• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ອ໋າວຢ່າຍ ຊຸດອາພອນ ປະຈຳຊາດຂອງຊາວຫວຽດນາມ

ດ້ວຍຄວາມງາມອັນອັນສະຫງ່າງາມ ຂອງ ຕົນ, ຊາວ ຫວຽດນາມ ນັບມື້ນັບມີຫຼາຍຄົນໄດ້ນຸ່ງ ອ໋າວຢ່າຍ (ຊຸດອາ ພອນ ປະຈຳຊາດ) ໃນໂອກາດງານບຸນຕ່າງໆ ແລະ ບຸນປີ ໃໝ່ ປະຈຳຊາດ. 
ຕາມນັກອອກແບບ ຈິ້ງບິກຖຸຍ, ຜູ້ທີ່ມີປະສົບການໃນການ ອອກແບບ ອ໋າວຢ່າຍ ມາເປັນເວລາກວ່າ 10 ປີ ແລະ ມີ ຄວາມສະໜິດຕິດພັນກັບຊຸດອາພອນປະຈຳຊາດຂອງຊາວ ຮ່າໂນ້ຍ ຕັ້ງແຕ່ຍາມນ້ອຍແລ້ວ, ຮ່າໂນ້ຍ ໃນສະໄໝເກື້ອກູນມີຮ້ານຕັດຫຍິບ ອ໋າວຢ່າຍ ພຽງແຕ່ 2-3 ຮ້ານ ເທົ່ານັ້ນ ແລະ ຜູ້ທີ່ຂຶ້ນກັບຊົນຊັ້ນຂຸນນາງຈຶ່ງໄດ້ນຸ່ງ ອ໋າວຢ່າຍ ໃນໂອກາດງານບຸນ ແລະ ປີໃໝ່. ໃນຊຸມປີມໍ່ໆ ມາ ນີ້, ການນຸ່ງ ອ໋າຍຢ່າຍ ໃນໂອກາດປີໃໝ່ ໄດ້ກາຍເປັນຄວາມຊິນເຄີຍຂອງແມ່ຍິງ ຫວຽດນາມ, ພິເສດ ແມ່ນຢູ່ ເຂດເມືອງໃຫຍ່. 


ບັນດານັກອອກແບບຂອງເຄື່ອງໝາຍການຄ້າ A Desig ner Ha Noi ສະເໜີຕົວຕໍ່ທ່ານຜູ້ຊົມ
ໃນຄືນສະແດງ ອ໋າວຢ່າຍ ປີໃໝ່.



ລາຍການດັ່ງກ່າວ ໄດ້ດຶງດູດຊາວນະຄອນຫຼວງ ແລະ ເພື່ອນ ມິດສາກົນ ເຂົ້າຮ່ວມເປັນຈຳນວນ ຫຼວງຫຼາຍ. 


ເຂົ້າຮ່ວມລາຍການສະແດງ ອ໋າວຢ່າຍ ປີໃໝ່, ນັກທ່ອງທ່ຽວຈະມີໂອກາດໄດ້ຮັບຊົມບັນດາຊຸດ
ອ໋າວຢ່າຍ ຫວຽດນາມ ຜ່ານແຕ່ລະຍຸກສະໄໝ.



ນັກທ່ອງທ່ຽວສາມາດຖ່າຍຮູບ ເຄື່ອງມືຈັດວາງ ໃນງານ ວາງສະແດງ.


ຊຸດສະສົມ ອ໋າວຢ່າຍ ທ່ີມີຊື່ວ່າ “ປີໃໝ່ ແລະ ຈິ້ງ”
ຂອງ ເຄື່ອງໝາຍການຄ້າ ຈິ້ງ ແຟຊັ່ນ.

ຊຸດສະສົມ ອ໋າວຢ່າຍ ທ່ີມີຊື່ວ່າ “ປີໃໝ່ ແລະ ຈິ້ງ”
ຂອງ ເຄື່ອງໝາຍການຄ້າ ຈິ້ງ ແຟຊັ່ນ.


ໃນບັນດາຊຸດ ອ໋າວຢ່າຍ ທີ່ນຸ່ງ ໃນໄລຍະບຸນປີໃໝ່,ບັນດາ ນັກອອກແບບມັກນຳໃຊ້ລາຍດອກໄມ້ ດ້ວຍສີສັນ ທີ່ຮຸ່ງ ເຮືອງເຫຼືອງເຫຼື້ອມ, ສະແດງໃຫ້ເຫັນບັນຍາກາດ ຂອງ
ລະດູບານໃໝ່ ກຳລັງຈະມາເຖິງ.


ບັນດາຊຸດອອກແບບທີ່ລຽບງ່າຍ, ແຕ່ສະແດງໃຫ້ເຫັນ ຄວາມງາມອັນອ່ອນນິ້ມສະສວຍຂອງຜູ້ນຸ່ງ. 

 


ບັນດາຊຸດອອກແບບ ໃນຊຸດສະສົມ ອ໋າວຢ່າຍ “ສີສັນ
ລະດູບານໃໝ່” ຂອງ ເຄື່ອງໝາຍການຄ້າ ອຽນຟີ.

.


ບັນດາຊຸດອອກແບບ ອ໋າວຢ່າຍ ໄດ້ແສ່ວລາຍດອກບົວ
ເທິງກຳມະຍີ ສະແດງໃຫ້ເຫັນຄວາມສຸພາບ, ຄວາມງາມ ອັນອ່ອນນິ້ມສະສວຍຂອງລູກຄ້າ ອາຍຸກາງຄົນ.

ໃນໄລຍະ 2-3 ປີມໍ່ໆ ມານີ້, ແບບອ໋າວຢ່າຍ ທີ່ຊາວ ຫວຽດນາມ ເລືອກໃສ່ ສ່ວນຫຼາຍຈະມີສີແດງ, ສີຟ້າ, ສີ ບົວ, ສີອິດ, ສີເຫຼືອງ... ດ້ວຍຫຼາຍຮູບແບບ ແລະ ວັດຖຸ.
 
ສຳລັບແມ່ຍິງ ໃນໄວກາງຄົນ, ເຂົາເຈົ້າຈະນິຍົມນຸ່ງຊຸດ ອ໋າວຢ່າຍ ທີ່ເປັນມູນເຊື້ອ ເພື່ອສະແດງອອກຄວາມງາມ ອັນ ອ່ອນນິ້ມສະສວຍ ແລະ ບໍ່ເຊັກຊີ.
 
ຄຽງຄູ່ກັນນັ້ນ, ອ໋າວຢ່າຍ ແບບໃໝ່ຫຼາຍຊຸດສຳລັບໃຫ້ແກ່ ໄວໜຸ່ມ ກໍ່ໄດ້ບັນດານັກອອກແບບຜະລິດອອກມາ ເພື່ອນຳມູນເຊື້ອເຂົ້າໃນຊີວິດປັດຈຸບັນ. ອ໋າຍຢ່າຍ ແບບໃໝ່ ໄດ້ນຳໃຊ້ວັດຖຸຄື: ໄໝ, ກຳມະຍີ, ແພໄໝພື້ນເມືອງ ໄດ້ ນຸ່ງກັບສິ້ນ ຫຼື ໂສ້ງຂາຍາວ ແມ່ນການປະສານສົມທົບລະ ຫວ່າງ ພື້ນເມືອງ ແລະ ທັນສະໄໝ, ສະແດງອອກມາ ໄດ້ ບຸກຄະລິກສ່ວນຕົວ.
 
ເມື່ອການນຸ່ງ ອ໋າວຢ່າຍ ໃນມື້ບຸນປີໃໝ່ຂອງຊາວ ຫວຽດ ເລີ່ມກາຍເປັນຂະບວນການ, ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນ ດານັກອອກແບບ ນອກຈາກຈະປະດິດອອກຊຸດອ໋າວຢ່າຍ ແບບໃໝ່, ແຕ່ຍັງອະນຸລັກຮັກສາໄດ້ລັກສະນະ ຂອງ ອ໋າວຢ່າຍ ມູນເຊື້ອ ແລະ ໜຶ່ງໃນບັນດາວິທີອະນຸລັກ ຮັກສາ ຄວາມງາມແບບມູນເຊື້ອຂອງນັກອອກແບບຫວຽດ ແມ່ນ ໃຊ້ລວດລາຍທີ່ເຕັມໄປດ້ວຍສີສັນ ຂອງ ຫວຽດນາມ.
 
ລາຍດອກຕ່າງໆເທິງ ອ໋າວຢ່າຍ ແຕ່ລະຊຸດຊຶ່ງບັນດານັກ ອອກແບບຫັນໃຫ້ເປັນສັນຍາລັກທີ່ໂດດເດັ່ນ, ສະແດງໃຫ້ເຫັນບັນຍາກາດຂອງປີໃໝ່... ຫຼື ຕົວໜັງສື “ບຸນ”, “ໂຊກ” ເພື່ອສະແດງຄວາມປາດຖະໜາ ທີ່ຈະໄດ້ຮັບ ໃນໜຶ່ງປີທີ່ເຕັມໄປດ້ວຍບຸນ ແລະ ໂຊກ.
 
ເພື່ອສະແດງໃຫ້ເຫັນ ອ໋າວຢ່າຍ ເປັນຜະລິດຕະພັນແຟ ຊັ່ນໜຶ່ງທີ່ເປັນສັນຍະລັກໃຫ້ແກ່ຄວາມງາມຂອງຊາວ ຫວຽດນາມ, ບັນດານັກອອກແບບໄດ້ນຳເອົາຮູບພາບເຮືອນ້ອຍ ຫຼື ຖະໜົນຫົນທາງຫຼາຍສາຍຂອງ ຮ່າໂນ້ຍ ເຂົ້າໃນຊຸດ ອ໋າວຢ່າຍ.
 
ອາດສາມາດເວົ້າໄດ້ວ່າ ເມື່ອຊີວິດປະຈຳວັນ ນັບມື້ນັບພັດທະນາຂຶ້ນ ແລະ ແບບ ແຟຊັ່ນ ຈະປ່ຽນແປງຕາມການ ເວລາ, ຮູບພາບ ອ໋າວຢ່າຍ ປະກົດຕົວຂຶ້ນຕາມຖະໜົນ ຫຼາຍສາຍໃນໄລຍະບຸນປີໃໝ່ ໄດ້ເຮັດໃຫ້ຄວາມສວຍງາມດ້ານວັດທະນະທຳອັນເປັນມູນເຊື້ອຂອງຄົນ ຫວຽດນາມ ຍິ່ງໂດດເດັ່ນຂຶ້ນ. 


ລາຍດອກຄາຍ ປະສານສົມທົບກັບສີແດງ ສະແດງໃຫ້
ເຫັນບັນຍາກາດຂອງລະດູບານໃໝ່ ທີ່ໃກ້ຈະມາເຖິງ.



ໃກ້ຈະມາຮອດບຸນປີໃໝ່, ປະຊາຊົນໃນທ່ົວປະເທດ ຕ່າງ ໄປເລືອກຊື້ ໃຫ້ແກ່ຕົນເອງ ບັນດາຊຸດ ອ໋າວຢ່າຍ
ທີ່ເໝາະສົມ ເພື່ອນຸ່ງໃນໄລຍະປີໃໝ່.



ລາຍການ “ອ໋າວຢ່າຍ ປີໃໝ່” ບໍ່ພຽງແຕ່ໃຫ້ ສຳລັບຄົນ ຮຸ່ນໜຸ່ມເທົ່ານັ້ນ, ແຕ່ຍັງມີຊຸດ ອ໋າວຢ່າຍ
ໄດ້ອອກແບບສຳລັບ ແມ່ຍິງ ສະໄໝກ່ອນອີກດ້ວຍ.



ນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບ
ຊຸດ ອ໋າວຢ່າຍ ທີ່ເປັນມູນເຊື້ອຂອງ ຫວຽດນາມ.

ງານວາງສະແດງ “ອ໋າວຢ່າຍ ປີໃໝ່” ດ້ວຍຫົວຂໍ້ A Designer Ha Noi- ເຄື່ອງໝາຍການຄ້າຂອງບັນດານັກ ອອກແບບຢູ່ ຮ່າໂນ້ຍ ໄດ້ຈັດຂຶ້ນທີ່ສູນອະນຸລັກ ວັດທະນະ ທຳຄຸ້ມຖະໜົນເກົ່າ (50 ດ່າວຢຸຍຕື່, ຮ່າໂນ້ຍ) ແຕ່ວັນທີ 12-17 ມັງກອນ 2018, ແນໃສ່ປົກປັກຮັກສາ ແລະ ພັດ ທະນາຄວາມສວຍງາມຂອງ ອ໋າວຢ່າຍ ຫວຽດນາມ. 
ບົດ: ເງິນຮ່າ - ພາບ: ແຄງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top