• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນເລື່ອງຈ່າຍ, ຊົມໃຊ້ການປະກັນສັງຄົມໃຫ້ຜູ້ອອກແຮງງານອົບພະຍົບ

      ຕອນເຊົ້າວັນທີ 20 ສິງຫາ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືແຮງງານ ກຳປູເຈຍ - ລາວ - ມຽນມາ - ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 4
ດ້ວຍຫົວຂໍ້ວ່າ “ຮັບປະກັນຊີວິດສັງຄົມ: ລັກສະນະຮ່ວມສຳພັນຂອງປະກັນສັງຄົມໃຫ້ຊາວຜູ້ອອກແຮງງານອົບພະຍົບໃນ CLMTV”.
        ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານບັນຄົ້ນຄວ້າ ແລະ ບັນດາອົງການທີ່ກ່ຽວຂ້ອງເຖິງຂົງເຂດປະກັນສັງຄົມຢູ່ ຫວຽດນາມ; ຜູ້ຕາງໜ້າບັນດາອົງການຮັບຜິດຊອບກ່ຽວກັບປະກັນສັງຄົມປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ, ອົງການແຮງງານສາກົນ (ILO) ແລະ ຄະນະເລຂາ ອາຊຽນ…
        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຢວານເມົ້າຢ້ຽບ ຕີລາຄາສູງລັດຖະບານ ໄທ ທີ່ໄດ້ຍົກອອກຂໍ້ລິເລີ່ມການຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ ແລະ ຂັ້ນອາວຸໂສລະຫວ່າງ 5 ປະເທດ. ສິ່ງນີ້ຊ່ວຍ 5 ປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ - ຫວຽດນາມ ເພີ່ມທະວີວຽກງານຄຸ້ມຄອງຊາວຜູ້ອອກແຮງງານອົບພະຍົບລະຫວ່າງບັນດາປະເທດເວົ້າລວມ, ແຮງງານເຂດຊາຍແດນລະຫວ່າງ 5 ປະເທດເວົ້າສະເພາະ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ ແລະ ການພັດທະນາເສດຖະກິດຂອງແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top