• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ

ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ເປີດກ້ວາງການດຳເນີນທຸລະກິດ, ຜະລິດ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ.

ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ (ພາບ: quochoi.vn) 

ຕອນບ່າຍວັນທີ 14 ມີນາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວັກຫຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ, ລວມມີຜູ້ຕາງໜ້າການນຳຂອງວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າ ອາເມລິກາ 40 ແຫ່ງຄື: Microsoft, Google, GE, FedEx…ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫລວງຂອງວິສາຫະກິດ ອາເມລິກາ ສຳລັບພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ. ທ່ານ ຟຸ່ງກວັກຫຽນ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າກ່ຽວກັບເສດຖະກິດ, ການຄ້າ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ເປີດກ້ວາງການດຳເນີນທຸລະກິດ, ຜະລິດ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ.

        ຕາງໜ້າຄະນະວິສາຫະກິດສະພາທຸລະກິດ ອາເມລິກາ - ອາຊຽນ, ທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ສະພາ Alexander Feldman ໄດ້ຂອບໃຈທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸງກວັກຫຽນ ທີ່ໄດ້ສະຫລະເວລາຕ້ອນຮັບຄະນະ. ບັນດາສະມາຊິກໃນຄະນະລ້ວນແຕ່ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງສະພາແຫ່ງຊາດ ຫວຽດນາມ ໃນການຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດ ອາເມລິກາ ປະຈຳ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top