• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮສຈ. ປອ ເຈິ່ນແມ້ງຈີ໋-ຜູ້ຄົ້ນພົບ “ສານພິດ” Phthaletes

ດ້ວຍກິດຈະການ ທາງວິທະຍາສາດ “ປະເມີນຄວາມສ່ຽງ ໃນ ການສຳຜັດກັບທາດ phthalates ຈາກອາກາດ ພາຍໃນ ເຮືອນ  ຢູ່ບາງນະຄອນ ຂອງພາກໜືອ ຫວຽດນາມ ແລະ ຜົນສະທ້ອນຂອງມັນ ຕໍ່ການສຳຜັດ ຂອງມະນຸດ”, ຮສຈ. ປອ ເຈິ່ນແມ້ງຈີ໋ ອາຈານ ສອນ ພາກວິຊາ ເຄມີສາດ, ມະຫາວິທະຍາໄລທຳມະຊາດ (ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ) ຫາກໍຖືກສະເໜີ ຊື່ຮັບລາງວັນ ວິທະຍາສາດ ຕ້າກວາງບື໊ວ ປີ 2020. ຮສຈ. ປອ ເຈິ່ນແມ້ງຈີ໋ ເກີດເມື່ອປີ 1981, ເປັນສະມາຊິກພັກ, ທັງເປັນ ນັກວິທະຍາສາດໜຸ່ມ ໃນຂະແໜງເຄມີສາດ ຢູ່ ຫວຽດນາມ, ໄດ້ຕີພິມບົດຂຽນ 40 ບົດ ລົງໃນບັນດາວາລະສານ ສະເພາະ ຂະແໜງ ຢູ່ພາຍໃນ ປະເທດ ແລະ 20 ບົດລົງ ໃນ ບັນດາວາລະສານ ສາກົນ ອີກດ້ວຍ. 
ເປັນເວລາກວ່າ 50 ປີ, ທາດປະສົມ phthalates ຍາມໃດ ກໍ ເປັນສ່ວນປະກອບແຖວໜ້າ ດຶງດູດການຄົ້ນຄວ້າ ແລະ ຕີລາ ຄາ ຂອງ ບັນດາອົງການຈັດຕັ້ງສາກົນ ທີ່ມີຊື່ສຽງ ຂອງ ໂລກ ກ່ຽວກັບຄວາມປອດໄພ ເມື່ອນຳໃຊ້. ໂດຍຮັບຮູ້ໄດ້ ຄວາມ ນຶກຄິດໃໝ່ ແລະ ລັກສະນະຈຳເປັນ ແລະ ຮີບດ່ວນຂອງ ກິດ ຈະກໍາ ໃນຊີວິດການເປັນຢູ່ຕົວຈິງ, ກອງທຶນພັດທະນາ ວິທະ ຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (NAFOSTED) ໄດ້ ອະນຸມັດຜ່ານ ແນວຄວາມຄິດ ຂອງ ຮສຈ. ປອ ເຈິ່ນແມ້ງຈີ໋ ໃນປີ 2015. 
 

ຮສຈ. ປອ ເຈິ່ນແມ້ງຈີ໋ ອາຈານສອນພາກວິຊາເຄມີສາດ, ມະ ຫາວິທະຍາໄລ ທຳມະຊາດ (ມະຫາວິທະຍາໄລ ແຫ່ງຊາດ ຮ່າ ໂນ້ຍ), ຫົວໜ້າໂຄງການວິທະຍາສາດ “ປະເມີນ ຄວາມສ່ຽງ ໃນ ການສຳຜັດກັບທາດ phthalates ຈາກ ອາກາດ ພາຍໃນເຮືອນ ຢູ່ບາງນະຄອນ ຂອງພາກໜືອ ຫວຽດນາມ ແລະ ຜົນສະທ້ອນຂອງມັນ ຕໍ່ການສຳຜັດ ຂອງມະນຸດ”.
ກິດຈະການ ໄດ້ຮັບການສະເໜີຊື່ ຮັບລາງວັນວິທະຍາສາດ ຕ້າກວາງບື໊ວ ປີ 2020.



ພິເສດ, ກິດຈະການຄົ້ນຄວ້າ ຂອງ ຮສຈ. ປອ ເຈິ່ນແມ້ງຈີ໋ ແລະ ເພື່ອນຮ່ວມງານ ໄດ້ມີການປະດິດສ້າງ ດ້ານເຕັກນິກ ໃນການເພີ່ມປະສິດທິພາບ
ຂອງ ການເກັບຕົວຢ່າງ ທ່ີມີປະ ສິດທິພາບສູງ. 



ປະຈຸບັນ, ຮສຈ. ປອ ເຈິ່ນແມ້ງຈີ໋ ແລະ ເພື່ອນຮ່ວມງານ ຍັງ ຄົງໃຊ້ວິທີການວິເຄາະ ທ່ີເໝາະສົມທ່ີສຸດ ເພື່ອກວດສອບ ລະດັບມົນລະພິດ ໃນອາກາດ. 


ຮສຈ. ປອ ເຈິ່ນແມ້ງຈີ໋ ກະກຽມເຄື່ອງມືເກັບຕົວຢ່າງ ສໍາລັບ ວຽກງານ ທາງວິທະຍາສາດ “ປະເມີນ ຄວາມສ່ຽງ ໃນ ການສຳຜັດກັບທາດ phthalates ຈາກ ອາກາດ ພາຍໃນເຮືອນ”.


ຮສຈ. ປອ ເຈິ່ນແມ້ງຈີ໋ ແລກປ່ຽນ ກັບນັກສຶກສາ ຂອງຕົນ ຢູ່ ຫ້ອງທົດລອງ ພາກວິຊາເຄມີສາດ, ມະຫາວິທະຍາໄລ ແຫ່ງ ຊາດ ຮ່າໂນ້ຍ. 


ເປັນສະມາຊິກພັກ ແລະ ນັກວິທະຍາສາດໜຸ່ມ ໃນຂົງເຂດ ເຄມີສາດ ຢູ່ ຫວຽດນາມ, ຮສຈ. ປອ ເຈິ່ນແມ້ງຈີ໋ ໄດ້ຕີພິມ ບົດຂຽນ ຫຼາຍບົດ
ລົງໃນວາລະສານ ສະເພາະຂະແໜງ ຢູ່ ພາຍໃນ ແລະ ຕ່າງປະເທດ. 

ມີການຮວບຮວມ ແລະ ວິເຄາະ ຕົວຢ່າງອາກາດ ເກືອບ 100 ຕົວຢ່າງ ໃນສະພາບແວດລ້ອມ ຈຸລະພາກເຊັ່ນ: ຫ້ອງການ, ຄົວເຮືອນ, ຫ້ອງທົດລອງ, ເຮືອນລ້ຽງເດັກ, ຮ້ານຕັດຜົມ... ຢູ່ ນະຄອນຫຼວງ ຮ່າໂນ້ຍ, ແຂວງ ບັກນິງ, ແຂວງ ຖ໋າຍບິ່ງ ແລະ ແຂວງ ຕວຽນກວາງ ແຕ່ເດືອນ ສິງຫາ 2016 ເຖິງ ເດືອນ ກຸມ ພາ 2017. ບັນດາຕົວແບບການຄົ້ນຄວ້າ ໄດ້ຖືກທົດລອງຢູ່ ບັນດາຫ້ອງທົດລອງ. ຜົນການວິໄຈ ສະແດງໃຫ້ເຫັນວ່າ phthalates ໄດ້ມີການກະຈາຍຕົວ ທີ່ມີຄວາມເຂັ້ມສູງ ໃນ ຕົວຢ່າງ ທ່ີເກັບມາທັງໝົດ. ຜົນງານດັ່ງກ່າວ ໄດ້ຖືກພິມ ລົງ ໃນວາລະສານສາກົນ ທີ່ມີຊື່ສຽງ  Science of the Total Environment  ແລະ ໄດ້ຕີລາຄາສູງ ຈາກນັກວິຊາການ.
Phthalates ເປັນກຸ່ມສານເຄມີສັງເຄາະ, ສ່ວນຫຼາຍຈະກະ ຈາຍໃນອາກາດ ພາຍໃນເຮືອນ ຈາກເຄື່ອງໃຊ້ ໃນຄອບຄົວ ເປັນຕົ້ນຕໍເຊັ່ນ: ເຄື່ອງໃຊ້ ດ້ວຍປຼາສຕິກ, ເຄື່ອງສໍາອາງ...
Phthalates ເຮັດໃຫ້ເກີດຄວາມຜິດປົກກະຕິ ຂອງ ຮໍໂມນ ແລະ ສົ່ງຜົນກະທົບ ຢ່າງຮ້າຍແຮງ ຕໍ່ ສຸຂະພາບ ຂອງ ເດັກ ນ້ອຍ ແລະ ຜູ້ໃຫຍ່ ຜ່ານທາງລະບົບຫາຍໃຈ.

ໄລ່ມາຮອດເວລາກິດຈະການນີ້ ໄດ້ຖືກເຜີຍແຜ່ (ປີ 2017), ບັນດາການຄົ້ນຄວ້າ ກ່ຽວກັບການກະຈາຍ phthalates ໃນ ສະພາບແວດລ້ອມ ທາງອາກາດ ໃນໂລກ ຍັງຈໍາກັດ ແລະ ຂາດການຕີລາຄາ ກ່ຽວກັບຂອບເຂດ ຂອງ ການກະຈາຍ phthalates ໃນອາກາດ  ອີງຕາມສະພາບແວດລ້ອມ ຈຸລະ ພາກ ທີ່ແຕກຕ່າງກັນ. ສິ່ງສຳຄັນກວ່າກໍ່ຄື ການຄົ້ນຄວ້າ ໄດ້ ນໍາໃຊ້ຂັ້ນຕອນ ການປະເມີນ ລະດັບ phthalates ໃນອາ ກາດ ອີງຕາມສະພາບແວດລ້ອມຈຸລະພາກ ທີ່ແຕກຕ່າງກັນ ຢູ່ ຫວຽດນາມ. ຂັ້ນຕອນຕໍ່ໄປຄືການປະເມີນ ຄວາມສ່ຽງ ຂອງ ການສຳຜັດ phthalates ໃນການຫາຍໃຈທາງອາກາດ ສໍາລັບກຸ່ມອາຍຸ ທ່ີຕ່າງກັນ ຂອງ ຄົນ ຫວຽດນາມ.

ຜົນສຳເລັດຂອງກິດຈະການນີ້ ໄດ້ສະໜອງວິທີການ ວິໄຈ ທີ່ ຊັດເຈນ, ທັນສະໄໝ, ຊ່ວຍກຳນົດ ທາດອິນຊີ ທ່ີກໍ່ໃຫ້ເກີດ ຄວາມຜິດປົກກະຕິ ໃນຮ່າງກາຍມະນຸດ. ຜົນການຄົ້ນຄວ້າ ໄດ້ຊ່ວຍ ປັບປຸງຄວາມສາມາດ ໃນການວິເຄາະ ແລະ ກວດສອບດ້ານສິ່ງແວດລ້ອມ ໃນບັນດາຫ້ອງທົດລອງ ຄົ້້ນຄວ້າສະເພາະ ຢູ່ ຫວຽດນາມ.

ປະຈຸບັນ, ຮສຈ. ປອ ເຈິ່ນແມ້ງຈີ໋ ແລະ ເພື່ອນຮ່ວມງານ ຍັງ ຄົງສືບຕໍ່ສ້າງມາດຕະຖານ ບັນດາວິທີການວິເຄາະ ທ່ີດີທີສຸດ ເພື່ອຕິດຕາມລະດັບມົນລະພິດ ແລະ ປະເມີນຄວາມສ່ຽງໃນ ການສຳຜັດ ກັບທາດປະສົມອື່ນໆ ຂອງ ກຸ່ມ ຮໍໂມນ ແລະ phthalates ໃນອາກາດ, ຂີ້ຝຸ່ນພາຍໃນເຮືອນ, ເຄື່ອງດື່ມ ແລະ ອາຫານ ທ່ີບັນຈຸໃນເຄື່ອງໃຊ້ດ້ວຍປຼາສຕິກ...



ຮສຈ. ປອ ເຈິ່ນແມ້ງຈີ໋ ແລກປ່ຽນປະສົບການ ກັບເພື່ອນ ຮ່ວມງານສາກົນ ຢູ່ ສະວິດ. ພາບ: ເອກະສານ


ຮສຈ. ປອ ເຈິ່ນແມ້ງຈີ໋ ພ້ອມກັບກຸ່ມຄົ້ນຄ້ວາ ທີ່ ນະຄອນ ນີວ ຢອກ, ສ ອາເມລິກາ... ພາບ: ເອກະສານ


... ແລະ ແລກປ່ຽນກ່ຽວກັບການຄົ້ນຄ້ວາ ທີ່ກຸ່ມບໍລິສັດ ຮີໂຢ ຊິ, ຍີ່ປຸ່ນ. ພາບ: ເອກະສານ


ຮສຈ. ປອ ເຈິ່ນແມ້ງຈີ໋ ພ້ອມກັບບັນດານັກວິທະຍາສາດ ທີ່ ງານສຳມະນາສາກົນ ຢູ່ ໂຮໂນລູລູ. ພາບ: ເອກະສານ


ຄວາມສຸກ ຂອງ ອາຈານ ເຈິ່ນແມ້ງຈີ໋ ກັບນັກສຶກສາ ຮຽນຈົບ ພາກວິຊາເຄມີສາດ, ມະຫາວິທະຍາໄລ ທຳມະຊາດ, ມະຫາ ວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ. ພາບ: ເອກະສານ

ນອກຈາກວຽກງານການສິດສອນ ທີ່ພາກວິຊາ ເຄມີສາດ, ຮສຈ. ປອ ເຈິ່ນແມ້ງຈີ໋ ຍັງໃຊ້ເວລາ ຢ່າງຫຼວງຫຼາຍໃນ ກິດ ຈະການຄົ້ນຄວ້າວິທະຍາສາດ ອື່ນອີກ. ສຳລັບເພິ່ນແລ້ວ, ທຸກໆ ກິດຈະການ ທ່ີປະສົບຜົນສຳເລັດ ແມ່ນຄວາມສຸກ, ຄວາມດີໃຈ ທ່ີທະວີຄູນຂຶ້ນຫຼາຍທົບເທົ່າ ເມື່ອໄດ້ ໝູນໃຊ້ ໃນ ຕົວຈິງ, ປະກອບສ່ວນເຮັດໃຫ້ສັງຄົມ ພັດທະນາ ຍິ່ງຂຶ້ນ. 

ລາງວັນ ຕ້າກວາງບື໊ວ ແມ່ນລາງວັນ ທ່ີມີກຽດ ແລະ ມີຊື່ສຽງ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຂຶ້ນ ປະຈຳ ປີ ແນໃສ່ໃຫ້ກຳລັງໃຈ
ແລະ ເຊີດຊູ ບັນດາ ນັກວິທະຍາສາດ ຜູ້ມີຜົນງານທີ່ດີເດັ່ນ ໃນການຄົ້ນຄວ້າ ກ່ຽວກັບຂົງເຂດວິທະ ຍາສາດ ທຳມະຊາດ ແລະ ເຕັກນິກ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top