• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາຄັດຄ້ານຈີນກີດຂວາງການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຢູ່ທະເລຕາເວັນອອກ

      ວັນທີ 20 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົງຕໍ່ແຫຼ່ງຂ່າວທີ່ວ່າ ຈີນ ພວມກີດຂວາງການເຄື່ອນໄຫວດ້ານນ້ຳມັນອາຍແກັດຂອງບັນດາປະເທດຢູ່ທະເລຕາເວັນອອກ, ຕຳໜິຕິຕຽນປັກກິງ ມີການກະທຳເກາະຜິດ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ເຂດທະເລນີ້.

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ
(ພາບ: AFP/TTXVN)
      ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ ຊີ້ແຈ້ງວ່າ, ເລື່ອງ ຈີນ ດຳເນີນການຖົມດິນເປັນເກາະ ແລະ ຫັນເປັນການທະຫານຢູ່ບັນດາປ້ອມດ່ານໜ້າຢູ່ທະເລຕາເວັນອອກ, ພ້ອມກັບບັນດາການເຄື່ອນໄຫວອື່ນ ເພື່ອແນໃສ່ຢັ້ງຢືນບັນດາຄຳຮຽກສິດຢ່າງຜິດກົດໝາຍຂອງປັກກິງ ຢູ່ເຂດທະເລນີ້, ລວມທັງການນຳໃຊ້ ການທະຫານຢູ່ທະເລ ເພື່ອນາບຂູ່, ບັງຄັບ ແລະ ນາບຂູ່ບັນດາປະເທດອື່ນນັ້ນ ແມ່ນການກະທຳເຮັດໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຖືກຊຸດໂຊມ. ຕາມທ່ານນາງ Morgan Ortagus ແລ້ວ, “ຜ່ານການປິດລ້ອມການພັດທະນາຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການບັງຄັບ, ຈີນ ໄດ້ກີດຂວາງບໍ່ໃຫ້ບັນດາສະມາຊິກຂອງອາຊຽນ ໄດ້ສຳຜັດກັບຈຳນວນເງິນຫຼາຍກວ່າ 2,5 ພັນຕື້ USD ຈາກປະລິມານພະລັງງານທີ່ສາມາດຂຸດຄົ້ນໄດ້”.
        ກະຊວງການຕ່າງປະເທດໄດ້ຢືນຢັນວ່າ, ບັນດາການກະທຳຄືແນວນັ້ນຂອງຈີນ ໄດ້ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ, ກໍ່ຄືພວມແຊກແຊງເຂົ້າໃນການສຳຫຼວດ ແລະ ຜະລິດນ້ຳມັນ ກໍຄືອາຍແກັດ ເຊິ່ງບັນດາປະເທດໄດ້ດຳເນີນມາແຕ່ດົນນານແລ້ວ, ພິເສດແມ່ນຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top