• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດດັ້ງທິງັອກທິ້ງ ຢ້ຽມຢາມ ສປປ.ລາວ

ໂດຍຮັບຄຳເຊື້ອເຊີນຂອງ ທ່ານຮອງປະທານປະເທດແຫ່ງ ສປປ.ລາວ ພັນຄຳ ວິພາວັນ, ວັນທີ 19 ມິຖຸນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງັອກທິ້ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມລາວ ໃນລະຫວ່າງວັນທີ 19 – 22 ມິຖຸນາ.


ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຫວຽດນາມ ແລະ ລາວ

(ພາບ: Thong Tan/TTXVN) 

ທີ່ການພົບປະເຈລະຈາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທິ້ງ  ແລະ ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ຈະເອົາໃຈໃສ່ສຶກສາອົບຮົມນ້ຳໃຈສາມັກຄີລະຫວ່າງຫວຽດນາມ-ລາວ ໃຫ້ແກ່ພະນັກງານ ແລະ ປະຊາຊົນສອງປະເທດໃຫ້ດີຍິ່ງກວ່າອີກ, ໂດຍສະເພາະແມ່ນໄວໜຸ່ມ; ສືບຕໍ່ເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນໃຫ້ແໜ້ນແຟ້ນ, ສະກັດກັ້ນສະພາບການຄ້າມະນຸດ, ການຄ້າຂາຍຢາເສບຕິດຢ່າງຜິດກົດໝາຍ, ການຄ້າເຖື່ອນ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍຢູ່ລຽບຕາມເສັ້ນຊາຍແດນ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ- ລາວໃຫ້ມີສັນຕິພາບ, ມິດຕະພາບ ແລະ ພັດທະນາ; ກວດກາ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ທີ່ວິສາຫະກິດຫວຽດນາມໄດ້ຮັບໜັງສືອະນຸຍາດໃຫ້ລົງທຶນຢູ່ລາວ ຢ່າງມີປະສິດທິຜົນ ແລະ ແທດຈິງ.

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ຢັ້ງຢືນວ່າ ຈະສືບຕໍ່ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາທັງລວງກວ້າງ ແລະ ລວງເລິກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top