• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮອງ ສຈ.ປອ ຄະນິດສາດ ເລແອງວິງ

ເປັນຜູ້ໜຸ່ມທີສຸດໄດ້ຮັບຕຳແໜ່ງ ຮອງ ສຈ ເມື່ອອາຍຸ 30 ປີ, ຮອງ ສຈ. ປອ ເລແອງວິງ ຍັງໄດ້ ເປັນທີ່ຮູ້ຈັກວ່າ ເປັນຜູ້ ມີຄວາມສາ ມາດ ດ້ານຄະນິດສາດໜຸ່ມ ຂອງ ຫວຽດນາມ ແລະ ກໍ ເປັນຜູ້ຖ່າຍ ທອດ ຄວາມຫຼົງໄຫຼ ການຮຽນວິຊາເລກ ໃຫ້ແກ່ ໄວໜຸ່ມອີກດ້ວຍ. ດ້ວຍວິທີການ ສອນເລກ ທີ່ແປກໃໝ່ ແນໃສ່ ນຳ ຫວຽດນາມ ເຂົ້າ ເຖິງ ກັບພື້ນຖານການສຶກສາທັນສະໄໝ ຂອງ ໂລກ, ປັດຈຸບັນ ຮອງ ສຈ. ປອ ເລແອງວິງ ເປັນຜູ້ຄຸ້ມຄອງ ດ້ານການສຶກສາໜຸ່ມ ທີ່ມີ ຄວາມຫຼົງໄຫຼ ແລະ ກະຕື້ລືລົ້ນ ກັບ ການຄົ້ນ ຄ້ວາວິທະຍາສາດ ຢູ່ສະເໝີ. 
ເລີ່ມຈາກຄວາມຫຼົງໄຫຼ ກັບການຮຽນຄະນິດສາດ...

ເກີດເມື່ອປີ 1983, ທ່ານ ເລແອງວິງ ເປັນຜູ້ມີຄວາຮັກ ແລະ ຫຼົງໄຫຼ ກັບການຮຽນຄະນິດສາດ ແລະ ໄດ້ບັນລຸຜົນງານຫຼາຍຢ່າງ ກັບວິຊາ ນີ້ ຕັ້ງແຕ່ສະໄໝຮຽນຢູ່ໂຮງຮຽນ ມັດທະຍົມຕອນປາຍ ສະເພາະວິ ຊາ ມະຫາວິທະຍາໄລ ວິທະຍາສາດ ທຳມະຊາດ (ມະຫາວິທະຍາ ໄລ ແຫ່ງຊາດຮ່າໂນ້ຍ). ບັນດາອາຈານສອນ ເປັນຜູ້ໃຫ້ທ້າວ ວິງ ຮູ້ ສຶກໄດ້ ຄວາມດຶງດູດໃຈ ຂອງ ວິຊາເລກ ຜ່ານບັນດາ ບົດສອນ ຂອງ ຕົນ ແລະ ຄວາມຮັກມັກວິຊາເລກ ກໍຄ່ອຍໆ ປະກົດຂຶ້ນໃນຕົວ ຂອງ ລູກສິດ ທີ່ສະຫຼາດ ເລແອງວິງ.

ປີ 2001, ເລແອງວິງ ຄວ້າຫຼຽນເງິນ ໂອແລມປິກ ຄະນິດສາດ ສາ ກົນ (IMO) ແລະ ຫຼຽນຄໍາ ຄະນິດສາດ ອາຊີປາຊີຟິກ. ດ້ວຍທຶນ ການສຶກສາຮ້ອຍສ່ວນຮ້ອຍ ຈາກລັດຖະບານ ອົດສະຕຣາລີ, ເລ ແອງວິງ ໄດ້ເຂົ້າຮຽນ ຢູ່ ມະຫາວິທະຍາໄລ New South Wales ແລະ ເສັງຈົບໄດ້ທີໜຶ່ງ ສະເພາະ ຂະແໜງຄະນິດສາດ-ຂໍ້ມູນ ຂ່າວ ສານຄອມພິວເຕີ. ປີ 2010, ເມື່ອອາຍຸ ຫາກໍ 27 ປີ, ທ່ານ ຮັບໃບ ປະກາດ ປອ ຂອງ ມະຫາວິທະຍາໄລ Harvard (ສ ອາເມລິກາ). ຜົນສຳເລັດບໍ່ໄດ້ຢຸດພຽງເທົ່ານັ້ນ, ທ່ານ ຍັງໄດ້ຮັບຮອງ ຈາກສະຖາ ບັນ ຄົ້ນຄວ້າຄະນິດສາດ-ຟີຊິກ Erwin Schrodinger (Vienna, ໂອຕຣິດ) ແລະ ພາກວິຊາຄະນິດສາດ ມະຫາວິທະຍາໄລ Rochester (ສ ອາເມລິກາ) ຊຶ່ງໄດ້ກາຍ ເປັນກາລະໂອກາດເພື່ອ ໃຫ້ທ່ານສາມາດ ໃຊ້ຊີວິດ ແລະ ເຮັດວຽກຢູ່ ສ ອາເມລິກາ. ແຕ່ວ່າ ປີ 2011, ທ່ານ ກັບຄືນປະເທດ ແລະ ເຮັດວຽກ ຢູ່ມະຫາວິທະຍາ ໄລການສຶກສາ (ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ) ແລະ ຖືວ່າ ນີ້ເປັນບ່ອນ ໃຫ້ຕົນ ສືບຕໍ່ປະກອບສ່ວນ ແລະ ບົ່ມເພາະ ຊາວໜຸ່ມ ຜູ້ມີຄວາມສາມາດໃຫ້ແກ່ ວິຊາ ຄະນິດສາດ.

ຫຼັງຈາກໄດ້ຮັບການສຶກສາເປັນເວລາຫຼາຍປີ ຢູ່ບັນດາປະເທດ ກັບ ວິຊາສະເພາະຂະແໜງທີ່ໄດ້ບຳລຸງສ້າງ ພ້ອມກັບ ຜົນງານ ຫຼາຍ ຢ່າງດ້ານການສຶກສາ ທີ່ບັນລຸໄດ້, ປັດຈຸບັນ ໃນຖານະ  ເປັນຮອງ ຫົວໜ້າຫ້ອງການຄົ້ນຄວ້າ ວິທະຍາສາດ ແລະ ຮ່ວມມືສາກົນ ຂອງ ມະຫາວິທະຍາໄລ ການສຶກສາ, ທ່ານ ເລແອງ ວິງ ໄດ້ຕັ້ງໃຈ ກັບ ການຄົ້ນຄວ້າ ບັນດາຫົວເລື່ອງ ດ້ານການ ສຶກສາ ແລະ ສ້າງບາດ ກ້າວ ກະໂດດຂັ້ນ ໃຫ້ແກ່ ໂຮງ ຮຽນແຫ່ງນີ້ ໃຫ້ເຂົ້າເຖິງ ຄວາມ ກ້າວໜ້າ ຂອງ ປະເທດຕ່າງໆ. ທ່ານ ຄວ້າໄດ້ລາງວັນທີໜຶ່ງ ກ່ຽວ ກັບສັນທັດ ແລະ ຄວາມສາມາດດ້ານ ວິທະຍາສາດ ໜຸ່ມ ຫວຽດ ນາມ ຊຶ່ງເປັນລາງວັນ ກິດຈະກຳ ວິທະຍາສາດ ດີເດັ່ນ ຂອງ ນັກວິ ທະຍາສາດໜຸ່ມ ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ຫຼຽນກາ ໄວໜຸ່ມປະດິດສ້າງ ຂອງ ສູນກາງຊາວ ໜຸ່ມ ກອມມູນິດ ໂຮ່ຈີມິນ. ຮອງ ສຈ. ປອ ເລແອງວິງ ເປັນໜຶ່ງ ໃນຊາວໜຸ່ມ ດີເດັ່ນສິບຄົນ ຂອງ ນະຄອນຫຼວງ ຮ່າໂນ້ຍ ແລະ ເປັນຄົນ ໜຸ່ມທີສຸດ ຂອງ ຫວຽດ ນາມ ໄດ້ຮັບນາມມະຍົດ ເປັນ ຮອງ ສຈ ໃນ ປີ 2013.


ຮອງ ສຈ.ປອ ເລແອງວິງ, ຜູ້ປະດິດສ້າງບັນດາຫົວເລື່ອງ ແລະ ວິທີ ການຮຽນຄະນິດສາດ ທີ່ດີທີສຸດໃຫ້ແກ່ນັກຮຽນ. 


ຮອງ ສຈ.ປອ ເລແອງວິງ ແລະ ນ້ອງ ເຈິ່ນກວາງຢ້ຽວ (ນັກຮຽນຂອງ ສະໂມສອນ ຮຽນເລກ ພ້ອມກັບ Jenny) ຄວ້າໄດ້ລາງ ວັນທີໜຶ່ງ ນັກຈິນຕະນາການ ວິທີຄະນິດ Bebra 2019.


ຮອງ ສຈ.ປອ ເລແອງວິງ ໃນຊົ່ວໂມງຮຽນເລກ ທີ່ສະໂມສອນ ຮຽນ ເລກ ພ້ອມກັບ Jenny.


ນັກຮຽນມີຄວາມຕັ້ງໃຈ ຕໍ່ວິຊາຄະນິດສາດ ຜ່ານການ ຖ່າຍທອດ ບົດຮຽນ ຂອງ ຮອງ ສຈ.ປອ ເລແອງວິງ. 


ຮອງ ສຈ.ປອ ເລແອງວິງ ແລະ ບັນດານັກຮຽນຂອງຕົນ.

ປີ 2017, ຮອງ ສຈ.ປອ ເລແອງວິງ ເປັນຜູ້ນຳພາ ຄະນະ ຄະນິດ ສາດ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ໂອແລມປິກ ຄະນິດສາດ ສາກົນ (IMO) ແລະ ຄວ້າໄດ້ 4 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນ ທອງ, ຢູ່ອັນດັບທີ 3 ໃນຈຳນວນທັງໝົດ 112 ປະເທດ ແລະ ເຂດ ແຄວ້ນ ເຂົ້າຮ່ວມງານແຂ່ງຂັນຄະນິດສາດ ຄັ້ງທີ 58 ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນ Rio de Janeiro ປະເທດ ບຣາຊິນ.

ເປັນຜູ້ຮຽນເລກ, ຄູສອນເລກ, ຮອງ ສຈ. ປອ ເລແອງວິງ ມີຄວາມ ປາດຖະໜານຳບົດຮຽນຂອງຕົນ ເພື່ອປູກຝັງໃຫ້ນັກຮຽນ ຜູ້ມີຄວາມ ສາມາດດ້ານຄະນິດສາດ ໃຫ້ແກ່ປະເທດຊາດ. ເປັນອາຈານສອນ, ເປັນຜູ້ຮັບຜິດຊອບ ພະແນກສ້າງຄູ, ມະຫາວິທະ ຍາໄລການສຶກ ສາ (ມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ), ທັງເປັນຜູ້ກໍ່ຕັ້ງ ສະໂມ ສອນ ຮຽນເລກ ພ້ອມກັບ Jenny. ນີ້ແມ່ນ ສະໂມສອນ ຊ່ວຍ ບັນດານ້ອງນ້ອຍ ໄດ້ສຳຜັດກັບ ວິຊາເລກທັນສະໄໝ ຕາມແບບງ່າຍໆ ຊຶ່ງສອດຄ່ອງກັບແຕ່ລະໄວ ຈາກຂັ້ນຮຽນ ອະນຸບານ ເຖິງຂັ້ນປະຖົມ.

ໄດ້ຮັບການສ້າງຕັ້ງແຕ່ປີ 2015, ມາຮອດປັດຈຸບັນ, ສະໂມສອນ ໄດ້ດຶງດູດ ນັກຮຽນ ເຂົ້າຮ່ວມ ຫຼາຍຮ້ອຍຄົນ ແລະ ໄດ້ກາຍເປັນຂົວ ຕໍ່ ນຳເດັກນ້ອຍ ສູ່ “ໂລກຄະນິດສາດ” ທີ່ ມີຊີວິດຊີວາ ແລະ ສວຍ ງາມ. ວິຊາເລກ ບໍ່ແມ່ນ ແຕ່ບັນດາຕົວເລກ ແລະ ຫຼັກການເຮັດ ເລກເທ່ົານັ້ນ, ແຕ່ຍັງເປັນ ພາບແຕ້ມທີ່ເຕັມໄປດ້ວຍສີສັນ. ບັນດາ ອາຈານສອນ ທີ່ ສະໂມສອນ ຕ່າງກໍເປັນຜູ້ມີຄວາມຫຼົງໄຫຼກັບ ວິຊາເລກ, ໄດ້ຮັບການບຳລຸງສ້າງເປັນພິເສດ, ລົງເລິກ ກ່ຽວ ກັບວິທີ ການຮຽນ ແລະ ສິດສອນ ທີ່ສະໂມສອນ. ມີນັກຮຽນຫຼາຍຄົນ ຄວ້າ ໄດ້ ລາງວັນ ຄະນິດສາດ ໃນເວລາຮຽນຢູ່ສະໂມສອນເຊັ່ນ ນ້ອງ ເຈິ່ນກວາງຢ້ຽວ ໄດ້ຮັບຫຼຽນຄຳ ນັກຈິນຕະນາການວິທີຄະນິດ Bebra 2019. ມາຮອດປັດຈຸບັນ, ຕົວແບບ ສະໂມສອນ ຄະນິດ ສາດ ໂດຍ ອາຈານ ວິງ ເປັນຜູ້ລິເລີ່ມ ໄດ້ນຳເຂົ້າ ຜັນຂະຫຍາຍ ທີ່ ໂຮງຮຽນ ປະຖົມຄຸນນະພາບສູງຫຼາຍແຫ່ງ ທັງໄດ້ ຮ່ວມກັບ ຫຼັກສູດ ຂອງກະຊວງການສຶກສາ-ກໍ່ສ້າງ ເພື່ອການ ຜັນຂະຫຍາຍ ຢ່າງ ກວ້າງຂວາງ.

ເປັນ ຮອງສຈ. ປອ. ຄູສອນຄະນິດສາດ ທັງເປັນນັກຄຸ້ມຄອງ ດ້ານ ການ ສຶກສາ, ໝູ່ເພື່ອນ, ຜູ້ຮ່ວມງານ, ນັກຮຽນ ຍາມໃດກໍຮູ້ສຶກໄດ້ ຢູ່ທີ່ ຮອງສຈ. ປອ ເລແອງວິງ ທີ່ມີຄວາມຂະຫຍັນຂັນແຂງ,  ມີ ຄວາມຮູ້ ແລະ ຄວາມມຸ້ງຫວັງ ໃນການຖ່າຍທອດແຮງບັນດານໃຈ ກ່ຽວກັບ ວິຊາຄະນິດສາດ ຢ່່າງມີຄວາມດຶງດູດຈັບໃຈ. ຄະນິດສາດ ເປັນຂົງເຂດ ທີ່ຍິ່ງຄົ້ນຄວ້າລົງເລິກ ຈະຍິ່ງຮູ້ສຶກໄດ້ ຄວາມດຶງດູດໃຈ ຢ່າງ ໜ້າອັດສະຈັນຂອງມັນ. ຢູ່ເບື້ອງຫຼັງ ບັນດາຕົວເລກ ຍັງແມ່ນ ບັນດາເລື່ອງລາວ ແລະ ການປະດິດໃໝ່ ທີ່ຍິ່ງໃຫຍ່ ຊຶ່ງ ໄດ້ໝູນໃຊ້ ໃນຊີວິດ ແລະ ສັງຄົມ.

... ເຖິງນັກຄຸ້ມຄອງດ້ານການສຶກສາເດັກ ທີ່ເຕັມໄປດ້ວຍ ຄວາມ ຫ້າວຫັນ ແລະ ປະດິດສ້າງ

ເມື່ອຍັງເຮັດວຽກຢູ່ມະຫາວິທະຍາໄລການສຶກສາ, ຮອງ ສຈ. ປອ ເລແອງວິງ ໄດ້ຜ່ານຫຼາຍຂົງເຂດວຽກງານ ທີ່ແຕກຕ່າງກັນເຊັ່ນ: ນັກ ຄຸ້ມຄອງບໍລິຫານ ໃນຖານະເປັນ ຮອງຫົວໜ້າຫ້ອງການ ວິທະຍາ ສາດ ແລະ ພົວພັນສາກົນ, ຜູ້ຮັບຜິດຊອບພະແນກວິຊາຄູ, ຜູ້ ອຳນວຍການສູນຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດ-ການສຶກສາ, ຜູ້ອຳນວຍການ ໂຮງຮຽນມັດທະຍົມຕອນປາຍ ວິທະຍາສາດ-ການ ສຶກສາ. ເຖິງວ່າ ຈະຢູ່ໃນຕຳແໜ່ງໃດກໍ່ຕາມ, ທ່ານກໍສົ່ງພະລັງແຮງ ເຖິງເພື່ອນຮ່ວມງານ, ຄູສອນວ່າດ້ວຍ ກົດຂໍ້ບັງຄັບ ໃນຂົງເຂດ ການສຶກສາ ບໍ່ພຽງແຕ່ແມ່ນການກໍ່ສ້າງ ຄູສອນ ຫຼື ວິທະຍາສາດ ສ້າງຄູເທົ່ານັ້ນ, ແຕ່ຍັງແມ່ນວິທະຍາສາດ ການສຶກສາ ແລະ ຄຸ້ມ ຄອງການສຶກສາອີກດ້ວຍ.

ຮອງ ສຈ.ປອ ເລແອງວິງ ກໍແມ່ນຜູ້ຮັບຜິດຊອບ ການຄົ້ນຄວ້າ ວິທະ ຍາສາດ ການສຶກສາ ຫຼາຍຫົວຂໍ້ ກັບ 51 ບົດ ທີ່ໄດ້ລົງ ພິມ ຢູ່ວາລະ ສານຕ່າງປະເທດ, 25 ບົດລາຍງານ ລາຍງານ ໃນກອງປະຊຸມວິ ທະຍາສາດສາກົນ, 6 ບົດລາຍງານ ໃນກອງປະຊຸມ ວິທະຍາສາດ ພາຍໃນປະເທດ. ທ່ານກໍເປັນຄູສອນຂັ້ນສູງ ຂອງມະຫາວິທະຍາໄລ ການສຶກສາ ຍາມໃດ ກໍມີຄວາມປາດຖະໜາ ໄດ້ປະກອບສ່ວນ ປະດິດສ້າງ ປ່ຽນໃໝ່ ພື້ນຖານການສຶກສາ ຂອງ ປະເທດຊາດ ເພື່ອ ໃຫ້ຄົນຮຸ້ນໜຸ່ມ ມີຄວາມສາມາດ ແລະ ຫ້າວຫັນຢູ່ສະເໝີ.



ຮອງ ສຈ.ປອ ເລແອງວິງ ພ້ອມກັບບັນດານັກຊ່ຽວຊານສາກົນ ພິຈາ ລະນາ ກ່ຽວກັບ ຍຸດທະສາດ ດຶງດູດນັກຮຽນຍິງ ເຂົ້າ ຮ່ວມວິທະຍາ ສາດ ແລະ ປ່ຽນໃໝ່ປະດິດສ້າງ. 


ງານສຳມະນາວ່າດ້ວຍຊຸກຍູ້ຄວາມສົນໃຈ ຂອງ ນັກຮຽນຍິງ ໃນວິ ທະຍາສາດ ແລະ ປ່ຽນໃໝ່ປະດິດສ້າງ ໂດຍຜ່ານການສຶກສາ STEM ໂດຍສະຖານທູດອັງກິດ,
ສະພາອັງກິດ ປະຈຳ ຮ່າໂນ້ຍ ຈັດຕັ້ງ ໄດ້ເຊີນ ຮອງ ສຈ.ປອ ເລແອງວິງມາເຂົ້າຮ່ວມ ໃນຖານະ ເປັນ ຜູ້ບັນຍາຍ. 

ປີ 2016, ມະຫາວິທະຍາໄລການສຶກສາ ເປີດໂຮງຮຽນ ມັດທະຍົມ ຕອນປາຍ ວິທະຍາສາດ-ການສຶກສາ (HES) ຊຶ່ງໄດ້ກໍ່ສ້າງຕາມ ຕົວແບບ ໂຮງຮຽນມັດທະຍົມຕອນປາຍ ພາກປະຕິບັດ ຕົວຈິງ ດ້ານການສຶກສາ ທີ່ກ້າວໜ້າ, ມີຄຸນນະພາບສູງ ຂອງ  ຫວຽດນາມ, ຮອງ ສຈ.ປອ ເລແອງວິງ ໄດ້ການນຳ ແຕ່ງຕັ້ງເປັນຮອງ ຜູ້ອຳນວຍ ການ (ໃນສອງຮອງ ອຳນວຍການ-ບໍ່ມີຜູ້ອຳນວຍການ) ແລະ ຫຼັງ ຈາກນັ້ນໄດ້ດຳລົງຕຳແໜ່ງ ເປັນຜູ້ອຳນວຍການຂອງ HES. ໃນ ສົກຮຽນ 2016-2017, ຮອງ ສຈ.ປອ ເລແອງວິງ ສືບຕໍ່ ຖືກແຕ່ງ ຕັ້ງໃຫ້ດຳລົງຕຳແໜ່ງ ເປັນຮອງຫົວໜ້າສະຖາບັນ ວິທະຍາສາດ-ການສຶກສາ ຫວຽດນາມ.

ສະຖາບັນ ວິທະຍາສາດ-ການສຶກສາ ຫວຽດນາມ ມີບົດບາດ ອັນ ສຳຄັນ ຄື ຄົ້ນຄວ້າ, ເປັນທີ່ປຶກສາໃຫ້ລັດຖະມົນຕີ ກ່ຽວກັບ ຂົງເຂດ ການສຶກສາ-ບຳລຸງສ້າງ, ສະໜອງຂໍ້ມູນທາງວິທະຍາສາດ ໃຫ້ວຽກ ງານຄຸ້ມຄອງແຫ່ງລັດ ວ່າດ້ວຍດ້ານການສຶກສາ-ບຳລຸງສ້າງ ແລະ ກໍ່ສ້າງນະໂຍບາຍ, ແຜນສັງລວມພັດທະນາ ການສຶກສາ-ບຳລຸງ ສ້າງ... ບັນດາວຽກງານດັ່ງກ່າວ ຍິ່ງສຳຄັນເປັນພິເສດ ໃນສະຖານະ ການ ຫວຽດນາມ ກຳລັງປະຕິບັດ ການປ່ຽນໃໝ່ ໂດຍພື້ນຖານ ແລະ ຮອບດ້ານ ການສຶກສາ ແລະ ລຳລຸງສ້າງ. ສຈ.ປອ ວິທະຍາສາດ ບຸ່ຍວັນກາ, ຮອງລັດຖະມົນຕີ ກະຊວງ ສຶກສາ ແລະ ບຳລຸງສ້າງໄດ້ ກ່າວວ່າ: “ຮັບຜິດຊອບຕຳແໜ່ງ ຮອງຫົວໜ້າ ສະຖາບັນວິ ທະຍາ ສາດ-ການສຶກສາ ຫວຽດນາມ ແມ່ນສິ່ງທົດສອບ, ພາລະສຳຄັນ ຕໍ່ ຮອງ ສຈ.ປອ ເລແອງວິງ ແຕ່ຍິ່ງໄປກວ່ານັ້ນ, ສະຖາບັນຕ້ອງການ ຜູ້ໜຸ່ມແໜ້ນ ແລະ ມີຄວາມສາມາດຄືທ່ານ ວິງ ເພື່ອ ໃຫ້ມີບາດກ້າວປະດິດສ້າງ ຊຶ່ງໝູນໃຊ້ ໃຫ້ແກ່ ບັນດາໂຄງການ, ປຶ້ມສິດສອນໃໝ່ ຫຼື ຄົ້ນຄວ້າ ຍຸດທະສາດ ກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ປະເທດຊາດ ຊຶ່ງສອດຄ່ອງກັບ ການປະຕິວັດ ອຸດສາຫະກຳ 4.0 ພ້ອມກັນນັ້ນ ແມ່ນປ່ຽນໃໝ່ ດ້ານຄຸ້ມຄອງຂັ້ນມະຫາ ເພື່ອປະຕິບັດ ການເປັນເຈົ້າຂອງຕົນເອງ”. 

ຈາກຈຸດເລີ່ມຕົ້ນເປັນຜູ້ມີຄວາມສາມາດດ້ານຄະນິດສາດ ເຖິງນາຍ ຄູ ແລະ ນັກຄຸ້ມຄອງດ້ານການສຶກສາ, ປັດຈຸບັນ ຮອງ ສຈ, ປອ ເລ ແອງວິງ ຍັງຄົງເຮັດວຽກ ໃນຫຼາຍຂະແໜງ ການສຶກສາໃນເວລາ ດຽວກັນ. ຮອງ ສຈ, ປອ ເລແອງວິງ ສົມເປັນແວ່ນແຍງ ໃນຂະແໜງ ການສຶກສາ ທີ່ເຕັມໄປດ້ວຍ ຄວາມຫ້າວຫັນ ແລະ ປະດິດສ້າງ.
ບົດ: ບິກເວິນ-ພາບ: ແທງຢາງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top