• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ-ຍີ່ປຸ່ນ: ຜົນສຳເລັດໃນຫຼາຍຂົງເຂດ

ໃນຊຸມປີມໍ່ໆ​ ມານີ້, ຍີ່ປຸ່ນ ໄດ້ຖືສຳຄັນເປັນພິເສດ ໃນການ ພົວພັນ ກັບ ອາຊຽນ ແລະ ຖື ອາຊຽນ ເປັນ “ພາກສ່ວນສຳຄັນ ຂອງການຮ່ວມມື ໃນພາກພື້ນອາຊີຕາເວັນອອກ”. ສາຍພົວພັນ ດັ່ງກ່າວ ໄດ້ບັນລຸຫຼາຍຜົນສຳເລັດ ໃນທຸກໆຂົງເຂດ ການຮ່ວມມື. 
ແຕ່ປີ 1997, ທ່ານ Hashimoto Ryutaro ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ສະເໜີວ່າ ຢາກເປີດກວ້າງ ແລະ ເຮັດໃຫ້ເລິກເຊິ່ງ​ ການພົບປະສົນທະນາ ໃນບັນດາຂົງເຂດ, ທຸກໆ ຂັ້ນ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ. ກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ໄດ້ ຮັບການຈັດຕັ້ງເປັນປະຈຳປີ. ກົນໄກ ວ່າດ້ວຍ ການຮ່ວມມື ອາຊຽນ+1 ໄດ້ເລີ່ມການເຄື່ອນໄຫວ ຊຸກຍູ້ ການຮ່ວມສຳພັນ ອາຊີຕາເວັນອອກ ຢ່າງເປັນທາງການ. ນັບຕັ້ງແຕ່ ກອງປະຊຸມ ສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 1 ໄດ້ຮັບການຈັດຕັ້ງຢູ່ ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ ເມື່ອປີ 1997, ປັດຈຸບັນ, ກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ໄດ້ຮັບການຈັດຂຶ້ນ 21 ຄັ້ງແລ້ວ ໃນບັນດາ ປະເທດທີ່ເປັນສະມາຊິກ ອາຊຽນ ແລະ ຍີ່ປຸ່ນ. ກອງປະຊຸມ ໄດ້ອອກບັນດາຖະແຫຼງການ ແລະ ແຜນການເຄື່ອນໄຫວ ຕົວຈິງ, ຫັນໄປສູ່ເປົ້າໝາຍ ສ້າງ ການພົວພັນ ອາຊຽນ-ຍີ່ປຸ່ນ ໃຫ້ກາຍເປັນສາຍພົວພັນຮ່ວມມື, ມິດຕະພາບ ແລະ ມີປະສິດທິຜົນ. 

ຫວຽດນາມ ແມ່ນປະເທດປະສານງາານ ການພົວພັນ ສົນທະນາລະຫວ່າງ ອາຊຽນ-ຍີ່ປຸ່ນ ແຕ່ເດືອນ ສິງຫາ 2018 ເຖິງເດືອນ ສິງຫາ 2021.
ຫວ່າງແລ້ວນີ້, ໃນກອງປະຊຸມຂັ້ນສູງ ອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ເຊິ່ງ ໄດ້ຈັດຂຶ້ນຢູ່ ສິງກະໂປ ເມື່ອປີ 2018 ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ອາຊຽນ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງ ຍີ່ປຸ່ນ ຜ່ານ ກອງທຶນເຊື່ອມ ອາຊຽນ-ຍີ່ປຸ່ນ (JAIF) ໃນບັນດາຂົງເຂດ ຮ່ວມມືດ້ານສາທາລະນະສຸກ, ສິ່ງແວດລ້ອມ, ປ້ອງກັນ-ຕ້ານໄພ ທຳມະຊາດ, ການປ່ຽນແປງຂອງ ດິນຟ້າອາກາດ, ວິທະຍາສາດ ເຕັກໂນໂລຊີ, ຫົວຄິດປະດິດສ້າງ ແລະ ອື່ນໆ. 


ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ຜູ້ທີ 5 ຈາກຊ້າຍ) ແລະ ຜູ້ຕາງໜ້າຂອງບັນດາປະເທດ ສະມາຊິກ ອາຊຽນ, ສປ ຈີນ, 
ສ ເກົາຫຼີ ຖ່າຍຮູບຮ່ວມກັນ ທີ່ກອງປະຊຸມຂັ້ນສູງ ອາຊຽນ+3 ຢູ່ປະ ເທດ ສິງກະໂປ ໃນວັນທີ 15 ພະຈິກ 2018. ພາບ: AFP/VNA


 ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ ຫງວຽນດຶກເລີ້ຍ
ສຳພາດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່ຽວກັບສາຍ ພົວ ພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຍີ່ປຸ່ນ ໃນເດືອນ ກຸມພາ2019. ພາບ: ແທ່ງຫືວ/VNA



ເດືອນ ເມສາ 2019, ກຸ່ມບໍລິສັດ TMS Group ໄດ້ຈັດງານສໍາ ມະ ນາ ຊຸກຍູ້ການລົງທຶນຢູ່ແຂວງ Fukuoka, ປະເທດຍີ່ປຸ່ນ ເພື່ອແນະນຳ ສະພາບແວດລ້ອມການລົງທຶນຢູ່ ຫວຽດນາມ ແລະ ຊອກຫາບັນດາຄູ່ຮ່ວມມື ທີ່ອາດສາມາດຮ່ວມມືໃນບັນດາໂຄງການກໍ່ສ້າງ
ອະສັງຫາລິມະຊັບຢູ່ນະຄອນຫຼວງ Tokyo. ພາບ: ດ່າວຕຸ່ງ, ແທ່ງຫືວ/VNA



ເດືອນ ທັນວາ 2018, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດລາຍ ການພົບປະແລກປ່ຽນວັດທະນະທຳ ລະຫວ່າງບັນດາ ຄະນະຜູ້ແທນ ເຂົ້າຮ່ວມກຳປັ່ນ ຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ແລະ ຍີ່ປຸ່ນ ປີ 2018. ຄະນະຜູ້ແທນ ຈາກອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຈຳນວນ 326 ຄົນ ພ້ອມກັບຊາວໜຸ່ມນະຄອນ ໂຮ່ຈີມິນ 500 ຄົນ ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະຂອງ ຫວຽດ ນາມ. ພິເສດ, ບັນດາຄະນະຜູ້ແທນເຂົ້າຮ່ວມກຳປັ່ນເດີນທະເລ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ປີ 2018 ໄດ້ ນຳມາສະເໜີ ບັນດາ ລາຍການສະແດງສິລະປະ ວັດທະນະທຳ ທ່ີເປັນເອກະລັກ ຂອງ ແຕ່ ລະປະເທດ. ພາບ: ຊວນຢື້/VNA


ງານບຸນດອກ ຊາກູຣະ ຍີ່ປຸ່ນ-ຮ່າໂນ້ຍ 2019 ມີການເຂົ້າຮ່ວມຂອງ ນັກສະແດງເກືອບ 1.000 ຄົນ ທີ່ມາຈາກ 16 ຄະນະ ໄດ້ສ້າງ ບັນຍາ ກາດທີ່ຟົດຟື້ນ, ຫຼາກຫຼາຍສີສັນ, ດຶງດູດການເຂົ້າຮ່ວມຂອງປະຊາ ຊົນ ແລະ ນັກທ່ອງທ່ຽວນັບເປັນຈຳນວນຫຼາຍ. ພາບ: ແທງຕຸ່ງ/VNA


ເດືອນ ເມສາ 2019, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO), ສະມາຄົມມິດຕະພາບ ຫວຽດນາມ-ຍີ່ປຸ່ນ ໄດ້ຈັດຕັ້ງລາຍການ “ພົບປະສ້າງສັນ, ເຊື່ອມຕໍ່ການຄ້າ ລະ ຫວ່າງວິສາຫະກິດ ຍີ່ປຸ່ນ-ຫວຽດນາມ ທີ່ນະຄອນ ໂຮ່ຈີມິນ”, ແນໃສ່ ເພີ່ມທະວີການເຄື່ອນໄຫວແລກປ່ຽນການຄ້າຫຼາຍກວ່າເກົ່າລະ ຫວ່າງ ວິສາຫະກິດສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ. ພາບ: ຊວນຄູ/VNA


ຈາກແຫຼ່ງທຶນຊ່ວຍເຫຼືອ ODA ຂອງ ລັດຖະບານ ຍີ່ປຸ່ນ, ປັດຈຸບັນ, ສູນກາງ ກໍ່ສ້າງ ເຂດເຕັກໂນໂລຊີລະດັບສູງ ນະຄອນ ໂຮ່ຈີມິນ ໄດ້ມີ ຫ້ອງ ທົດລອງ ຫຸ່ນຍົນ ທີ່ເຄື່ອນໄຫວແບບອັດຕະໂນມັດ (Robot-Automation Hub) ດ້ວຍຫຸ່ນຍົນຫຼາຍໂຕ ແລະ ເຄື່ອງຈັກທີ່ ທັນສະ ໄໝ. ໃນພາບ: ບັນດານັກຮຽນກຳລັງສ້າງ ໂປຼແກຼມ ແລະ ບັນຊາ ຫຸ່ນ ຍົນ ທີ່ສູນກາງກໍ່ສ້າງ ເຂດເຕັກໂນໂລຊີລະດັບສູງ ນະຄອນໂຮ່ຈີມິນ. ພາບ: ແຢງລາມ/VNA

ໃນກອງປະຊຸມດ່ັງກ່າວ, ບັນດາປະເທດ ອາຊຽນ ໄດ້ເປັນເອກະສັນ ໃນການເສີມຂະຫຍາຍຫຼາຍກວ່າເກົ່າ ພື້ນຖານອັນດີງາມໃນການພົວພັນ ລະຫວ່າງ ອາຊຽນ-ຍີ່ປຸ່ນ, ຊົມເຊີຍ ຍີ່ປຸ່ນ ສືບຕໍ່ສົມທົບກັບ ອາຊຽນ ໃນບັນດາເວທີ ໂດຍ ອາຊຽນ ເປັນເຈົ້າພາບ, ປະກອບສ່ວນ ຊຸກຍູ້ການພົບປະ ສົນທະນາ, ສ້າງຄວາມໄວ້ວາງໃຈ ແລະ ການຮ່ວມມື ບົນ ພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັບຖືເຊິ່ງກັນ ແລະ ກັນ. 

ສຳລັບ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ ຢັ້ງຢືນ ຖືສຳຄັນບົດບາດຂອງ ອາຊຽນ, ຕົກລົງ ເພີ່ມທະວີ ການຮ່ວມມືຮອບດ້ານກັບ ອາຊຽນ, ສະໜັບສະໜູນ ບົດບາດ ໃນການເປັນໃຈກາງ ແລະ ຄວາມພະຍາຍາມຊຸກຍູ້ ການຮ່ວມມື, ຮ່ວມສຳພັນໃນພາກພື້ນ ຂອງ ອາຊຽນ. ທ່ານ ນາຍົກລັດຖະມົນຕີ Shinzo Abe ໄດ້ແຈ້ງຂ່າວ ກ່ຽວກັບ ແຜນການຈັດຕັ້ງວັນ ອາຊຽນ-ຍີ່ປຸ່ນ ຢູ່ ຫວຽດນາມ ໃນປີ 2019 ແນໃສ່ ເພີ່ມທະວີ ຄວາມເຂົ້າໃຈ ລະຫວ່າງ ປະຊາຊົນ ບັນດາ ປະເທດ ໃນກຸ່ມ ອາຊຽນ ແລະ ຍີ່ປຸ່ນ. ທ່ານ ນາຍົກລັດຖະມົນຕີ Shinzo Abe ກໍ່ໄດ້ປະກາດ ຂໍ້ລິເລີ່ມຫຼາຍຂໍ້ ວ່າດ້ວຍ ການຮ່ວມມື ທີ່ສຳຄັນຄື: ກອງທຶນ ອຸປະຖຳ ຂອງທະນາຄານ ຮ່ວມມືສາກົນ ຍີ່ປຸ່ນ (JBIC) ກ່ຽວກັບ ການພັດທະນາ ພື້ນຖານໂຄງລ່າງ ໃນພາກພື້ນ, ກໍ່ສ້າງ ແຫຼ່ງ ຊັບພະຍາກອນ ມະນຸດ ທີ່ມີຄຸນນະພາບສູງ (ປະມານ 80.000 ຄົນໃນ 5 ປີ), ຂຸດຄົ້ນໂອກາດ ການປະຕິວັດ 4.0, ປະເຊີນໜ້າກັບ ໄພທຳມະຊາດ, ການປ່ຽນແປງຂອງ ດິນຟ້າອາກາດ, ການດູແລສຸຂະພາບຂອງປະຊາຊົນ ແລະ ອື່ນໆ.  

ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຮັບຮູ້ວ່າ ປະເທດ ອາຊຽນ ຈຳນວນໜຶ່ງ, ໃນນັ້ນມີ ສິງກະໂປ, ຫວຽດນາມ ແລະ ຍີ່ປຸ່ນ ອະນຸມັດ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ຈະເລີນກ້າວໜ້າ ຂ້າມປາຊີຟິກ (CPTPP), ຈະປະສົບ ຜົນສໍາເລັດການເຈລະຈາ ສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານໃນພາກພື້ນ (RCEP) ໂດຍໄວ. 

ຫວຽດນາມ ຈະເປັນປະເທດປະສານງານ ການພົວພັນ ສົນທະນາ ລະຫວ່າງ ອາຊຽນ-ຍີ່ປຸ່ນ ແຕ່ເດືອນ ສິງຫາ 2018 ເຖິງ ເດືອນ ສິງຫາ 2021. ຫວຽດນາມ ຈະເຮັດ ສຸດຄວາມສາມາດ ຂອງຕົນ ເພື່ອຍົກລະດັບ ການພົວພັນ ຮ່ວມມື ອາຊຽນ-ຍີ່ປຸ່ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຂອງ ສອງຝ່າຍ ກໍ່ຄືໃນພາກພື້ນ. ຫວຽດນາມ ຕີລາຄາສູງຕໍ່ຫົວຄິດປະດິດສ້າງ ຂອງ ທ່ານນາຍົກ ລັດຖະມົນຕີ Shinzo Abe ໃນການຈັດຕັ້ງວັນ ອາຊຽນ-ຍີ່ປຸ່ນ ຢູ່ ຫວຽດນາມ ໃນປີ 2019 ແລະ ຈະສົມທົບກັບ ຍີ່ປຸ່ນ ເພື່ອ ຈັດຕັ້ງ ເຫດການດັ່ງກ່າວ ຢ່າງມີຜົນສຳເລັດອັນຈົບງາມ. 

ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ປະມານ 70% ແມ່ນມີ ແຜນເປີດກວ້າງການເຄື່ອນໄຫວ. ຫວຽດນາມ ສືບຕໍ່ ແມ່ນສະຖານທີ່ລົງທຶນ ທີ່ສຳຄັນ ຂອງວິສາຫະກິດ ຍີ່ປຸ່ນ. ເຫດຜົນຕົ້ນຕໍ ເພື່ອ ໃຫ້ ວິສາຫະກິດ ຍີ່ປຸ່ນ ເປີດກວ້າງ ການເຄື່ອນໄຫວ ຢູ່ ຫວຽດນາມ ແມ່ນລາຍຮັບ ເພີ່ມຂຶ້ນປະມານ 88%, ຈຳນວນ ວິສາຫະກິດ ໄດ້ຮັບກຳໄລໃນການເຄື່ອນໄຫວເຮັດທຸລະກິດ ກວມເຖິງ 65,1%. 
ແຫຼ່ງຈາກ: ອົງການຈັດຕັ້ງ ການຄ້າຕ່າງປະເທດ ຍີ່ປຸ່ນ (JETRO)
 
ບົດ: VNP ສັງລວມ - ພາບ: VNA/VNP

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ໃນກອງປະຊຸມສຸດຍອດ ພິເສດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນ ASEAN-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນເດືອນ ມີນາ ທີ່ນະຄອນ Melbourne, ປະເທດ ອົດສະຕຣາລີ, ຜູ້ນຳບັນດາປະເທດ ASEAN ແລະ ອົດສະຕຣາລີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດ ທະນາການພົວພັນ ແລະ ຜົນການຮ່ວມມື. ເພື່ອປະກອບສ່ວນຊຸກຍູ້ການຮ່ວມມື ASEAN-ອົດສະຕຣາລີ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ສະເໜີ 3 ບາດກ້າວບຸກທະ ລຸ, 3 ເພີ່ມທະວີ ແລະ 3 ຮ່ວມມືກັນ, ໃນນັ້ນ ມີການສູ້ຊົນຫັນວົງເງິນ ການຄ້າ ເປັນສອງເທົ່າໃນ 10 ປີຕໍ່ໜ້າ.

Top