• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮີບຮ້ອນສ້າງກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຍາດແຍ່ງໂອກາດຈາກ EVFTA

ທ່ານ ຝ້າມຕ້ວນແອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງການເງິນ ໃຫ້ຮູ້ວ່າ : ດຳລັດກ່ຽວກັບສາລະບານພາສີຂາອອກຂາເຂົ້າທີ່ບຸລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາ EVFTA ໄລຍະ 2020-2022 ໄດ້ຮັບການຮຽບຮຽງຢ່າງສົມບູນແບບ ເພື່ອຍື່ນສະເໜີຕໍ່ລັດຖະບານອະນຸມັດຜ່ານໂດຍໄວ.

 ພາບປະກອບ

ຮີບຮ້ອນສ້າງກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຍາດແຍ່ງໂອກາດຈາກ ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA). ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈຖືກນຳມາປຶກສາຫາລືທີ່ກອງປະຊຸມ “ ນຳໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ-ກາລະໂອກາດພັດທະນາໃຫ້ແກ່ວິສາຫະກິດຫວຽດນາມພາຍຫຼັງ ໂຄວິດ - 19” ໂດຍກະຊວງອຸດສາຫະກຳການຄ້າ ແລະ ກະຊວງການເງິນສົມທົບກັນຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 29 ມິຖຸນາຢູ່ຮ່າໂນ້ຍ. ທ່ານ ຝ້າມຕ້ວນແອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງການເງິນ ໃຫ້ຮູ້ວ່າ : ດຳລັດກ່ຽວກັບສາລະບານພາສີຂາອອກຂາເຂົ້າທີ່ບຸລິມະສິດພິເສດຂອງຫວຽດນາມເພື່ອ ເພື່ອປະຕິບັດສັນຍາ EVFTA ໄລຍະ 2020-2022 ໄດ້ຮັບການຮຽບຮຽງຢ່າງສົມບູນແບບ ເພື່ອຍື່ນສະເໜີຕໍ່ລັດຖະບານອະນຸມັດຜ່ານໂດຍໄວ.

     ທ່ານ ຝ້າມຕ້ວນແອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງການເງິນ ກ່າວວ່າ :

       “ ດຳລັດສະບັບນີ້ມີມາດຕາເພື່ອຮັບປະກັນວ່າ ເຖິງວ່າ ເວລາປະກາດໃຊ້ຕາມພາຍຫຼັງເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປະກາດໃຊ້ນິຕິກຳ, ດັ່ງນັ້ນ ຜົນສັກສິດທີ່ນຳໃຊ້ສຳລັບ ພາສີຂາອອກຂາເຂົ້າທີ່ບຸລິມະສິດພິເສດ ຫຼືການສົ່ງອອກໂດຍບຸລິມະສິດ ສຳລັບບັນດາປະເພດສິນຄ້າທີ່ມີເງື່ອນໄຂຢ່າງພຽງພໍ ກໍຈະໄດ້ນຳໃຊ້ໃນວັນດຽວກັນໂດຍສັນຍາມີຜົນສັກສິດ. ດັ່ງນັ້ນ ພວກຂ້າພະເຈົ້າຮັບປະກັນວິສາຫະກຳຊົມໃຊ້ບຸລິມະສິດພິເສດສຳລັບ ພາສີນຳເຂົ້າຫຼືພາສີນຳເຂົ້າໂດຍບຸລິມະສິດ ຈະຮັບປະກັນສິດຜົນປະໂຫຍດຕາມສັນຍາ EVFTA ”.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top