• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ ຮ່າໂນ້ຍ ຜ່ານບັນດາພາບແຕ້ມສະເກັດ

      ຮ່າໂນ້ຍ ແມ່ນນະຄອນຫລວງ ແຫ່ງອະລິຍະທຳທີ່ມີມານັບພັນປີ ເຊິ່ງໄດ້ນຳເອົາຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳສະເພາະມາໃຫ້ຕົນ. ເພື່ອສະແດງອາລົມຈິດຄວາມຮັກແພງຕໍ່ດິນແດນແຫ່ງນີ້, ແຕ່ລະຄົນແມ່ນມີວິທີສະເພາະຂອງໃຜລາວ. 
 
      ສຳລັບບັນດາສະມາຊິກຂອງກຸ່ມ Urban Sketchers Hanoi (ກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ, ຍາມໃດເຂົາເຈົ້າກໍ່ຮັກສາພາບພົດຕົວເມືອງທີ່ເປັນເອກະລັກສະເພາະ ແລະ ສວຍງາມຂອງ ຮ່າໂນ້ຍ ໃນສະໄໝກ່ອນ ແລະ ປັດຈຸບັນໄວ້ ໂດຍຜ່ານບັນດາຮູບແຕ້ມສະເກັດທີ່ເຕັມໄປດ້ວຍຄວາມປະທັບໃຈ. ບົດຂຽນຂອງນັກຂ່າວ VOV.

ນັກສະຖາປະນິກ ເຈິ່ນທິແທັງຖຸ໋ຍ (ພາບ: hanoimoi.com.vn)
      ໃນໂອກາດທ້າຍອາທິດ, ບັນດາສະມາຊິກຂອງກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ພັດພ້ອມກັນຟ້າວເອົາເຄື່ອງມືອຸປະກອນການແຕ້ມຮູບໄປຕັ້ງຢູ່ຂ້າງຖະໜົນ ເພື່ອແຕ້ມກິດຈະກຳສະຖາປັດຕະຍະກຳລືຊື່ຂອງ ຮ່າໂນ້ຍ ຫຼື ຮ່ອມນ້ອຍ, ແຈຖະໜົນທີ່ແສນໜ້າຮັກ. ກຸ່ມດັ່ງກ່າວໄດ້ໄປທົ່ວທຸກຄຸ້ມຖະໜົນໃນນະຄອນຫລວງ ເພື່ອແຕ້ມພາບກ່ຽວກັບຊີວິດການເປັນຢູ່ ແລະ ສະຖາປັດຕະຍະກຳຕົວເມືອງ ຮ່າໂນ້ຍ. ນັກສະຖາປະນິກ ເຈິ່ນທິແທັງຖຸ໋ຍ, ຄູສອນຢູ່ມະຫາວິທະຍາໄລເຄຫາ ຮ່າໂນ້ຍ ແລະ ສະມາຊິກອື່ນອີກ 3 ຄົນໄດ້ສ້າງຕັ້ງກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ຂຶ້ນໃນເດືອນ ກັນຍາ 2016. ນີ້ແມ່ນອົງການໜຶ່ງທີ່ຂຶ້ນກັບ Urban Sketchers Vietnam ແລະ Urban Sketchers ໂລກ ແນໃສ່ເຊື່ອມຕໍ່ ຮ່າໂນ້ຍ - ຫວຽດນາມ ກັບໂລກໂດຍຜ່ານພາບແຕ້ມສະເກັດ. ພາຍຫລັງສ້າງຕັ້ງມາເປັນເວລາກ່ວາ 2 ປີ, ກຸ່ມດັ່ງກ່າວໄດ້ດຶງດູດຜູ້ເຂົ້າຮ່ວມນັບຫລາຍພັນຄົນ, ດ້ວຍທຸກພາກສ່ວນ, ທຸກເກນອາຍຸທີ່ພວມດຳລົງຊີວິດຢູ່ ຮ່າໂນ້ຍ ແລະ ນັບທັງຊາວຕ່າງປະເທດກໍ່ເຂົ້າຮ່ວມນຳດ້ວຍ. ຈຸດປະສົງຂອງກຸ່ມ ແມ່ນມຸ່ງໄປເຖິງການເຊື່ອມຕໍ່, ສ້າງການເຄື່ອນໄຫວທີ່ສົດໃສໃຫ້ແກ່ຜູ້ທີ່ນິຍົມວິຈິດສິນ, ຈິດຕະກຳ, ພ້ອມກັນມີຄວາມປາດຖະໜາຢາກຮັກສາບັນດາຄຸນຄ່າມໍລະດົກຂອງ ຮ່າໂນ້ຍ ໄວ້. ນັກສະຖາປະນິກ ເຈິ່ນທິແທັງຖຸ໋ຍ ໃຫ້ຮູ້ວ່າ:
      “Urban Sketchers Hanoi ແມ່ນກຸ່ມບັນດາສະມາຊິກທີ່ນິຍົມການແຕ້ມພາບສະເກັດ ແລະ ຮັກ ຮ່າໂນ້ຍ ດ້ວຍຄວາມປາດຖະໜາຢາກຮັກສາບັນດາຄຸນຄ່າວັດທະນະທຳຕົວເມືອງໄວ້ ໂດຍຜ່ານບັນດາພາບແຕ້ມສະເກັດນີ້ເປັນວິທີໜຶ່ງຂອງການບັນທຶກພາບພົດຂອງຕົວເມືອງ. ກຸ່ມຢາກເຊີດຊູບັນດາຄຸນຄ່າມໍລະດົກຂອງຕົວເມືອງ ຍ້ອນວ່າ ໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວນັ້ນ ບັນດາຄວາມງາມຂອງມໍລະດົກອາດຈະຖືກສູນຫາຍໄປ ຍ້ອນບໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຖືກທຳລາຍຢ່າງງ່າຍດາຍ.

ກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ  (ພາບ: hanoimoi.com.vn
      Urban Sketchers Hanoi ໄດ້ດຶງດູດບັນດາສະມາຊິກໃນຄອບຄົວພ້ອມກັນເຂົ້າຮ່ວມ. ໃຜໆກໍ່ໄດ້ເຊື່ອມຕົວເຂົ້າກັບຄວາມເມົາມົວ ແລະ ຄວາມຊົງຈຳທີ່ດີ. ຜູ້ເຖົ້າໄດ້ຫວນຄືນ, ແບ່ງປັນຄວາມຊົງຈຳກ່ຽວກັບພາບພົດ ຮ່າໂນ້ຍ ໃຫ້ໝູ່ເພື່ອນ ແລະ ຍາດພີ່ນ້ອງຟັງ. ຜູ້ໜຸ່ມໄດ້ເຊື່ອມຕໍ່, ຮ່ຳຮຽນ ແລະ ຍົກສູງສະຕິຄວາມຮັບຮູ້, ເຄົາລົບບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງນະຄອນຫລວງ. ນາງ ຟານທິງອັກບິ໊ກ, ສະມາຊິກກຸ່ມ Urban Sketchers Hanoi ແບ່ງປັນວ່າ:
       “ທຳອິດ, ຂ້າພະເຈົ້າເຂົ້າຮ່ວມກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ແບບບັງເອີນ ໂດຍຜ່ານວຽກງານເທົ່ານັ້ນ ແຕ່ຫລັງຈາກນັ້ນ, ຂ້າພະເຈົ້າເຫັນວ່າ ການເຄື່ອນໄຫວຂອງກຸ່ມນີ້ ແມ່ນມີຄວາມໝາຍອັນໃຫຍ່ຫລວງ, ນັ້ນແມ່ນສະຫງວນເວລາການເຄື່ອນໄຫວໃຫ້ແກ່ພວກລູກຂອງຕົນ ເພື່ອພົ້ນອອກຈາກການຫຼິ້ນຄອມພິວເຕີ, ໄອແພັດ, ສາມາດໂຟນ ເພື່ອໃຫ້ພວກລູກໄປແຕ້ມນຳເຮົາ ແລະ ມີຄວາມຮູ້ສຶກກ່ຽວກັບບັນຍາກາດຂອງຄຸ້ມຖະໜົນຫົນທາງ. ເຖິງວ່າຝົນຕົກ ຫຼື ແດດຮ້ອນກໍ່ຕາມ ບັນດາສະມາຊິກຂອງກຸ່ມກໍ່ລ້ວນແຕ່ມີຄວາມເມົາມົວທີ່ສຸດ.
      ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ກຸ່ມ Urban Sketchers Hanoi ໄດ້ແຕ້ມບັນທຶກຄືນບັນດາຮູບພາບພົດທີ່ສວຍງາມກ່ຽວກັບມໍລະດົກ, ວິຖີການດຳລົງຊີວິດທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ຜ່ານບັນດາພາບແຕ້ມສະເກັດທີ່ເຕັມໄປດ້ວຍອາລົມຈິດ, ດ້ວຍຄວາມປາດຖະໜາຢາກໂຄສະນາພາບພົດຕົວເມືອງຂອງ ຮ່າໂນ້ຍ ກັບປະຊາຄົມຢູ່ພາຍໃນປະເທດ ແລະ ໂລກ. ອ້າຍ ຫງວຽນວັນດາດ, ສະມາຊິກຂອງກຸ່ມ Urban Sketchers Hanoi ໃຫ້ຮູ້ວ່າ:
ທ້າຍອາທິດ, ຂ້າພະເຈົ້າເຄີຍໄປແຕ້ມພາບຮ່ວມກັບທຸກຄົນໃນກຸ່ມ. ກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ເຄື່ອນໄຫວໂດຍບໍ່ເອົາກຳໄລ. ທຸກຄົນມາຫາກັນ, ໄປແຕ້ມນຳກັນ ແມ່ນເລີ່ມມາຈາກຄວາມນິຍົມການແຕ້ມ ແລະ ປາດຖະໜາຢາກພ້ອມກັນແຕ້ມພາບສະເກັດ, ຮູ້ສຶກໄດ້ເຖິງຄວາມງາມຂອງ ຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດ.
 

 (ພາບປະກອບ / hanoimoi.com.vn)      
      ບໍ່ພຽງແຕ່ແມ່ນປະຊາຄົມຂອງບັນດາຜູ້ທີ່ນິຍົມວິຈິດສິນ, ຈິດຕະກຳເທົ່ານັ້ນ, ກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ຍັງມຸ່ງໄປເຖິງເປົ້າໝາຍປຸກລຸກ ແລະ ແຜ່ຂະຫຍາຍຄວາມຮັກຕໍ່ນະຄອນຫລວງ ຮ່າໂນ້ຍ ໂດຍຜ່ານການຈັດຕັ້ງບັນດາເຫດການ, ງານວາງສະແດງປະຈຳປີ. ຫລາຍງານວາງສະແດງໄດ້ຮັບການຕີລາຄາສູງຈາກມະຫາຊົນຄື: “ຄຸ້ມຖະໜົນຮ່າໂນ້ຍ”, “ພາບແຕ້ມສະເກັດຮ່າໂນ້ຍ”, “ເດັກນ້ອຍແຕ້ມພາບຮ່າໂນ້ຍ”…ພ້ອມກັນນັ້ນ, ກຸ່ມແຕ້ມພາບສະເກັດຕົວເມືອງ ຮ່າໂນ້ຍ ກໍ່ສະເໜີຕົວປຶ້ມຫົວໜຶ່ງທີ່ມີຊື່ວ່າ “ເຮືອນລວມເກົ່າຮ່າໂນ້ຍ - ພາບແຕ້ມສະເກັດ ແລະ ຄວາມຊົງຈຳ”.
      ຮ່າໂນ້ຍ ພວມປ່ຽນແປງໄປໃນແຕ່ລະມື້ ດ້ວຍວິວັດການຫັນເປັນຕົວເມືອງ ແລະ ບັນດາຄຸນຄ່າອັນລ້ຳຄ່າທີ່ເຄີຍມີມາກໍ່ຈະຄ່ອຍໆສູນຫາຍໄປເທື່ອລະໜ້ອຍ. ເລື່ອງແຕ້ມບັນດາມໍລະດົກສະຖາປັດຕະຍະກຳ, ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຢູ່ ຮ່າໂນ້ຍ ຂອງກຸ່ມ Urban Sketchers Hanoi ແມ່ນມີຄວາມໝາຍຢ່າງໃຫຍ່ຫລວງ ໃນການອະນຸລັກຮັກສາມໍລະດົກຂອງ ຮ່າໂນ້ຍ; ຊ່ວຍປະຊາຄົມ, ຜູ້ທີ່ໄດ້ ແລະ ພວມດຳລົງຊີວິດຢູ່ ຮ່າໂນ້ຍ, ຜູ້ນິຍົມການແຕ້ມພາບສະເກັດ ມີຄວາມເຂົ້າໃຈ ແລະ ມັກຮັກ ຮ່າໂນ້ຍ ຕື່ມອີກ./.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top