• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ- ຜູ້ “ສືບທອດ” ຂະແໜງການຫົວໃຈ

ດ້ວຍນ້ຳໃຈໃນການອຸທິດຕົນ, ພ້ອມກັບຄວາມເອື້ອອາລີ, ຄວາມຮັກແພງ ໃຫ້ກັບຄົນເຈັບ, ຮອງສາດສະດາຈານ,ດຣ.  ຫງວຽນກວາງຕ໋ວນ-ຜູ້ແທນສະພາແຫ່ງຊາດ ຊຸດທີ XIV ທັງເປັນຜູ້ອຳນວຍການໂຮງໝໍຫົວໃຈ ຮ່າໂນ້ຍ ພ້ອມກັບ ບັນດາເພື່ອນຮ່ວມງານ ໄດ້ຜັນຂະຫຍາຍ ລະບົບສູນຫົວໃຈ ປະ ກອບດ້ວຍເຕັກໂນໂລຊີທັນສະໄໝ ຫຼາຍສິບແຫ່ງ ຢູ່ ແຂວງ ແລະ ນະຄອນ ອັນໄດ້ຊ່ວຍໃຫ້ຄົນເຈັບຜູ້ທຸກຍາກ ມີໂອກາດ ໄດ້ເຂົ້າໃກ້ ທັງໄດ້ຮັບການປິ່ນປົວຢ່າງທັນການ. ໃນສາຍຕາ ຂອງເພື່ອນມິດສາກົນ, ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ໄດ້ປະກອບສ່ວນ ເຮັດໃຫ້ຂະແໜງການແຊກແຊງຫົວໃຈ ຫວຽດນາມ ມີທີ່ຕັ້ງບົດບາດໃໝ່.
ປີ 1996, ຫງວຽນກວາງຕ໋ວນ ໄປເຝິກງານກ່ຽວກັບຂະແໜງ ການຫົວໃຈ ທີ່ປະເທດຝຣັ່ງ (ມະຫາວິທະຍາໄລ Toulouse) ແລະ ແມ່ນໜຶ່ງໃນຈຳນວນທ່ານໝໍ ຫວຽດນາມ ທີ່ໄດ້ຮັບການ ກໍ່ສ້າງ ຢ່າງມີແບບແຜນ ກ່ຽວກັບຂົງເຂດນີ້ ເຊິ່ງແມ່ນຂົງເຂດ ທີ່ ບ່ໍທັນມີຫຼາຍ ຢູ່ ຫວຽດນາມ ໃນຂະນະນັ້ນ. 

ເມື່ອເສັງຈົບມະຫາວິທະຍາໄລ Toulouse ໄດ້ປະເພດດີເດັ່ນ ແລະ ຖືກເຊື້ອເຊີນ ໃຫ້ຢູ່ເຮັດວຽກ. ເຖິງວ່າສະພາບການ ເຮັດ ວຽກ ຢູ່ທີ່ນີ້ຖືກຈັດຢູ່ໃນອັນດັບໜຶ່ງ ຂອງໂລກກໍຕາມ, ແຕ່ເພິ່ນ ໄດ້ຕົກລົງກັບເມືອ ຫວຽດນາມ ເຊິ່ງເປັນບ່ອນ ທີ່ມີຄວາມຫຍຸ້ງຍາກນາໆປະການ ເພື່ອນຳເອົາຄວາມຮູ້ ທີ່ໄດ້ຮຽນມາ ປະກອບສ່ວນສ້າງສາ ຂະແໜງການຫົວໃຈ ຊຶ່ງເປັນສິ່ງໃໝ່ອ່ຽມ ຢູ່ພາຍໃນປະເທດ.

ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ເລີ່ມຕົ້ນເລື່ອງ ລາວຂອງຕົນ ກັບພວກຂ້າພະເຈົ້າ ດ້ວຍການຫວນຄືນເຖິງ  ໄລ ຍະທຳອິດ ຕາມຫາພາລະກິດ ໃນການປິ່ນປົວ ເບິ່ງແຍງ ສຸຂະພາບ ຂອງປະຊາຊົນ ໃນສະພາບທີ່ເຕັມໄປ ດ້ວຍ ຄວາມຫຍຸ້ງຍາກ ຂອງຂະແໜງການຫົວໃຈ ຫວຽດນາມ ຊຸມປີທ້າຍສະຕະວັດທີ XX. ໄລຍະນັ້ນ, ວິທີການ ປິ່ນປົວຢູ່ ຫວຽດນາມ ປະສົບກັບ ອຸປະສັກຫຼາຍຢ່າງ. ພະຍາດຫົວໃຈ ຖືວ່າແມ່ນພະຍາດ ຂອງ ຜູ້ຮັ່ງມີ. ບ່ໍແມ່ນໃຜກໍມີເງິນ 2000 ໂດລາສະຫະລັດເພື່ອຜ່າຕັດ. ແຕ່ຖ້າມີເງິນ, ຄົນເຈັບຈຳນວນຫຼາຍກໍອອກ ຕ່າງປະເທດເພື່ອການປິ່ນປົວ, ເພາະສະໄໝນັ້ນ ບ່ໍພຽງແຕ່ຄົນເຈັບ ແມ່ນແຕ່ເພື່ອນຮ່ວມງານ ກໍຍັງສົງໄສຕໍ່ຄວາມສາມາດ ຂອງ ທ່ານໝໍ ຫວຽດນາມ.

ແຕ່ດ້ວຍເຈດຈຳນົງ, ຄວາມຕັດສິນໃຈ ແລະ ເອື້ອອາລີຕ່ໍເພື່ອນມະນຸດດ້ວຍກັນ, ທ່ານບໍ່ສາມາດແນມເບິ່ງຫົວໃຈ ທ່ີຄ່ອຍເຕັ້ນຊ້າລົງ ພ້ອມກັບການຈາກໄປຢ່າງບໍ່ມີວັນກັບຄືນມາຂອງຄົນໆ ໜຶ່ງ. ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ພ້ອມກັບ ໝູ່ຄະນະ ຂອງ ໂຮງໝໍຫົວໃຈ ຮ່າໂນ້ຍ ໄດ້ປະຕິບັດການຜ່າຕັດຫົວໃຈ ຫຼາຍກໍລະນີ ຢ່າງສຳເລັດຜົນ ບ່ໍວ່າໃນສະພາບ ແລະ ເງື່ອນໄຂຕົວຈິງ ທີ່ປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ. ພວກເພິ່ນ ໄດ້ກາຍເປັນຂົວຕ່ໍເພື່ອຊ່ວຍ ໃຫ້ຄົນເຈັບສາມາດ ເຂົ້າໃກ້ກັບເຕັກນິກ ການແພດທີ່ທັນສະໄໝເທົ່າທຽມກັບ ປະເທດທີ່ພັດທະນາຕ່າງໆໄປພ້ອມໆ ກັບຄ່າໃຊ້ຈ່າຍທີ່ຖືກກວ່າ ໂດຍບ່ໍຕ້ອງສິ້ນເປືອງອອກໄປຕ່າງປະເທດ.


ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ, ຜູ້ແທນສະພາແຫ່ງຊາດຊຸດທີ  XIV, ຜູ້ອຳນວຍການໂຮງໝໍຫົວໃຈຮ່າໂນ້ຍ. ພາບ: ເຕິດເຊີນ


ປັດຈຸບັນ, ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ແມ່ນ ຊ່ຽວຊານແຖວໜ້າຂອງ ຫວຽດນາມ
ກ່ຽວກັບຂະແໜງການ “ຫົວໃຈວິທະຍາ”. 
ພາບ: ເຕິດເຊີນ


ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ຢ້ຽມຢາມ ຄົນເຈັບ ໂດຍທ່ານເອງເປັນຜູ້ປິ່ນປົວ
ທີ່ໂຮງໝໍຫົວໃຈ ຮ່າໂນ້ຍ. 
ພາບ: ເຕິດເຊີນ


ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ທຳການຜ່າຕັດ ຫົວໃຈ ໃຫ້ຄົນເຈັບລາຍໜຶ່ງຢູ່ໂຮງໝໍຫົວໃຈຮ່າໂນ້ຍ. ພາບ: ເຕິດເຊີນ

ປີ 2010, ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ໄດ້ ຮັບລາງວັນທີໜຶ່ງ “ຜູ້ເກັ່ງກ້າ ແຜ່ນດິນຫວຽດ” ໃນຂົງເຂດການ ແພດ ດ້ວຍຫົວຂ້ໍຄົ້ນຄວ້າ  “ແຊກແຊງເສັ້ນເລືອດໃຫຍ່ຜ່ານ ການຕັ້ງທ່ໍຊອດ (stent)”. ຫົວຂໍ້ນີ້ໄດ້ເປີດສັກກະລາດໃໝ່ ໃຫ້ແກ່ຂະແໜງຫົວໃຈ ຫວຽດນາມ, ພາໃຫ້ຂົງເຂດແຊກແຊງ ຫົວໃຈ ກາຍເປັນປາຍແຫຼມຂອງ ແພດສາດ ຫວຽດນາມ ທັນ ສະໄໝ, ພ້ອມນັ້ນກໍເປັນການຢັ້ງຢືນທີ່ຕັ້ງບົດບາດໃໝ່ ຂອງ ແພດສາດ ຫວຽດນາມ ຕໍ່ພາກພື້ນ ແລະ ໃນໂລກ. ແຊກແຊງ ຫົວໃຈວິທະຍາ ໄດ້ກາຍເປັນໜຶ່ງ ໃນຈຳນວນບ່ໍຫຼາຍຂົງເຂດ ການແພດຂອງ ຫວຽດນາມ ມີລະດັບທຽບເທົ່າກັບ ແພດສາດ ຂອງ ປະເທດ ທີ່ພັດທະນາ.

ປັດຈຸບັນ, ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ແມ່ນປະທານສະມາຄົມແຊກແຊງຫົວໃຈ ຫວຽດນາມ; ປະ ທານ ສະມາຄົມຫົວໃຈ ຮ່າໂນ້ຍ; ຄູສອນມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ; ສະມາຊິກຄະນະທີ່ປຶກສາ ສະມາຄົມ ແຊກແຊງຫົວໃຈ ວິທະຍາທະວີບອາຊີ-ປາຊີຟິກ ( FAPSIC ); ສະມາຄົມແຊກແຊງຫົວໃຈວິທະຍາ ສ.ອາເມລິກາ (FSCAI)…
ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ໄດ້ໄຂ ຄວາມໃນໃຈ ອອກມາວ່າ: “ດຽວນີ້ ພະຍາດຫົວໃຈ ບ່ໍພຽງແຕ່ ແມ່ນພະຍາດ ຂອງຜູ້ຮັ່ງ, ຜູ້ທຸກຈົນຫຼາຍຄົນ ກໍເປັນພະຍາດນີ້ ແລະ ເຂົາເຈົ້າຕ້ອງໄດ້ຮັບການເຂົ້າເຖິງການປິ່ນປົວ ຢ່າງທັນການ”. ຍ້ອນເຫດນັ້ນ, ສິ່ງທີ່ ຫງວຽນກວາງຕ໋ວນ ໃຝ່ຫາ ແມ່ນ ບໍ່ພຽງແຕ່ ປະຕິບັດ ການຜ່າຕັດຢ່າງສຳເລັດຜົນເທົ່ານັ້ນ ຫາກຍັງຊ່ວຍ ໃຫ້ ບັນດາ ແຂວງ, ນະຄອນ ມີສູນແຊກແຊງ ຫົວໃຈ ປະຈຳ ເພື່ອໃຫ້ ຄົນເຈັບທີ່ທຸກຍາກ ໄດ້ຮັບການປິ່ນປົວ ດ້ວຍອຸປະກອນການແພດ ທີ່ທັນສະໄໝ ພ້ອມກັບຄວາມຮູ້ ດ້ານວິຊາ ສະເພາະສູງ ໃນການ ບົ່ງມະຕິ ແລະ ປິ່ນປົວ ຢ່າງທັນການ.

ເມື່ອກະຊວງສາທາລະນະສຸກ ຕົກລົງເອົາ ໂຮງໝໍ ຫົວໃຈ ຮ່າ ໂນ້ຍ ເປັນໜຶ່ງໃນຈຳນວນ ໂຮງໝໍຫຼັກ, ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ພ້ອມກັບເພື່ອນຮ່ວມງານ ທີ່ມີຄວາມສາມາດ ຂອງ ໂຮງໝໍ ໄດ້ລົງເຖິງໂຮງໝໍ ຂັ້ນແຂວງ ແລະ ນອກກຳແພງ ຮ່າໂນ້ຍ ກວ່າ 30 ແຫ່ງ ເພື່ອຖ່າຍຖອດ ເຕັກໂນໂລຊີ ແລະ ວິທີການປິ່ນປົວອາການຕ່າງໆ ກ່ຽວກັບ ລະບົບຫົວໃຈ ເພື່ອຊ່ວຍຫຼຸດຜ່ອນສະພາບອັ່ງອໍໃຫ້ໂຮງໝໍ ສູນກາງ.

ໃນໄລຍະແຕ່ປີ 2012-2016, ໂຮງໝໍຫົວໃຈ ຮ່າໂນ້ຍ ໄດ້ຖ່າຍ ຖອດເຕັກໂນໂລຊີເຕັກນິກແຊກແຊງຫົວໃຈ ໃຫ້ໂຮງໝໍ ແຂວງ 30 ແຫ່ງໃນທົ່ວປະເທດ. ຄຽງຄູ່ກັນນັ້ນ ຍັງໄດ້ສ້າງ ສູນ ບຳລຸງສ້າງ ຕ່າງໆ ເພື່ອສຶກສາ, ເຜີຍແຜ່, ໂຄສະນາໃຫ້ປະ ຊາຊົນຮູ້ຈັກວິທີປ້ອງກັນ ແລະ ຕ້ານພະຍາດຫົວໃຈ, ວິທີການ ຄົ້ນພົບພະຍາດໂດຍໄວເພື່ອສາມາດປົວໄດ້ຢ່າງທັນການ. ຍ້ອນເຫດນັ້ນ ຄົນເຈັບຜູ້ທຸກຍາກຈຳນວນຫຼາຍຢູ່ແຂວງ ແລະ ນະຄອນຕ່າງໆ ບ່ໍພຽງແຕ່ໄດ້ຮັບການເຂົ້າໃກ້ ແລະ ປິ່ນປົວ ພະຍາດ ຫົວໃຈຢ່າງທັນການເທົ່ານັ້ນ ຫາກຍັງມີຄວາມຮູ້ ວິທີປ້ອງກັນ ແລະ ຮັກສາຫົວໃຈໃຫ້ມີຊີວິດຢູ່ຢ່າງແຂງແຮງ ອີກນຳ.

ບ່ໍພຽງແຕ່ສ້າງຂີດໝາຍເປັນພິເສດ ທາງດ້ານວິຊາສະເພາະ ທັງໃນບົດບາດ ຂອງຜູ້ຄຸ້ມຄອງເທົ່ານັ້ນ, ຮອງສາດສະດາຈານ, ດຣ.ຫງວຽນກວາງຕ໋ວນ ຍັງໄດ້ນຳພາໂຮງໝໍຫົວໃຈ ຮ່າໂນ້ຍ ກາຍເປັນໂຮງໝໍແບບຢ່າງ ຂອງນະຄອນຫຼວງ ໃນການນຳໃຊ້ ເຕັກໂນໂລຊີອັນກ້າວໜ້າ ຢ່າງສຳເລັດຜົນ, ຊຸກຍູ້ການປະຕິຮູບ ບໍລິຫານ ສ້າງສະພາບແວດລ້ອມການເຮັດວຽກ ທີ່ດີໃຫ້ແກ່ ພະ ນັກງານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄົນເຈັບ. ທີ່ໂຮງ ແຫ່ງນີ້, ທັງໝົດໄດ້ປະຕິບັດໄປຕາມທິດນຳ 3 TH (ຕາມພາສາ ຫວຽດ ໄດ້ເລີ່ມຕົ້ນດ້ວຍໂຕໜັງສື TH ມີ ຄວາມໝາຍວ່າ ເປັນ ມິດ, ສະດວກ, ສຸພາບ) ແລະ 3 H (ຫົວ, ມື, ຫົວໃຈ) ໝາຍ ຄວາມວ່າ ຕ້ອງເຮັດວຽກດ້ວຍພູມປັນຍາ, ທັກສະເກັ່ງ ແລະ ໃຈກຸສົນ. ປັດຈຸບັນນີ້, ໂຮງໝໍຫົວໃຈຮ່າໂນ້ຍ ໄດ້ ແລະ ພວມ ໄດ້ ຮ່ວມມື ກັບໂຮງໝໍ  (ຝຣັ່ງ) ແລະໂຮງໝໍ ຈັດອັນດັບ ແຫ່ງຕ່າງໆ ຂອງ ສ.ເກົາຫຼີ, ຍີ່ປຸ່ນ…

ດ້ວຍຄວາມບຸກບືນ ແລະ ຜົນໄດ້ຮັບດັ່ງກ່າວ, ທີ່ຜ່ານມາ ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ໄດ້ຮັບກຽດ ຖືກເລືອກ ໃຫ້ເປັນຜູ້ແທນສະພາແຫ່ງຊາດ ຊຸດທີ XIV. ໃນຖານະເປັນຜູ້ແທນປະຊາຊົນ, ຮອງສາດສະດາຈານ,ດຣ ຫງວຽນກວາງຕ໋ວນ ບ່ໍພຽງແຕ່ ປະກອບສ່ວນເຂົ້າໃນທິດທາງ, ແຜນນະໂຍບາຍ ຂອງ ພັກ, ລັດ ໃນຂົງເຂດການແພດເທົ່ານັ້ນ, ແຕ່ຍັງ ກ່ຽວພັນໂດຍກົງ ເຖິງຜູ້ຄົນ, ສົ່ງຜົນສະທ້ອນ ເຖິງອະນາຄົດຂອງ ຊາດຢ່າງເລິກເຊິ່ງອີກດ້ວຍ…


ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ເຂົ້າຮ່ວມກອງ ປະຊຸມ “ສະມາຄົມຫົວໃຈ ຮ່າໂນ້ຍ ຊຸດທີ III ”. ພາບ: ເອກະສານ


ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ  ລົງນາມ ໃນ ບົດບັນທຶກການຮ່ວມມື ລະຫວ່າງ ໂຮງໝໍຫົວໃຈ ຮ່າໂນ້ຍ
ກັບ ມະຫາວິທະຍາໄລ Toulouse ປະເທດຝຣັ່ງ. ພາບ: ເອກະສານ



ຮອງສາດສະດາຈານ,ດຣ. ຫງວຽນກວາງຕ໋ວນ ມອບຂອງຕ້ອນ ໃຫ້ແກ່ພວກນ້ອງນັກຮຽນ ແຂວງ ອຽນບ໋າຍ. ພາບ: ເອກະສານ


ຮອງສາດສະດາຈານ, ດຣ. ຫງວຽນກວາງຕ໋ວນ ມອບຂອງ ຕ້ອນ ໃຫ້ຄູສອນ ແລະ ນັກຮຽນ ທີ່ພົບຄວາມຫຍຸ້ງຍາກຢູ່
ໂຮງອະນຸບານ ແລະ ປະຖົມຢູ່ເມືອງ ວິຊວຽນ (ແຂວງຮ່າຢາງ). ພາບ: ເອກະສານ

ຄວາມຫ້າວຫັນໃນການອຸທິດຕົນ, ໃຜ່ຫາຄວາມຮູ້ ຢ່າງບ່ໍຢຸດຢັ້ງ ແລະ ຄວາມຮັກແພງຕ່ໍຄົນເຈັບ ໄດ້ເຮັດໃຫ້ ຮອງສາດສະດາ ຈານ,ດຣ. ຫງວຽນກວາງຕ໋ວນ ກາຍເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ຖັນແຖວ ທ່ານໝໍ ພາຍໃນຂະແໜງການ ແລະ ເປັນກຳ ລັງໜູນສຳລັບທຸກຄົນ ຜູ້ທີ່ຕາມຫາ ຄວາມໃຝ່ຝັນ, ອຸດົມການ ຢາກໃຊ້ຊີວິດ ຢ່າງມີຄວາມໝາຍ ດັ່ງຄະຕິເຕືອນໃຈ ຂອງ ຮອງສາດສະດາຈານ, ດຣ ຫງວຽນກວາງຕ໋ວນ ຄື: “ຂ້າພະເຈົ້າ ຮູ້ດີວ່າ ຕົນເອງໄດ້ມີຊີວິດພຽງຄັ້ງດຽວ, ເພາະສະນັ້ນ ຖ້າຕ້ອງ ສະແດງຈິດໃຈ ຂອງຕົນຕ່ໍໃຜຜູ້ໜຶ່ງ ຫຼື ຕ້ອງເຮັດສິ່ງໃດທີ່ ຈົບງາມໃຫ້ແກ່ຄົນອ້ອມຂ້າງ, ຂ້າພະ ເຈົ້າ ຂໍໄດ້ເຮັດທັນທີ ໃນຂະນະນີ້ໂລດ…”.
 
ບົດ: ຖາວວີ - ພາບ: ເຕີດເຊີນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top