• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ຮ່ວມມື ກຳຈັດ ບັນຫາຂີ້ເຫຍື້ອປຼາສຕິກ ຢູ່ທ້ອງມະຫາສະໝຸດ

ເລື່ອງ ມະຫາສະໝຸດ ເປັນພິດ ຍ້ອນຂີ້ເຫຍື້ອ ຊຶ່ງຕົ້ນຕໍ ແມ່ນຂີ້ ເຫຍື້ອປຼາສຕິກ ຖືວ່າ ເປັນສິ່ງທ້າທາຍ ຕໍ່ສິ່ງແວດລ້ອມ ໃຫຍ່ອັນ ດັບສອງ ຂອງໂລກ, ຖັດຈາກ ການປ່ຽນແປງ ຂອງ ດິນຟ້າອາ ກາດ. ເພື່ອຄວບຄຸມຈຳກັດໄດ້ບັນຫານີ້, ບັນດາ ປະເທດອາຊີຕາ ເວັນອອກສ່ຽງໃຕ້ ໄດ້ມີ ບັນດາມາດຕະການລະອຽດ ເພື່ອ ຫຼຸດຜ່ອນ ປະລິມານຂີ້ເຫຍື້ອ ຕໍ່ສິ່ງແວດລ້ອມ. 
ຕາມຕົວເລກ ຂອງ ໂຄງການສິ່ງແວດລ້ອມສະຫະປະຊາຊາດ, ແຕ່ລະປີ ມີຂີ້ເຫຍື້ອປຼາສຕິກ ລົງສູ່ ມະຫາສະໝຸດ ປະມານ 8 ລ້ານໂຕນ, ເປັນໄພຂົ່ມຂູ່ຕໍ່ການມີຊີວິດ ຂອງ ສັດນາໆ ຊະນິດ ໃນ ທ້ອງທະເລ, ຊຳ້ບໍ່ໜຳ ຍັງສົ່ງຜົນກະທົບຕໍ່ແຫຼ່ງອາຫານ ຂອງ ມະນຸດ. ບັນດາສັດຂະໜາດນ້ອຍເຊັ່ນ: ເຕົ່າທະເລ ຫຼື ຂະໜາດ ໃຫຍ່ເຊັ່ນ: ປາວານ ໄດ້ ແລະ ກໍາລັງ ໄດ້ຮັບເຄາະຮ້າຍ ໂດຍກົງ ຈາກ ຂີ້ເຫຍື້ອປຼາສຕິກ. ພິເສດ, ທະວີບອາຊີ ເປັນເຂດ ກໍ່ມົນລະ ພິດຕໍ່ ສິ່ງແວດລ້ອມທາງທະເລ ຫຼາຍທີ່ສຸດ ຈາກຂີ້ເຫຍື້ອປຼາສ ຕິກ, ກວມ 60% ປະລິມານຂີ້ເຫຍື້ອປຼາສຕິກ ໃນມະຫາສະໝຸດ. ໃນນັ້ນ ມີ 4 ໃນຈຳນວນ 5 ປະເທດ ຢູ່ອາຊີ ຈັດຢູ່ໃນບັນຊີລາຍ ຊື່ປະເທດ ກໍ່ມົນລະພິດຕໍ່ສິ່ງແວດລ້ອມທາງ ທະເລ ແມ່ນຢູ່ ພາກ ພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕາມການລາຍງານ ຂອງ ອົງການຈັດຕັ້ງປົກປ້ອງ ມະຫາສະໝຸດ ແລະ ສູນ McKinsey ກ່ຽວກັບ ວິສາຫະກິດ ແລະ ສິ່ງແວດລ້ອມ, ສປ ຈີນ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ ແມ່ນບັນດາ ປະເທດ ພວມມີການ “ເຕີບໂຕພິເສດ” ຕໍ່ຄວາມຮຽກຮ້ອງ ຕ້ອງ ການ ກ່ຽວກັບ ບັນດາຜະລິດຕະພັນບໍລິໂພກ, ແຕ່ຂາດ ພື້ນຖານ ໂຄງລ່າງ ກຳຈັດຂີ້ເຫຍື້ອ ເພື່ອຮັບມືກັບການເພີ່ມຂຶ້ນ ຂອງ ຖົງ ປຼາສ ຕິກ ທຸກຊະນິດ. ໂດຍມີຝ່ັງທະເລທີ່ຍາວຢຽດ, ແຫຼ່ງຊັບພະ ຍາ ກອນຢູ່ແຄມຝັ່ງທະເລ ທີ່ອຸດົມສົມບູນ, ໄປຄວຍຄູ່ ກັບບັນດາ ບໍລິການທ່ອງທ່ຽວຊີວະພາບ, ຖ້າຫາກສິ່ງແວດລ້ອມຖືກທຳລາຍ, ອາຊຽນ ຈະປະເຊີນໜ້າ ກັບໄພ ຫຼຸດແຫຼ່ງລາຍຮັບ ຢ່າງຫຼວງຫຼາຍ ຈາກການເຄື່ອນໄຫວເສດຖະກິດທະເລ, ໃນຂະນະ ຊາວຜູ້ອອກ ແຮງງານ ຕ້ອງປະເຊີນໜ້າ ກັບ ສະພາບການຫວ່າງງານ.



ສະຖານທີ່ເຕົ້າໂຮມຂີ້ເຫຍື້ອແຫ່ງໜຶ່ງ ຢູ່ ນະຄອນຫຼວງ ມານີລາ, ຟີລິບປິນ. ພາບ: AFP/VNA


ໃນກະເພາະ ຂອງປາວານໂຕນີ້ ບັນຈຸຂີ້ເຫຍື້ອປຼາສຕິກເຖິງ 6 ກິໂລກຼາມ. ມັນຖືກຕາຍໄຫຼລ່ອງມາຄ້າງ ຢູ່ຝັ່ງທະເລ ທີ່ເຂດອະນຸລັກຮັກສາ Wakatobi
ສັງກັດແຂວງ Sulawesi, ປະເທດ ອິນໂດເນເຊຍ. ພາບ: AFP/VNA



ຂີ້ເຫຍື້ອຖິ້ມຢ່າງຊະຊາຍ ຖືກຟອງນຳ້ທະເລ ແລະ ລົມກວາດເຂົ້າ ຝັ່ງທະເລ ຊຶ່ງກໍ່ມົນລະພິດຕໍ່ສິ່ງແວດລ້ອມ ແລະ ເຮັດໃຫ້ເສຍຫາຍຄວາມງາມ ແບບທຳມະຊາດ
ຢູ່ຕາແສງ ກາມບິ່ງ, ນະຄອນ ແຄ໋ງຮ່ວາ. ພາບ: ເຢືອງຈີ໋ເຕື໊ອງ/VNA

 
ໃຫ້ຂໍ້ສັງເກດ ກ່ຽວກັບການເຄື່ອນໄຫວ ຕ້ານບັນຫາຂີ້ເຫຍື້ອ ຢູ່ ພາກພື້ນ ອາຊຽນ, ທ່ານ Theresa Mundita S Lim ຜູ້ອຳນວຍ ການສູນຊີວະນາໆ ພັນ ອາຊຽນ ເຫັນວ່າ ມີປະເທດ ຈຳນວນ ໜຶ່ງ ໄດ້ຜັນຂະຫຍາຍ ບັນດາໂຄງການທີ່ລະອຽດ ເພື່ອທຳຄວາມ ສະ ອາດສິ່ງແວດລ້ອມ, ໃນນັ້ນມີສິ່ງແວດລ້ອມ ທະເລ ດ້ວຍວິທີ ຈຳ ກັດ ໃຊ້ ບັນດາຜະລິດຕະພັນ ຈາກປຼາສຕິກ.

ຕາມສຳນັກຂ່າວ Borneo Bulletin, ລັດຖະບານ ບຣູໄນ ກໍາລັງ ມຸ່ງສູ່ເປົ້າໝາຍ ຢຸດການໃຊ້ ຖົງປຼາສຕິດ ຢູ່ຕາມບັນດາ ຮ້ານສັບ ພະສິນຄ້າ ແຕ່ປີ 2019 ແລະ ສົ່ງເສີມປະຊາຊົນ ໃຊ້ຖົງເປັນມິດ ຕໍ່ສິ່ງແວດລ້ອມ. ສະເພາະ ຢູ່ປະເທດ ກຳປູເຈຍ, ມີຮ້ານສັບ ພະ ສິນຄ້າ ໃຫຍ່ຫຼາຍແຫ່ງ ໄດ້ໝູນໃຊ້ ການເກັບຄ່າ 0,1 ໂດລາ ສະ ຫະລັດ/ຖົງ ບັນຈຸສິນຄ້າ ເພື່ອຫຼຸດຜ່ອນການ ໃຊ້ ຖົງປຼາສຕິກ. ສ່ວນລັດຖະບານ ລາວ ກໍ ສົ່ງເສີມການໃຊ້ຖົງຜະລິດຄືນໃໝ່ ຢູ່ ຕາມ ສະຖານທີ່ສາທາລະນະ ແທນທີ່ການໃຊ້ຖົງ ປຼາສຕິກ.

ແຕ່ປີ 2014, ລັດຖະບານ ໄທ ໄດ້ຖືເລື່ອງກຳຈັດຂີ້ເຫຍື້ອ ເປັນ ບັນຫາບູລິມະສິດ ຂອງລາຍການປະຊຸມ ກັບ ນະໂຍບາຍ ຕ່າງໆ ເຊັ່ນ: ຫຼຸດຜ່ອນການໃຊ້ຖົງປຼາສຕິກ, ກວດປຼາສຕິກ ຢູ່ຕາມສະ ຖານທີ່ເຮັດວຽກ ຂອງ ບັນດາອົງການຈັດຕັ້ງ ລັດຖະບານ ແລະ ວິສາຫະກິດ; ພ້ອມກັນນັ້ນ ກໍມີຄຳສັ່ງ ຫ້າມໃຊ້ປຼາສຕິກ ຢູ່ຕາມ ສະຖານທີ່ທ່ອງທ່ຽວ. ດ້ວຍເປົ້າໝາຍຜະລິດຄືນໃໝ່ 60% ຂີ້ ເຫຍື້ອ ປຼາສຕິກ ໃນປີ 2021, ລັດຖະບານ ໄທ ກຳລັງ ພິຈາລະ ນາ ການເກັບພາສີ ສຳລັບ ຖົງປຼາສຕິກ. ສະເພາະ ຢູ່ໄທ, ແຕ່ລະ ປີ ມີ ຂີ້ເຫຍື້ອ ປຼາສຕິກ ຖືກລະບາຍອອກສູ່ ສິ່ງແວດລ້ອມ ດ້ວຍ ຈຳນວນ ປະມານ 2 ລ້ານໂຕນ.


ຫວຽດນາມ ເປັນປະເທດ ກຳຈັດບັນຫາຂີ້ເຫຍື້ອປຼາສຕິກ ຢູ່ທ້ອງ ມະຫາສະໝຸດ ຢ່າງຂ້ຽວຂາດ. ໃນມໍ່່ໆນີ້, ໃນກອງປະຊຸມ ຄັ້ງທີ 8 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ໄດ້ປະກາດ ໃຊ້ ມະຕິຕົກລົງ ກ່ຽວກັບນະໂຍບາຍພັດທະນາເສດຖະກິດທາງ ທະເລ ທີ່ຍືນຍົງ ເຖິງປີ 2030, ວິໄສທັດເຖິງປີ 2045 ດ້ວຍ ເປົ້າ ໝາຍເພີ່ມທະວີ ການພັດທະນາ ເສດຖະກິດທະເລ ທີ່ຍືນຍົງ. ລັດ ຖະບານຫວຽດນາມ ໄດ້ເລີ່ມຕົ້ນ ສ້າງແຜນການເຄື່ອນໄຫວ ແຫ່ງ ຊາດ ກ່ຽວກັບ ການຄຸ້ມຄອງຂີ້ເຫຍື້ອປຼາສຕິກ ມະຫາສະໝຸດ ກໍຄື ຊອກຮູ້ ເພື່ອສ້າງນະໂຍບາຍຄຸ້ມຄອງ ທີ່ກ່ຽວພັນເຖິງ ພາວະເປັນ ພິດປຼາສຕິກ ຢູ່ທ້ອງທະເລ. 

ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາຜູ້ແທນ ເຂົ້າຮ່ວມ ພິທີ ທົ່ວປະເທດເຂົ້າຮ່ວມ ຂະບວນການ ຕ້ານບັນຫາ ຂີ້ເຫຍື້ອ ປຼາສຕິກ. ພາບ: ຖົ໋ງເຍິດ/VNA


ລົດເກັບຂີ້ເຫຍື້ອປຼາສຕິກຢູ່ຕາມຝັ່ງທະເລ ກູຕາ, ເກາະ ບາລີ, ອິນໂດເນເຊຍ. ພາບ: AFP/VNAມ້ຽນຂີ້ເຫຍື້ອປຼາສຕິກ ທີ່ຫາດຊາດທະເລ ຢິງເກົ້າ,
ເມືອງ ຝູກວກ, ແຂວງ ກຽນຢາງ. ພາບ: ເລຮຸຍຫາຍ/VNA



 

ຕົວແບບ ປາບູ່ຍັກ ເຕົ້າໂຮມຂີ້ເຫຍື້ອປຼາສຕິກ ທີ່ຫາດຊາຍ ທະເລ ໝີ໊ເຄ, ນະຄອນ ດ່າໜັງ. ພາບ: ເຈິ່ນເລເລີມ/VNA


ສະມາຊິກ ຊາວໜຸ່ມ ອອກທັບມ້ຽນຂີ້ເຫຍື້ອ, ເຮັດອະນາໄມ ຝັ່ງທະເລ ໂດ່ຍເຢືອງ, ນະຄອນ ຟານຖ໋ຽດ, ແຂວງ ບິ່ງຖ້ວນ. ພາບ: ຫງວຽນແທງ/VNA


ມີປະຊາຊົນ, ນັກທ່ອງທ່ຽວເປັນຈຳນວນຫຼາຍ ໄດ້ເຂົ້າຮ່ວມ ການມ້ຽນຂີ້ເຫຍື້ອ ຢູ່ເຂດທະເລ ໝຸ໊ຍແນ໋, ແຂວງ ບິ່ງຖ້ວນ. ພາບ: ຫງວຽນແທງ/VNA


ຂົນສົ່ງເຄື່ອງຈັກຍັດຂີ້ເຫຍື້ອ ອອກສູ່ເມືອງເກາະ ເຈື່ອງຊາ. ພາບ:VNA
 
ບັນດາປະເທດທີ່ຍັງເຫຼືອ ກໍມີເປົ້າໝາຍ ກ່ຽວກັບ ການຫຼຸດຜ່ອນຂີ້ ເຫຍື້ອປຼາສຕິກ. ລັດຖະບານ ອິນໂດເນເຊຍ ໄດ້ໃຊ້ງົບປະມານ 1 ຕື້ ໂດລາສະຫະລັດ/ປີ ເພື່ອຫຼຸດ 70% ປະລິມານຂີ້ເຫຍື້ອຢູ່ ທ້ອງທະເລ ກ່ອນປີ 2025. ສ່ວນຟີລິບປິນ, ເຖິງວ່າ ລັດຖະບານ ຍັງບໍ່ທັນມີຄຳສັ່ງ ຫ້າມ ໃຊ້ຖົງປຼາສຕິກ ໃນທົ່ວປະເທດ, ແຕ່ ອໍານາດການປົກຄອງ ທ້ອງຖິ່ນຈຳນວນໜຶ່ງ ໄດ້ເລີ່ມຕົ້ນຄວບຄຸມ ການໃຊ້ ຖົງ ປຼາສຕິກແລ້ວ. ມີສູນການຄ້າ ຈຳນວນໜ່ຶງ ກໍໄດ້ ໃຊ້ ຖົງເຈ້ຍ ແທນທີ່ ການໃຊ້ ຖົງປຼາສຕິກ, ພ້ອມກັນນັ້ນ ກໍລະດົມ ໃຫ້ລູກຄ້າ ນຳໃຊ້ ບັນດາປະເພດຖົງ ທີ່ສາມາດ ຜະລິດຄືນ ໃໝ່ ແລະ ເອົາຖົງສ່ວນຕົວໄປນຳເພື່ອບັນຈຸສິນຄ້າ ແທນທີ່ການ ໃຊ້ ຖົງປຼາສຕິກ. ຢູ່ປະເທດ ມາເລເຊຍ, ຂໍ້ສະເໜີ ຫ້າມນຳໃຊ້ ຖົງ ປຼາສຕິກ ກໍກຳລັງ ຖືກພິຈາລະນາ. 
ບົດ: VNP ສັງລວມ - ພາບ: AFP/VNA

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top