• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມື ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

      ວັນທີ 08 ກໍລະກົດ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN ແນໃສ່່ຢັ້ງຢືນຊື່ອັດຖິນິລະນາມ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຫວຽດນາມ. 

ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການໜູນຊ່ວຍການວິໄຈ ADN 
      ຕາມບົດບັນທຶກຊ່ວຍຈໍາດັ່ງກ່າວແລ້ວ, ອົງການ USAID ຈະສະໜອງບັນດາ ເຕັກໂນໂລຢີທັນສະໄໝ ແລະ ດີທີ່ສຸດໃຫ້ຫວຽດນາມ ເພື່ອວິໄຈ ADN, ຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີປະສິດທິພາບ, ປະສິດທິຜົນຂອງບັນດາຫ້ອງວິໄຈຂອງຫວຽດນາມ. ໃນຂອບເຂດຂອງບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ, USAID ຈະສົມທົບກັບ      VNOSMP  ເພື່ອອຸປະຖໍາແກ່ໂຄງການໃໝ່ ທີ່ແກ່ຍາວເປັນເວລາແຕ່ 3 – 5 ປີ ດ້ວຍງົບປະມານ ແມ່ນ 2,4 ລ້ານ USD. ໂຄງການດັ່ງກ່າວ ຈະໜູນຊ່ວຍ ຫວຽດນາມ ໃນການຊອກຫາ ແລະ ຢັ້ງຢືນຊື່ຂອງທະຫານ, ປະຊາຊົນ ຫວຽດນາມ ກວ່າ 20.000 ຄົນທີ່ຖືກຫາຍສາບສູນໃນປາງສົງຄາມ.  
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top