• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ-ແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນພາກພື້ນ

      ວັນທີ 8 ສິງຫາປີ 2020, ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດການສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ. ຜ່ານເຄິ່ງສັດຕະວັດທີ່ຜ່ານມາ, ອາຊຽນ ໄດ້ສ້າງພາກພື້ນໃຫ້ມີສະຖຽນລະພາບ, ວັດທະນາຖາວອນ ແລະ ສັນຕິພາບ, ກາຍເປັນແບບຢ່າງທີ່ປະສົບຜົນສຳເລັດ ໃນການຮ່ວມມືໃນພາກພື້ນ. ປະກອບສ່ວນເຂົ້າໃນຜົນສຳເລັດລວມນີ້, ແມ່ນຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ, ໃນນັ້ນ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນ ແມ່ນປະເທດທີ່ມີບົດບາດນຳພາ.

ພິທີຊັກທຸງອາຊຽນ (ພາບ: nhandan.com.vn
      ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 8 ສິງຫາປີ 1967 ດ້ວຍ 5 ປະເທດສະມາຊິກໃນເບື້ອງຕົ້ນ ແລະ ຄ່ອຍໆພັດທະນາເປັນອົງການຮ່ວມມືຮອບດ້ານ, ແໜ້ນແຟ້ນ ລວມມີ 10 ປະເທດສະມາຊິກ.
ອາຊຽນ-ແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນພາກພື້ນ
  ຜ່ານເຄິ່ງສັດຕະວັດທີ່ຜ່ານມາ, ຜົນງານການຮ່ວມມືຂອງອາຊຽນ ໄດ້ສະແດງອອກໃນຫຼາຍດ້ານ. ກ່ຽວກັບດ້ານລະບອບລະບຽບການ, ອາຊຽນ ແມ່ນອົງການຮ່ວມມືໃນພາກພື້ນລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້, ທຳການເຄື່ອນໄຫວບົນພື້ນຖານກົດໝາຍ ແລະ ບັນດາຫຼັກຖານພື້ນຖານທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ, ມີກົງຈັກການຈັດຕັ້ງສົມບູນແບບ, ໃນນັ້ນມີຄະນະກຳມະການ ບັນດາຜູ້ຕາງໜ້າປະຈຳອາຊຽນຢູ່ຈາກາຕາ.
  ອາຊຽນ ໄດ້ຊຸກຍູ້ລັດທິຫຼາຍຝ່າຍ, ຫັນການຄ້າເປັນເສລີ, ສ້າງບັນດາກົນໄກເປັນຫຼັກແຫຼ່ງໃຫ້ແກ່ໂຄງປະກອບເສດຖະກິດ, ຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ, ຍ້ອນເຫດນັ້ນ ໄດ້ດຶງດູດການເຂົ້າຮ່ວມ, ເປີດກ້ວາງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຂອງບັນດາປະເທດ, ອົງການຈັດຕັ້ງໃນໂລກນັບມື້ນັບຫຼາຍຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ກ່າວຄຳເຫັນທິພິທີຊັກທຸງເມື່ອວັນທີ 7/8/2020
(ພາບ: ກະຊວງການຕ່າງປະເທດ)
      ພິເສດ, ປີ 2020, ໂລກລະບາດໂຄວິດ 19 ແລະ ບັນດາການຫັນປ່ຽນໃໝ່ຂອງສະພາບແວດລ້ອມພູມມີສາດ-ຍຸດທະສາດພາກພື້ນ ແລະ ທົ່ວໂລກ ກໍ່ຄືບັນດາບັນຫາຄວາມໝັ້ນຄົງແບບໃໝ່ ພວມພົ້ນເດັ່ນຂຶ້ນ ໄດ້ສ້າງໃຫ້ມີບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ອາຊຽນ. ກ່າວຄຳເຫັນທີ່ພິທີຊັກທຸງອາຊຽນ ເມື່ອຕອນເຊົ້າວັນທີ 7 ສິງຫາຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ເນັ້ນໜັກວ່າ:
   ບັນດາສິ່ງທ້າທາຍນີ້ ບໍ່ແມ່ນສາຍເຫດທີ່ເຮັດໃຫ້ພວກເຮົາທໍ້ຖອຍ. ກົງກັນຂ້າມ, ມັນຮຽກຮ້ອງໃຫ້ອາຊຽນ ຕ້ອງສະໜິດຕິດພັນ, ເປັນເຈົ້າການຮັບມື ແລະ ຮັກສາບົດບາດໃຈກາງໃນພາກພື້ນ. ບັນດາໝາກຜົນທີ່ໜ້າຊົມເຊີຍ ຊື່ງອາຊຽນ ບັນລຸໄດ້ໃນ 6 ເດືອນຕົ້ນປີ 2020 ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບອາຊຽນ ທີ່ບໍ່ຍອມຈຳນົນຕໍ່ສະພາບຫຍຸ້ງຍາກສັບສົນ.
ຂີດໝາຍຂອງຫວຽດນາມ
   ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ແລະ ກາຍເປັນສະມາຊິກທີ 7 ຂອງອົງການນີ້ເມື່ອປີ 1995, ຫວຽດນາມ ໄດ້ເຊື່ອມຕົວຢ່າງໄວວາ ແລະ ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ຜົນສຳເລັດຂອງອາຊຽນ ໃນປະຈຸບັນ.
   ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງ ເຂົ້າໃນການກຳນົດເປົ້າໝາຍ, ທິດທາງການພັດທະນາ ແລະ ສ້າງບັນດານະໂຍບາຍຊີ້ຂາດໃຫ່ຍຂອງອາຊຽນຄື: ວິໄສທັດອາຊຽນ 2020 ແລະ ບັນດາແຜນການຜັນຂະຫຍາຍວິໄສທັດ, ກົດບັດອາຊຽນ, ແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025. ທ່ານເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຕີລາຄາວ່າ:
   ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ກ້ວາງຂວາງກ່ວາໃນວຽກງານລວມຂອງອາຊຽນ, ໂດຍສະເພາະແມ່ນຊຸກຍູ້ຄວາມສາມັກຄີ; ເພີ່ມທະວີການເຊື່ອມໂຍງໃນອາຊຽນ ດ້ວຍໂຄງການດຳເນີນງານ ກ່ຽວກັບການຮັດແຄບຊ່ອງວ່າງການພັດທະນາ. ຫວຽດນາມ ກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເປີດກ້ວາງອາຊຽນ. ສິ່ງດັ່ງກ່າວກໍ່ແມ່ນປະຖົມປັດໄຈພັດທະນາຂອງອາຊຽນ ໃນຊຸມປີຕໍ່ໄປ.
   ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ນຳພາອາຊຽນ ຜັນຂະຫຍາຍຫຼາຍມາດຕະການຮັບມືກັບໂລກລະບາດໂຄວິດ-19 ເພື່ອຮັກສາສຸຂະພາບຂອງປະຊາຊົນ, ຫລຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ຕໍ່ເສດຖະກິດ, ຜັນຂະຫຍາຍແຜນການຟື້ນຟູຮອບດ້ານ ເພື່ອບືນຕົວຂຶ້ນ. ດ້ວຍທິດນຳທີ່ວ່າ ຈິນຕະນາການປະຊາຄົມ, ການກະທຳຂອງປະຊາຄົມ”, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ພ້ອມກັນສ້າງປະຊາຄົມອາຊຽນແຫ່ງຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ຢືນຢັນວ່າ:
   ສືບຕໍ່ຮຽງບ່າຮຽງໄຫຼ່ນຳກັນ, ພວກເຮົາຈະສາມາດຜ່ານຜ່າບໍ່ວ່າສິ່ງທ້າທາຍໃດໆ ເພື່ອນຳອາຊຽນ ກ້າວຂຶ້ນ. ວັນທີ 8 ສິງຫາ, ບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ຈະອອກຖະແຫຼງການຮ່ວມກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເນື່ອງໃນໂອກາດວັນອາຊຽນ ຊື່ງຈະຢືນຢັນຄືນໃໝ່ບັນດາວິໄສທັດ, ຄຳໝັ້ນສັນຍາ ແລະ ຫຼັກການພື້ນຖານຂອງອາຊຽນ, ສ້າງອາຊຽນ ໃຫ້ກາຍເປັນພາກພື້ນແຫ່ງຄວາມສາມັກຄີ, ກ້າວໜ້າ ແລະ ວັດທະນາຖາວອນ.
  ປະຫວັດສາດ 53 ປີແຫ່ງການຄົງຕົວ, ຂະຫຍາຍຕົວຂອງອາຊຽນ ໄດ້ພິສູດໃຫ້ເຫັນ ກ່ຽວກັບອາຊຽນທີ່ມີຄວາມສາມັກຄີ, ເອກະພາບ, ຮ່ວມສຳພັນຢ່າງແໜ້ນແຟ້ນ, ຮູ້ຕິດພັນຜົນປະໂຫຍດຂອງຊາດ, ຂອງພາກພື້ນ ຈະຮັກສາບົດບາດໃຈກາງໄດ້. ວິວັດການດັ່ງກ່າວມີບັນດາການປະກອບສ່ວນທີ່ມີປະສິດທິຜົນຂອງຫວຽດນາມ-ປະເທດສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ພາກພື້ນ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)


ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top