• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຮວ່າງລຽນເຊີນ, ຈຸດນັດໝາຍ ທີ່ດຶງດູດໃຈ ຂອງໂລກ ປີ 2019

ທ້າຍປີ 2018, ວາລະສານ National Geographic ຂອງ ສ.ອາເມລິກາ ໄດ້ປະກາດ ບັນຊີລາຍຊື່ 28 ຈຸດນັດໝາຍ ດຶງດູດໃຈທີສຸດໂລກໃນປີ 2019. ຮວ່າງລຽນເຊີນ, ຕອນສຸດທ້າຍ ທາງທິດ ຕາເວັນອອກສ່ຽງໃຕ້ ຂອງ ສາຍພູ Himalaya ຊຶ່ງນອນຢູ່ພື້ນທີ່ ທາງທິດຕາເວັນຕົກສ່ຽງເໜືອ ຂອງ ຫວຽດນາມ ໄດ້ຢູ່ອັນດັບທີ 7 ໃນຕາຕະລາງຈັດອັນດັບ ຂອງ ວາລະສານ National Geographic, ເປັນຈຸດໜ້າທ່ຽວທີສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. 
ຄວາມມະຫັດສະຈັນ ຟານຊີປັງ

ສາຍກະເຊົ້າລອຍຟ້າ  ຟານຊີປັງ ຊາປາ ໂດຍ ກຸ່ມບໍລິສັດ Sun Group ເປັນຜູ້ລົງທຶນ ແລະ ປະຕິບັດ ໂດຍເປັນທີ່ປຶກສາ, ອອກແບບ ຂອງບໍລິສັດ ກະເຊົ້າລອຍຟ້າ ອັນດັບໜຶ່ງ ຂອງ ໂລກ Doppelmayr Garaventa. ສາຍກະເຊົ້າລອຍຟ້າ  ມີລະດັບຄວາມສູງ 3.143 ເມື່ອທຽບກັບໜ້ານຳ້ທະເລ, ໂດຍມີຈຸດເລີ່ມ ຕົ້ນ ຈາກຮ່ອມພູ ເມື່ອງຮວາ ຂຶ້ນເຖິງຈອມພູ ຟານຊີປັງ. ກະເຊົ້າໜ່ວຍໜຶ່ງ ສາມາດບັນຈຸນັກທ່ອງທ່ຽວໄດ້ສູງສຸດ 30-35 ຄົນ ແລະ ຂົນສົ່ງໄດ້ 2.000 ຄົນ/ຊົ່ວໂມງ, ຫຼຸດເວລາຂຶ້ນຈອມພູ ຟານຊີປັງ ລົງເຫຼືອ 15 ນາທີ ແທນທີ່ 2 ວັນ ຍ່າງຕາມທາງບົກທີ່ມີຄວາມທຸລະກັນດານ. 
“ນີ້ແມ່ນຄັ້ງທີ່ 28 ຂອງ ການເດີນທາງ ມ່ວນທີສຸດ ແລະ ບັນດາພຶດຕິກຳຕົວຈິງນີ້ ໄດ້ສ້າງແຮງບັນດານໃຈ, ຜັນປ່ຽນວິໄສທັດ, ເຊື່ອມຕໍ່ພວກຂ້າພະເຈົ້າ ກັບບັນດາພື້ນຖານວັດທະນະທຳ, ບັນ ດາຈຸດທີ່ມາ ແລະ ຄວາມນຶກຄິດ ສົ່ງຜົນສະທ້ອນຕໍ່ໂລກ”. ນັ້ນແມ່ນຄວາມຮູ້ສຶກ ຂອງ ທ່ານ George Stone ຫົວໜ້າຄະນະບັນນາທິການວາລະ ສານທ່ອງທ່ຽວ National Geographic.

ໃນການແນະນຳກ່ຽວກັບ ຮວ່າງລຽນເຊີນ, ວາລະສານທີ່ມີຊື່ສຽງນີ້ ໄດ້ພັນລະນາວ່າ: “ໂດຍອາໄສກະເຊົ້າລອຍຟ້າສາຍໃໝ່, ມີນັກທ່ອງທ່ຽວ ນັບມື້ນັບຫຼາຍ ໄດ້ມີໂອກາດຂຶ້ນມາຮອດ ຈອມພູ ຟານຊີປັງ ທີ່ມີຄວາມສູງ 3.143 ແມັດ. ແຕ່ເຂດພູສູງທາງທິດ ຕາເວັນຕົກສ່ຽງເໜືອນີ້ (ຫ່າງຈາກເທດສະບານ ຊາປາ ທີ່ຄຶກຄື້ນ) ຍັງຄົງຮັກສາຄວາມປະຖົມປະຖານດັ່ງເດີມ ຊຶ່ງປຽບເໝືອນວ່າ ຖືກແຍກອອກຈາກ ການດຳລົງຊີວິດ ທີ່ມີຄວາມຄຶກຄື້ນ ຢູ່ຮ່າໂນ້ຍ ແລະ ຫ່າງຈາກນະຄອນຫຼວງ ປະມານ 313 ກິໂລແມັດ ໄປທາງທິດ ຕາເວັນອອກ ສ່ຽງເໜືອ”.

ເພື່ອສາມາດຢ້ຽມຊົມທິວທັດທຳມະຊາດມີຄວາມງາມແບບດັ້ງ ເດີມ ຂອງ ສາຍພູ ຮວ່າງລຽນເຊີນຢ່າງຄົບຖ້ວນ, ນັກທ່ອງທ່ຽວອາດຈະໃຊ້ລະບົບກະເຊົ້າລອຍຟ້າ ຂຶ້ນເທິງຈອມພູ ຟານຊີປັງ.



ລະບົບກະເຊົ້າລອຍຟ້າ 3 ສາຍ ສົ່ງນັກທ່ອງທ່ຽວ ຈາກຮ່ອມພູ ເມື່ອງຮວາ ຂຶ້ນຈອມພູ ຟານຊີປັງ “ຫຼັງຄາ ອິນດູຈີນ”. ພາບ: Sun World


ຮວ່າງລຽນເຊີນ, ຕອນໃຕ້ສຸດທາງທິດຕາເວັນອອກສ່ຽງໃຕ້ ຂອງ ສາຍພູ Himalaya ຕັ້ງຢູ່ເຂດຕາເວັນຕົກສ່ຽງເໜືອ ຂອງ ຫວຽດນາມ,
ຊຶ່ງວາລະສານ National Geographic ຈັດອັນດັບທີ 7 ໃນຕາຕະລາງຈັດອັນດັບນີ້, ທັງໄດ້ເລືອກ ເປັນຈຸດນັດໝາຍທີ່ໜ້າດຶງດູດໃຈທີສຸດ
ເຂດອາຊີຕາເວັນອອກສ່ຽງໃຕ້. ພາບ: Sun World



ໃນລະດູໜາວ, ບາງມື້ ມີຫິມະຕົກປົກຄຸມຂາວທົ່ວ ຈອມພູ ຟານຊີປັງ.ພາບ: Sun World


ເທິງຈອມພູ ຟານຊີປັງ ມີຫຼາຍສະຖານທີ່ທ່ອງທ່ຽວ ເຊື່ອຖືທາງຈິດໃຈ. ພາບ: Sun World


ບັນດາເສັ້ນທາງປູຫີນ ໄດ້ກໍ່ສ້າງຢ່າງກວ້າງຂວາງ ສວຍງາມ ແລະ ສະອາດສະອາງ ຊຶ່ງຊ່ວຍໃຫ້ນັກທ່ອງທ່ຽວກ້າວຍ່າງທ່າມກາງ
ບັນຍາກາດ ເມກເຝື້ອ ຢູ່ ຮວ່າງລຽນເຊີນ ຢ່າງສະບາຍ. ພາບ: ເຕິດເຊີນ



ຈອມພູ ຟານຊີປັງ ມີລະດັບຄວາມສູງ 3143 ແມັດ ເມື່ອທຽບກັບໜ້ານຳ້ທະເລ ຊຶ່ງເປັນຈຸດນັດໝາຍ
ທີ່ອ່າວຄະນິງຫາສຳລັບ ນັກທ່ອງທ່ຽວ. ພາບ: VNP

ລະບົບກະເຊົ້າລອຍຟ້າສາມສາຍ ຈາກຮ່ອມພູ ເມື່ອງຮວາ ຂຶ້ນເຖິງຈອມພູ ຟານຊີປັງ ຊຶ່ງຖືວ່າ “ຫຼັງຄາອິນດູຈີນ” ຈະນຳນັກທ່ອງທ່ຽວໄປຜ່ານຮ່ອມພູ ທ່າມກາງບັນຍາກາດ ປ່າດົງດິບທີ່ກວ້າງໃຫຍ່ໄພສານ, ທະລຸຜ່ານກຸ້ມເມກເຝື້ອທີ່ຂາວນວນ ເລື່ອນລອຍຢູ່ກາງທ້ອງຟ້າ ແລະ ເພີດເພີນໃຈກັບຄວາມສວຍງາມທີ່ໃຫຍ່ໂຕມະໂຫຖານ ຂອງສາຍພູ ຮວ່າງລຽນເຊີນທີ່ຕິດຕໍ່ນໍ່ເນື່ອງກັນ ຫຼື ບັນດາທົ່ງນາຂັ້ນໄດ ຜ່ານຂອບປະຕູແກ້ວ ຂອງກະເຊົ້າລອຍຟ້າ. 

ປຶ້ມສະຖິຕິ Guinness World Record ໄດ້ມອບໃບຮັບຮອງ 2 ສະຖິຕິ Guinness ໃຫ້ສາຍກະເຊົ້າລອຍຟ້າ ຟານຊີປັງ ຊາປາ ຄື: ກະເຊົ້າ 3 ສາຍ ທີ່ມີຄວາມສູງຕໍ່າ ລະຫວ່າງ ສະຖານທີ່ໄປ  ແລະ ມາ ໃຫຍ່ທີສຸດໂລກ (1410 ແມັດ) ແລະ ສາຍກະເຊົ້າ 3 ສາຍຍາວທີສຸດໂລກ (6.292.5 ແມັດ).
ຮວ່າງລຽນເຊີນ ຈະສະກົດຈິດ ນັກທ່ອງທ່ຽວ ບໍ່ວ່າຜູ້ໃດ ໃນຄັ້ງທຳອິດທີ່ມາຍັງ ນະຄອນແຫ່ງເມກໝອກ ເທິງຈອມພູ ຟານຊີປັງ. ຢູ່ທີ່ນີ້, ກຸ່ມສະຖາປັດຕະຍະກຳ ທີ່ມີຄວາມໝາຍເຊື່ອຖືທາງໃຈແຫ່ງໜຶ່ງ ໄດ້ປະກົດຕົວຢ່າງສະຫງ່າງາມ ຢູ່ລະຫວ່າງບັນຍາກາດຂອງພູຜາປ່າໄມ້ ແລະ ຊ່ອນຕົວໃນກຸ່ມເມກໝອກ ຢູ່ອ້ອມຮອບ ກັບສຽງລະຄັງດັງກັງວານ ຊຶ່ງ ສ້າງຄວາມສະຫງົບສະບາຍໃຈໃຫ້ແກ່ແຂກຄົນ ຜູ້ທີ່ມາແຫ່ງນີ້ເປັນຢ່າງຍິ່ງ.

ຢູ່ກຸ່ມສະຖາປັດຕະຍະກຳນີ້, ນັກທ່ອງທ່ຽວສາມາດຊົມຮູບປັ້ນພະພຸດທະຮູບຊຶ່ງເປັນໜຶ່ງໃນບັນດາຮູບປັ້ນພະພຸດທະຮູບດ້ວຍທອງສູງທີສຸດ ຫວຽດນາມ ດ້ວຍຄວາມສູງ 21,5 ແມັດ, ໄດ້ແນບຈາກແຜ່ນທອງບາງ 5 ມມ ນັບຫຼາຍສິບພັນແຜ່ນ. ນີ້ແມ່ນໜຶ່ງໃນບັນດາກິດຈະການຮູບປັ້ນພະພຸດທະຮູບ ທີ່ໄດ້ລົງມືປະຕິບັດດ້ວຍກຳລັງເຫື່ອແຮງຫຼາຍທີສຸດຫວຽດນາມ. ນັກທ່ອງທ່ຽວຍັງສາມາດຊົມທີວທັດທຳມະຊາດ ຂອງສາຍພູ ຮວ່າງລຽນເຊີນ ຈາກນີ້.

ບ່ອນສູງສຸດຂອງ ຟານຊີປັງ ແມ່ນບ່ອນຕັ້ງຈອມທາດ ທີ່ມີໂຕໜັງສື “Fanxipan 3.143 m” ຊຶ່ງເປັນຂີດໝາຍອັນສຳຄັນ ໃນຂະບວນການພິຊິດ ຫຼັງຄາອິນດູຈີນ. ນີ້ເປັນບ່ອນນັກທ່ອງທ່ຽວໄດ້ເຈືອຈານເຂົ້າກັບຍ່ານບັນຍາກາດແຫ່ງທະເລເມກໝອກທີ່ແສນສວຍງາມ ຄືດັ່ງວາລະສານ National Geographic ພັນລະນາເມື່ອກ່າວເຖິງ ຮວ່າງລຽນເຊີນ.



ຊາປາ - ສະຖານທີ່ມໍລະດົກ ກາຍເປັນຊັບສົມບັດ

ມາຍັງ ຮວ່າງລຽນເຊີນ, ນັກທ່ອງທ່ຽວບໍ່ພຽງແຕ່ເພື່ອການພິຊິດຈອມພູ ຟານຊີປັງ ທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ ຫາກຍັງມີ ໂອກາດຊອກຮູ້, ຄົ້ນພົບຮີດຄອງປະເພນີ, ວັດທະນະທຳ ຂອງ 6 ຊົນເຜົ່າອ້າຍນ້ອງເຊັ່ນ: ມົ້ງ, ຢາວ, ສ໋າຟໍ໋, ໄຕ່ໄຢ໋, ກິງ, ຮວາ ທີ່ເຄີຍດຳລົງຊີວິດ ຢູ່ແຫ່ງນີ້ ມາແຕ່ດົນນານແລ້ວ. ອັນເນື່ອງຈາກລັກສະນະວັດທະນະທຳ ທີ່ເປັນເອກະລັກຂອງເຂດ ຮວ່າງລຽນເຊີນ ໄດ້ກາຍເປັນແຫຼ່ງດຶງດູດໃຈນັກທ່ອງທ່ຽວທີ່ມາ, ສ້າງກຳລັງແຮງພັດທະນາຂະແໜງການທ່ອງທ່ຽວ.

ເມືອງ ຊາປາ ໄດ້ສຸມໃສ່ໃນການລົງທຶນພັດທະນາຮູບການທ່ອງທ່ຽວ ວົງຄະນາຍາດ, ມຸ່ງສູ່ ໝູ່ບ້ານມູນເຊື້ອ ແລະ ປະຊາຊົນ. ມາຮອດປັດຈຸບັນ, ທົ່ວເມືອງຊາປາ ມີເຮືອນພັກ 160 ແຫ່ງ ຊຶ່ງສຸມໃສ່ຢູ່ບັນດາຕາແສງເຊ່ັນ: ຕ໊າວານ, ລາວຈ໊າຍ, ບ້ານໂຮ່, ຕ໊າ ຟີ່ນ… ຊຶ່ງນຳມາແຫຼ່ງລາຍຮັບນັບຫຼາຍສິບພັນຕື້ດົ່ງ/ປີ.

ອຳນາດການປົກຄອງເມືອງ ຊາປາ ໄດ້ກຳນົດທິດນຳ: “ຫັນມໍລະດົກ ກາຍເປັນຊັບສົມບັດ” ແລະ ແຕ່ລະວົງຄະນາຍາດ, ແຕ່ລະໝູ່່ບ້ານ ຕ້ອງມີຜະລິດຕະພັນໜຶ່ງ ມີລັກສະນະທີ່ເປັນເອກະລັກຂອງຕົນ. ເພື່ອປະຕິບັດຈຸດໝາຍນີ້, ໃນໄລຍະຜ່ານມາ, ຊາປາ ໄດ້ສຸມໃສ່ໃນການອະນຸລັກຮັກສາ ງານບຸນມູນເຊື້ອຕ່າງໆເຊ່ັນ: ບຸນລົງທົ່ງ, ເກົ່າຕ່າວ, ຣ໋ອງປອກ, ຟ້ອນແຊ່ວ, ຟ້ອນລະຄັງ, ຟ້ອນວີ, ພິທີເກີບສັກ (ພິທີຮັບຮອງ ຜູ້ຊາຍເປັນຜູ້ໃຫຍ່) ແລະ ອື່ນໆ.



ເທດສະບານ ຊາປາ ຖືກປົກຄຸມໃນເມກເຝື້ອ ຊຶ່ງສ້າງ ບັນຍາ ກາດ ທັງເກົ່າແກ່ ທັງເຕັມໄປດ້ວຍຄວາມລະເມີເຟີ້ຝັນ. ພາບ: ຈາງລິງ


ເຂດເຮືອນພັກ ໃນບ້ານ ຕ໊າວານ ເປັນການເລືອກເຟັ້ນທີ່ດີສຳລັບ ນັກທ່ອງທ່ຽວ ຜູ້ມັກຄົ້ນພົບຊີວິດການເປັນຢູ່
ຂອງ ພໍ່ແມ່ຊາວຊົນເຜົ່າມົ້ງ. ພາບ: ເຕິດເຊີນ



ຂົວໄມຂ້າມຜ່ານຫ້ວຍແຫ່ງໜຶ່ງ ຢູ່ບ້ານ ຕ໊າວານ ຊຶ່ງເປັນສະຖານ ທີ່ມີຊື່ສຽງໂດ່ງດັງ ຂອງ ຮວ່າງລຽນເຊີນ. ພາບ: ເຕິດເຊີນ


ນັກທ່ອງທ່ຽວສາມາດຊົມ ແມ່ຍິງ ເຜົ່າມົ້ງ ຮ້ອຍເສັ້ນດ້າຍ ຕຳ່ຫູກ ຢູ່ເທດສະບານ ຊາປາ. ພາບ: ທົງທ້ຽນ

ຫຼັງຈາກອະນຸລັກຮັກສາ ແລະ ຟື້ນຄືນບັນດາຈຸດວັດທະນະທຳມູນເຊື້ອເໝືອນເດີມ, ຊາປາ ໄດ້ນຳ ບັນດາງານບຸນເຂົ້າສູ່ການເຄື່ອນໄຫວທ່ອງທ່ຽວຢູ່ຕາມເທດສະບານ, ຕາແສງ ແລະ ໝູ່ບ້ານຕ່າງໆ ໃນໂອກາດບຸນເຕັດ, ງານບຸນຕົ້ນລະດູບານໃໝ່, ໂອກາດວັນພັກ ແນໃສ່ດຶງດູດ ນັກທ່ອງທ່ຽວ. ຢູ່ຕາມບັນດາຕາແສງ ຕ່າງກໍຈັດຕັ້ງກອງສິລະປະຊົນເຜົ່າ, ພ້ອມແລ້ວທີ່ຈະທຳການສະແດງບໍລິການໃຫ້ນັກທ່ອງທ່ຽວ ຢູ່ຕາມເຮືອນພັກ. ການປະຕິບັດບັນດາວຽກງານດັ່ງກ່າວ ໄດ້ປະກອບສ່ວນ ອະນຸລັກຮັກສາສີສັນວັດທະ ນະທຳແຫ່ງຊາດ, ທັງບໍລິການນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ. 

ຈຳນວນນັກທ່ອງທ່ຽວ ທີ່ມາຍັງ ຊາປາ ໃນປີ 2018 ບັນລຸປະ ມານ 3,2 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ກວ່າ 10.000 ຕື້ດົ່ງ.   (ແຫຼ່ງ: ກົມໃຫຍ່ທ່ອງທ່ຽວ)
ຄຽງຂ້າງນັ້ນ, ອຳນາດການປົກຄອງເມືອງ ຊາປາ ຍັງເພີ່ມທະວີການປົກປັກຮັກສາ ເສີມສ້າງຫາດຫີນບູຮານ ເມື່ອງຮວາ ໄດ້ຮັບ ຮອງເປັນຮ່ອງຮອຍປະຫວັດສາດ-ວັດທະນະທຳແຫ່ງຊາດ ແລະ ທົ່ງນາຂັ້ນໄດຢູ່ທ້ອງຖິ່ນ ຊຶ່ງຈຸດສຸມແມ່ນບັນດາຕາແສງ ຈຸງຈ໊າຍ, ຕ໊າວານ, ເຮົ່າຖ່າວ, ຊາສາໂຮ່ ໄດ້ຮັບຮອງ ເປັນຮ່ອງຮອຍ ປູສະນີຍະສະຖານແຫ່ງຊາດ. ນີ້ແມ່ນບັນດາ “ຈຸດເດ່ັນ”, ສ້າງພາບພົດສິ່ງແວດລ້ອມ ແລະ ສີສັນວັດທະນະທຳ, ດຶງດູດນັກທ່ອງທ່ຽວທີ່ມາຍັງໝູ່ບ້ານຕ່າງໆ ຂອງພໍ່ແມ່ຊາວຊົນເຜົ່າສ່ວນໜ້ອຍ.

ພ້ອມກັບກະເຊົ້າລອຍຟ້າ ຂຶ້ນຈອມພູ ຟານຊີປັງ, ເສັ້ນທາງຍ່າງບຸປ່າສະຫງວນແຫ່ງຊາດ ຮວ່າງລຽນ ພິຊິດ ຫຼັງຄາ ອິນດູຈີນ ກໍເປັນສະຖານທີ່ດຶງດູດໃຈ ນັກທ່ອງທ່ຽວສາກົນ ເປັນຈຳນວນຫຼວງຫຼາຍ. ເລີ່ມແຕ່ຈຸດສູງ 1.900 ແມັດ ຈາກ ຈ້າມໂຕນ, ຍ່າງຂຶ້ນສູ່ຈຸດສູງ 2.900 ແມັດ. ຈາກລະດັບຄວາມສູງນີ້ ສາມາດມອງເຫັນໝູ່ບ້ານແຫ່ງຕ່າງໆ ຂອງ ພໍ່ແມ່ຊາວຊົນເຜົ່າ ມົ້ງ, ຢາວ, ໄຢ໋… ທີ່ດຳລົງຊີວິດຢ່າງກະຈັດກະຈາຍ ຢູ່ຕາມເປີ້ນພູ.



ນັກທ່ອງທ່ຽວມີຄວາມ ເພີ່ງພໍໃຈ ຕໍ່ຄວາມຮັກແຂກແພງຄົນ ຂອງປະຊາຊົນຢູ່ທີ່ນີ້. ພາບ: ເຕິດເຊີນ


ນັກທ່ອງທ່ຽວຢ້ຽມຢາມ ບ້ານ ກາດກາດ. ພາບ: ເຕິດເຊີນ


ນັກທ່ອງທ່ຽວຢ້ຽມຢາມ ບ້ານ ກາດກາດ. ພາບ: ເຕິດເຊີນ


ທ່ົງນາຂັ້ນໄດ ຢູ່ຮ່ອມພູ ເມື່ອງຮວາ ໃນລະດູເປັ່ງນຳ້ເຂົ້ານາ. ພາບ: ຈາງລິງ




ສໍາຫຼວດຈອມພູ ຟານຊີປັງ ດ້ວຍການຍ່າງ ຜ່ານບັນດາເຂດປ່າດົງດິບ ແລະ ບັນດາຈອມພູທີ່ໃຫຍ່ໂຕໂອ້ຖົງ. ພາບ: ບ໋າຫງອກ

ຕາມການຕີລາຄາຂອງບັນດານັກວິທະຍາສາດ, ດ້ວຍເນື້ອທີ່ກວ່າ 60.000 ເຮັກຕາ, ຕັ້ງຢູ່ລະດັບຄວາມສູງແຕ່ 1.000-3.000 ແມັດເມື່ອທຽບກັບໜ້ານ້ຳທະເລ, ປ່າສະຫງວຽນແຫ່ງຊາດ ຮວ່າງລຽນ ໄດ້ຖືວ່າເປັນ “ປອດຂຽວ” ຂອງເຂດຕາເວັນຕົກສ່ຽງເໜືອ ກັບປະເພດສັດ ແລະ ພຶກສາສາດ ທີ່ຫາຍາກ, ໄດ້ບັນ ທຶກໄວ້ໃນປຶ້ມແດງຂອງໂລກ ຊຶ່ງຕ້ອງໄດ້ອະນຸລັກຮັກສາໄວ້. ປະ ຈຸບັນ, ປ່າສະຫງວນແຫ່ງຊາດ ຮວ່າງລຽນ ຍັງແຝງໄວ້ຫຼາຍສິ່ງຫຼາຍຢ່າງທີ່ລຶກລັບ ກ່ຽວກັບບັນດາປະເພດພືກສາສາດເກົ່າ. ໃນນັ້ນ ມີຫຼາຍປະເພດທີ່ຫາຍາກ ຍັງບໍ່ທັນໄດ້ຄົ້ນຄວ້າ ແລະ ຄົ້ນພົບ. ດ້ວຍເຫດນັ້ນ, ປ່າສະຫງວນແຫ່ງຊາດ ຮວ່າງລຽນ ຍັງໄດ້ຮັບຮອງວ່າເປັນ ສວນມໍລະດົກ ອາຊຽນ ອີກດ້ວຍ.

ແຕ່ລະປີ, ເທິງຈອມພູ ຟານຊີປັງ  ໄດ້ຈັດ “ງານບຸນໄຂປະຕູສູ່ຟ້າ ຟານຊີປັງ” ຊຶ່ງແກ່ຍາວແຕ່ວັນທີ 9 ບຸນເຕັດ ຈົນໝົດເດືອນ ມີ ນາ. ບັນດາສະສານິກະຊົນ ແລະ ນັກທ່ອງທ່ຽວ ທີ່ມາຈາກທົ່ວທຸກສາລະທິດ ຈະມາຈັດກິດຈະກໍາທີ່ມີຄວາມໝາຍເຊື່ອຖືທາງໃຈເຊັ່ນ: ບິກເວີນ, ທ່ຽນຕື້, ຫໍຍາມ ດ້າຍຮົ່ງຈຸງ, ມະຫາຮູບປັ້ນພະພຸດທະຮູບ, ເດື່ອງລາຫ໋ານ, ກິມເຊີນບ່າວຖັ໋ງຕື້, ບ່າວທາດສູງ 20 ແມັດ, ຮູບປັ້ນທອງເຈົ້າແມ່ກວນອິນ ສູງ 9 ແມັດ ແລະ ອື່ນໆ…

ບົດ: ທົງທ້ຽນ-ບິກລຽນ
 ພາບ: VNP  ແລະ  Sun World

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top