• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຕີລາຄາແບບຂາດພາວະວິໄສກ່ຽວກັບສະພາບການສິດທິມະນຸດຢູ່ ຫວຽດນາມ

ກອງປະຊຸມຖະແຫລງຂ່າວປະຈຳເດືອນ ໃນຕອນບ່າຍວັນທີ 14 ມີນາ ຢູ່ ຮ່າໂນ້ຍ, ເມື່ອເຕື້ອງເຖິງບົດລາຍງານສິດທິມະນຸດປະຈຳປີ 2018 ຂອງກະຊວງການຕ່າງປະເທດ ອາເມລິກາ ຫວ່າງແລ້ວນີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: 

ເຖິງວ່າ ມີການຮັບຮູ້ກ່ຽວກັບການປົກປ້ອງສິດທິມະນຸດຂອງຫວຽດນາມ ແຕ່ບົດລາຍງານສິດທິມະນຸດປະຈຳປີ 2018 ຂອງກະຊວງການຕ່າງປະເທດ ອາເມລິກາ ຍັງມີບາງການຕີລາຄາແບບຂາດພາວະວິໄສ ໂດຍອີງໃສ່ບາງຂໍ້ມູນຂ່າວບໍ່ຊັດແຈນ, ບໍ່ສ່ອງແສງຖືກກັບສະພາບຕົວຈິງຢູ່ຫວຽດນາມ.

“ບັນດາສິດເສລີພື້ນຖານຂອງພົນລະເມືອງລ້ວນແຕ່ໄດ້ລະບຸຢ່າງຈະແຈ້ງໃນລັດຖະທຳມະນູນ ແລະ ກົດໝາຍຂອງຫວຽດນາມ, ສອດຄ່ອງກັບສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງຫວຽດນາມ ແມ່ນສະມາຊິກ ແລະ ໄດ້ຮັບຄວາມເຄົາລົບ, ຮັບປະກັນຕາມຄວາມຈິງ. ຄວາມມານະພະຍາຍາມຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.”

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ທີ່ກອງປະຊຸມຖະແຫລງຂ່າວ, ເມື່ອເຕື້ອງເຖິງການເຄື່ອນໄຫວຂອງຈີນ ຢູ່ ເກາະ ທີຕື ຜ່ານມາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:

 

 “ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ດ້ານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຕາມການກຳນົດຂອງກົດໝາຍສາກົນ. ຫວຽດນາມ ຖືວ່າ ໃນຂະນະພວມຊອກຫາມາດຕະການສັນຕິພາບໃຫ້ແກ່ການຂັດແຍ້ງຢູ່ ທະເລຕາເວນອອກ, ບັນດາຝ່າຍກ່ຽວຂ້ອງຕ້ອງເຄົາລົບຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ພິເສດແມ່ນການກຳນົດກ່ຽວກັບຄວາມອົດກັ້ນ ບໍ່ມີການກະທຳກໍ່ຄວາມສັບສົນ ແລະ ເພີ່ມຄວາມຂັດແຍ້ງ ນັບທັງບໍ່ໄດ້ມີການກະທຳຢືດຄອງບັນດາໂຄງສ້າງທີ່ບໍ່ມີຄົນຢູ່ ຢູ່ ທະເລຕາເວັນອອກ, ການກະທຳຕ້ອງມີຄວາມຮັບຜິດຊອບ ແລະ ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.”

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top