• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ

      ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນວຽກງານປ້ອງກັນ, ຕ້ານໂລກລະບາດອັກເສບປອດ Covid-19.
             ນີ້ແມ່ນຄຳຢືນຢັນ ໂດຍບັນດາເຈົ້າໜ້າທີ່ ອາເມລິກາ ຍົກອອກມາທີ່ການແລກປ່ຽນກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໃນໄລຍະມໍ່ໆມານີ້.

ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ (ພາບ: TTXVN)
      ທີ່ການພົບປະ, ບັນດາເຈົ້າໜ້າທີ່ໄດ້ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ ເວົ້າລວມ ແລະ ພິເສດແມ່ນໃນວຽກງານຄວບຄຸມໂລກລະບາດ Covid-19 ເວົ້າສະເພາະ. ກະຊວງສາທາລະນະສຸກ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການນຳ ຫວຽດນາມ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ ແລະ ຊີ້ນຳຢ່າງທັນການ, ມີບັນດາມາດຕະການຮອບດ້ານ, ຂ້ຽວຂາດ ແລະ ເຖິງຖອງ ເພື່ອຮັບມືກັບ Covid-19, ເປັນຕົ້ນແມ່ນເລື່ອງຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ວົງຄະນະຍາດ. ນອກນັ້ນ, ປັດຈຸບັນ ຫວຽດນາມ ຍັງມີລະບົບຮາກຖານສາທາລະນະສຸກເປັນຢ່າງດີໂດຍພື້ນຖານ ແລະ ໄດ້ຜັນຂະຫຍາຍວຽກງານສັກຢາກັນພະຍາດ, ປ້ອງກັນພະຍາດແບບລຸລ່ວງ ແລະ ກ້ວາງຂວາງມາແຕ່ດົນແລ້ວ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top