• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ: VNA ແລະ KPL ປະກອບສ່ວນປັບປຸງສາຍພົວພັນແບບພິເສດ ຫວຽດນາມ-ລາວຍິ່ງຂຶ້ນ

      ຕອນເຊົ້າວັນທີ 15 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ, ສະຫາຍນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການ ສະພາແຫ່ງຊາດ ຕ້ອນຮັບ ສະຫາຍ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (KPL). ເຂົ້າຮ່ວມໃນການຕ້ອນຮັບດັ່ງກ່າວ ໄດ້ມີການເຂົ້າຮ່ວມ ຂອງ ສະຫາຍ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ (VNA). 

ທ່ານນາງ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ; ສະຫາຍ ຫງວຽນດຶກເລີ້ຍ,
ຜູ້ອຳນວຍການ VNA ແລະ ຄະນະຜູ້ແທນ KPL ທີ່ສຳນັກງານສະພາແຫ່ງຊາດ. 
      ຊົມເຊີຍຄະນະຜູ້ແທນ ສຳນັກຂ່າວສານປະເທດລາວ KPL ມາຢ້ຽມຢາມໃນຄັ້ງນີ້, ສະຫາຍນາງ ຕ່ອງທິຟ໋ອງ ໄດ້ເນັ້ນໜັກວ່າ: ການຢ້ຽມຢາມ ໄດ້ຮັບການດຳເນີນໄປ ໃນຈຸດເວລາ ສາຍພົວພັນຮ່ວມມື, ຄວາມສາມັກຄີ ມິດຕະພາບ ອັນເປັນພິເສດ ລະຫວ່າງສອງປະເທດ ກຳລັງຂະຫຍາຍຕົວທັງລວງກວ້າງ ແລະ ລວງເລິກ. ໃນເວລາຜ່ານມາ, ມີການຢ້ຽມຢາມມິດຕະພາບ ຢ່າງເປັນທາງການ ລະຫວ່າງການນຳຂອງສອງປະເທດ  ແລະ ການພົບປະແລກປ່ຽນ ລະຫວ່າງ ບັນດາກະຊວງ, ຖະແຫຼງການຫຼາຍຄັ້ງ  ໄດ້ຮັບການດຳເນີນໄປ, ຈາກນັ້ນ ສອງຝ່າຍ ໝັ້ນໝາຍຈະຮັດແໜ້ນ ສາຍພົວພັນສະໜິດແໜ້ນ ເລິກເຊິ່ງ ຂອງຄວາມສາມັກຄີແບບພິເສດ ຫວຽດນາມ-ລາວຍິ່ງຂຶ້ນ.    
      ສະຫາຍນາງ ຕ່ອງທິຟ໋ອງ ໄດ້ສະແດງຄວາມປາດຖະໜາ VNA ສືບຕໍ່ ຊ່ວຍໜູນ, ແລກປ່ຽນບົດຮຽນ ກັບ KPL ເພື່ອຕອບສະໜອງ ຄວາມຮຽກຮ້ອງດ້ານການສື່ສານ ຂອງແຕ່ລະປະເທດໃນໄລຍະໃໝ່ຍິ່ງຂຶ້ນ. ພ້ອມກັນນັ້ນ ໝັ້ນໝາຍ ດ້ວຍມູນເຊື້ອຮ່ວມມືສະໜິດຕິດພັນ ຜ່ານ ຫຼາຍຮຸ່ນຄົນ, ບັນດາຜູ້ເຮັດໜັງສືພິມ ຂອງ VNA ແລະ KPL ຈະສືບຕໍ່ມີການປ່ຽນແປງໃໝ່, ຜັນຂະຫຍາຍ ຢ່າງມີ ປະສິດທິຜົນ ບັນດາເນື້ອໃນຮ່ວມມືໃນໄລຍະຕໍ່ໜ້າ, ຮັກສາຕຳແໜ່ງ, ບົດບາດ ເປັນບັນດາອົງການໜັງສືພິມຫຼັກ ຂອງຫວຽດນາມ ແລະ ລາວ, ປະກອບສ່ວນປັບປຸງ ສາຍພົວພັນແບບພິເສດ ລະຫວ່າງ ປະຊາຊົນ ສອງປະເທດ ຍິ່ງຂຶ້ນ.
      ສະຫາຍຜູ້ອຳນວຍການໃຫຍ່ ສູນທອນ ຄັນທະວົງ ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ສະຫາຍນາງ ປະທານ ສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ສະຫຼະເວລາອັນມີຄ່າ ໃຫ້ການ ຕ້ອນຮັບຄະນະ, ພ້ອມກັນນັ້ນຕີລາຄາສູງ ການຊ່ວຍເຫຼືອ, ຮ່ວມມືຢ່າງແໜ້ນແຟ້ນ ຂອງ VNA ຕໍ່່  ສຳນັກຂ່າວສານປະເທດລາວ KPL ບົນທຸກຂົງເຂດເຊັ່ນ: ພື້ນຖານວັດຖຸເຕັກນິກ, ເຄື່ອງອຸປະກອນ, ແລກປ່ຽນ ຂໍ້ມູນຂ່າວສານ ແລະ ອື່ນໆ... ປະຈຸບັນ, KPL ກຳລັງປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງຢ່າງແນ່ນອນ ໃນການກໍ່ສ້າງພະນັກງານ, ພິເສດແມ່ນຖັນແຖວນັກຂ່າວ, ນັກບັນນາທິການຮູ້ພາສາຫວຽດນັບມື້ນັບຫຼຸດລົງ. ສະຫາຍສູນທອນ ຄັນທະວົງ ມີຄວາມປາດຖາໜາ ສະພາແຫ່ງຊາດ ຫວຽດນາມ ຈະເອົາໃຈໃສ່ເຖິງບັນຫານີ້, ສ້າງເງື່ອນໄຂສະໜອງທຶນການສຶກສາໄລຍະຍາວຫຼາຍທຶນ ເພື່ອການກໍ່ສ້າງພະນັກງານຂອງສຳນັກຂ່າວສານປະເທດລາວ KPL.
      ໃນວັນດຽວກັນ, ທີ່ສຳນັກຂ່າວສານແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ, ສະຫາຍຜູ້ອຳນວຍການໃຫຍ່ VNA ຫງວຽນດຶກເລີ້ຍ ແລະ ສະຫາຍ ສະຫາຍ ຜູ້ອຳນວຍການໃຫຍ່ KPL ສູນທອນ ຄັນທະວົງ ໄດ້ມີການພົບປະເຈລະຈາ. 
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ຄະນະຜູ້ແທນ KPL ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊອິດສະຫຼະ ແລະ ຫຼຽນໄຊແຮງງານ ຂອງລັດລາວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ຂອງ VNA, ເຂົ້າຮ່ວມ ເຂດຮ່ອງຮອຍ ປະຫວັດສາດ ການປະຕິວັດ ຫວຽດນາມ-ລາວ ຢູ່ບ້ານ ລາວໂຄ; ຊອກຮູ້ຕົວແບບໂຮງຮຽນປຸງແຕ່ງນຳ້ນົມ ໂມກເຈົາ;  ຢ້ຽມຢາມເຂດເສດຖະກິດ ງີເຊີນ, ເຂດຮ່ອງຮອຍ ປະຫວັດສາດ-ວັດທະນະທຳກຳແພງລາຊະວົງ ໂຮ່. 
 
ໂດຍ: VNA/VNP

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top