃໝ່ໆ ນ້ອງກໍ່ບໍ່ແຂງແຮງປານໃດ, ພາຍຫຼັງໄດ້ຮັບການເບິ່ງແຍງດູແລ ມາຮອດປະຈຸບັນ, ນ້ອງ ມະໂລ ມີສຸຂະພາບແຂງແຮງດີ, ມີຄວາມກ້າຫານຫຼື ບໍ່ຖືຕົວຕ່ຳຄືເມື່ອກ່ອນອີກ. ພວກຂ້າພະເຈົ້າໄດ້ຈັດແບ່ງເວລາເພື່ອສິດສອນ, ລ້ຽງດູນ້ອງ. ພວກຂ້າພະເຈົ້າໄດ້ສະຫງວນຄວາມຮັກ ແລະ ຈິດໃຈໃນການລ້ຽງດູ, ຖືນ້ອງຄືດັ່ງລູກຫຼານໃນຄອບຄົວ, ດ້ວຍຄວາມຫວັງວ່າ ເມື່ອເຕີບໃຫຍ່ ນ້ອງ ມະໂລ ຈະກາຍເປັນພົນລະເມືອງ ດີຂອງສັງຄົມ”.
        ແຕ່ລະມື, ພາຍຫຼັງໄປໂຮງຮຽນ, ນ້ອງມະໂລ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼິ້ນບັນເທິງ, ຝືກຝົນຮ່າງກາຍໃຫ້ແຂງແຮງ ຄືດັ່ງບັນດາອ້າຍທະຫານ. ເມື່ອບໍ່ເຂົ້າໃຈບົດຮຽນຂອງອາຈານ, ກັບມາປ້ອມປ້ອງກັນ, ບັນດາອ້າຍທະຫານຍັງແນະນຳ, ສິດສອນຕື່ມອີກ. ນ້ອງ ອີ ຟູ໊ ມະໂລ, ແບ່ງປັນຄວາມໃນໃຈວ່າ, ເມື່ອໄດ້ມາຢູ່ ພ້ອມກັບອ້າຍ  ທະຫານປ້ອງກັນຊາຍແດນ, ຊີວິດຂອງນ້ອງໄດ້ກິນ ອີ່ມນຸ່ງອຸ່ນ, ເຕັມໄປດ້ວຍຄວາມຮັກແພງ.
        “ແມ່ຂອງລູກເສຍຊີວິດ ແລ້ວ, ພໍ່ເຖົ້າ, ແມ່ເຖົ້າກໍ່ທຸກຍາກຫຼາຍ. ເມື່ອມາດຳລົງ ຊີວິດພ້ອມກັບ ອ້າຍທະຫານຢູ່ປ້ອມປ້ອງກັນຊາຍແດນ, ນ້ອງໄດ້ກິນອີ່ມ, ໄດ້ລະຫຼິ້ນ, ໄດ້ຮັບການສິດສອນ, ຮຽນໜັງສື. ປີໜ້າລູກຈະເລີ່ມເຂົ້າຫ້ອງ ປໍ1, ລູກໃຫ້ຄຳໝັ້ນສັນຍາວ່າຈະຮຽນໃຫ້ເກັ່ງໆເພື່ອເປັນການຕອບບຸນແທນຄຸນໃຫ້ພໍ່ເຖົ້າ, ແມ່ເຖົ້າ, ອ້າຍໆທະຫານປ້ອງກັນຊາຍແດນ”.
ໂດຍປະຕິບັດຮູບແບບ “ລູກລ້ຽງປ້ອມປ້ອງກັນຊາຍແດນ”, ນັບແຕ່ຕົ້ນປີ 2019 ມາຮອດປະຈຸບັນ, ບັນດາປ້ອມປ້ອງກັນຊາຍແດນ ໄດ້ຮັບລ້ຽງ 4 ນ້ອງຢູ່ເມືອງ ເອອາ ຊຸ໊ບ ແລະ ເມືອງ ບວນໂດນ. ໃນໄລຍະຈະມາເຖິງ, ກອງບັນຊາການປ້ອງກັນຊາຍແດນແຂວງ ດັ໊ກລັ໊ກ ຈະສືບຕໍ່ສຳຫຼວດ, ທະວີຄູນຮູບແບບນີ້ໃນບໍລິເວນທົ່ວແຂວງ. ທ່ານພັນເອກ ໂດ໊ກວາງເທິ໊ມ, ຮອງຫົວໜ້າ ການເມືອງ ທະຫານຊາຍແດນແຂວງ ດັ໊ກລັ໊ກ, ໃຫ້ຮູ້ວ່າ:
        “ໃນຊຸມປີຈະມາເຖິງ, ໂດຍເລີ່ມມາຈາກບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງທະຫານຊາຍແດນ, ກໍຄືລັກສະນະມະນຸດສະທຳຂອງລາຍການ, ພວກຂ້າພະເຈົ້າຈະສືບຕໍ່ຍູ້ແຮງການປະຕິບັດລາຍການນີ້ໃຫ້ດີກວ່າອີກ. ທະຫານຊາຍແດນແຂວງ ດັ໊ກລັ໊ກ ຈະສືບຕໍ່ສົມທົບກັບທ້ອງຖິ່ນທຸກຂັ້ນ, ຈັດຕັ້ງການສຳຫຼວດ ສ້າງບັນຊີລາຍຊື່ພວກນ້ອງທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອຮັບມາລ້ຽງດູ, ໜູນຊ່ວຍໃຫ້ ພວກນ້ອງ ໄດ້ຮັບແຫຼ່ງໜູນຊ່ວຍເພື່ອມີເງື່ອນໄຂຮ່ຳຮຽນ, ສຶກສາ, ກາຍເປັນພົນລະເມືອງ ດີຂອງສັງຄົມ”.
        ດ້ວຍນ້ຳໃຈຮັກແພງ ແລະ ໜ້າທີ່ຄວາມຮັບຜິດຊອບ, ບັນດາພະນັກງານທະຫານປ້ອມປ້ອງກັນຊາຍແດນຢູ່ແຂວງ ດັ໊ກລັ໊ກ ໄດ້ ແລະ ພວມສະຫງວນຄວາມຮັກແພງ, ຄວາມຈິງໃຈໃຫ້ແກ່ພວກນ້ອງທີ່ຮັບເອົາມາລ້ຽງຢູ່ປ້ອມປ້ອງກັນຊາຍແດນ, ຊ່ວຍໃຫ້ພວກນ້ອງບືນ ຕົວຂຶ້ນໃນການຮ່ຳຮຽນ, ກາຍເປັນລູກທີ່ ຮູ້ຄວາມ, ຮຽນເກັ່ງ. ຮູບແບບ “ລູກລ້ຽງປ້ອມປ້ອງກັນ ຊາຍແດນ” ຢູ່ ຊາຍແດນ ເຂດໄຕງວຽນ ໄດ້ນຳມາເຊິ່ງຜົນປະໂຫຍດຕັ້ງໜ້າຢ່າງແທ້ຈິງ, ທະວີຄູນບັນດາວຽກງານທີ່ເຕັມໄປດ້ວຍມະນຸດສະທຳຂອງບັນດານາຍທະຫານຢູ່ເຂດຊາຍແດນຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top