• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮອງສາດສະດາຈານ. ປອ ເລມາຍເຮືອງ: ນັກວິທະຍາສາດ ຂອງ ບັນດາຜະລິດຕະພັນ ຈາກທຳມະຊາດ

ເປັນນັກວິທະຍາສາດຍິງແຖວໜ້າກ່ຽວກັບສານເຄມີປະສົມ ຈາກທຳມະຊາດຂອງ ຫວຽດນາມ, ຮອງສາດສະດາຈານ. ປອ ເລມາຍເຮືອງ ໄດ້ມີໂຄງການຄົ້ນຄວ້າດ້ານ ວິທະຍາສາດກວ່າ 25 ກິດຈະກຳທີ່ໄດ້ປະກາດໃນວາລະສານສາກົນ. ຫວ່າງແລ້ວ ນີ້, ດ້ວຍຜະລິດຕະພັນ ທີ່ຜະລິດ ດ້ວຍສານປະສົມຈາກທຳມະ ຊາດ 2 ຢ່າງ, ທ່ານ ນາງ ເລມາຍເຮືອງ ຍາດໄດ້ຫຼຽນຄຳ ແລະ ຫຼຽນເງິນ ຂອງ ຄະນະ ຈັດຕັ້ງ KIWIE 2018 ແລະ ລາງວັນພິ ເສດ ຂອງຫ້ອງການ  ກຳມະສິດ ພູມປັນຍາ ມາເຊໂດນີ ກ່ຽວ ກັບຜະລິດຕະພັນ Bioglucumin. ນີ້ແມ່ນ ບັນດາຜະລິດຕະ ພັນ ໄດ້ປຸງແຕ່ງ ຈາກເຫັດ ທີ່ມີຄຸນຄ່າຫຼາຍຊະນິດ ແລະ ເຫັດ ດົ໋ງ ຈຸ່ງຫ້າຖາວ (Ophiocordyceps sinensis).
ນັກວິທະຍາສາດ ຂອງ ບັນດາເຫັດ ເປັນວັດຖຸຜະລິດຢາ ຫຼາຍ ຊະນິດ
ເຄີຍເປັນອາຈານສອນວິຊາ ພູມແພ້-ພູມຄຸ້ມກັນ, ມະຫາວິທະ ຍາໄລແພດສາດ ຮ່າໂນ້ຍ, ຫຼັງຈາກສຳເລັດ ການເຂົ້າຮ່ວມ ໃນ ແຜນການກໍ່ສ້າງວິທະຍາສາດ ຂອງ ສ ອາເມລິກາ, ຮອງ ສາດ ສະດາຈານ. ປອ ເລມາຍເຮືອງ ໄດ້ມາເຮັດວຽກຢູ່ ສະຖາ ປັນ ເຄ ມີສາດ ບັນດາສານປະສົມຈາກ ທຳມະຊາດ.

ຈາກຄວາມມັກຮັກກັບການຄົ້ນຄວ້າ ກ່ຽວກັບເຫັດ ໃຊ້ ເປັນວັດ ຖຸຜະລິດຢາຫຼາຍຊະນິດ, ທ່ານນາງ ເລມາຍເຮືອງ ມີຄວາມສະໜິດຕິດພັນກັບເຫັດ ເປັນວັດຖຸຜະລິດຢາ ເລີ່ມແຕ່ປີ 2000. ເວລານັ້ນ, ທ່າອ່ຽງຂອງບັນດານັກວິທະຍາສາດແມ່ນຄົ້ນຄວ້າກ່ຽວກັບເຫັດ ຫຼິ້ນຈື່, ແຕ່ເພິ່ນໄດ້ເລືອກເອົາເຫັດ ຫົວລີງ (Hericium coralloides)-ເຫັດຊະນິດໜຶ່ງທີ່ມີຄຸນປະໂຫຍດ ແລະ ຄຸນຄ່າດ້ານການຢາສູງໃນການປິ່ນປົວພະຍາດກ່ຽວກັບຄວາມຈຳ ແລະ ບຳລຸງສຸຂະພາບໃຫ້ແກ່ຜູ້ເຖົ້າ, ເປັນກິດຈະ ກຳ ຄົ້ນຄວ້າທຳອິດຂອງຕົນ. 


ຮອງສາດສະດາຈານ. ປອ ເລມາຍເຮືອງ ເປັນໜຶ່ງໃນບັນດາ
ນັກວິທະຍາສາດຍິງແຖວໜ້າ ກ່ຽວກັບສານເຄມີປະສົມຈາກ ທຳມະຊາດ. ພາບ: ຫວຽດເກື່ອງ



ຮອງສາດສະດາຈານ. ປອ ເລມາຍເຮືອງ ເລືອກເອົາເຫັດ ຫົວ ລີງ (Hericium coralloides)-ເຫັດຊະນິດໜຶ່ງທີ່ ມີຄຸນປະ ໂຫຍດ ແລະ ຄຸນຄ່າດ້ານການຢາສູງໃນການປິ່ນປົວ ພະຍາດ ກ່ຽວກັບຄວາມຈຳ ແລະ ບຳລຸງສຸຂະພາບໃຫ້ແກ່ຜູ້ ເຖົ້າ, ເປັນ ກິດຈະ ກຳຄົ້ນຄວ້າທຳອິດຂອງຕົນ. ພາບ: ເອກະສານ


ຮອງສາດສະດາຈານ. ປອ ເລມາຍເຮືອງ ເຮັດວຽກທີ່ຫ້ອງ ທົດ ລອງຂອງສະຖາປັນເຄມີສາດ ບັນດາສານປະສົມຈາກ ທຳມະ ຊາດ... ພາບ: ຫວຽດເກື່ອງ


... ແລະ ຕິດຕາມການຂະຫຍາຍຕົວຂອງວັດຖຸຜະລິດຢາ ທີ່ ຫ້ອງປູກເຊື້ອ ດົ໋ງຈຸ່ງຫ້າຖາວ. ພາບ: ຫວຽດເກື່ອງ


ຮອງສາດສະດາຈານ. ປອ ເລມາຍເຮືອງ ພວມແລກປ່ຽນຄຳ
ຄິດເຫັນກັບເພື່ອນຮ່ວມງານທີ່ຫ້ອງທົດລອງຂອງ ສະຖາປັນ ເຄມີສາດ ບັນດາສານປະສົມຈາກ ທຳມະຊາດ... ພາບ: ຫວຽດເກື່ອງ



 
ໃນໄລຍະຮັກສາຕຳແໜ່ງ ເປັນຮອງຫົວໜ້າສະຖາປັນເຄມີ ສາດ ບັນດາສານປະສົມຈາກ ທຳມະຊາດ, ຮອງສາດສະດາ ຈານ. ປອ ເລມາຍເຮືອງ ເປັນທີ່ຮູ້ຈັກວ່າ ເປັນຜູ້ ໄປນຳໜ້າໃນ ການກໍ່ສ້າງ ແລະ ພັດທະນາການຄົ້ນຄວ້າແບບໃໝ່.  ພາບ: ຫວຽດເກື່ອງ

ຜ່ານການຊອກຮູ້ສະພາບຕົວຈິງ ເພິ່ນເຫັນວ່າ ການປູກ ເຫັດ ລຳບາກຫຼາຍ, ແຕ່ຕ້ອງຂາຍເຫັດ ອອກດ້ວຍ ລາຄາຖືກ, ການ ຈຳໜ່າຍເຫັດ ອອກສູ່ຕະຫຼາດກໍ່ມີຂໍ້ຈຳກັດ. ຈາກເຫດຜົນ ດັ່ງ ກ່າວ, ເພິ່ນຈຶ່ງຕັດສິນໃຈຄົ້ນຄວ້າເພື່ອເຮັດ ໃຫ້ຄຸນຄ່າທາງ ເສດ ຖະກິດ ແລະ ຄຸນປະໂຫຍດໃນການ ນຳໃຊ້ຂອງເຫັດ ຫຼາຍ ຊະ ນິດໄດ້ຍົກສູງຂຶ້ນ.

ຕາມທັດສະນະຂອງເພິ່ນແມ່ນ ການຄົ້ນຄວ້າຕ້ອງໃຫ້ມີ ໝາກ ຜົນຕົວຈິງ, ຮັບໃຊ້ໃຫ້ແກ່ຊີວິດ,​ ໝາຍຄວາມວ່າ ຕ້ອງມີຜະລິດ ຕະພັນເພື່ອນຳມາຄຸນປະໂຫຍດ ດ້ານສຸຂະພາບໃຫ້ແກ່ ມະນຸດ.

ຮອງສາດສະດາຈານ. ປອ ເລມາຍເຮືອງ ອະດີດຮອງຫົວ ໜ້າ ສະຖາປັນເຄມີສາດ ບັນດາສານປະສົມຈາກ ທຳມະຊາດ, ສະ ພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ; ປະທານສະພາວິທະສາຍາດ, ຫົວໜ້າຫ້ອງຄົ້ນຄວ້າ, ຜູ້ ຮັບຜິດ ຊອບການກໍ່ສ້າງ ແລະ ຮ່ວມມືສາກົນຂອງສະຖາປັນ, ກຳມະ ການສະພາບັນນາທິການ ວາລະສານ Agriculture ຂອງ ສ ເກົາຫຼີ,  ກຳມະການສະພາ ຄະນະຈັດຕັ້ງ ສູນກາງ ອະນຸລັກ ຮັກສາຊັບພະຍາກອນ ອາຊີ (ANRRC) ແລະ ກຳມະການ ສະພາກອງ ທຶນ Nafosted…
ເມື່ອເວົ້າເຖິງບັນດາຜະລິດຕະພັນທີ່ໄດ້ຜະລິດ ດ້ວຍ ສານປະ ສົມຈາກທຳມະຊາດ, ຮອງສາດສະດາຈານ. ປອ ເລມາຍເຮືອງ ໃຫ້ຮູ້ວ່າ: “ບັນດາຜະລິດຕະພັນ ວິທະຍາສາດ ໂດຍ ຫວຽດ ນາມ ຄົ້ນຄວ້າ ມັນດີ ຄືກັບບັນດາຜະລິດຕະພັນ ທີ່ ໄດ້ນຳເຂົ້າ ຈາກຕ່າງປະເທດ. ພິເສດ, ແຫຼ່ງຊັບພະຍາກອນ ທຳມະຊາດ ຂອງ ຫວຽດນາມ ມີຢ່າງອຸດົມສົມບູນ, ຫຼາກຫຼາຍຮູບແບບ, ລາຄາກໍ່ຖືກກວ່າ ແລະ ດີ”.

ຜ່ານການຄົ້ນຄວ້າມາເປັນເວລາ 10 ປີ, ສະພາມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜະລິດ ແລະ ຈຳໜ່າຍອອກສູ່ຕະຫຼາດ ຢາ 2 ປະເພດຄື Bioglucumin ແລະ Bioglucumin G ແລະ ໄດ້ຮັບ ການຕີລາຄາເປັນຢ່າງ ດີຈາກຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດ.
 
ພັດທະນາການຄົ້ນຄວ້າແບບໃໝ່ ກ່ຽວກັບສານປະສົມຈາກ ທຳມະຊາດ
 ໃນໄລຍະຮັກສາຕຳແໜ່ງ ເປັນຮອງຫົວໜ້າສະຖາປັນເຄມີ ສາດ ບັນດາສານປະສົມຈາກ ທຳມະຊາດ, ຮອງສາດສະດາ ຈານ. ປອ ເລມາຍເຮືອງ ເປັນຮູ້ຈັກ ວ່າເປັນຜູ້ ໄປນຳໜ້າ ໃນ ການກໍ່ສ້າງ ແລະ ພັດທະນາການຄົ້ນຄວ້າ ແບບໃໝ່, ນັ້ນ ແມ່ນ ການ ຄົ້ນຄວ້າຄຸນປະໂຫຍດຊີວະສາດ.

ຮູບແບບການຄົ້ນຄວ້າຂອງເພິ່ນ ໄດ້ນຳໃຊ້ຢ່າງກວ້າງຂວາງໃນ ການຄົ້ນຄວ້າບັນດາສານປະສົມຈາກທຳມະຊາດ ຂອງ ຫວຽດນາມ. ເພາະສະນັ້ນ ຮອງສາດສະດາຈານ. ປອ ເລມາຍ ເຮືອງ ເປັນຜູ້ມີຜົນງານການປະກອບສ່ວນບໍ່ໜ້ອຍ ເຂົ້າໃນ ບັນ ດາການເຄື່ອນໄຫວຄົ້ນຄວ້າ, ພັດທະນາຂອງ ຂະ ແໜງສານ ປະສົມຈາກທຳມະຊາດຢູ່ ຫວຽດນາມ ເວົ້າລວມ, ໂດຍສະ ເພາະແມ່ນຂອງສະຖາປັນເຄມີສາດ ບັນດາ ສານປະສົມຈາກ ທຳມະຊາດ. 


ຮອງສາດສະດາຈານ. ປອ ເລມາຍເຮືອງ (ຜູ້ທີ 5 ຈາກຊ້າຍ) ຖ່າຍຮູບຮ່ວມກັບບັນດາຜູ້ແທນທີ່ມາເຂົ້າຮ່ວມກອງ ປະຊຸມ ໃຫຍ່ ຜູ້ແທນແມ່ຍິງ ທົ່ວປະເທດ ຄັ້ງທີ XII. ພາບ: ເອກະສານ


ຮອງສາດສະດາຈານ. ປອ ເລມາຍເຮືອງ (ຜູ້ທີ 2 ຈາກຊ້າຍ) ໃນງານພົບປະ ລະຫວ່າງ ສະຫະພັນນັກປັນຍາຊົນຍິງ ຫວຽດ ນາມ ແລະ ເອກອັກຄະລັດຖະທູດຍິງ ບັນດາປະເທດ ປະຈຳ ຫວຽດນາມ. ພາບ: ເຈິ່ນແທງຢາງ


ຮອງສາດສະດາຈານ. ປອ ເລມາຍເຮືອງ ຖ່າຍຮູບຮ່ວມກັບ
ບັນດາຜູ້ແທນທີ່ມາເຂົ້າຮ່ວມ
WIPO/FIT ອົດສະຕຣາລີ. ພາບ: ເອກະສານ


ຮອງສາດສະດາຈານ. ປອ ເລມາຍເຮືອງ ແລກປ່ຽນ ຄຳຄິດ ເຫັນກັບບັນດາຜູ້ແທນໃນງານພົບປະ ລະຫວ່າງ ສະຫະພັນ ນັກປັນຍາຊົນຍິງ ຫວຽດນາມ ແລະ ເອກອັກຄະລັດຖະທູດຍິງ  ບັນດາປະເທດ ປະຈຳ ຫວຽດນາມ. ພາບ: ເຈິ່ນແທງຢາງ


ຜະລິດຕະພັນຂອງ ຮອງສາດສະດາຈານ. ປອ ເລມາຍເຮືອງ
ໄດ້ຮັບລາງວັນພິເສດ ທີ່ເວທີປາໄສແມ່ຍິງ ມີຫົວຄິດປະສິດ ສ້າງ ສ ເກົາຫຼີ-ສາກົນ (
KIWIE) 2018 ໂດຍສະຖາປັນພັດ ທະນາແມ່ຍິງ ສ ເກົາຫຼີ (KWDI) ແລະ ຫ້ອງການກຳມະສິດ ພູມປັນຍາ ມາເຊໂດນີ ຮ່ວມກັນຈັດ. ພາບ: ເອກະສານ


ຜະລິດຕະພັນດີເດັ່ນ ຈຳນວນໜຶ່ງຂອງ ຮອງສາດສະດາຈານ. ປອ ເລມາຍເຮືອງ ໄດ້ວາງຂາຍຢູ່ຕະຫຼາດ. ພາບ: ຫວຽດເກື່ອງ

ຈາກວິທີຄົ້ນຄວ້າດັ່ງກ່າວ, ປັດຈຸບັນ ຮອງສາດສະດາຈານ. ປອ ເລມາຍເຮືອງ ໄດ້ນຳໃຊ້ບັນດາການຄົ້ນຄວ້າ ຂອງຕົນ ກ່ຽວ ກັບ ເຫັດ ວັດຖຸຜະລິດຢາ ເພື່ອຜະລິດ ແລະ ຫັນເປັນ ການ ຄ້າ ສຳເລັດຜະລິດຕະພັນ 4 ປະເພດ.

SKGOLD ດົ໋ງຈຸ່ງຫ້າຖາວ-ເຫັດຊະນິດໜຶ່ງທີ່ຫາຍາກ ໃນທຳ ມະຊາດ ໄດ້ປະສົບຜົນສຳເລັດໃນ ການປູກເຊື້ອໃນ ຫ້ອງທົດ ລອງ ແລະ ຜະລິດເປັນ ຢາເມັດ ທີ່ ຫ້ອງທົດລອງຂອງເພິ່ນ.

ຢາເມັດ Bioglucumin ແມ່ນການປະສົມ ລະຫວ່າງເຫັດ ຫົວ ລີງ, ເຫັດຫຼິ້ນຈື່ ແລະ ທາດ Curcumin ເພື່ອເພີ່ມປະສິດທິ ພາບໃນການຕ້ານເຊື້ອ ແລະ ເພີ່ມການລະລາຍອາຫານ. ຜະ ລິດຕະພັນ Betaglucan - Curcumin (Nanoglucumin) ແມ່ນຜະລິດຕະພັນ Bioglucumin ໄດ້ ນໍາໃຊ້ ໃນການ ປິ່ນ ປົວພະຍາດມະເຮັງ. ບັນດາຜະລິດຕະພັນ ສະເພາະ ປິ່ນປົວ ພະຍາດກ່ຽວກັບຕັບຄື BioglucuminG ມີ ຄຸນປະໂຫຍດ ເຮັດ ໃຫ້ ລົດໄຂມັນໃນ ເສັ້ນ ເລືອດ ແລະ ຕ້ານຜົນສະທ້ອນ ຈາກ ການ ດື່ມເຫຼົ້າ, ເບຍ.

ປັດຈຸບັນ, ຜະລິດຕະພັນ 4 ປະເພດດັ່ງກ່າວ ໄດ້ສ້າງເຄື່ອງ ໝາຍ ການຄ້າໃຫ້ແກ່ບັນດາຜະລິດຕະພັນ ຂອງ ສະພາມະຫາ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.


- ຮອງສາດສະດາຈານ. ປອ ເລມາຍເຮືອງ ພ້ອມກັບບັນດາເພື່ອນຮ່ວມງານຮັບລາງວັນລະດັບຊາດ: “ຂຸດຄົ້ນ ແລະ ນຳ ໃຊ້ຢ່າງເໝາະສົມແຫຼ່ງຊັບພະຍາກອນທຳມະຊາດທາງທະເລ ຫວຽດນາມ ແນໃສ່ການຜະລິດອອກບັນດາຜະລິດຕະພັນທີ່ມີຄຸນຄ່າເພື່ອຮັບໃຊ້ໃຫ້ແກ່ຊີວິດ” ປີ 2012.
- ລາງວັນທີສາມ: ຫົວຄິດປະດິດສ້າງ ວິທະຍາສາດ ເຕັກໂນ ໂລຊີ- VIFOTECH 2004.
- ໂລ້ຄໍາ ໃຫ້ແກ່ຜະລິດຕະພັນ Bioglucumin ທີ່ງານຕະຫຼາດ ນັດສາກົນ Techmart 2015.
- ໂລ້ຄໍາ 2017 ໃຫ້ແກ່ຜະລິດຕະພັນ SKGOLD ດົ໋ງຈຸ່ງ ຫ້າ ຖາວ ຂອງ ສະມາຄົມສະບຽງອາຫານເສີມ..
ບົດ: ຖາວວີ-ພາບ: ຫວຽດເກື່ອງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top