• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ດັ້ງທິງອັກທິ້ງ ສິ້ນສຸດການຢ້ຽມຢາມ ສປປ ລາວ ຢ່າງຈົບງາມ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມສະຖາກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ໂອ້ລົມກັບພະນັກງານ, ພາລະກອນ ສະຖານກົງສູນ, ຜູ້ຕາງໜ້າຊາວ ຫວຽດນາມ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຮັດວຽກຢູ່ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ

ຕອນຄ່ຳວັນທີ 22 ມິຖຸນາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີອຳລາ ຢ່າງເປັນທາງການຢູ່ສະໜາມບິນສາກົນ ຫຼວງພະບາງ, ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ສປປ ລາວ ຢ່າງຈົບງາມ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 22 ມິຖຸນາ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມສະຖາກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ໂອ້ລົມກັບພະນັກງານ, ພາລະກອນ ສະຖານກົງສູນ, ຜູ້ຕາງໜ້າຊາວ ຫວຽດນາມ, ຜູ້ຕາງໜ້າບັນດາວິສາຫະກິດ ແລະ ນັກຮຽນ, ນັກສຶກສາ ຫວຽດນາມ ຢູ່ແຂວງຫຼວງພະບາງ ແລະ ຢູ່ເຂດພາກເໜືອຂອງລາວ. ທ່ານາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕີລາຄາສູງບົດບາດຂອງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໃນການສ້າງສາຍພົວພັນດ້ານການເມືອງໜັກແໜ້ນ ກັບທິດພາກເໜືອລາວ, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ທຳມາຫາກິນຢູ່ພາກເໜືອລາວ.

        ເມື່ອໂອ້ລົມກັບປະຊາຄົມຊາວ ຫວຽດນາມ, ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງສິດ, ຜົນປະໂຫຍດ ແລະ ຊີວິດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີພໍ່ແມ່ປະຊາຊົນຢູ່ລາວເວົ້າລວມ ແລະ ແຂວງຫຼວງພະບາງເວົ້າສະເພາະຢ່າງຫຼວງຫຼາຍ.

        ທ່ານນາງຮອງປະທານປະເທດ ຕັກເຕືອນພໍ່ແມ່ພີ່ນ້ອງໃຫ້ຮັກສາມູນເຊື້ອ, ຄວາມສາມັກຄີ, ເອື້ອເຟື້ອເພື່ອແຜ່ເຊິ່ງກັນ ແລະ ກັນ, ຮັກສາມູນເຊື້ອຂອງຊາດ, ເຄົາລົບ ແລະ ປະຕິບັດກົດໝາຍ, ຮີດຄອງປະເພນີຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ, ປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ທ່ານນາງຮອງປະທານປະເທດ ຮຽກຮ້ອງໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການລົງທຶນ, ຊຸກຍູ້ດ້ານການຄ້າ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງບັນດາແຂວງພາກເໜືອລາວ, ຕັ້ງໜ້າເຂົ້າຮ່ວມວຽກງານສັງຄົມ, ໜູນຊ່ວຍປະຊາຊົນລາວຢູ່ເຂດພາກເໜືອ.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຂອງຂວັນຂອງກອງທຶນອຸປະກາລະເດັກ ຫວຽດນາມ ໃຫ້ພວກນ້ອງນັກຮຽນດີເດັ່ນເຊື້ອຊາດ ຫວຽດນາມ ຢູ່ແຂວງ ຫຼວງພະບາງ ແລະ ເຂດພາກເໜືອລາວ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top