• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

      ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ສົມພັນ ແພງຄຳມີ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງ
ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ສົມພັນ ແພງຄຳມີ)
      ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍ ກໍຄືປະຕິບັດບັນດາພາລະບົດບາດຕິດຕາມກວດກາ ແລະ ຕົກລົງບັນດາບັນຫາໃຫຍ່ຂອງແຕ່ລະປະເທດ…
      ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການຢ້ຽມຢາມ, ເຮັດວຽກຂອງຄະນະ ກັບ ຄະນະສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນນະຄອນຫາຍຟ່ອງ. ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນດີງາມ, ປະສິດທິຜົນຂອງການພົວພັນສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃນທຸກຂົງເຂດ, ທ່ານຮອງປະທານສະພາແຫ່ງຊາດລາວ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງສະພາແຫ່ງຊາດ 2 ປະເທດລາວ - ຫວຽດນາມ ກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top