• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຈີນ ປະກາດມາດຕະການໂຕ້ຕອບການຂຶ້ນພາສີຢ່າງລຽນຕິດ

      ວັນທີ 23 ສິງຫາ, ຄະນະກຳມະການນະໂຍບາຍພາສີອາກອນຂຶ້ນກັບຄະນະລັດຖະບານ ຈີນ ໄດ້ປະກາດວ່າ ປັກກິ່ງ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າທີ່ມີມູນຄ່າ 75 ຕື້ USD ຂອງ ອາເມລິກາ. 

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: Reuters
      ຕາມນັ້ນແລ້ວ, ນັບແຕ່ວັນທີ 01 ກັນຍາ, ສິນຄ້າ ອາເມລິກາ ທີ່ສົ່ງອອກໄປຍັງ ຈີນ ກ່ວາ 5000 ປະເພດ, ໃນນັ້ນ ຜະລິດຕະພັນກະເສດ, ນ້ຳມັນດິບ, ເຮືອບິນຂະໜາດນ້ອຍ…ຈະຖືກຈັດວາງອັດຕາພາສີເພີ່ມເຕີມແຕ່ 5% - 10%. ນອກນັ້ນ, ຈີນ ໄດ້ຕົກລົງ ຈະເຊື່ອມຕໍ່ການຈັດວາງອັດຕາພາສີເພີ່ມເຕີມ 25% ຫຼື 5% ຕໍ່ລົດໂອໂຕ ແລະ ເຄື່ອງອາໄຫຼ່ທີ່ນຳເຂົ້າຈາກ ອາເມລິກາ ຄືນໃໝ່. ເລື່ອງຈັດວາງອັດຕາພາສີເພີ່ມເຕີມຕໍ່ລົດໂອໂຕ ແລະ ເຄື່ອງອາໄຫຼ່ນີ້ ຈະມີຜົນສັກສິດນັບແຕ່ເວລາ 00 ໂມງ 01 ນາທີ ວັນທີ 15 ທັນວາ ຈະມາເຖິງ.
        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດການໂຕ້ຕອບຕໍ່ການຕັດສິນໃຈຈັດວາງອັດຕາພາສີຄັ້ງຫຼ້າສຸດຂອງ ຈີນ. ຕາມນັ້ນແລ້ວ, ບັນດາຂໍ້ຕົກລົງຈັດວາງອັດຕາພາສີຂອງ ອາເມລິກາ ແນໃສ່ສິນຄ້າ ຈີນ ໃນໄລຍະຈະມາເຖິງ ຈະເພີ່ມຂຶ້ນຕື່ມອີກ 5%. ປະກາດໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ໄດ້ຕຳໜິຕິຕຽນການຕັດສິນໃຈຄັ້ງຫຼ້າສຸດຂອງ ຈີນ, ພ້ອມທັງ ຢືນຢັນວ່າ ວໍຊິງຕັນ ຈະມີການກະທຳຢ່າງແຮງ.
        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ມີການປະຊຸມກັບຄະນະເຈລະຈາດ້ານການຄ້າ ອາເມລິກາ ຢູ່ທຳນຽບຂາວ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດ ອາເມລິກາ ຢຸດຕິບັນດາການເຄື່ອນໄຫວຜະລິດຢູ່ ຈີນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top