• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈຶອງຮວ່າບິງ ຕ້ອນຮັບຮອງລັດຖະມົນຕີຜູ້ປະຈຳການກະຊວງພາຍໃນສິງກະໂປ

-ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ຢັ້ງຢືນວ່າ ໃນບັນດາຜົນງານຮ່ວມມືທີ່ສອງປະເທດບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າຂອງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສິງກະໂປ.


ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິງຕ້ອນຮັບທ່ານຮອງລັດຖະມົນຕີກະຊວງພາຍໃນສິງກະໂປ Pang Kin Ki-oong

(ພາບ:VGP/Le Son)

ວັນທີ 23 ເມສາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິງ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງພາຍໃນສິງກະໂປ Pang Kin Ki-oong ມາຢ້ຽມຢາມຫວຽດນາມ, ເຂົ້າຮ່ວມກອງປະຊຸມສອງຝ່າຍປະຈຳປີຂັ້ນຮອງລັດຖະມົນຕີຜູ້ປະຈຳການ ຄັ້ງທີ 10 ແລະ ພົບປະແຂ່ງຂັນກິລາລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສິງກະໂປຄັ້ງທີ 5.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ຢັ້ງຢືນວ່າ ໃນບັນດາຜົນງານຮ່ວມມືທີ່ສອງປະເທດບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າຂອງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສິງກະໂປ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສິງກະໂປ ຊຸກຍູ້, ເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດຂຶ້ນກັບຂອບເຂດຮັບຜິດຊອບຂອງສອງກະຊວງ.

        ທ່ານຮອງນາຍົກລັດຖະມົນຕີ  ສະເໜີໃຫ້ສອງຝ່າຍ ຈົ່ງສຸມໃສ່ຊຸກຍູ້ການຮ່ວມມື, ຮັກສາກົນໄກແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງໂລກ ແລະ ພາກພື້ນ; ປັບປຸງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງລະຫວ່າງສອງຝ່າຍ. ໃນຂົງເຂດຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ, ສອງຝ່າຍຄວນສືບຕໍ່ຮັກສາກົນໄກຮ່ວມມືສອງຝ່າຍ ແນໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສືບສວນສອບສວນ; ພິເສດແມ່ນຮັບປະກັນສະຫງົບປອດໄພຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ, ອາດຊະຍາກຳເສດຖະກິດ, ໄລ່ຈັບ, ການກໍ່ການຮ້າຍ, ພິເສດແມ່ນອາດຊະຍາກຳກ່ຽວຂ້ອງເຖິງຢາເສບຕິດ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top