• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບແກະສະຫຼັກຫີນນຳນໍ່ ຢູ່ບ້ານ ດວ່າຍ

ບໍ່ພຽງແຕ່ຂຸດຄົ້ນຫີນຫີນນຳນໍ່ ມາແກະສະຫຼັກ ເປັນອຸປະກອນຮັບໃຊ້ ການກໍ່ສ້າງເທົ່ານັ້ນ, ໃນຊຸມປີມໍ່ໆ ມານີ້, ຊາວບ້ານ ດວ່າຍ ທີ່ຕາແສງ ບິ່ງອຽນ, ເມືອງ ແທກເທີດ (ຮ່າໂນ້ຍ) ຍັງນຳໃຊ້ຫີນຫີນນຳນໍ່ ເພື່ອປະດິດບັນດາຜະລິດຕະພັນ ສິລະປະ ທ່ີໃຫ້ກຳໄລສູງ ອີກດ້ວຍ.
ວກຂ້າພະເຈົ້າມາຍັງເມືອງ ແທກເທີດ, ຖາມທາງໄປຫາ ຕາແສງ ບິ່ງອຽນ, ຜູ້ຊີ້ທາງບອກວ່າ: “ພວກເຈົ້າໄປຊື່ໆ, ເມື່ອໃດເຫັນຫີນນຳນໍ່ ຈັດວາງ ຢູ່ແຄມທາງ ແມ່ນໄປຮອດຕາແສງ ບິ່ງອຽນ, ທີ່ນີ້ ມີຫຼາຍຄອບຄົວໄດ້ທຳອາຊີບ ແກະສະຫຼັກ ຫີນຫີນນຳນໍ່ ເພື່ອເຮັດເຄື່ອງປະດັບເອ້”.
 
ຫາກໍ່ໄປຮອດຕາແສງ ບິ່ງອຽນ, ພວກຂ້າພະເຈົ້າກໍ່ເຫັນໂຮງງານປະ ດິດເຄື່ອງປະດັບເອ້ດ້ວຍຫີນນຳນໍ່ ຫຼາຍແຫ່ງ. ແຄມທາງ ເຕັມໄປດ້ວຍ ຫີນນຳນໍ່ ຫຼາຍແຜ່ນພ້ອມກັບບັນດາ ຜະລິດຕະພັນ ສຳເລັດຮູບ ຊຶ່ງປະດິດດ້ວຍຫີນນຳນໍ່.

ພວກຂ້າພະເຈົ້າໄປຫາໂຮງງານຂຸດຄົ້ນ ແລະ ແກະສະຫຼັກຫີນນຳນໍ່ ຢຸງດ໋າ ເພື່ອຊອກຮູ້ກ່ຽວກັບອາຊີບຜະລິດ ແລະ ແກະສະຫຼັກ ເພື່ອເຮັດເຄື່ອງປະດັບເອ້ ຂອງຊາວເມືອງ ແທກເທີດ. ອ້າຍ ຕັງຫຶວຢຸງ-ເຈົ້າຂອງໂຮງງານແກະສະຫຼັກຫີນ ເພື່ອເຮັດ ເຄື່ອງປະດັບເອ້ ໃຫ້ຮູ້ວ່າ ແຕ່ກ່ອນ ຊາວບ້ານຢູ່ທີ່ນີ້ ສ່ວນຫຼາຍແມ່ນທຳອາຊີບຂຸດຫີນໃຫ້ສະຫະກອນ, ແຕ່ຫຼັງຈາກ ສະຫະກອນຖືກຍຸບ, ຈາກຄວາມມັກຮັກ ໃນອາຊີບຂອງຕົນ, ຊາວບ້ານຫຼາຍຄົນຈຶ່ງລອງແກະສະຫຼັກສັດຈຳນວນໜຶ່ງດ້ວຍຫີນນຳນໍ່. ຫຼັງຈາກມີຫຼາຍຄົນມາຖາມຊື້, ຊາວບ້ານຫຼາຍ ຄົນຈຶ່ງໄດ້ສ້າງ ຕັ້ງໂຮງງານແກະສະຫຼັກ ເພື່ອເຮັດເຄື່ອງປະດັບເອ້.  

ຫີນນຳນໍ່ ມີໂຄງປະກອບຄື ຮັງເຜີ້ງ, ຢູ່ໃຕ້ດິນ ແລະ ຖືເປັນແຫຼ່ງ ວັດຖຸ ພິ ເສດຂອງຊາວບ້ານຕາແສງ ບິ່ງອຽນ.


ຫີນນຳນໍ່ ຫຼາຍແຜ່ນທີ່ຂຸດຂຶ້ນມາ ຈະໄດ້ຖືກແກະສະຫຼັກ ຕາມເປົ້າໝາຍ ຂອງ ການນຳໃຊ້.


ຫີນນຳນໍ່ ຈະຖືກນາຍຊ່າງຂຸດຄົ້ນຂຶ້ນມາ ຕາມແບບແຜນ ເພື່ອຫຼີກລ້ຽງ ສະພາບ ການຂຸດຄົ້ນແບບຟຸມເຟືອຍ.


ຫີນນຳນໍ່ ຫຼັງຈາກຂຸດຂຶ້ນມາ, ບັນດານາຍຊ່າງ ຈະແກະສະຫຼັກຫີນ ເປັນດິນຈີ່ ໃນການສ້າງເຮືອນ,
ສັດຊະນິດຕ່າງໆ, ໂຖສຳລັບປູກຕົ້ນໄມ້ ແລະ ອື່ນໆ. 



ບັນດາຂັ້ນຕອນການແກະສະຫຼັກຫີນນຳນໍ່.


ຂັ້ນຕອນການແກະສະຫຼັກນ້ຳສ້າງຈາກຫີນນຳນໍ່ ຂອງ  ຢຸງດ໋າ ທີ່ຕາແສງ ບິ່ງອຽນ.  


ເຄື່ອງມືທີ່ນຳໃຊ້ໃນການແກະສະຫຼັກຫີນນຳນໍ່ ຂອງ ຊາວບ້ານ ຢູ່ ຕາ ແສງ ບິ່ງອຽນ.

ຫີນນຳນໍ່ ມີໂຄງປະກອບຄື ຮັງເຜີ້ງ, ນອນຢູ່ໃຕ້ດິນ. ປະຈຸບັນ, ບັນດາໂຮງງານແກະສະຫຼັກຫີນນຳນໍ່ ເພື່ອເຮັດເຄື່ອງປະດັບເອ້ ຢູ່ທີ່ນີ້ ຍັງທຳ ການຜະລິດ ຕາມແບບຫັດຖະກຳເພື່ອຮັກສາໄວ້ “ຈິດວິນຍານ” ຂອງຫີນ, ເຮັດໃຫ້ຜະລິດຕະພັນມີຈຸດພິເສດສະເພາະ ແລະ ຮັບປະ ກັນໄດ້ຄວາມ ທົນທານຂອງມັນອີກດ້ວຍ.

ວຽກງານຂຸດຄົ້ນຫີນນຳນໍ່ ຕ້ອງໃຊ້ກຳມະກອນ ຜູ້ທີ່ມີສຸຂະພາບແຂງ ແຮງ, ຄ່າແຮງງານແມ່ນ 40.000 ດົ່ງ/ແຜ່ນ. ຫຼັງຈາກຫີນນຳນໍ່ ໄດ້ສົ່ງ ເຂົ້າໂຮງງານແລ້ວ, ນາຍຊ່າງ ຈະແກະສະຫຼັກຫີນນຳນໍ່ ແຜ່ນດັ່ງກ່າວໃຫ້ ເປັນບົດປະພັນສິລະປະຕາມຄວາມຕ້ອງການຂອງ ລູກຄ້າ.  

ຕາມສະຖິຕິ ຂອງ ຄະນະກຳມະການປົກຄອງປະຊາຊົນ ຕາແສງ ບິ່ງອຽນ ໃຫ້ຮູ້ວ່າ ປະຈຸບັນ ມີຜູ້ທຳອາຊີບຜະລິດ ແລະ ແກະສະຫຼັກ ຫີນນຳນໍ່ ເພື່ອເຮັດເຄື່ອງ ປະດັບເອ້ ມີກວ່າ 20 ຄອບຄົວ. ການຂຸດຄົ້ນຫີນນຳນໍ່ ແມ່ນອາຊີບ ພັດທະນເສດຖະກິດ ທ່ີເຂັ້ມແຂງ ຂອງ ທ້ອງຖິ່ນ.

ໃນບັນດາຜະລິດຕະພັນທີ່ແກະສະຫຼັກດ້ວຍຫີນນຳນໍ່, ການປະດິດ ເປັນ ສັດຊະນິດຕ່າງໆ ຖືເປັນເລື່ອງຍາກກວ່າໝູ່. ທ່ານ ເຈິ່ນວັນຫງ້ຽມ, ນາຍ ຊ່າງ ຜູ້ມີປະສົບການຫຼາຍປີຂອງຕາແສງ ບິ່ງອຽນ ໃຫ້ຮູ້ວ່າ ເພື່ອແກະສະຫຼັກສັດໂຕໜຶ່ງ ອອກມາ ຕ້ອງມີການຄິດໄລ່ຢ່າງລະອຽດ. ຄວາມລະອຽດ, ຄ່ອງແຄ້ວກໍ່ເປັນ ປັດໃຈສຳຄັນເພື່ອ “ຈິດວິນຍານ” ຂອງໂຕສັດ. ຂຶ້ນກັບຂະໜາດ, ເວລາ ໃນການສຳເລັດ ຜະລິດຕະພັນ, ຊຶ່ງຈະມີລາຄາ ທີ່ແຕກຕ່າງກັນ, ໂຕນ້ອຍລາຄາ ປະມານ 5 ລ້ານ ດົ່ງ/ຄູ່ ແລະ ໃຊ້ເວລາໃນການແກະສະຫຼັກປະມານ 2-3 ມື້, ສຳລັບໂຕ ໃຫຍ່ ຈະມີລາຄາ 40 ລ້ານດົ່ງ/ຄູ່ ແລະ ຕ້ອງໃຊ້ ເວລາໃນການແກະສະຫຼັກ ເຖິງ 15 ມື້.
 
ປະຈຸບັນ, ນອກຈາກການແກະສະຫຼັກສັດ ເພື່ອປະດັບເອ້ ຮັບໃຊ້ ໃຫ້ ວັດວາອາຮາມ ຫຼາຍແຫ່ງແລ້ວ, ໃນ 5 ປີ ມານີ້, ບັນດາໂຮງ ງານແກະສະຫຼັກ ເຄື່ອງປະດັບເອ້ດ້ວຍຫີນນຳນໍ່ ຢູ່ເມືອງ ແທກເທີດ ຍັງ ຕອບສະໜອງຄວາມຕ້ອງງການຂອງຜູ້ບໍລິໂພກ ໃນການກໍ່ສ້າງ ເຮືອນອີກດ້ວຍ. ເມື່ອເວົ້າເຖິງເຕັກນິກການປຸກເຮືອນດ້ວຍຫີນນຳນໍ່, ທ່ານ ເຈືອງໂຮ່ນົງ ໃຫ້ຮູ້ວ່າ ການປຸກເຮືອນດ້ວຍຫີນນຳນໍ່ ຮຽກຮ້ອງ ໃຫ້ນາຍຊ່າງຕ້ອງມີຄວາມຄິດໄລ່ຢ່າງລະມັດລະວັງ, ຕ້ອງມີ ແຜນ ຮ່າງກໍ່ສ້າງຢ່າງລະອຽດ. ດ້ວຍລາຄາປະມານ 1.500.000 ດົ່ງ/ຕາ ລາງ ແມັດ, ເຮືອນທີ່ປຸກດ້ວຍຫີນນຳນໍ່ ຈະສ້າງບັນຍາກາດ ທີ່ອົບອຸ່ນ, ກັນສຽງ ໄດ້ດີ ແລະ ມີລາຄາຖືກກວ່າຫຼາຍ ເມື່ອທຽບກັບການ ປຸກ ເຮືອນດ້ວຍດິນຈີ່.  


ຫີນນຳນໍ່ ຖືກນຳໃຊ້ເພື່ອປະດັບປະດາໃຫ້ຝາກຳແພງເຮືອນ.


ເຮືອນຫຼັງໜຶ່ງຢູ່ຕາແສງ ບິ່ງອຽນ ໄດ້ກໍ່ສ້າງດ້ວຍຫີນນຳນໍ່, ສ້າງຈຸດ
ພິເສດສະເພາະດ້ານສະຖາປັດຕະຍະກຳໃຫ້ແບບເຮືອນວິນນາ. 



ຫີນນຳນໍ່ ເປັນວັດຖຸທີ່ມີຄວາມທົນທານສູງ, ເໝາະສົມກັບການກໍໍ່ສ້າງ ເຮືອນ. 


ສະຖາປັດຕະຍະກຳຂອງ ວິຫານ ຖ໋າຍບິ່ງ ມີຄວາມສວຍສົດງົດງາມ ຍ້ອນໄດ້ນຳໃຊ້ຫີນນຳນໍ່ ໃນການກໍ່ສ້າງ.


ມາຍັງຕາແສງ ບິ່ງອຽນ, ພວກເຮົາຈະພົບເຫັນຮົ້ວກຳແພງຫຼາຍແຫ່ງ ຖືກສ້າງດ້ວຍຫີນນຳນໍ່.


ນຊຸມປີມໍ່ໆ ມານີ້, ຊາວບ້ານຕາແສງ ບິ່ງອຽນ ຍັງມີການແກະສະ ຫຼັກສັດ ປະດັບເອ້ດ້ວຍຫີນນຳນໍ່.


ຜະລິດຕະພັນໂຕກິເລນທີ່ແກະສະຫຼັກດ້ວຍຫີນນຳນໍ່ ຂອງຊາວບ້ານ ຕາແສງ ບິ່ງອຽນ. 


ເຮືອນຂອງອ້າຍ ຕັງຫຶວຢຸງ ຢູ່ຕາແສງ ບິ່ງອຽນ ຖືກສ້າງດ້ວຍຫີນນຳນໍ່.


ຫີນນຳນໍ່ ເປັນວັດຖຸທີ່ມີຄວາມທົນທານສູງ, ເໝາະສົມກັບການສ້າງ ເຮືອນ.


ຫີນນຳນໍ່ ເປັນວັດຖຸທີ່ສາມາດປະສານສົມທົບກັບອຸປະກອນກໍ່ສ້າງ ຕ່າງໆ ໃນການສ້າງເຮືອນ.


ຮູບແກະສະຫຼັກ ຊ້າງຊຶ່ງເຮັດດ້ວຍຫີນນຳນໍ່ ຢູ່ວິຫານ ຖ໋າຍບິ່ງ. 

ບົດ: ເງິນຮ່າ - ພາບ: ເຕິດເຊີນ
 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top