• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ອ້າຍບ່າວ ອິສຣາແອນ ມັກຮັກອາຫານຫວຽດນາມ

ທ່ານ Shahar Lubin, ​ເປັນຄົນອາ​ເມ​ລິ​ກາ​ເຊື້​ອຊາດ ອິສຣາ​ແອນ​ເປັນ​ເຈົ້າຂອງ ​ແລະ ​ທັງ​ເປັນ​ຫົວໜ້າ​ພໍ່ຄົວ​ຮ້ານ​ອາຫານ Daluwa ຢູ່​ຖະໜົນ ​ໂຕ​ຫງອກ​ເວີນ (​ເມືອງ​ໄຕ​ໂຮ່, ຮ່າ​ໂນ້ຍ). ລາວ​ໄຂ​ຄວາມ​ໃນ​ໃຈ​ອອກ​ມາ​ວ່າ, ​ຄວາມ​​ມັກທີ່​ມີ​ຕໍ່​ອາຫານ​ ຫວຽດນາມ​ໄດ້ກາຍ​ເປັນ​ສິ່ງ​ຊຸກຍູ້​​ໃຫ້ລາວ​ຕັດ​ສິນ​ໃຈ​ກັບມາ​ຮ່າ​ໂນ້ຍເພື່ອດຳເນີ​ນທຸລະ​ກິດ ແລະ ດຳລົງຊີວິດ. 
ກ່ອນຈະກັບມາຫວຽດນາມ, ທ່ານ Shahar Lubin ໄດ້ເຮັດວຽກຢູ່ອາເມລິກາເປັນເວລາຫຼາຍປີ ແລະ ກໍ່ໄດ້ສະຫງວນຊ່ວງໄລຍະໜຶ່ງເພື່ອໄປທ່ອງທ່ຽວທົ່ວໂລກ. ເມື່ອ Shahar Lubin ມາຮອດຮ່າໂນ້ຍເທື່ອທຳອິດແມ່ນປີ 2009, ລາວໄດ້ມີຄວາມປະທັບໃຈ ກັບອາຫານການກິນຂອງຫວຽດນາມ. ຈາກນັ້ນເກີດມີຄວາມນຶກຄິດວ່າ ຕົວເອງຕ້ອງຊອກວິທີເພື່ອຍົກຍ້າຍມາຫວຽດນາມເພື່ອ ດຳລົງຊີວິດ ແລະ ຊອກຫາສິ່ງປະທັບໃຈ ກ່ຽວກັບອາຫານ ແລະ ຜູ້ຄົນຫວຽດນາມ.

ຮ້ານອາຫານຂອງທ່ານ Shahar Lubin ນັບມື້ໄດ້ມີຄົນ ອິສຣາແອນ ຫຼາຍຄົນຮັກແພງຫວຽດນາມ ແລະ ຮູ້ຈັກ ຍ້ອນວ່າຢູ່ທີ່ນີ້, ເຂົາເຈົ້າໄດ້ຊິມອາຫານຫຼາຍຢ່າງທີ່ປະສົມປະສານລົດຊາດຂອງສອງປະເທດຫວຽດນາມ ແລະ ອິສຣາແອນ ຊຶ່ງຕົວເອງລາວເປັນຜູ້ທີ່ໄດ້ສະຫງວນເວລາ ແລະ ຄວາມຫຼົງໄຫຼເພື່ອການປະດິດຄິດສ້າງອອກມາ. Shahar Lubin ມັກປຸງແຕ່ງອາຫານ ອິສຣາແອນ ດ້ວຍວັດຖຸດິບຈາກຫວຽດນາມຕາມວິທີສະເພາະຂອງຕົນ. ມີລູກຄ້າຫຼາຍຄົນ ໄດ້ມີໂອກາດທົດຊອບເຍື່ອງອາຫານ shuk shuka (ໝາກເລັ່ນ ຕົ້ມເຄັມໄຂ່), ເປັນເຍື່ອງອາຫານ ທົ່ວໄປຢູ່ອິສຣາແອນ ບວກກັບລົດຊາດນຳ້ປາຫວຽດນາມ. “ທີ່ໄດ້ດຳລົງຊີວິດຢູ່ຫວຽດນາມແລ້ວ, ຂ້າພະເຈົ້າບໍ່ສາມາດລືມໃຊ້ນ້ຳປາເຂົ້າໃນເຍື່ອງອາຫານໄດ້”, ລາວໄດ້ອະທິບາຍ ກັບ ແຂກຄົນທີ່ມາຮັບປະທານອາຫານ ດ້ວຍຄວາມໃກ້ຊິດ ແລະ ຍິ້ມແຍ້ມແຈ່ມໃສ. 

ທ່ານ Shahar S. Lubin, ຫົວໜ້າພໍ່ຄົວຄົນອິສຣາແອນ ກັບ ມາຫວຽດນາມ ແລະ ໄດ້ເປີດຮ້ານອາຫານ Daluva ທີ່ຖະໜົນ ໂຕຫງອກເວີນ (ຮ່າໂນ້ຍ).


ຫົວໜ້າພໍ່ຄົວ Shahar S. Lubin ແລະ ທ່ານນາງ Meirav Eilon Shahar, ເອກອັກຄະລັດຖະທູດ ອິສຣາແອນ ປະຈຳ ຫວຽດນາມ
ແນະນຳຕໍ່ບຸກຄົນທີ່ມັກຮັກ ອາຫານບາງປະເພດ ອາຫານ ອິສຣາແອນທີ່ໄດ້ປຸງແຕ່ງ ຈາກເຄື່ອງປຸງຫວຽດນາມ. 



ລາຍການຂອງຮ້ານອາຫານ Daluva ໃນສັບປະດາອາຫານ ຫວຽດນາມ-ອິສຣາແອນຈະມີ ອາຫານຫວຽດນາມຫຼາຍເຍື່ອງ ເຊັ່ນ: ເ
ຝີພັນ, ເຂົ້າປຸ້ນຊີ້ນປີ້ງນຳ້ແຈ່ວຊຶ່ງເປັນເຍື່ອງອາຫານທີ່ມີ ການດັດແປງປະດິດສ້າງຂຶ້ນໃໝ່.



ເພື່ອນມິດຕ່າງປະເທດເຂົ້າຮ້ານອາຫານ Daluva.


ສັບປະດາອາຫານອິສຣາແອນ-ຫວຽດນາມ ເຊີດຊູນຳ້ໃຈ ໄມຕີຈິດມິດຕະພາບລະຫວ່າງສອງປະເທດ ໂດຍຜ່ານລາຍການ ອາຫານ. 


ຫົວໜ້າພໍ່ຄົວ Shahar Lubin ຜູ້ທີ່ໄດ້ “ຖືກໃຈ” ກັບອາຫານ ຫວຽດນາມ. ລາວໄດ້ຕັດສິນໃຈ ກັບມາຮ່າໂນ້ຍ ແລະ ເປີດ ຮ້ານອາຫານເປັນຂອງຕົນເອງ. 


ຜ່ານການປະດິດຄິດສ້າງໃນການປຸງແຕ່ງອາຫານຂອງ Shahar Lubin,  ວັດຖຸປຸງແຕ່ງຈຳນວນໜຶ່ງຂອງອິສຣາແອນ
ປະສົມປະສານກັບຜັກ ແລະ ໝາກໄມ້ຂອງຫວຽດນາມ ໄດ້ ກາຍເປັນເຍື່ອງອາຫານທີ່ພິເສດ. 



ລາຍການອາຫານ salat ທີ່ມີການປະສົມກັບແປ້ງເຂົ້າຈີ່ ແລະ  ວັດຖຸດິບຈາກຫວຽດນາມ. 


ລາຍການເຕົາຮູ້ຈືນຂອງຫວຽດນາມທີ່ໃສ່ເຄື່ອງປຸງ ຂອງ ອິສຣາແອນ.


ລາຍການເຝີພັນຂອງຫວຽດນາມທີ່ພໍ່ຄົວປະດິດຄິດສ້າງຂຶ້ນໃໝ່ ລ້ວນໆ, ບໍ່ມີຊີ້ນ, ມີແຕ່ຜັກເທົ່ານັ້ນ. 


ລາຍການເຂົ້າປຸ້ນຊີ້ປີ້ງນຳ້ແຈ່ວຂອງຫວຽດນາມທີ່ໄດ້ປຸງແຕ່ງ ຕາມແບບອິສຣາແອນ. 

Shahar Lubin ຮັກຮ່າໂນ້ຍຍ້ອນຄວາມລຽບງ່າຍ ແລະ ຄວາມຟົດຟື້ນ. ສຳລັບຕົວທ່ານແລ້ວ, ຄວາມສຸກແບບງ່າຍດາຍຄືມີ ພຽງອາຫານເປັນເຝີ ຫຼື ເຂົ້າປຸ້ນດູກຂ້າງ ຮ້ອນໆຖ້ວຍໜຶ່ງໃນຕອນເຊົ້າ, ຈອກນ້ຳຊາຂຽວ ແລະ ໂອ້ລົມກັບຊາວບ້ານ ແລະ ມີເວລາຍ່າງເລາະລຽບຕາມແຄມໜອງໄຕ ເບິ່ງຜູ້ຄົນເດີນທາງ ໄປມາຢ່າງບໍ່ຂາດສາຍ. “ຮ່າໂນ້ຍກໍ ໄດ້ຄອບຄອງຫົວໃຈ ຂອງຂ້ອຍທັງຫມົດແລ້ວ”, ພໍ່ຄົວຊາວ ອິສຣາແອນຄົນນີ້ໄດ້ ແບ່ງປັນຄຳເຫັນດັ່ງກ່າວກັບໝູ່ເພື່ອນກ່ຽວກັບຄວາມຮັກ ຂອງ ລາວມອບໃຫ້ແກ່ນະຄອນຫລວງແຫ່ງນີ້. 
ປະຕິບັດ: ເຈີ່ນແທງຢາງ
                                                                            
 

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top