• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຮວ່າງຊາ ແລະ ເຈື່ອງຊາ ເທິງ ກືວດິງເຫວ້

ກືວດິງເຫວ້ (ໂຖປັກທູບ 9 ໜ່ວຍ) ບໍ່ພຽງແຕ່ແມ່ນຂອງປະເສີດ ແຫ່ງຊາດ, ສະແດງໃຫ້ເຫັນອຳນາດ ແລະ ກຳລັງແຮງຂອງລາຊະວົງ ຫງວຽນ, ລາຊະວົງສັກດີນາສຸດທ້າຍຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບການຕີລາຄາເປັນປຶ້ມພູມສາດຊຸດໜຶ່ງ,  ວັດຈະນາ ນຸກົມສັບພະວິຊາຊຸດໜຶ່ງ ກ່ຽວກັບ ຫວຽດນາມ  ໃນໄລຍະຕົ້ນ ສະຕະວັດທີ 19 ອີດດ້ວຍ. ພິເສດ, ເທິງກືວດິງເຫວ້ໄດ້ແກະສະຫຼັກ ຮູບພາບແມ່ນຳ້ ແລະ ພູຜາ, ທະເລໝູ່ເກາະຫຼາຍແຫ່ງ ຂອງປະເທດຊາດຢ່າງຈະແຈ້ງ, ຊັດເຈນ. ສິ່ງດັ່ງກ່າວສະແດງໃຫ້ ເຫັນວ່າ ແຕ່ກ່ອນບັນພະບຸລຸດມີສະຕິຮູ້ສຶກກ່ຽວກັບອະທິປະໄຕຂອງປະເທດຊາດ, ໃນນັ້ນ ມີບັນຫາໝູ່ເກາະທະເລອີກດ້ວຍ.
ໃນສະໄໝສັກດີນາ, ຢູ່ບັນດາປະເທດອາຊີຕາເວັນອອກຄື ຫວຽດນາມ, ໂຖປັກທູບ ໄດ້ຖືແມ່ນຂອງປະເສີດ, ເປັນສັນຍາລັກໃຫ້ແກ່ອຳນາດປົກຄອງຂອງເຈົ້າຊີວິດ. ປະຈຸບັນ, ຢູ່ເມືອງເກົ່າ ເຫວ້ ຍັງຮັກສາໂຖປັກທູບຊຸດໜຶ່ງ 9 ໜ່ວຍມີແຕ່ສະໄໝລາຊະວົງ ຫງວຽນ ແລະ ໄດ້ນາຍົກລັດຖະມົນຕີຮັບຮອງເປັນຂອງປະເສີດແຫ່ງຊາດເມື່ອປີ 2012.

ເຈົ້າຊີວິດ ມິງມ້າງ ອອກຄຳສັ່ງຫຼໍ່ກືວດິງໃນລະດູໜາວຂອງປີ 1835 ແລະ ສຳເລັດເມື່ອວັນທີ 1 ມີນາ 1837. ກືວດິງມີທັງໝົດ 9 ໜ່ວຍ, ໄດ້ຫຼໍ່ດ້ວຍທອງ, ຕັ້ງຢູ່ຕໍ່ໜ້າເດີ່ນ ເຖ໋ມຽວ (ຫໍບູຊາບັນດາເຈົ້າຊີວິດ ຫງວຽນ) ໃນ ກຳແພງເມືອງເກົ່າ ເຫວ້. ໂຖປັກທູບໜ່ວຍໜຶ່ງໄດ້
ເປັນຕົວແທນຂອງເຈົ້າຊີວິດ ຫງວຽນ ອົງໜຶ່ງ ແລະ ໄດ້ຕັ້ງຊື່ຕາມ ຊື່ນາມມະຍົດຂອງເຈົ້າຊີວິດອົງນັ້ນ.​ ຕົວຢ່າງຄື: ກາວດິງ ເປັນຕົວແທນຂອງເຈົ້າຊີວິດ ຢາລອງ ໄດ້ຕັ້ງຊື່ຕາມຊື່ນາມມະຍົດ ຂອງເພິ່ນແມ່ນມະຫາກະສັດ ກາວ,  ເຍີນດິງ ເປັນຕົວແທນຂອງ ເຈົ້າຊີວິດ ມິງມ້າງ ໄດ້ຕັ້ງຊື່ຕາມຊື່ນາມມະຍົດຂອງເພິ່ນແມ່ນ ມະຫາກະສັດ ເຍີນ... 


ກືວດິງໄດ້ຕັ້ງຢູ່ ຫຽນເລີມກາກ (ຕໍ່ໜ້າເດີ່ນ ເຖ໋ມຽວ) ໃນກຳແພງເມືອງເກົ່າ ເຫວ້. 


ເຈົ້າຊີວິດ ມິງມ້າງ ອອກຄຳສັ່ງຫຼໍ່ກືວດິງໃນລະດູໜາວຂອງປີ 1835 ແລະ ສຳເລັດເມື່ອວັນທີ 1 ມີນາ 1837.


ໂຖປັກທູບຕັ້ງຢູ່ໃຈກາງ ແລະ ສູງກວ່າໝູ່ ມີຊື່ວ່າ ກາວດິງ.


ກາວດິງ ໄດ້ຕັ້ງຢູ່ບ່ອນສູງກວ່າໝູ່ ເພື່ອຍ້ອງຍໍສັນລະເສີນຕໍ່ຜົນງານ
ອັນຍິ່ງໃຫຍ່ຂອງເຈົ້າຊີວິດຜູ້ທຳອິດຂອງລາຊະວົງ ຫງວຽນ ແມ່ນ ຫງວຽນແອງ, ນາມແຝງແມ່ນ ຢາລອງ. 



ໂຖປັກທູບແຕ່ລະໜ່ວຍມີນຳ້ໜັກແຕກຕ່າງກັນ. 


ນັກທ່ອງທ່ຽວມາຢ້ຽມຢາມ, ຊອກຮູ້ຈຸດພິເສດຂອງ ກືວດິງ.


ນັກທ່ອງທ່ຽວນັ່ງພັກຜ່ອນຢູ່ ຫຽນເລີມກາກ ແລະ ຊົມເບິ່ງຄວາມສວຍ
ສົດງົດງາມແບບພິເສດຂອງ ກືວດິງ.

ກືວດິງ ໄດ້ຕັ້ງເປັນແຖວໜຶ່ງຕາມລວງຂວາງຢູ່ ຫຽນເລີມກາກ, ຕໍ່ໜ້າເຖ໋ມຽວ. ກາວດິງ ໄດ້ຕັ້ງຢູ່ໃຈກາງ ແລະ ເປັນໂຖປັກທູບໜ່ວຍດ່ຽວ ໄດ້ຫຍັບຂຶ້ນໜ້າ 3 ແມັດດ້ວຍຄວາມໝາຍເພື່ອຍ້ອງຍໍ ສັນລະເສີນເຈົ້າຊີວິດຜູ້ສ້າງຕັ້ງຂຶ້ນລາຊະວົງ ຫງວຽນ.
 
ເທິງໂຖປັກທູດແຕ່ລະໜ່ວຍ, ຕາມຄຳສັ່ງຂອງເຈົ້າຊີວິດ ມິງມ້າງ, ບັນດາຊ່າງຫຼໍ່ທອງຢູ່ ເຫວ້ ໄດ້ແກະສະຫຼັກຮູບແຕ້ມ 17 ແຜ່ນ ແລະ ຈົດໝາຍສະບັບໜຶ່ງທີ່ພັນລະນາເຖິງບັນດາຫົວຂໍ້ກ່ຽວກັບໂລກຈັກກະວານ, ແມ່ນຳ້ ແລະ ພູຜາ, ສັດ, ອາວຸດ... ເທິງ ກືວດິງ ມີທັງໝົດຮູບແຕ້ມ 162 ແຜ່ນ, ເຕົ້າໂຮມເປັນຮູບແຕ້ມແຜ່ນໜຶ່ງກ່ຽວກັບປະເທດ ຫວຽດນາມ ໃນສະໄໝລາຊະວົງ ຫງວຽນ. ອາດຈະແມ່ນຍ້ອນແນວນັ້ນ, ບັນດານັກຄົ້ນຄວ້າຈຶ່ງໃຫ້ຮູ້ວ່າ ກືວດິງ ເປັນປຶ້ມພູມສາດຊຸດໜຶ່ງ,  ເປັນວັດຈະນານຸກົມສັບພະວິຊາ ດ້ວຍຮູບແກະສະຫຼັກກ່ຽວກັບ ປະເທດ ຫວຽດນາມ  ໃນໄລສະໄໝນັ້ນ.
 
ຈຸດພິເສດແມ່ນຮູບແກະສະຫຼັກແຕ່ລະຮູບຈະໄດ້ແກະຊື່ເອີ້ນໄປນຳຢ່າງຈະແຈ້ງ. ສະນັ້ນ, ເມື່ອຊົມເບິ່ງບັນດາຮູບແຕ້ມທີ່ໄດ້ແກະສະຫຼັກເທິງ ກືວດິງ, ພວກເຮົາສາມາດສັງເກດເຫັນໄດ້ ນັ້ນແມ່ນແມ່ນຳ້ຫຍັງ, ເກາະຫຍັງ, ໂຕຫຍັງ ຫຼື ຢູ່ໃສ...
  
ກ່ອນທີ່ຈະຫຼໍ່ ກືວດິງ, ເຈົ້າຊີວິດ ມິງມ້າງ ໄດ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ເມື່ອຫຼໍ່ໂຖປັກທູບ, ແກະສະຫຼັກພາບແມ່ນຳ້, ພູຜາ ແລະ ສິ່ງຂອງ ຕ່າງໆ ກໍ່ບໍ່ຕ້ອງແກະຄົບທັງໝົດ, ແຕ່ຕ້ອງການແກະຊື່, ນາມມະຍົດ ແລະ ຊື່ທ້ອງຖິ່ນໃຫ້ຈະແຈ້ງ ເພື່ອສັງເກດໄດ້ຢ່າງສະດວກ”.
 
ອາດສະມາດເຫັນໄດ້ວ່າ ເຈົ້າຊີວິດ ມິງມ້າງ ໄດ້ຖືສຳຄັນຄວາມ ແຈ້ງຊັດກ່ຽວກັບຕົ້ນກຳເນີດ, ຊື່ເອີ້ນຂອງບັນດາຮູບແກະສະຫຼັກເທິງ ກືວດິງ, ເພາະສະນັ້ນ, ມັນສຸດທີ່ມີຄວາມໝາຍສຳລັບນັກຄົ້ນຄວ້າຢູ່ພາຍໜ້າ.
 
ຕາມນັກຄົ້ນຄວ້າ ຟານຖ້ວນອານ, ຮູບພາບອະທິປະໄຕ ຮວ່າງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ ໄດ້ແກະສະຫຼັກຢ່າງຊັດເຈນເທິງ ກາວດິງ ດ້ວຍ 3 ຮູບພາບແມ່ນທະເລຕາເວັນອອກ, ເຮືອ ແລະ ໂຕປາຝາ. ນອກຈາກນັ້ນ, ເທິງ ເຍີນດິງ ໄດ້ແກະສະຫຼັກຮູບພາບ ທະເລໃຕ້, ປາວານ. ເທິງ ເຈືອງດິງ ໄດ້ແກະສະຫຼັກຮູບພາບທະເລຕາເວັນຕົກ, ເຮືອນາກ, ໂຕເຕົ່າ. ແລະ ເທິງ ງີ້ດິງ, ຢູ້ດິງ, ຖ່ວນດິງ... ໄດ້ແກະສະຫຼັກຮູບພາບປາກນຳ້ ຖ້ວນອານ, ປາກນຳ້ ດ່າໜັງ, ທະເລ ເກີນເຢີ່ ແລະ ອື່ນໆ.


ປີ ມິງມ້າງ ທີ 17, ເຈົ້າຊີິວິດໃຫ້ແກະສະຫຼັກຮູບພາບເຮືອສະເພົາ (marine boat) ໃສ່ຢູ້ດິງ.
ໃນສະໄໝລາດຊະວົງ ຫງວຽນ ໄດ້ປະກອບເຮືອປະເພດນີ້ ໃຫ້ທະຫານລາດຕະເວັນ ຍ້ອນມັນມີຄວາມໄວສູງ.



ຮູບພາບທໍ່ດັງໄຟທີ່ເຮັດດ້ວຍທອງ ໄດ້ແກະສະຫຼັກໃສ່ ຫ່ວຽນດິງ. ນີ້ແມ່ນອາວຸດປະເພດໜຶ່ງ
ໄດ້ປະກອບໃຫ້ກອງທັບ ແລະ ມອບໃຫ້
ບັນດາປ້ອມຍາມຢູ່ເທິງພູສູງ, ຍາມໃດມີວຽກຮີບດ່ວນ
ຈະດັງໄຟຂຶ້ນ
ສົ່ງສັນຍານ, ໄດ້ປະດິດສ້າງອອກຢູ່ສະໄໝລາຊະວົງ ຢາລອງ ແລະ ມິງມ້າງ.



ຮູບພາບເຮືອຕຶກມີຊັ້ນ (Long Boat) ໄດ້ແກະສະຫຼັກໃສ່ ເຍີນດິງ. ເຮືອປະເພດນີ້ ໄດ້ປະກອບດ້ວຍໄມ້ຊະນິດທີ່ດີ
ແລະ ມີຫຼາຍຊັ້ນ,
ໄດ້ປະດິດສ້າງອອກຢູ່ສະໄໝລາຊະວົງ ຢາລອງ ແລະ ມິງມ້າງ.
ເຮືອປະເພດນີ້ ໄດ້ນຳໃຊ້ເພື່ອຂົນສົ່ງເຈົ້າຊີວິດ, ອາດຍາເຈົ້ານາຍ.



ຮູບພາບເຮືອຮົບ ໄດ້ແກະສະຫຼັກໃສ່ ງີ້ດິງ. ທະຫານເຮືອສະໄໝ ລາຊະວົງ ຫງວຽນ
ມັກນຳໃຊ້ເຮືອປະເພດນີ້ ໃນການສູ້ຮົບ ແລະ ຝຶກແອບເທິງແມ່ນຳ້. 
ເຮືອປະເພດນີ້ ໄດ້ປະດິດສ້າງອອກ ຢູ່ສະໄໝລາຊະວົງ ຢາລອງ ແລະ ມິງມ້າງ.



ຮູບພາບເຮືອໃບປະເພດໜຶ່ງໄດ້ແກະສະຫຼັກໃສ່ ຕວຽນດິງ. ເຮືອປະເພດນີ້ ມີໄມ້ພາຍ 12 ໜ່ວຍ,
ນຳໃຊ້ຢູ່ທະເລໃນເວລາ
ລົມແຮງ ຫຼື ຟອງນຳ້ໃຫຍ່ຢ່າງປອດໄພ. 



ຮູບພາບເຮືອປະເພດໜຶ່ງ (multitasking boat) ໄດ້ແກະສະຫຼັກໃສ່
ກາວດິງ. ເຮືອນປະເພດນີ້ ມີຂະໜາດໃຫຍ່, ໄດ້ນຳໃຊ້ໃນການເດີນ ທາງທະເລໃນໄລຍະຍາວ. 



ຮູບພາບທະເລ ເກີນເຢີ່ ໄດ້ແກະສະຫຼັກໃສ່ ຖ່ວນດິງ. ປາກນຳ້ແຫ່ງນີ້
ມີທີ່ຕັ້ງຍຸດທະສາດດ້ານເສດຖະກິດ, ປ້ອງກັນຊາດ.



ຮູບພາບນຳ້ຝົນໄດ້ແກະສະຫຼັກໃສ່ ຫ່ວຽນດິງ. ຝົນເປັນປະກົດການໜຶ່ງຂອງອາກາດ
ຍ້ອນນຳ້ພຸ່ງຂຶ້ນກາຍເປັນອາຍນຳ້ແລ້ວຕົກລົງມາ. ຝົນຕົກລົງມາສ້າງຊີວິດໃຫ້ແກ່ມວນມະນຸດ. 



ທັດສະນີຍະພາບຂອງພູ ຫາຍເວີນ ແລະ ຮ່ອມພູ ຫາຍເວີນ ໄດ້ແກະສະຫຼັກໃສ່ ຢູ້ດິງ. 


ເບື້ອງໜ້າຂອງ ກາວດິງ ມີຮູບພາບ ປືນໃຫຍ່. 


ເບື້ອງຫຼັງຂອງ ກາວດິງ ມີຮູບພາບ ຕາເວັນ. 

ຜ່ານການສັງເກດຕົວຈິງເທິງ ກືວດິງ, ພວກຂ້າພະເຈົ້າເຫັນວ່າ ເຂດທະເລຕາເວັນອອກ, ທະເລໃຕ້ ແລະ ທະເລຕາເວັນຕົກຂອງ ຫວຽດນາມ ໄດ້ແກະສະຫຼັກດ້ວຍຮູບພາບຟອງນຳ້ ແລະ ເກາະ ໃຫຍ່ນ້ອຍຫຼາຍແຫ່ງ, ແຕ່ລະເຂດໄດ້ແກະຊື່ດ້ວຍຕົວໜັງສື ຫັນ (ໜັງສື ຈີນ) ຢ່າງຈະແຈ້ງ.
 
ຕາມບັນດານັກຄົ້ນຄວ້າ, ຢູ່ສະໄໝລາຊະວົງ ມິງມ້າງ, ເຂດແດນ ລະຫວ່າງບັນດາທ້ອງຖິ່ນ ແລະ ເຂດທະເລໝູ່ເກາະໄດ້ແບ່ງເຂດ ຢ່າງຈະແຈ້ງ. ຕາມນັ້ນ, ທະເລຕາເວັນອອກແກ່ຍາວແຕ່ພາກເໜືອ
ມາເຖິງ ບິ່ງຖ້ວນ, ລວມທັງ ຮວ່າງຊາ ແລະ ເຈື່ອງຊາ. ທະເລໃຕ້ ແກ່ຍາວແຕ່ ບິ່ງຖ້ວນ ມາເຖິງ ຮ່າຕຽນ, ລວມທັງບັນດາໝູ່ເກາະຄື: ດ້າຍກິມ, ແມງຫາວ, ໂນ້ຍຈືກ, ກົນດາວ, ຟູກວັກ, ໂຖເຈົາ… ຕໍ່ແດນກັບບັນດາປະເທດ ມາເລເຊຍ,​ ອິນໂດເນເຊຍ… ທະເລຕາເວັນຕົກ ຕໍ່ແດນກັບອ່າວ ຖາຍລານ.
 
ສະນັ້ນ, ພ້ອມກັບເອກະສານໄດ້ຂຽນດ້ວຍຕົວໜັງສື ຫັນ (ຕົວໜັງສື ຈີນ)-ຕົວໜັງສືໂນມ (ຕົວໜັງສື ຫວຽດນາມ ໃນສະໄໝກ່ອນ), ໃນນັ້ນມີ “ເຈົາບ່ານ” ລາຊະວົງ ຫງວຽນ ເປັນເອກະສານບໍລິຫານທີ່ມີ ລັກສະນະນິຕິກຳສູງຂອງລາຊະວົງຫງວຽນ ຊຶ່ງ ຢູແນັສໂກ ໄດ້ຮັບຮອງວ່າເປັນມໍລະດົກ ເອກະສານທີ່ນອນຢູ່ໃນແຜນງານ ຄວາມຊົງຈຳໂລກພາກພື້ນ ອາຊີ-ປາຊີຟີກ, ບັນດາຮູບພາບທີ່ໄດ້ແກະເທິງ ກືວດິງ ຈະເປັນເອກະສານທີ່ລ້ຳຄ່າກ່ຽວກັບອາທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ.
ປະຕິບັດໂດຍ: ເຈີ່ນແທງຢາງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top