• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮູບພາບປະກອບຈາກດິນເຜົາ ບັນດາຜູ້ນຳ ພື້ນຖານເສດຖະກິດ APEC

ຜົນງານການປະດິດແຕ່ງ 14 ສິ້ນ ທີ່ຍັງເຫຼືອໃນຊຸດສະສົມຮູບພາບປະ ກອບດ້ວຍເຄື່ອງປັ້ນດິນເຜົາ ດົ່ງນາຍ ຊຶ່ງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລືອກເອົາເປັນຂອງຕ້ອນພິເສດ ເພື່ອມອບໃຫ້ບັນ ດາຜູ້ນຳ ທີ່ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ໂດຍກຸ່ມນັກແຕ້ມ ມາຍວັນເຍີນ ປະຕິບັດ, ພວມຈັດງານວາງສະແດງ ພາຍໃຕ້ຫົວຂໍ້ “ຮູບພາບບັນດາຜູ້ນຳພື້ນຖານເສດຖະກິດ APEC” ໂດຍສູນກາງໜັງສືພິມ ແລະ ຮ່ວມມືສື່ສານສາກົນ (ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານ) ຈັດຕັ້ງທີ່ຫໍພິພິທະພັນ ສິລະປະກຳ ຫວຽດນາມ.

ເມື່ອເວົ້າເຖິງຄວາມນຶກຄິດປະຕິບັດຊຸດສະສົມ, ນັກແຕ້ມ ມາຍເວັນ ເຍີນ ໄດ້ກ່າວວ່າ ຫຼັງຈາກທີ່ໄດ້ຮັບຂ່າວ ຫວຽດນາມ ເປັນເຈົ້າພາບ ຈັດກອງປະຊຸມຂັ້ນສູງ APEC 2017, ເພິ່ນພ້ອມກັບເພື່ອນຮ່ວມງານ ຈຳນວນໜຶ່ງ ເລີ່ມລົງມືປະຕິບັດຊຸດສະສົມຮູບພາບ ບັນດາຜູ້ນຳ ພື້ນ ຖານເສດຖະກິດ APEC ທີ່ປະກອບດ້ວຍ ເຄື່ອງປັ້ນດິນເຜົາ ດົ່ງນາຍ ລວມມີ 21 ແຜ່ນ ດ້ວຍຂະໜາດ 45 x 60 ຊມ.


ນັກແຕ້ມ ມາຍວັນເຍີນ ກຳເນີດຢູ່ ດົ່ງນາຍ, ເປັນສະຖານທີ່ໜຶ່ງ ທີ່ມີ ມູນເຊື້ອກ່ຽວກັບການຜະລິດເຄື່ອງປັ້ນດິນເຜົາຢູ່ພາກໃຕ້ ຫວຽດນາມ. ເພິ່ນເປັນຜູ້ທີ່ປະສົບຜົນສຳເລັດ ໃນການນຳໃຊ້ເຄື່ອງປັ້ນດິນເຜົາ ເຄືອບສີຈາກວັດຖຸດິບຂອງທ້ອງຖິ່ນ ໃນການປະດິດພາບຊີວິດຕາມ ເຕັກນິກ mosaic

ໃນງານວາງສະແດງ, ຜູ້ເຂົ້າຮ່ວມຈະໄດ້ຊົມບັນດາພາບຊີວິດ ທ່ານ ຜູ້ ນຳບັນດາພື້ນຖານເສດຖະກິດ APEC 2017 ທີ່ປະກອບດ້ວຍ ເຄື່ອງ ປັ້ນດິນເຜົາ ດົ່ງນາຍ. ດ້ວຍເຕັກນິກທີ່ຄ່ອງແຄ້ວ, ຂັ້ນຕອນການຕັດ, ປະກອບຢ່າງປານີດ, ເພິ່ນພ້ອມເພື່ອນຮ່ວມງານ ໄດ້ປະດິດແຕ່ງ ບັນ ດາພາບຊີວິດບັນດາຜູ້ນຳພື້ນຖານເສດຖະກິດ APEC ຈາກເຄື່ອງປັ້ນ ດິນເຜົາ ຫຼາຍແຜ່ນ.

ນອກຈາກຮູບພາບບັນດາຜູ້ນຳ ພື້ນຖານເສດຖະກິດ APEC 2017 ທີ່ປະກອບດ້ວຍເຄື່ອງປັ້ນດິນເຜົາ ດົ່ງນາຍ, ງານວາງສະແດງ ດັ່ງກ່າວ ຍັງໄດ້ນຳມາສະແດງພາບຊີວິດປະທານ ໂຮ່ຈີມິນ, ພົນເອກ ຫວໍງວຽນຢາບ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ. 


ຜົນງານການປະດິດແຕ່ງປະທານ ໂຮ່ຈີມິນ. 


ຜົນງານການປະດິດແຕ່ງສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່
ຄະນະບໍລິການງານ ສູນກາງພັກ ກອມມູນິດ ຫວຽດນາມ.


ຜົນງານການປະດິດແຕ່ງທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ.


ຜົນງານການປະດິດແຕ່ງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ.


ຜົນງານການປະດິດແຕ່ງທ່ານນາງ ຫງວຽນທິກີມເງິນ ປະທານສະພາ ແຫ່ງຊາດ ຫວຽດນາມ.

ດ້ວຍເຄື່ອງປັ້ນດິນເຜົາ ຖືກເຜົາໃນລະດັບຄວາມຮ້ອນ 1.200 ອົງສາ, ສະນັ້ນບັນດາຜົນການປະດິດ ຈິ່ງມີສີສັນທີ່ຫຼາກຫຼາຍ ແລະ ອຸດົມສົມບູນ ດ້ວຍ 200-300 ສີແຕກຕ່າງກັນ. ຊຸດສະສົມດັ່ງກ່າວ ໄດ້ກຸ່ມນັກ ແຕ້ມໄດ້ປະຕິບັດ ພາຍໃນ 2 ປີ, ຜົນການປະດິດແຕ່ງໜຶ່ງ ຕ້ອງໃຊ້ເວລາ ກວ່າໜຶ່ງເດືອນ ຈຶ່ງສຳເລັດ.

 
ປະເພດຮູບພາບ ປະກອບດ້ວຍເຄື່ອນປັ້ນດິນເຜົາ, ການປະກອບຮູບ ພາບຄົນ ຖືວ່າ ຍາກກວ່າໝູ່ ແລະ ຍັງມີນັກຈິດຕະກອນ ບໍ່ເທົ່າໃດ ຄົນມັກວິຊານີ້. ເພາະສະນັ້ນເພື່ອເຮັດໃຫ້ຮູບພາບ ບັນດາຜູ້ນຳ ພື້ນຖານ ເສດຖະກິດ APEC ມີຄຸນຄ່າສູງດ້ານ ສິລະປະ, ກຸ່ມນັກຈິດຕະດອນ ດັ່ງກ່າວ ຕ້ອງປະກອບເຄື່ອງປັ້ນດິນເຜົ່າແຕ່ລະແຜ່ນຢ່າງ ລະອຽດລະ ອໍ ແລະ ໃຊ້ສີໃຫ້ຖືກຕ້ອງຕາມ ລະດັບເຂັ້ມ-ຈາງຂອງສີສັນ ເພື່ອດຶງ ດູດ ຄວາມສົນໃຈຂອງຜູ້ຊົມ.
 
ທ່ານ ຫງວຽນເຈື່ອງເຊີນ ຫົວໜ້າຄະນະຈັດຕັ້ງງານວາງສະແດງ ຊຸດ ສະສົມຮູບພາບປະກອບ ບັນດາຜູ້ນຳພື້ນຖານເສດຖະກິດ APEC 2017 ຊຶ່ງປະກອບດ້ວຍເຄື່ອງປັ້ນດິນເຜົາ ດົ່ງນາຍ ໂດຍກຸ່ມຈິດ ຕະ ກອນ ມາຍວັນເຍີນ ປະຕິບັດ ໄດ້ຮັບການປະເມີນຜົນສິລະປະ (ໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມສິລະປະກຳ ຫວຽດນາມ ສົມທົບກັນ ຈັດ ຕັ້ງ ການ ປະເມີນຜົນ) ໄດ້ຮັບຮອງວ່າ ບັນລຸມາດຕະຖານເພື່ອເປັນ ຂອງ ຂວັນລະດັບຊາດ.
 

ກ່ອນໜ້ານັ້ນ, ໃນຂອບເຂດກອງປະຊຸມຂັ້ນສູງ APEC 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳໃຊ້ຊຸດຮູບພາບປະກອບ ດັ່ງກ່າວ ເພື່ອເປັນຂອງຂວັນ ມອບໃຫ້ບັນດາຜູ້ນຳພື້ນຖານເສດຖະ ກິດ APEC ຈຳນວນໜຶ່ງເພື່ອສະແດງຄວາມສາມັກຄີ-ມິດຕະພາບ-ໃກ້ຊິດ ແລະ ນຳ້ໃຈຮັກແຂກຂອງລັດຖະບານ ແລະ ປະຊາຊົນ ຫວຽດ ນາມ. ສ່ວນທີ່ຍັງເຫຼືອພວມວາງສະແດງທີ່ຫໍພິພິທະພັນ ສິລະປະກຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີຈະມອບ ຕາມຫຼັງຜ່ານສະຖານ ທູດ ບັນດາປະເທດ ແລະ ເຂດແຄ້ວນຕ່າງໆ ປະຈຳຫວຽດນາມ. 


ຜົນງານການປະດິດແຕ່ງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ.


ຜົນງານການປະດິດແຕ່ງທ່່ານ Donald J.Trump ປະທານາທິບໍ ດີແຫ່ງ ສ ອາເມລິກາ.


ຜົນງານການປະດິດແຕ່ງທ່່ານ Vladimir Vladimirovich Putin ປະທາ ນາທິບໍດີແຫ່ງ ສ ລັດເຊຍ.


ຜົນງານການປະດິດແຕ່ງທ່່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ. 


ຜົນງານການປະດິດແຕ່ງທ່່ານນາງ Michelle Bachelet ປະທານາທິບໍດີ ແຫ່ງ ສ ຈີເລ. 


ຜົນງານການປະດິດແຕ່ງທ່່ານ Rodrigo Duterte ປະທານາທິບໍດີ ແຫ່ງ ສ ຟີລິບປິນ.


ຜົນງານການປະດິດແຕ່ງທ່່ານ  ນາຍົກລັດຖະມົນ ຕີແຫ່ງ ສ ສິງກະໂປ.


ຜົນງານ ການປະດິດແຕ່ງຜູ້ນຳ ໄຕ້ຫວັນ (ຈີນ) ທ່ານນາງ Tsai Ing Wen.


ຜົນງານການປະດິດແຕ່ງທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະ ມົນຕີແຫ່ງລາຊະອານາຈັກ ໄທ.


ຜົນງານການປະດິດແຕ່ງທ່ານ Moon Je-In ປະທານາທິບໍດີແຫ່ງ ສ ເກົາຫຼີ.


ຜົນງານການປະດິດແຕ່ງທ່ານ Pedro Pablo Kuczynski ປະທານາທິບໍດີແຫ່ງ ສ ເປຣູ.


ຜົນງານການປະດິດແຕ່ງທ່ານ Juko Widodo ປະທານາທິບໍດີແຫ່ງ ສ ອິນໂດເນເຊຍ.


ຜົນງານການປະດິດແຕ່ງເຈົ້າຊີວິດແຫ່ງລາຊະອານາຈັກ ບຣູໄນ Darussaiam Sultan Haji Hassanal Bolkiah.


ຜົນການປະດິດແຕ່ງທ່ານ Justin P.J.Trudeau ນາຍົກລັດຖະມົນຕີ ການາດາ.


ຜົນງານການປະດິດແຕ່ງທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົສຕຣາລີ.


ຜົນງານການປະດິດແຕ່ງທ່ານ Dato’Sri Mohd Najib Razak ນາຍົກລັດຖະມົນຕີ ມາເລເຊຍ.


ຜົນງານການປະດິດແຕ່ງທ່ານ Enrique Pena Nieto ປະທານາທິບໍດີ ສ ເມັກຊິກໂກ.


ຜົນງານການປະດິດແຕ່ງທ່ານ Peter O’Neill ນາຍົກລັດຖະມົນຕີ ປາປົວນີວ ກີເນ.
 

ໄຂງານວາງສະແດງຮູບພາບປະກອບດ້ວຍເຄື່ອງປັ້ນດິນເຜົາ ດົ່ງນາຍ
ພາຍໃຕ້ຫົວຂໍ້ “ພາບບັນດາຜູ້ນຳ ພື້ນຖານເສດຖະກິດ
APEC 2017”.



ນັກແຕ້ມ ມາຍວັນເຍີນ ໂອ້ລົມສົນທະນາກັບແຂກທີ່ມາເຂົ້າຮ່ວມງານວາງສະແດງ.


ງານວາງສະແດງໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວສາກົນ ເປັນຈຳນວນຫຼາຍພໍສົມຄວນ.

 
ບົດ: ເງິນຮ່າ - ພາບ: ແຄງລອງ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top