• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຮູບປັ້ນທີ່ເຮັດດ້ວຍເຈ້ຍນັບ 100 ຮູບໄດ້ຮັບການເກັບຮັກສາໄວ້ ທີ່ວັດເກ່ົາແຫ່ງຫນຶ່ງ

ຢູ່ທີ່ ນະຄອນໂຮ່ຈິມິ່ນ ມີສະຖານທີ່ແຫ່ງຫນຶ່ງຍັງ ເກັບຮັກສາຮູບປັ້ນທີ່ເຮັດດ້ວຍເຈ້ຍນັບ 100 ອັນ ສະແດງເຖິງການເຕົ້າໂຮມກັນຂອງບັນດາເທວະດາ, ເຈົ້າຕ່າງທີ່ເຂົ້າເຝົ້າເຈົ້າເທວະດາ. ວັດທີ່ໂດ່ງດັງ ແລະ ສັກສິດທີ່ສຸດໃນໄຊງ່ອນ ເປັນບ່ອນທີ ປະທາ ນາທິບໍດີອາເມລິກາ ໂອບາມາ ໄດ້ມາຢ້ຽມຢາມ ໃນວັນທີ 24 ເດືອນພຶດສະພາ ໃນໂອກາດ ທາ່ນມາ ຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ວັດ ຫງອກຮ່ວາງ  ມີຊື່ເຕັມວ່າ: ເຟືອກຫາຍຕຶ ຕັ້ງຢູ່ ເລກທີ 73 ຖະໜົນ ມາຍທີລິວ, ເມືອງ 1 ນະຄອນ ໂຮ່ຈິມິນ, ມີເນື້ອທີ່ທັງຫມົດ 23000 ຕາແມັດ, ເປັນວັດແຫ່ງດຽວໃນຫວຽດນາມທີ່ບູຊາ ເຈົ້າເທວະດາ.  ວັດ ຫງອກຮ່ວາງ  ແມ່ນໄດ້ຮັບການ ກໍ່ສ້າງໂດຍຊາວຈີນຜູ້ຫນຶ່ງ ຊື່ວ່າ ລິວມາຍ ຕັ້ງແຕ່ປີ 1892 ດ້ວຍຈຸດປະສົງເພື່ອເປັນບ່ອນບູຊາເຮັດໃຫ້ ການທຳມາຄ້າຂາຍໂຊກຫມານ. ຕາມນັກຄົ້ນຄ້ວາ ເວືອງຮົງເສນ, ລິວມາຍ ເປັນຄົນກິນເຈ, ແລະຊົງໂມ ທະນາອຸປະມົງຄຸນ ກໍ່ສ້າງວັດ ... ຮອດປີ 1984 ວັດ ຖືກປ່ຽນຊື່ເປັນ ວັດ ເຟືອກຫາຍຕຶ ແລະ ຂື້ນກັບການ ຄຸ້ມຄອງຂອງ ສະມາຄົມພຸດທະສາສະຫນາ ຫວຽດນາມ.

ຢູ່ໃນວັດມີຜົນງານດ້ານສິລະປະຫລາຍຢ່າງເຊັ່ນ: ຮູບບູຊາ, ຮູບປັ້ນ ແລະ ເຄື່ອງຂອງບູຊາຕ່າງໆ... ເຊິ່ງ ເຮັດດ້ວຍໄມ້, ດິນເຜົາ, ເຈ້ຍສາ ... ແລະນີ້ກໍ່ ເປັນວັດທີ່ມີຮູບປັ້ນດ້ວຍເຈ້ຍຫນຶ່ງດຽວໃນຫວຽດ ນາມ ສະແດງເຖິງການເຕົ້າໂຮມກັນຂອງພວກເທ ວະດາ ໃນການເຂົ້າເຈົ້າເທວະດາ.

ໃນຈຳນວນຮູບປັ້ນ 300 ຮູບໃນວັດ ຫງອກຮ່ວາງ ມີ ເຖິງ100 ຮູບທີ່ເຮັດດ້ວຍເຈ້ຍສາ. ແລະເຫຍື້ອໄຜ່, ບັນດານາຍຊ່າງໄດ້ປັ້ນເປັນຮູບຢ່າງມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມກົມກຽວໃນທຸກລວດລາຍ.

ວັດ ຫງອກຮ່ວາງມີແຕ່ ປີ 1892 ເຊິ່ງໄດ້ຮັບການ ກໍ່ສ້າງໂດຍຊາວຈີນຜູ້ຫນຶ່ງ ຊື່ວ່າ ລິວມາຍ ຕັ້ງແຕ່ປີ 1892
ດ້ວຍຈຸດປະສົງເພື່ອເປັນບ່ອນບູຊາເຮັດໃຫ້ ການທຳມາຄ້າຂາຍໂຊກຫມານ
.



ເຂດທີ່ສັກສິດຂອງວັດ ຫງອກຮ່ວາງ.


ບັນດາຮູບປ້ັນບູຮານເຮັດດ້ວຍເຈ້ຍ ສະແດງເຖິງການເຂົ້າເຝົ້າຂອງເຈົ້າເທວະດາ.


ຄວາມປານີດໃນທຸກລວດລາຍຂອງຮູບປັ້ນບູຮານໃນ ວັດ ຫງອກຮ່ວາງ.


ກ້າວເຂົ້າປະຕູວັດແມ່ນຈະພົບຮູບປັ້ນ ແທງລອງ , ແບກໂຮ.


ຮູບປັ້ນຕ່າງໆໃນວັດຫງອກຮ່ວາງມີຄວາມສັກສິດ.


ຮູບປັ້ນເຈົ້າແມ່ກວານອິນ 1000 ຕາ ແລະ 1000 ມື.



ບາງຮູບປັ້ນກໍ່ມີລັກສະນະຫມໍພອນ, ຫມໍພະຫຍາ,
ຫຼືອາຈານສອນອາຊີບພ້ອມດ້ວຍຄວາມເຊື່ອຖືສຳລັບ ເພດຍິງ
.



ປະຊາຊົນ ທານນຳ້ມັນໃຫ້ແດ່ ເຈົ້າເທວະດາ.


ປະຈຸບັນ, ວັດ ຫງອກຮ່ວາງ ຕ້ອນຮັບແຂກຄົນຈາກ ທ່ົວທຸກສາລະທິດ.


ປະຕູສາມຢ່ານມີລວດລາຍມັງກອນເຫີນໃນທ່າແຍ້ງຊີງໄຂ່ມຸກ..


ລວດລາຍອັນລະອຽດຂອງດິນເຜົາເຄືອບບົນຫລັງຄາ ວັດ.


ລາຍຝັງມຸກອັນປານີດໃນປະຕູຂອງວັດ ຫງອດຮ່ວາງ.


ການຂວັດສະຫລັກທີ່ສວຍງາມໃນວັດ ຫງອດຮ່ວາງ.

ຫນຶ່ງຮ້ອຍກວ່າປີ, ຮູບປັ້ນເຫຼົ່ານີ້ຍັງຄົງສວຍງາມ ສົດໃສຄືຍັງໃຫມ່. ວັດແຫ່ງນີ້ຖືວາ່ເປັນພຽງຫນຶ່ງດຽວ ໃນຫວຽດນາມທີ່ມີຮູບປັ້ນບູຮານເຮັດດ້ວຍເຈ້ຍ ທີ່ເປັນເອກະລັກ.

ສະຖານທີ່ບູຊາໃນວັດ ຫງອກຮ່ວາງ ລວມມີ 3 ຫລັງ: ຫໍບູຊາທາງຫນ້າ, ຫໍກາງແລະ ຫໍສິມບູຊາ. ຫໍສິມບູຊາ ເຈົ້າເທວະດາ, ເທບພະເຈົ້າພ້ອມບັນດາ ເທວະດາ. ເຈົ້າເທວະດາແມ່ນຮູບປັ້ນໃຫຍ່ສຸດໃນວັດມີຄວາມສະຫງ່າຜ່າເຜີຍ.
 
ວັດຫງອກຮ່ວາງຍັງບູຊາ ເຈົ້າແມ່ ກິມຮ່ວາ (ເຈົ້າແມ່ ສຳລັບການເກີດ) ພ້ອມກັບ 12 ແມ່ເຖ້ົາແລະ ແມ່ນົມ ໃນທ່າລ້ຽງເດັກນ້ອຍ. ຍ້ອນດັ່ງນັ້ນ, ວັດແຫ່ງ ນີ້ເປັນບ່ອນທີ່ຄູ່ຜົວເມຍ ເອົາລູກຍາກ ມາບູຊາຫຼືຂໍໃຫ້ແມ່ລູກປອດໄພໃນເມື່ອມີຄົນຖືພາ ຫວັງວ່າລູກເກີດມາຈະໂຊກດີ, ປອດໄພແລະຜາສຸກ
 
ແຕ່ລະມື້ວັດຫງອກຮວ່າງ, ຕ້ອນຮັບຄົນເຂົ້າມາບູຊາແລະຢ້ຽມຊົມ, ງານບູນ ໃນວັດຫງອກຮ່ວາງ ຈັດຕັ້ງໃນວັນທີ 9 ເດືອນຈຽງ ທຸກໆປີ ເຊິ່ງດຶງດູແຂກຕ່າງດ້າວທ້າວຕ່າງເມືອງມາ ໄຫ້ວບູຊາ.
ບົດ: ຫງວຽນຫວຸແທ່ງດາດ - ພາບ: ດັ້ງກິມເຟືອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top