• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຮູບທີ່ແຕ້ມໃສ່ຝາຢູ່ຖະໜົົນ ຝຸ່ງຮືງ

ບັນດາຮູບແຕ້ມໃສ່ຝາທີ່ສວຍງາມຢູ່ບ້ານ ຕາມແທງ (ກວາງນາມ), ລີເຊີນ (ກວາງຫງາຍ), ຕີນຂົວ ກາວແຫຼງ (ດົ່ງທາບ) ແລະ ຖະໜົນ ຝຸ່ງຮືງ ພວມດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວເປັນຈຳນວນ ຫຼວງຫຼາຍ, ເປັນຕົ້ນແມ່ນບັນດາໄວໜຸ່ມ. 
ໂດຍສືບຕໍ່ຜົນສຳເລັດຂອງໂຄງການກໍ່ສ້າງໝູ່ບ້ານແຕ້ມຮູບໃສ່ຝາ ຕາມແທງ ທີ່ນະຄອນ ຕາມກີ່ ແຂວງ ກວາງນາມ, ກອງທຶນ Korea Foundation ສືບຕໍ່ສົມທົບກັບອົງການ UN–Habitat ແລະ ຄະນະກຳມະການປະຊາຊົນເມືອງ ຮວ່ານກຽມ ປະຕິບັດໂຄງການແຕ້ມຮູບໃສ່ຝາຢູ່ຖະໜົນ ຝຸ່ງຮືງ.

ໂຄງການດັ່ງກ່າວໄດ້ປະຕິບັດໂດຍກຸ່ມນັກແຕ້ມ ສ.ເກົາຫຼີ ແລະ ຫວຽດນາມ ທີ່ຂົວຮູບກົ່ງ 19 ແຫ່ງ ຢູ່ຖະໜົນ ຝຸ່ງຮືງ, ເລີ່ມແຕ່ບ່ອນ ຕັດກັບຖະໜົນ ເລວັນລິງ ຮອດຖະໜົນ ຮ່າງກອດ. ຮູບແຕ້ມ ແຕ່ລະແຜ່ນຢູ່ທີ່ນີ້ ໄດ້ເວົ້າເຖິງການປ່ຽນແປງຢ່າງຍິງໃຫຍ່ຂອງນະຄອນຫຼວງ ຮ່າໂນ້ຍ ແຕ່ຍັງຄົງຮັກສາມູນເຊື້ອ ແລະ ຄວາມ ຍອດຍິ່ງດ້ານວັດທະນະທຳຂອງຕົນ. 



ນັກແຕ້ມ ສ.ເກົາຫຼີ ພວມປະຕິບັດບັນດາຂັ້ນຕອນສຸດທ້າຍ ໃນການແຕ້ມຮູບໃສ່ຝາຂອງຕົນ.


ນັກແຕ້ມ Oh Ye Seul ພວມກວດແກ້ຄືນພາບແຕ້ມຂອງຕົນ. ແຕ່ກ່ອນ, ລາວເຄີຍໄດ້ເຂົ້າຮ່ວມໃນການແຕ້ມຮູບໃສ່ຝາ ທີ່ໝູ່ບ້ານຊາວປະມົງ ຕາມແທງ (ກວາງນາມ).


ນະຄອນ ຮ່າໂນ້ຍ ໃນສະໄໝກ່ອນ ໄດ້ກໍ່ສ້າງຄືນໃໝ່ຕາມ ວາດແຕ້ມຂອງບັນດານັກແຕ້ມ ສ. ເກົາຫຼີ.


ຂົວຮູບກົ່ງແຫ່ງໜຶ່ງ ແນະນຳກ່ຽວກັບໂຄງການ. 


ພາບແຕ້ມ ລົດໄຟ.


ພາບແຕ້ມ ຜູ້ຂາຍດອກໄມ້. 


ແບບເຮືອນ ຢູ່ນະຄອນ ຮ່າໂນ້ຍ ໃນສະໄໝກ່ອນ.


ພາບແຕ້ມແຜ່ນໜຶ່ງທີ່ໜ້າຈັບໃຈຂອງບັນດານັກແຕ້ມ ຫວຽດນາມ.


ພາບແຕ້ມຫຼາຍແຜ່ນ ສະແດງໃຫ້ເຫັນຄວາມສວຍສົດງົດງາມຂອງນະຄອນ ຮ່າໂນ້ຍ ໃນສະໄໝກ່ອນ.


ພາບແຕ້ມແຜ່ນໜຶ່ງທີ່ໜ້າຈັບໃຈ. 


ຂົວຮູບກົ່ງ ໄດ້ປະດັບປະດາດ້ວຍເຄື່ອງອາໄຫຼ່ຂອງລົດຈັກເກົ່າແກ່ ຄັນໜຶ່ງ.


ຖະໜົນ “ຮູບທີ່ແຕ້ມໃສ່ຝາ” ຝຸ່ງຮືງ ໄດ້ເປີດຢ່າງເປັນທາງການໃນວັນທີ 3 ເມສາ 2018. 


ຖະໜົນ “ຮູບທີ່ແຕ້ມໃສ່ຝາ” ຝຸ່ງຮືງ ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມ ແລະ ຖ່າຍຮູບ ນັບເປັນຈຳນວນ ຫຼວງຫຼາຍ. 

ໃນອະນາຄົດ, ເມື່ອຂົວຮູບກົ່ງຫຼາຍແຫ່ງຢູ່ທີ່ນີ້ ໄດ້ຮັບການຟື້ນຟູຄືນໃໝ່ເພື່ອຮັບໃຊ້ໃຫ້ແກ່ການທ່ອງທ່ຽວດ້ານວັດທະນະທຳ ແລະ ການຄ້າ, ຖະໜົນ ຝຸ່ງຮືງ ຈະກາຍເປັນຖະໜົນຄົນຍ່າງ, ເຊື່ອມຕໍ່ກັບລະບົບມໍລະດົກຂອງຄຸ້ມຖະໜົນເກົ່າ, ເປັນຈຸດທ່ອງທ່ຽວ ດ້ານວັດທະນະທຳ ແລະ ການກິນດື່ມທີ່ໜ້າຈັບໃຈ.

ສຳລັບໂຄງການແຫ່ງນີ້, ບັນດານັກແຕ້ມອາສາສະໝັກ ຫວຽດນາມ-ສ. ເກົາຫຼີ ໄດ້ນຳໃຊ້ສິລະປະການແຕ້ມຮູບ ຍຸກປັດຈຸບັນ ເພື່ອແຕ້ມຮູບໃສ່ຝາຂອງຂົວຮູບກົ່ງ 19 ແຫ່ງທີ່ຖະໜົນ ຝຸ່ງຮືງ, ກໍ່ສ້າງຂຶ້ນເຂດຄົນຍ່າງແຫ່ງໜຶ່ງທີ່ໜ້າຈັບໃຈ - ເຊື່ອມຕໍ່ ບັນດາຄຸນຄ່າດ້ານມໍລະດົກ, ສິລະປະ ແລະ ປະຊາຄົມ. ຕົວແບບແຕ້ມຮູບໃສ່ຝາ ຢູ່ຖະໜົນ ຝຸ່ງຮືງ ໄດ້ເອົາໄປແນະນຳທີ່ເວທີປາໄສເມືອງໃຫຍ່ໂລກ ຄັ້ງທີ 9 (WUF9) ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ.


ພັນລະນາເຖິງນະຄອນຫຼວງ ຮ່າໂນ້ຍ ໜຶ່ງພັນປີ, ບັນດາຮູບ ທີ່ແຕ້ມໃສ່ຝາຢູ່ຖະໜົນ ຝຸ່ງຮືງ ບໍ່ພຽງແຕ່ເປັນບ່ອນທ່ອງທ່ຽວ, ຖ່າຍຮູບຂອງປະຊາຊົນ ແລະ ນັກທ່ອງທ່ຽວເທ່ົານັ້ນ, ຫາກຍັງເປັນບ່ອນຈັດຕັ້ງບັນດາການລະຫຼິ້ນພື້ນເມືອງອີກດ້ວຍ.

ບົດ: ກົງດາດ-ພາບ: ແທງຢາງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top