• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ອານຢາງ ດິນແດນເຂດຊາຍແດນ

ບັນດາທົ່ງນາທີ່ອຸດົມສົມບູນ, ເມືອງທີ່ມີຄວາມຄຶກຄື້ນໜາແໜ້ນ, ການ ຂົນສົ່ງສິນຄ້າຜ່ານເຂົ້າອອກດ່ານຊາຍແດນຢ່າງຟົດຟື້ນ, ເຮືອຫຼາຍລຳ ໃຫ້ບໍລິການຮັບສົ່ງຜູ້ຄົນລວມທັງ ຫວຽດນາມ ແລະ ກຳປູເຈຍ ຂ້າມ ຜ່ານໄປ ມາຕາມດ່ານຊາຍແດນ ເພື່ອຄ້າຂາຍ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ... ມັນເປັນພາບທີ່ສະແດງ ໃຫ້ເຫັນເຖິງການດຳລົງຊີວິດ ທີ່ ອີ່ມໜຳສຳລານ, ສະຫງົບສຸກ ແລະ ຄວາມຮັກແພງສາມັກຄີ ຂອງ ຄົນ ທີ່ອາໄສຢູ່ເຂດຊາຍແດນ ຂອງ ແຂວງ ອານຢາງ.
ລະດູບານໃໝ່ເຂດຊາຍແດນ

ພວກຂ້າພະເຈົ້າກັບຄືນສູ່ເຂດພື້ນທີ່ຊາຍແດນ ອານຢາງ ໃນທ່າມກາງ ບັນຍາກາດແສງແດດ ຂອງລະດູບານໃໝ່ 2017 ທີ່ພວມສ່ອງແສງໄປ ທົ່ວຖະໜົນ. ລຽບຕາມສາຍທາງເຂົ້າສູ່ ດ່ານຊາຍແດນ ຕິດກັບ ກຳປູ ເຈຍ ປະເທດເພື່ອນບ້ານ, ພາຍໃຕ້ແສງຕາເວັນ ຍາມຄ້ອຍຄໍ່າ ເປັນ ພາບ ຂອງໝູ່ບ້ານນ້ອຍໆ ທີ່ຫງຽບສະຫງົບຢູ່ແຄມທົ່ງນາ ແລະ ປະດັບ ດ້ວຍຕົ້ນຕານ ຈຳນວນຫຼວງຫຼາຍ ທີ່ເປັນເອກະລັກສະເພາະ ໃນເຂດພື້ນ ທີ່ພາກຕາເວັນຕົກສ່ຽງໃຕ້.
 
ນະຄອນ ເຈົາດົກ ຢູ່ຫ່າງຈາກຊາຍແດນປະເທດ ກຳປູເຈຍ ປະມານ 25 ກິໂລແມັດ. ສະຖານທີ່ແຫ່ງນີ້ ຖືເປັນສູນກາງການປົກຄອງ ໃນພື້ນທີ່ຊາຍແດນ ຂອງ ແຂວງ ອານຢາງ. ນະຄອນ ເຈົາດົກ ມີຈຸດພິເສດສຳຄັນທາງດ້ານ ເສດ ຖະກິດ, ການຄ້າ ແລະ ການທ່ອງທ່ຽວ, ສະນັ້ນ ໃນແຕ່ລະປີ ມີນັກ ທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 4 ລ້ານ ເທື່ອຄົນ ເຂົ້າມາ ທ່ຽວ, ພັກຜ່ອນ ແລະ ຈັບຈ່າຍຊື້ສິນຄ້າ.
 
ຈາກນະຄອນ ເຈົາດົກ ໄປຕາມຖະໜົນ 91C,  ພວກຂ້າພະເຈົ້າ ສືບຕໍ່ ເດີນທາງໄປຍັງເມືອງ ຕັ້ງຢູ່ແຄມຊາຍແດນ ອານຝູ. ສະຖານທີ່ ແຫ່ງນີ້ ມີ ດ່ານຊາຍແດນແຄ່ງບິ່ງ ເປັນຈຸດເຊື່ອມຕໍ່ ເສັ້ນທາງບົກ ແລະ ເສັ້ນທາງ ນໍ້າຂ້າມໄປຍັງປະເທດ ກຳປູເຈຍ. ຢືນຢູ່ແຄມຝັ່ງແມ່ນໍ້າ ບິ່ງຢີ ຫັນໜ້າ ໄປທາງຝັ່ງເບື້ອງນັ້ນ ແມ່ນດ່ານຊາຍແດນ ຈະໄຣ ທຳ (Chrey Thum) ຢູ່ເມືອງ ເກີຮໍ ທຳ (Koh Thum), ແຂວງ ການດາ (KanDal) ຂອງ ປະເທດ ກໍາປູເຈຍ. ແຕ່ກ່ອນ ເທດສະ ບານ ເມືອງ ລອງບິ່ງ, ເມືອງ ອານຝູ ຖືວ່າເປັນຈຸດເຕົ້າໂຮມ ແລະ ເປັນບ່ອນແລກປ່ຽນສິນຄ້າ ປະເພດຕ່າງໆ ທີ່ສຳຄັນ, ເປັນຕົ້ນແມ່ນສິນຄ້າ ທາງດ້ານກະສິກຳ ຕະຫຼອດຮອດເຄື່ອງນຸ່ງຫົ່ມ, ເຄື່ອງສຳອາງ, ເຄື່ອງບໍລິ ໂພກ... ລະຫວ່າງ ສອງປະເທດ ຫວຽດນາມ ແລະ ກຳປູເຈຍ.

ມູມໜຶ່ງຂອງນະຄອນ ເຈົາດົກ, ແຂວງ ອານຢາງ ແນມແຕ່ພູ ຊາມ. ພາບ: ທົງຫາຍ/ VNP


ນັກທ່ອງທ່ຽວ ຜ່ານດ່ານຊາຍແດນສາກົນ ຕິ້ງບຽນ. ພາບ: ທົງຫາຍ/VNP


ນັກທ່ອງທ່ຽວສາກົນ ໄປທ່ອງທ່ຽວກຳປູເຈຍ ມາ ຫວຽດນາມ
ດ້ວຍທາງນ້ຳ ຜ່ານດ່ານຊາຍແດນສາກົນ ແມ່ນ້ຳ ຕ່ຽນ. ພາບ: ທົງຫາຍ/VNP



ອ້າຍນ້ອງທະຫານປ້ອງກັນຊາຍແດນ ດ່ານຊາຍແດນ ລອງ ບິ່ງ (ທະຫານປ້ອງກັນຊານແດນ ອານຢາງ) ແລະ
ກຳລັງປ້ອງກັນ ຊາຍແດນ ກຳປູເຈຍ ຮ່ວມກັນລາດຕະເວນຢູ່ເຂດຊາຍແດນ ສອງປະເທດ. ພາບ: ຫງວຽນດຶກຖັງ

ອານຢາງ ເປັນແຂວງທີ່ມີດ່ານຊາຍແດນ ຫຼາຍແຫ່ງ ເຊື່ອມຕໍ່ກັບປະເທດ ກຳປູເຈຍ. ໃນນັ້ນ ມີດ່ານຊາຍແດນສາກົນ 2 ແຫ່ງຄື: ຕິ້ງບຽນ (ຂຶ້ນກັບ ເທດສະບານເມືອງຕິ້ງບຽນ) ເຊື່ອມຕໍ່ດ້ວຍເສັ້ນທາງບົກ ແລະ ທາງແມ່ ນໍ້າຕຽນ (ຂຶ້ນກັບຕາແສງ ວິງເຊືອງ, ເທດສະບານເມືອງ ເຕິນເຈົາ) ດ້ວຍ ເສັ້ນທາງນໍ້າ. ນອກຈາກນັ້ນ ຍັງມີຫຼາຍເສັ້ນທາງຕິດຈອດກັນ ແລະ ລະ ບົບ ແມ່ນໍ້າລຳເຊໄຫຼປ່ອງໃສ່ກັນ ຊ່ວຍໃຫ້ ປະຊາຊົນສອງຊາດ ຄ້າຂາຍ ໄດ້ສະດວກຍິ່ງຂຶ້ນ. 
ຈາກຫຼັກໝາຍຊາຍແດນ 246 ທີ່ສາມແຍກປາກແມ່ນໍ້າ ບິ່ງຢີ, ເທດສະ ບານ ເມືອງລອງບິ່ງ,  ພວກເຮົາຈະຫຼຽວເຫັນບັນດາ ເຮືອຕ່າງໆ ພວມຮັບ ສົ່ງຜູ້ໂດຍສານຂ້າມໄປມາຂອງສອງ ດ່ານຊາຍແດນ ຢ່າງຟົດຟື້ນ. ຍັງ ອີກບໍ່ພໍເທົ່າໃດ ຂົວຂ້າມແມ່ນໍ້າ ທີ່ເມືອງລອງບິ່ງ- ຈະໄຣ ທຳ ສ້າງ ສຳເລັດ ຈະເປັນກຳລັງແຮງ ໃນການພັດທະນາເສດຖະກິດ ໃນຂົງເຂດ ນີ້ໄດ້ຢ່າງຫຼວງຫຼາຍ ແລະ ເພື່ອເຮັດໃຫ້ປະຊາຊົນອາໄສຢູ່ທັງສອງ ຝັ່ງ ຊາຍແດນໄດ້ໃກ້ຊິດກັນຫຼາຍຂຶ້ນ.

ເທດສະບານເມືອງ ຕິ້ງບຽນ, ຂຶ້ນກັບເມືອງ ຕິ້ງບຽນ ຖືວ່າເປັນ ສູນກາງ ທາງດ້ານການຄ້າ, ການບໍລິການໃນເຂດຊາຍແດນຂອງ ແຂວງອານ ຢາງ, ໂດຍສະເພາະແມ່ນດ່ານຊາຍແດນສາກົນ ຕິ້ງບຽນ ຕິດກັບດ່ານ ຊາຍແດນ  ພະນົມ ເດັນ (Phnom Den) ແຂວງ ຕາແກ້ວ (Ta Keo) ປະເທດ ກຳປູເຈຍ ເປັນຈຸດເຊື່ອມຕໍ່ຂອງຖະໜົນ 91 ຂອງ ຫວຽດນາມ ແລະ ຖະໜົນເລກ 2 ຂອງ ກຳປູເຈຍ. ຈຸດນີ້ ເປັນສາຍທາງລໍາລຽງ ສິນຄ້າ, ຜະລິດຕະພັນກະ ສິກໍາ ເຂົ້າໄປຍັງນະຄອນຫຼວງ ພະນົມເປັນ ໂດຍກົງ ຫຼື ຈະແລ່ນ ຜ່ານ ແຂວງ ກຳໂປດ (Kampot) ແລະ ສືບຕໍ່ເດີນທາງຕາມຖະໜົນ ເລກ 3 ແລ່ນຜ່ານ ໂປແຊັດ (Poset), ໂອດອງ (Odong), ກຳປອງ ສະເປວ (Kampong Speu) ທີ່ມີຄວາມສະດວກ ວ່ອງໄວ. ໃນແຕ່ລະປີການນຳເຂົ້າ ສົ່ງອອກ ຜ່ານດ່ານ ຊາຍແດນ ດັ່ງກ່າວ ບັນລຸ ໄດ້ 100 ກວ່າລ້ານ ໂດລາສະຫະລັດ, ນີ້ເປັນ ທ່າແຮງ ໃຫຍ່ສຸດ ເພື່ອ ເຮັັັດໃຫ້້້ ອານຢາງ ມີເປົ້າໝາຍ ສ້າງເມືອງ ຕິ້ງບຽນ ກາຍເປັນ ເຂດເສດ ຖະກິດຊາຍແດນ ຊ່ວຍຊຸກຍູ້ສົ່ງເສີມໃຫ້ ພັດທະນາຂຶ້ນກວ່າເກົ່າ ໃນຂດ ພື້ນທີ່ຊາຍແດນ ພາກຕາເວັນຕົກສ່ຽງໃຕ້້.
 
ຕາແສງ ແຄ່ງອານ, ເມືອງ ອານຝູ ກໍເປັນຈຸດໜຶ່ງທີ່ໂດດເດັ່ນໃນພື້ນ ທີ່ ຊາຍແດນແຫ່ງນີ້, ໂດຍອາໄສ ຜົນສຳເລັດບັນດາເປົ້າໝາຍຂອງການ ສ້າງຊົນນະບົດໃໝ່ດ້ວຍການສ້າງລະບົບເສັ້ນທາງຄົມມະນາຄົມໃນ ຊົນ ນະບົດ, ຕາຂ່າຍໄຟຟ້າ, ໂຮງຮຽນ, ສຸກສາລາ...ຄຽງຄູ່ກັນໄປ. ສະຖານ ທີ່ແຫ່ງນີ້ ເປັນຕາແສງໃໝ່ແຫ່ງທຳອິດ ໃນເຂດ ພື້ນທີ່ ຊາຍແດນເມືອງ ອານຝູ.
 
ທ່ານ ຮິ່ງຕ໋ຽນລວນ, ຮອງຫົວໜ້າຫ້ອງວ່າການປົກຄອງ ຕາແສງ ແຄ່ງ ອານ ໃຫ້ຮູ້ວ່າ ໃນເມື່ອກ່ອນ, ຕາແສງ ແຄ່ງອານ ມີລາຍຮັບຕໍ່າ ແຕ່ດ້ວຍ ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງທຸກຄົນ, ສະນັ້ນພາຍຫຼັງຈາກ 5 ປີ ຕາແສງ ໄດ້ສຳເລັດເປົ້າໝາຍການສ້າງຊົນນະບົດໃໝ່, ດ້ວຍຜົນສໍາເລັດ ດັ່ງກ່າວນັ້ນ ໄດ້ຍົກສູງຊີວິດການເປັນຢູ່ທາງດ້ານເສດຖະກິດ, ວັດທະນະ ທຳ ຂອງປະຊາຊົນ ດີຂຶ້ນເຫັນໄດ້ຢ່າງຊັດເຈນ.

 

ແມ່ຍິງຊົນເຜົ່າ ຈຳ ຢູ່ໝູ່ບ້ານ ຟຸມຊ່ວາຍ (ຕາແສງ ເຈົາຟອງ, ເມືອງ ເຕີນເຈົ້າ)
ພ້ອມກັບກີ່ຕ່ຳຫູກ ທີ່ເປັນມູນເຊື້ອ ຂອງຄອບ ຄົວ. ພາບ: ມິງກວັກ
/VNP


ການເກັບກ່ຽວເຂົ້າຢູ່ຕາແສງ ວັນຢາວ, ເມືອງ ຕິ້ງບຽນ. ພາບ: ກິມເຊີນ/VNP



ເອື້ອຍ ເລທິລານ, ຢູ່ໝູ່ບ້ານເລກ 3, ຕາແສງ ວິງເຊືອງ, ເມືອງ ເຕິນເຈົາ ຫຼຸດພົ້ນອອກຈາກຄວາມທຸກຍາກ
ດ້ວຍການລ້ຽງແບ້. ພາບ: ທົງຫາຍ/VNP


ຄອບຄົວອ້າຍ ດິງຮຸ່ງເກື່ອງ (ຕາແສງ ລອງຢາງ, ເມືອງ ເຈີ້ເມີຍ)
ກັບອາຊີບຈັກສານທີ່ເປັນມູນເຊື້ອຂອງທ້ອງຖິ່ນ. ພາບ: ກີມເຟືອງ/ VNP



ປະຊາຊົນສອງປະເທດ ແລກປ່ຽນ, ຊື້ຂາຍປາທີ່ຕາແສງ ອານແຄງ, ເມືອງ ອານຟູ່. ພາບ: ທົງຫາຍ/VNP


ໝູ່ບ້ານລ້ຽງປາກະຊັງ ເທິງແມ່ນ້ຳ ເຈົາດົກ ແລະ ທັງເປັນສະຖານທີ່ ດຶງດູດ
ນັກທ່ອງທ່ຽວຂອງນະຄອນ ເຈົາດົກ. ພາບ: ທົງຫາຍ/VNP

ເພື່ອເປັນການຮັບຮູ້ເຂົ້າໃຈຂຶ້ນຕື່ມ ກ່ຽວກັບການດຳລົງຊີວິດ ຂອງ ປະ ຊາຊົນ ຢູ່ພື້ນທີ່ຊາຍແດນ ອານຢາງ, ພວກຂ້າພະເຈົ້າໄປເຖິງຕາແສງ ວິ່ງ ເຊືອງ, ເມືອງ ເຕິນເຈົາ ແລະ ໄດ້ແວະຢ້ຽມຢາມຄອບຄົວເອື້ອຍ ເລທິ ລານ ຢູ່ໝູ່ບ້ານເລກ 3, ເປັນໜຶ່ງໃນຄອບຄົວທີ່ມີພື້ນຖານ ເສດຖະກິດ ດີ ເຊິ່ງ ອາໄສທ່າແຮງລົງທຶນເຂົ້າໃນການລ້ຽງແບ້ພັນຊີ້ນ ປະສານສົມທົບ ກັບການປູກໜາກສີດາ. ເຫັນການລ້ຽງແບ້ ຈະເລີນເຕີບໂຕ, ເອື້ອຍ ລານ ຮູ້ສຶກຕື່ນເຕັ້ນດີໃຈແລ້ວເວົ້າວ່າ: ຂ້າພະເຈົ້າຫາກໍ່ຂາຍແບ້ ຈຳນວນ 5 ໂຕ ໄດ້ເງິນປະມານ 20 ລ້ານດົ່ງ, ສະນັ້ນປີໃໝ່ປີນີ້ ຈະຊື້ ເຄື່ອງຂອງໃຫ້ ພວກລູກຢ່າງຄົບຖ້ວນ”.

ຢູ່ໃນໝູ່ບ້ານເລກ 5 ມີຄອບຄົວອ້າຍ ຫງວຽນວັນມິງ,  ຍ້ອນມີອາຊີບ ປູກ ເຫັດເຟືອງ, ໃນແຕ່ລະເດືອນ ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 30 ລ້ານດົ່ງ. ເມື່ອເຫັນທຸລະກິດຂອງລາວ ດຳເນີນໄປໄດ້ດີ, ດັ່ງນັ້ນ ສະມາ ຄົມ ຊາວກະສິກອນ ຂອງຕາແສງ ກຳລັງເລັ່ງຊ່ວຍການກູ້ຢືມເງິນ ທຶນ ເພີ່ມເຕີມຈາກທະນາຄານ ເພື່ອຂະຫຍາຍກິດຈະການຟາມດັ່ງກ່າວ.

 
ພື້ນທີ່ຊາຍແດນ ອານຢາງ ນັບມື້ ມີການປ່ຽນແປງ ຢ່າງບໍ່ຢຸດຢັ້ງ.  ປະຈຸ ບັນ ມີຫຼາຍ ຕາແສງໄດ້ກາຍເປັນເປັນ ຕາແສງຊົນນະບົດໃໝ່ເປັນ ຈຸດທີ່ພົ້ນເດັ່ນທາງວັດທະນະທຳ ແນວຊາຍແດນ... ແຕ່ລະເຂດມີ ເອກະລັກຂອງໃຜລາວ ທີ່ປາກົດໃຫ້ເຫັນໃນລະດູບານໃໝ່ ທີ່ໃນພື້ນ ຊາຍແດນ ທີ່ຫ່າງໄກ.
 
ຄວາມຮັກແພງຂອງຄົນຕາມເຂດຊາຍແດນ
 
ໃນເຂດພື້ນທີ່ຊາຍແດນ ອານຢາງ ເປັນບ່ອນຢູ່ອາໄສ ດຳລົງຊີວິດ ຂອງ ບັນດາຊົນເຜົ່າ ກິງ, ຈຳ, ຂະແມ, ຈີນ ແລະ ມີຫຼາຍສາສະໜາແຕກ ຕ່າງ ກັນຄື: ສາສະໜາພຸດ, ລັດທິຫ່ວາຫາວ, ສາສະໜາກາວດ່າຍ, ຄາໂຕລິກ ໂປເຕສແຕນ... ສະຖານທີ່ແຫ່ງນີ້ ມີຊາຍແດນຕິດກັບປະເທດ ເພື່ອນ ບ້ານ ກຳປູເຈຍ, ສະນັ້ນ ສະພາບການ ປ້ອງກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍຂ້ອນຂ້າງພົບຄວາມຫຍຸ້ງຍາກ, ໂດຍສະເພາະ ແມ່ນໄພສັງຄົມ, ການຄ້າມະນຸດ, ການຄ້າຂາຍເຖື່ອນ... ແຕ່ຍ້ອນການ ຕັດສິນໃຈສູງ ຂອງ ທະຫານປ້ອງ ກັນຊາຍແດນ ແຂວງອານຢາງ ສົມ ທົບ ກັບກຳລັງຕຳຫຼວດ ປະຕິບັດ ໜ້າທີ່ຕາມຄວາມຮັບຜິດ ຊອບຂອງ ຕົນ ຮັບປະກັນ ໄດ້ຄວາມສະຫງົບສຸກ ໃນພື້ນທີ່ຊາຍແດນ, ຊ່ວຍໃຫ້ ປະ ຊາຊົນສອງ ປະເທດ ໄປມາຫາ ສູ່ກັນ, ທຳມາຫາກິນ, ຄ້າຂາຍໄດ້ສະ ດວກຍິ່ງຂຶ້ນ.
 
ອານຢາງ ປະກອບມີ 12 ປ້ອມຍາມຊາຍແດນ, ໃນນັ້ນມີ 2 ປ້ອມ ເປັນ ດ່ານຊາຍແດນສາກົນ ແລະ 2 ດ່ານຊາຍແດນແຫ່ງຊາດ. ຮ້ອຍເອກ ຫງວຽນດຶກຖັ໋ງ, ຮັບຜິດຊອບການເມືອງ ກອງພັນເຝິກແອບ-ເຄື່ອນໄຫວ ຂຶ້ນກັບ ທະຫານປ້ອງກັນຊາຍແດນ ແຂວງອານຢາງ ໃຫ້ສຳພາດວ່າ: ປະຊາຊົນ ຢູ່ພື້ນທີ່ແຫ່ງນີ້ ຮັກແພງສາມັກຄີທະຫານ ປຽບສະເໝືອນ ເປັນລູກ ເພາະວ່າອ້າຍນ້ອງທະຫານໄດ້ສະໜິດຕິດພັນກັບປະຊາຊົນ, ຊ່ວຍເຫຼືອ ປະຊາຊົນ ນັບແຕ່ວຽກນ້ອຍວຽກໃຫຍ່, ການປ້ອງກັນເວນ ຍາມຕະຫຼອດຮອດການຮຽນ, ການສອນ, ການປັບປຸງສ້າງຖະໜົນຫົນ ທາງ, ກວດສຸຂະພາບ, ແຈກຍາຍຢາປົວພະຍາດ, ຫາບນໍ້າ, ຫົດຜັກ...  

ວັດ ໄຊຕ່າຊອມ ຢູ່ ເມືອງ ຕິ້ງບຽນ. ພາບ: ຫງວຽນເຍີ້ມ



ປະເພນີແຕ່ງດອງ ກັບພິທີແຫ່ເຂີຍ ເມືອເຮືອນເຈົ້າສາວ ຂອງ ປະຊາຊົນຊາວເຜົ່າ ຂະແມ
ຢູ່ເມືອງ ຕິ້ງບຽນ, ແຂວງ ອານຢາງ. ພາບ: ຫງວຽນເຍີ້ມ



ປະຊາຊົນຊາວເຜົ່າ ຈຳ  ນັບຖືສາສະໜາມຸສລິມ ຢູ່ ເຈົາຟອງ (ເມືອງ ເຕິນເຈົາ, ອານຢາງ)
ພາຍຫຼັງການສວດມົນຢູ່ໃນໂບດ. ພາບ: ມິງກວກ/VNP



ລະດູເກັບກ່ຽວດອກບົວຂີ້ແບ້ ລະດູ ນ້ຳຫຼາຍຢູ່ ອານຢາງ. ພາບ: ມິງກວກ/ VNP



ປະຊາຊົນຊາວເຜົ່າ ຂະແມ ຕ້ອນຮັບປີໃໝ່ປະຈຳຊາດ ຫວຽດນາມ. ພາບ: ຫງວຽນເຍີ້ມ



ປະເພນີແຂ່ງງົວ ຂອງຊາວເຜົ່າ ຂະແມ ທີ່ເມືອງ ຕິ້ງບຽນ, ແຂວງ ອາຢາງ. ພາບ: ກິມເຊີນ/VNP


ປ່າສະນັດ ຈ່າຊື ຢູ່ເມືອງ ຕິ້ງບຽນ, ເປັນເຂດປ່ານ້ຳຖ້ວມແຫ່ງໜຶ່ງ ຂອງພາກໃຕ້ ແລະ
ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ອານຢາງ. ພາບ: ຫງວຽນຖັ໋ງ/VNP
ຕາແສງ ເຢີນໂຫ້ຍ, ເມືອງ ອານຝູ ໃນຊ່ວງໃກ້ຊິຮອດປີໃໝ່ ປີລະກາ ມີ ບັນຍາກາດອັນແສນອົບອຸ່ນ ລະຫວ່າງ ອ້າຍນ້ອງທະຫານ ປ້ອງກັນຊາຍ ແດນ ແລະ ປະຊາຊົນ ຊ່ວຍກັນຫໍ່ເຂົ້າຕົ້ມ, ເຮັດເຂົ້າໜົມ, ເຝິກແອບສິ ລະປະວັນນະຄະດີ ກຽມໃສ່ຕ້ອນຮັບບຸນປີໃໝ່, ບາງຄົນ ກໍ່ສອນໜັງສື ໃຫ້ ເດັກນ້ອຍ ຫຼື ຍາດເວລາກວດສຸຂະພາບ ແລະ ແຈກຢາປິ່ວປົວ ພະ ຍາດໃຫ້ຄົນເຈັບ...  

ອານຢາງ ເປັນແຂວງທີ່ມີດ່ານຊາຍແດນ ຫຼາຍແຫ່ງ ເຊື່ອມຕໍ່ກັບປະເທດ ກຳປູເຈຍ. ໃນນັ້ນ ມີດ່ານຊາຍແດນສາກົນ 2 ແຫ່ງຄື: ຕິ້ງບຽນ (ຂຶ້ນກັບ ເທດສະບານເມືອງຕິ້ງບຽນ) ເຊື່ອມຕໍ່ດ້ວຍເສັ້ນທາງບົກ ແລະ ທາງແມ່ ນໍ້າຕຽນ (ຂຶ້ນກັບຕາແສງ ວິງເຊືອງ, ເທດສະບານເມືອງ ເຕິນເຈົາ) ດ້ວຍ ເສັ້ນທາງນໍ້າ. ນອກຈາກນັ້ນ ຍັງມີຫຼາຍເສັ້ນທາງຕິດຈອດກັນ ແລະ ລະ ບົບ ແມ່ນໍ້າລຳເຊໄຫຼປ່ອງໃສ່ກັນ ຊ່ວຍໃຫ້ ປະຊາຊົນສອງຊາດ ຄ້າຂາຍ ໄດ້ສະດວກຍິ່ງຂຶ້ນ. 
ສຳລັບຢູ່ຕາແສງ ວັນຢ່າວ, ເມືອງ ຕິ້ງບຽນ ເປັນບ່ອນທີ່ຢູ່ອາໄສຂອງ ຊົນ ເຜົ່າຂະແມ ຈຳນວນຫຼາຍ, ແຕ່ກ່ອນເປັນຕາແສງທີ່ທຸກຍາກທີ່ສຸດ ແຕ່ມາ ຮອດປັດຈະບັນນີ້ ໄດ້ມີການປ່ຽນແປງຫຼາຍ. ເປັນຕົ້ນການສ້າງ ບ້ານ ແປງ ເຮືອນຫຼັງໃໝ່ເກີດຂຶ້ນຫຼວງຫຼາຍ, ລະບົບໄຟຟ້າ, ຖະໜົນ ຫົນທາງ, ໂຮງຮຽນ, ສຸກສາລາ ກໍ່ໄດ້ການປັບສ້າງສຳເລັດ, ໂດຍສະເພາະ, ປັດຈຸ ບັນ ປະຊາຊົນໃນຕາແສງ ວັນຢ່າວ ໄດ້ພັດທະນາ ເສດຖະກິດ ຢ່າງແຂງ ແຮງດ້ວຍການຕໍ່າຫູກທໍ່ໄໝແຜ່ນແຜ ທີ່ມີຊື່ສຽງ ໂດ່ງດັງຂອງຕົນ.
 
ນາງ ນຽງ ຊາມອນ (Nèang Samon) ຢູ່ກຸ່ມບ້ານ ສະໄຣ ສະກົດ (Srây Skốth) ມີຄວາມໝັ້ນ ໃຈກ່າວ ວ່າ: “ອາໄສພະນັກງານຂອງ ຕາແສງໃຫ້ການຊຸກຍູ້ຊ່ວຍເຫຼືອຄອບຄົວ ຈຶ່ງ ມີການພັດທະນາວຽກງານ ຕໍ່າຫູກທໍ່ໄໝແຜ່ນແພ ປຸກສ້າງເຮືອນຢູ່ ອາ ໄສ, ມີຢູ່ມີກິນ, ປະຈຸບັນ ບໍ່ຄືກ່ອນໜ້ານີ້ອີກ”.
 
ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນໃນການພັດທະນາເສດຖະກິດ, ອຳນາດ ການປົກຄອງແຂວງ ອານຢາງ ຍັງເອົາໃຈໃສ່ຍົກສູງທາງດ້ານແນວຄິດຂອງ ປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອ ວັດທະນະທຳ ແລະ ເສລີພາບໃນການນັບຖືສາສະໜາ ຂອງຕົນ. ອີງໃສ່ ທ່າແຮງດັ່ງກ່າວ, ປະຊາຊົນ ບັນດາຊົນເຜົ່າ ກິງ, ຈຳ, ຂະແມ, ຈີນ ໄດ້ມີ ຊີວິດການເປັນຢູ່ ມີຄວາມຮັກ ແພງສາມັກຄີປອງດອງກັນ, ພ້ອມກັນ ເສີມຂະຫຍາຍ ເອກະລັກວັດທະນະທຳ ຂອງ ຕົນຢ່າງພ້ອມພຽງກັນ. ບັນ ດາວັດວາອາຮາມ ມີການບູລະນະສ້ອມແປງ ແລະ ກໍ່ສ້າງໃໝ່ເປັນຈຳ ນວນ ຫຼວງຫຼາຍ. ນອກນັ້ນຍັງມີຮີດຄອງປະເພນີ ທີ່ຫຼາກຫຼາຍເຊັ່ນວ່າ: ປະເພນີແຂ່ງງົວ, ແຂ່ງເຮືອຊ່ວງ ຂອງຊົນເຜົ່າຂະແມ... ປະຈຸບັນໄດ້ກາຍ ເປັນງານບຸນໃຫຍ່ ມີຊື່ສຽງ ໂດ່ງດັງ ທົ່ວປະເທດ.
 
ສິ່ງປະທັບໃຈອີກຍ່າງໜຶ່ງໃນເຂດຊາຍແດນແຂວງ ອານຢາງ ແມ່ນກິດ ຈະກຳແລກປ່ຽນການຄ້າຂາຍ, ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການ ດຳລົງຊີວິດປະຈຳວັນຂອງປະຊາຊົນສອງຊາດ ຫວຽດນາມ-ກຳປູເຈຍ.
 
ໃນມື້ໄປເຖິງດ່ານຊາຍແດນ ສາກົນ ຕິ້ງບຽນ, ພວກຂ້າພະເຈົ້າ ບັງເອີນ ໄດ້ມີໂອກາດພົບອ້າຍ ຈາວຊອກຮຸມ, ຜູ້ປະກອບການຄ້າຂາຍ ຊາວກຳ ປູເຈຍ. ອ້າຍ ຈາວຊອກຮຸມ ໃຫ້ຮູ້ວ່າ ໃນທຸກມື້ລາວຈະຂ້າມ ມາຝັ່ງນີ້ 2 ເຖິງ 3 ຖ້ຽວ ເພື່ອຊື້ສິນຄ້າກະສິກຳ ເພື່ອເຂົ້າ ກຳປູເຈຍ ແລ້ວຂາຍສົ່ງໃຫ້ ບັນດາຮ້ານລູກຄ້າປະຈຳ ຢູ່ຕະຫຼາດ ແຂວງ ຕາແກວ, ເພາະສະນັ້ນ ລາວ ເອງໄດ້ມີໝູ່ເພື່ອນຫຼາຍຄົນ ຢູ່ປະເທດ ຫວຽດນາມ. ສຳລັບລຸງ ເຈິ່ນວັນ ບວນ, ຢູ່ຕາແສງ ແຄ່ງບິ່ງ, ເມືອງ ອານຝູ ເປັນພໍ່ຄ້າມາຫຼາຍປີ ຢູ່ດ່ານ ຊາຍແດນ ດັ່ງແຫ່ງນີ້ ໃຫ້ຮູ້ວ່າ ປະຊາຊົນສອງຊາດ ຕາມຊາຍແດນ ສ່ວນ ໃຫຍ່ແມ່ນ ຮູ້ພາສາຫວຽດນາມ ແລະ ພາສາ ກຳປູເຈຍ, ເພາະສະນັ້ນ ການຄ້າຂາຍ ຈິ່ງມີສະດວກສະບາຍ ແລະ ຟົດຟື້ນ.
 
ເພື່ອສ້າງຊາຍແດນ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແນໃສ່ ຊຸກຍູ້ ຊ່ວຍເຫຼືອປະຊາຊົນສອງຊາດມີ ຄວາມສະຫງົບສຸກໃນການທຳ ມາຫາກິນ, ຄ້າຂາຍ, ການດຳລົງຊີວິດ ຂອງ ປະຊາຊົນຕາມດ່ານຊາຍ ແດນ ໄດ້ສ້າງສາຍສຳພັນອັນແໜ້ນແຟ້ນຂອງກຸ່ມຄົນທີ່ຢູ່ອາໄສ ດ້ວຍ ກັນ, ສ່ວນກຳລັງປ້ອງກັນຊາຍແດນ ກໍມີການຜູກພັນໄມຕີ ພົບປະສ້າງ ສັນເຊິ່ງກັນ ແລະ ກັນຢ່າງບໍ່ຢຸດຢັ້ງຂອງສອງປະເທດ ຫວຽດນາມ ແລະ ກຳປູເຈຍ.
 
ກຳລັງປ້ອງກັນຊາຍແດນແຂວງ ອານຢາງ ແລະ 2 ແຂວງ ການດາ, ຕາແກ້ວ ຂອງປະເທດເພື່ອນບ້ານ ກໍາປູເຈຍ ໄດ້ມີການປະສານສົມທົບ ຈັດຕັ້ງ ການສືບສວນ ສອບສວນ ຮ່ວມກັນ ຢ່າງເປັນປົກກະຕິ. ເມື່ອໃດ ຫາກມີບັນຫາເກີດຂຶ້ນ ສອງຝ່າຍຮ່ວມປຶກສາຫາລືເປັນເຈົ້າການ ແຈ້ງ ໃຫ້ກັນຮັບຊາບ ແລະ ພ້ອມກັນແກ້ໄຂຖືກຕ້ອງຕາມແນວທາງ, ນະໂຍ ບາຍ ຢ່າງສອດຄ່ອງເໝາະສົມ, ຫຼີກເວັ້ນບັນຫາເຄັ່ງຕຶງ.
 
ນອກເໜືອຈາກການຊ່ວຍເຫຼືອທາງດ້ານສຸກສາລາຢູ່ໃນຕາແສງຕ່າງໆໃນພື້ນທີ່ຊາຍແດນ, ທະຫານປ້ອງກັນຊາຍແດນ ແຂວງອານຢາງ ຍັງໄດ້ກໍ່ ຕັ້ງສຸກສາລາທະຫານ ພົນລະເຮືອນອີກ 3 ແຫ່ງ ໃນເຂດພື້ນທີ່ ຊາຍ ແດນ ຂອງ ເມືອງ ຈິໂຕນ, ອານຝູ ແລະ ເຕິນເຈົາ ແນໃສ່ຍົກສູງຄຸນນະ ພາບການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາຊົນ. 

ບັນດານາຍໝໍຂອງໂຮງໝໍ ດາຄວາ ແຂວງ ອານຢາງ ຈັດຕັ້ງ ການກວດ, ປິ່ນປົວພະຍາດ ໃຫ້ປະຊາ ຊົນເມືອງ ເປີໄຣ ຈູຊາ (Preychulsa), ແຂວງ ຕາແກວ,  ລາຊະອານາຈັກ ກຳປູເຈຍ. ພາບ: ຫງວຽນດຶກຖັງ


ຫ້ອງຮຽນແຫ່ງໜຶ່ງໂດຍແມ່ນພະນັກງານ, ທະຫານປ້ອງກັນ ຊາຍແດນ ຈັດຂຶ້ນໃຫ້ບັນດານັກຮຽນຊາວເຜົ່າ ຈຳ
ຢູ່ຕາແສງ ເຍີນໂຮ້ຍ, ເມືອງ ອານຝູ, ແຂວງ ອານຢາງ. ພາບ: ຫງວຽນ ດຶກຖັງ



ຟ້ອນ ຊາຢຳ ໃນງານບຸນ ທີ່ເປັນມູນເຊື້ອຂອງຊາວເຜົ່າ ຂະແມ ຢູ່ເມືອງ ຕິ້ງບຽນ, ແຂວງ ອານຢາງ. ພາບ: ຫງວຽນເຍີ້ມ


ບັນດານັກຟ້ອນສະແດງ ຈຸດພິເສດຂອງຊາວເຜົ່າ ຂະແມ ທີ່ ວັນບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
ຂອງ ເຜົ່າຂະແມ ພາກໃຕ້ ຄັ້ງທີ V-2011 ທີ່ເມືອງ ບິ້ງບຽນ, ແຂວງ ອານຢາງ. ພາບ: ກິມເຟືອງ/VNP



ບັນດານ້ອງນ້ອຍຊາວເຜົ່າຈຳ ພາຍຫຼັງການສວດມົນຢູ່ໂບດ ເຈົາຟອງ
(ເມືອງ ເຕິນເຈົາ, ແຂວງ ອານຢາງ). ພາບ: ມິງກວກ/VNP

ພິເສດແມ່ນກຳລັງແພດທະຫານປະຈຳຊາຍແດນ ຍັງມີການ ກວດສຸຂະ ພາບ ແລະ ແຈກຈ່າຍຢາປົວພະຍາດໃຫ້ປະຊາຊົນ ໄດ້ຫຼາຍພັນເທື່ອຄົນ ຢູ່ສອງແຂວງ ຕາແກ້ວ ແລະ ການດາ, ຍັງມີຄະນະ ທີມງານທ່ານໝໍ ຊ່ຽວຊານມາຈາກ ນະຄອນ ໂຮ່ຈີມິນ, ເຈົາດົກ, ລອງຊຽນ... ມາໃຫ້ບໍລິ ການກວດສຸຂະພາບ ແລະ ປິ່ນປົວ ພະຍາດໃຫ້ແກ່ປະຊາຊົນຂອງ ສອງ ຝັ່ງສາຍແດນຢ່າງເປັນປົກກະຕິ ເພື່ອຄວາມສຳພັນໄມຕີສອງຊາດ ມີນໍ້າ ໃສໃຈຈິງຕໍ່ກັນ ຫວຽດນາມ ແລະ ກຳປູເຈຍ ຢູ່ເຂດຊາຍແດນ ແຫ່ງນີ້”.
 
ເວລາພັກຢູ່ເຂດຊາຍແດນ ອານຢາງ ຜ່ານໄປຢ່າງໄວວາ. ຂະບວນ ລົດ ຂອງ ພວກຂ້າພະເຈົ້າ ເດີນທາງອອກຈາກ ຕິ້ງບຽນ ໃນທ່າມ ກາງບັນຍາ ກາດ ມີແສງຕາເວັນແດງ ຍາມຄ້ອຍຄໍ່າ. ພາບທິວທັດ ຂອງ ບັນດາໝູ່ ບ້ານນ້ອຍໆ ແລະ ຕົ້ນຕານລຽນກັນ ເປັນແຖວ ໃຊ້ສາຍຕາຫຼຽວ ຜ່ານປະ ຕູລົດອອກໄປ ແບບງຽບສະຫງົບ ແລະ ເປັນໜ້າສະອອນ. ລະດູບານ ໃໝ່ກຳລັງ ໃກ້ເຂົ້າມາສູ່ພື້ນທີ່ ເຂດຊາຍແດນ ພາກຕາເວັນຕົກ ສ່ຽງໃຕ້ ຂອງປະເທດ./.
ບົດ: ຫງວຽນແອວງ - ພາບ: ຫງວຽນຖັ໋ງ, ກິມເຊີນ, ມິງກວັກ, ກີມເຟືອງ, ທົງຫາຍ, ຫງວຽນດຶກຖັງ, ຫງວຽນເຍີ້ມ, 
 

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top