• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃນການຊຸກຍູ້ການພົວພັນສອງຝ່າຍ

ກະຊວງການຕ່າງປະເທດອາເມລິກາ ຫາກໍຈັດຕັ້ງພິທີອຳລາທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ເນື່ອງໃນໂອກາດກະກຽມສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ອາເມລິກາ.


ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຖ່າຍຮູບກັບການນຳກະຊວງການຕ່າງປະເທດ,
ເພື່ອນມິດ, ຄູ່ຮ່ວມມືອາເມລິກາ

(ພາບ:  Doan Hung/Vietnam+)

ກ່າວຄຳເຫັນທີ່ພິທີ, ຮອງຜູ້ຊ່ວຍວຽກຂອງທ່ານ Patrick Murphy ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Sean Lawler ຫົວໜ້າກົມພິທີການ, ໄດ້ ຕີລາຄາວ່າ ໃນໄລຍະ 03 ປີປະຕິບັດໜ້າທີ່ຂອງທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມກວາງວິງ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໄດ້ເປັນສັກຂີພິຍານຕໍ່ບັນດາບາດກ້າວພັດທະນາສຳຄັນໃນທຸກຂົງເຂດ, ພ້ອມກັບການຢ້ຽມຢາມຂັ້ນສູງຫຼາຍຄັ້ງ. ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ການຄ້າ, ກໍຄືການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຮ່ວມມືໃນພາກພື້ນ ນັບມື້ນັບໄດ້ຮັບການເພີ່ມທະວີ. ທ່ານ Murphy ແລະ Lawler  ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາການປະກອບສ່ວນຕັ້ງໜ້າຂອງທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ໃນອາຍຸການຂອງຕົນ ພ້ອມທັງອວຍພອນໃຫ້ທ່ານ ພ້ອມດ້ວຍພັນລະຍາ ຈົ່ງສືບຕໍ່ປະສົບຜົນສຳເລັດໃນອາຍຸການໃໝ່. ສ່ວນ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງການຕ່າງປະເທດ, ເພື່ອນມິດສະຫາຍ ແລະຄູ່ຮ່ວມມືອາເມລິກາ ທີ່ໄດ້ສົມທົບຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອາເມລິກາ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ການພົວພັນດັ່ງກ່າວຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ.

 (ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top