• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ຮັບປະກັນດ້ານສິດຂອງມະນຸດ

10 ປີຜ່ານມາ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນກ່ຽວກັບສິດທິມະນຸດ (AICHR) ບໍ່ພຽງແຕ່ປົກປ້ອງ ຜູ້ຄົນ ເທົ່າ ນັ້ນ, ຫາກຍັງມີການປະກອບສ່ວນ ເພື່ອຊຸກຍູ້ໂອກາດ ພັດທະ ນາ ແລະ ຮັບປະກັນສັນຕິພາບໃນພາກພື້ນອີກດ້ວຍ. 
ນັບຕັ້ງແຕ່ມື້ສ້າງຕັ້ງ, AICHR ມີໜ້າທີ່ຊຸກຍູ້ ແລະ ປົກປັກ ຮັກ ສາສິດທິມະນຸດໃນພາກພື້ນ ຜ່ານການສຶກສາ, ຄວບຄຸມ, ເຜີຍ ແຜ່ບັນດາຄຸນຄ່າ ແລະ ມາດຕະຖານສິດທິມະນຸດ ສາກົນ ຕາມ ກຳນົດ ຂອງ ຖະແຫຼງສາກົນ ກ່ຽວກັບສິດທິມະນຸດ. 


ປະຊາຊົນ ເຂົ້າຮ່ວມການແຂ່ງຂັນແລ່ນ ສີສັນ ມານີລາ, ຟີລິບປິນ ເມື່ອເດືອນ ມັງກອນ 2019. ພາບ: Xinhua/VNA


ປະຊາຊົນເອົານຳ້ຢູ່ ຊູລາເວຊີ ຕາເວັນຕົກ, ອິນໂດເນເຊຍ. ພາບ: Xinhua/VNA


ສາສະນິກະຊົນ ຜູ້ຖືສາສະໜາ ມຸສລິມ ພວມສວດມົນໃນຄືນ ທຳ ອິດຂອງບຸນ Ramadan ທີ່ວິຫານ Istiqlal ຢູ່ນະຄອນຫຼວງJakarta , ອິນໂດເນເຊຍ ໃນວັນທີ 5 ພຶດສະພາ 2019. ພາບ: AFP/VNA


ຜູ້ມີສິດເລືອກຕັ້ງ ຟີລິບປິນ ກວ່າ 61 ລ້ານຄົນໄປປ່ອນບັດໃນການເລືອກຕັ້ງ ກາງສະໄໝ ເຊິ່ງໄດ້ຈັດຂຶ້ນໃນເດືອນ ພຶດສະພາ 2019. ພາບ: VNA


ວັນທີ 1 ທັນວາ 2016, ມໍລະດົກແຫ່ງການບູຊາ ເຊື່ອຖື ເຈົ້າແມ່ຜູ້ ພິທັກທັງສາມຂອງ ຫວຽດນາມ ຖືກອົງການ ຢູແນັສໂກ ໃຫ້ການຮັບ ຮອງ ຢ່າງເປັນທາງການ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທໍາ ຂອງມະນຸດ. ນີ້ເປັນຄວາມເຊື່ອຖື ສະເພາະທ້ອງຖິ່ນໃນການບູຊາເຈົ້າແມ່, ເຈົ້າແມ່ຂອງທຳມະຊາດທ່ີມີອໍານາດສູງສຸດ ໃນການປົກຄອງ ແລະ ປົກປ້ອງມະນຸດ. ພາບ: VNP



ຟ້ອນ ເຊັງຕ່ຽນ ໃນງານບຸນ ຈືດົງຕື (ຮືງອຽນ). ຈືດົງຕື ແມ່ນ 1 ໃນຈຳນວນພະ​ອໍລະ​ຫັນ 4 ອົງ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ ວິລະ​ບຸລຸດອໍາມະ​ຕະຂອງ ​ຫວຽດນາມ. ພາບ: VNP

ຫຼັງຈາກ AICHR ໄດ້ສ້າງຕັ້ງຂຶ້ນມາ, ຄວາມກ້າວໜ້າຈຳນວນ ໜຶ່ງໄດ້ປະຕິບັດຄື: ຖະແຫຼງການ ກ່ຽວກັບສິດທິມະນຸດ ອາຊຽນ ໄດ້ ອະນຸມັດຜ່ານເມື່ອປີ 2012. ບັນດາປະເທດ ສະມາຊິກ ອາ ຊຽນ ໄດ້ເຫັນພ້ອນກັນວ່າ ອາຊຽນ ຈະຕ້ອງການປົກປ້ອງ ແລະ ຊຸກຍູ້ສິດຂອງ ຜູ້ອອກແຮງງານ ທີ່ເຂົ້າມາຕັ້ງຖິ່ນຖານ ປີ 2016, ກໍ່ຄືສົນທິສັນຍາ ອາຊຽນ ວ່າດ້ວຍການຄ້າມະນຸດ (ACTIP) ປີ 2017. ຄວາມພະຍາຍາມ ດັ່ງກ່າວ ໄດ້ສະແດງໃຫ້ເຫັນບັນດາ ມາດຕະຖານ ກ່ຽວກັບ ສິດທິມະນຸດໃນ ອາຊຽນ. 

ໃນເວລາໃກ້ນີ້,  AICHR ຈະດໍາລົງຕໍາແໜ່ງທີ່ເປັນ ກໍາມະການ ສະພາສິດທິມະນຸດ ຂອງສະຫະປະຊາຊາດ ອາຍຸການ 2020-2022. ໃນຕຳແໜ່ງດັ່ງກ່າວ, AICHR ຈະມີຫຼາຍໂອກາດເພື່ອ ໂຄສະນາບັນດາຜົນງານດີເດັ່ນຂອງ ອາຊຽນ ກ່ຽວກັບ ສິດທິມະ ນຸດໃນຊຸມປີຜ່ານມາ. ທ່ານ Phillips, ຜູ້ອຳນວຍການສູນກາງ ຄົ້ນຄວ້າຍຸດທະສາດ ຢາກາຕາ  (CSIS) ສັງເກດວ່າ: “ໃນ 10 ປີຜ່ານມາ, AICHR ໄດ້ຮັບຜົນ ສຳເລັດໃນ ການຊຸກຍູ້ ແລະ ປົກປັກຮັກສາ ສິດທິມະນຸດໃນພາກພື້ນຄື: ຖະແຫຼງການ ສິດທິມະນຸດ ອາຊຽນ (AHRD) ເມື່ອ ປີ 2012, ແຜນການ ສັງລວມ ອາຊຽນ ເຖິງປີ 2025, ຫັນເປັນທາງການສິດທິ ຂອງ ຄົນພິການ ປີ 2018”. 

ຫວ່າງແລ້ວນີ້, ໃນຂອບເຂດບັນດາການເຄື່ອນໄຫວຂອງ ກອງ ປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ ໃນທ້າຍເດືອນ ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ມີ ການພົບປະກັບຜູ້ຕາງໜ້າ AICHR.  ບັນດາ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ຮັບຟັງການລາຍງານ ຂອງ ຜູ້ຕາງໜ້າ AICHR ກ່ຽວກັບສະພາບການຕົວຈິງ ແລະ ຜົນງານການ ເຄື່ອນໄຫວຂອງ AICHR ໃນໄລຍະຜ່ານມາ ແລະ ປະກອບຄໍາເຫັນ, ກຳນົດທິດໃຫ້ແກ່ການເຄື່ອນໄຫວຂອງ AICHR ໃນເວລາທ່ີ ຈະມາເຖິງ, ໃນນັ້ນ ມີການສ້າງແຜນການ ບຸລິມະສິດ 2020 ແລະ ແຜນການປະຕິບັດງານຂອງ AICHR ໃນໄລຍະ 2021-2025, ປະກອບສ່ວນເຂົ້າໃນຄວາມ ພະຍາຍາມລວມຂອງ ອາຊຽນ ໃນການສ້າງປະຊາຄົມໜຶ່ງ ເພື່ອປະຊາຊົນ ແລະ ຖືປະຊາຊົນ ເປັນໃຈກາງ. 

ການສ້າງປະຊາຄົມ ອາຊຽນ ເພື່ອປະຊາຊົນ ແລະ ຖືປະຊາຊົນ ເປັນໃຈກາງ ໄດ້ຫັນເປັນຕົວຈິງ ດ້ວຍບັນດາການເຄື່ອນໄຫວ ຊຸກ ຍູ້ການຮ່ວມມືປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດ, ປົກປ້ອງ ຜູ້ອ່ອນແອ, ບໍ່ຕ້ອງນຳ ໃຊ້ໜັງສືຜ່ານແດນ ໃນການໄປມາ ລະຫວ່າງບັນດາປະເທດ ອາຊຽນ ໃນເວລາ 15-30 ວັນ, ຊອກຫາວຽກເຮັດ ຜ່ານບັນດາຂໍ້ ຕົກລົງ ຮັບຮອງ ເຊິ່ງກັນ ແລະ ກັນກ່ຽວກັບ ອາຊີບ, ໄດ້ຮັບການ ຊ່ວຍເຫຼືອ ເມື່ອປະສົບຄວາມຫຍຸ້ງຍາກຢູ່ບັນດາປະເທດ ທີ່ບໍ່ມີ ຫ້ອງການຜູ້ຕາງໜ້າດ້ານການທູດຂອງປະເທດຕົນ. 

- “ທຸກໆ ຍຸດທະສາດ, ແຜນການ, ໂຄງການພັດທະນາ ເສດຖະ ກິດ-ສັງຄົມຂອງ ຫວຽດນາມ ລ້ວນແຕ່ໄດ້ສ້າງບົນພື້ນຖານຖືປະ ຊາຊົນ ເປັນໃຈກາງ, ເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ”. 
- “ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາເວທີປາໄສ ທີ່ ກ່ຽວຂ້ອງເຖິງສິດທິມະນຸດ ຂອງ ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຕ່າງໆ. ທີ່ບັນດາເວທີປາໄສດັ່ງກ່າວ, ຫວຽດ ນາມ ເປັນເຈົ້າໃນການສະເໜີອອກ ແລະ ໄດ້ຮັບຄວາມເຫັນດີ ແລະ ຊົມເຊີຍ ຈາກປະຊາຄົມ ສາກົນ ຕໍ່ບັນດາຫົວຄິດປະດິດ ສ້າງກ່ຽວກັບສິດທິມະນຸດ, ພິເສດກ່ຽວກັບເນື້ອໃນທ່ີກ່ຽວຂ້ອງ ເຖິງການຮັບປະກັນສິດຂອງແມ່ຍິງ, ເດັກນ້ອຍ, ຄົນພິການ, ຜູ້ທີ່ ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ...”. 
ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງ ການຕ່າງປະເທດ ຫວຽດນາມ.
 
ບົດ: VNP ສັງລວມ - ພາບ: VNP, VNA

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top