• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບຜະລິດຕຸກກະຕາໝູ ຢູ່ ຫຼາຍທຽວ

ອາຊີບຜະລິດຕຸກກະຕາໝູ (ເຄື່ອງປັ້ນດິນເຜົາ) ຢູ່ບ້ານ ຫຼາຍ ທຽວ ໄດ້ຮັບການກໍ່ຮ່າງສ້າງຕົວຂຶ້ນຢູ່ເທດສະບານ ຖ້ວນ ອານ, ແຂວງ ບິ່ງເຢືອງ ມາເປັນເວລາເກືອບເຄິ່ງ ສະຕະວັດ ແລ້ວ. ຜະລິດຕຸກກະຕາໝູ ຫຼາຍທຽວ ບໍ່ພຽງແຕ່ຈຳໜ່າຍ ໃຫ້ບັນດາທ້ອງຖິ່ນຢູ່ພາຍໃນເທົ່ານັ້ນ, ຫາກຍັງໄດ້ສົ່ງອອກ ໄປຍັງຕະຫຼາດຕ່າງປະເທດຄື: ສປປ ລາວ, ກຳປູເຈຍ, ໄທ ແລະ ອື່ນໆ.
ຕັ້ງຢູ່ໃຈກາງຂອງເຂດພວມປ່ຽນແປງໃນການຫັນເປັນຕົວ ເມືອງທັນສະໄໝ, ແຕ່ບັນຍາກາດຂອງການຜະລິດ ຢູ່ບັນ ດາໂຮງງານຜະລິດຕຸກກະຕາໝູຢູ່ຫຼາຍທຽວ ຍັງເປັນໄປຢ່າງ ຟົດຟື້ນ.
 
ເມື່ອພວກຂ້າພະເຈົ້າມາຢ້ຽມຢາມ ໂຮງຜະລິດຕຸກກະຕາໝູ ຂອງ ແມ່ເຖົ້າ ຕັງທິຕ໋າມ ຢູ່ໝູ່ບ້ານ ຫຼາຍທຽວ, ຜູ້ເປັນລຸ້ນຄົນ ທີສາມ ໃນຄອບຄົວໜຶ່ງທີ່ຜະລິດ ຜະລິດຕະພັນເຄື່ອງຫຼິ້ນ ແລະ ຕົວເອງແມ່ເຖົ້າ ໄດ້ມີເວລາກວ່າ 40 ປີ ທີ່ເຮັດອາຊີບນີ້, ມີກຳມະກອນເກືອບ 10 ຄົນກຳລັງທາສີ, ແຕ້ມລວດລາຍ ປະດັບປະດາຕຸກກະຕາ ໝູ ເພື່ອສົ່ງໃຫ້ລູກຄ້າໄດ້ທັນເວລາ. ແມ່ເຖົ້າເລົ່າສູ່ຟັງວ່າ ຄອບ ຄົວເພິ່ນໄດ້ທຳອາຊີບຜະລິດ ຕຸກກະຕາໝູ ຕັ້ງແຕ່ຊຸມປີ 1970 ຂອງ ສະຕະວັດກ່ອນ, ຕອນນັ້ນ ເຮືອນເພິ່ນຍັງມີເຕົາເຜົາ ຕຸກກະຕາໝູ, ແຕ່ຂັ້ນຕອນການຜະລິດດິນ, ຄັ້ນດິນດາກ, ໃສ່ຂອບຫຼໍ່, ເອົາໄປເຜົາຈົນເຖິງຂັ້ນຕອນທາສີ, ແຕ່ງລວດລາຍ ປະດັບປະດາ, ໝາຍຄວາມວ່າ ທຸກໆ ຂັ້ນຕອນ ເພື່ອຜະລິດຕຸກກະຕາ ໝູໂຕໜຶ່ງ. ແຕ່ວ່າ ຈາກການກຳນົດ ຈຳນວນເຕົາເຜົາແບບ ຫັດຖະກຳ ຍ້ອນມັນສ້າງຜົນສະທ້ອນ ຕໍ່ສິ່ງແວດລ້ອມ, ຈຳ ນວນເຕົາເຜົາໄດ້ຫຼຸດລົງ ຫຼື ນຳໃຊ້ ເຕົາເຜົາແບບອຸດສາຫະກຳ ແທນທີ່. ປະຈຸບັນ, ພື້ນຖານ ຜະລິດ 30 ແຫ່ງ ຂອງແມ່ເຖົ້າ ຕ໋າມ ໄດ້ປະຕິບັດ ຂັ້ນຕອນ ຕ່າງໆ ແຕ່ເວລາ ຕຸກກະຕາໝູໄດ້ເອົາອອກຈາກເຜົາຈົນເຖິງ ເມື່ອສຳເລັດ.


ຜະລິດຕະພັນຕຸກກະຕາໝູ ຫາກໍ່ເອົາອອກຈາກ ເຕົາເຜົາ.


ຕຸກກະຕາໝູ ກ່ອນຈະໄດ້ແຕ້ມລວດລາຍ ປະດັບປະດາ. 


ນ້ຳສີ ເພື່ອການປະດັບປະດາໃຫ້ ຕຸກກະຕາໝູ.


ຂັ້ນຕອນການແຕ້ມສີໃຫ້ຕຸກກະຕາໝູ. 


... ດ້ວຍນຳ້ສີຫຼາຍຊະນິດທີ່ແຕກຕ່າງກັນ.


ປະຈຸບັນ, ໝູ່ບ້ານຜະລິດຕຸກກະຕາໝູ ຫຼາຍທຽວ ຍັງໄດ້ ຮັບ ປົກປັກຮັກສາ ແລະ ພັດທະນາຕາມການເວລາຢູ່ ບິ່ງເຢືອງ.

ຕຸກກະຕາໝູເປັນຜະລິດຕະພັນທີ່ມີຮູບຮ່າງເປັນໝູ, ແຕ່ ໜ້າຕາຖືກແຕ່ງແຕ້ມໃຫ້ເປັນຕາຮັກ-ຕາຊັງ. ຕຸກກະຕາໝູ ນຳ ໃຊ້ເພື່ອເປັນກະປຸກເກັບເງິນ ແລະ ເປັນເຄື່ອງຫຼິ້ນສຳລັບເດັກ ນ້ອຍ. ແນ່ນອນວ່າ ພວກເຮົາອາດຈະລືມບໍ່ໄດ້ຄວາມຮູ້ສຶກ ທີ່ໄດ້ຮັບ ເງິນອວຍພອນປີ ໃໝ່ຈາກຜູ້ໃຫຍ່ແລ້ວປ່ອນໃສ່ກະ ປຸກເກັບເງິນຕຸກກະຕາໝູ, ແລ້ວທັບຕຸກກະຕາໝູເພື່ອເອົາ ເງິນໄປຊື້ເຄື່ອງຫຼິ້ນ.
ເອື້ອຍ ຫງວຽນທິແທງຖຸ່ຍ, ລູກສາວຂອງແມ່ເຖົ້າ ຕ໋າມ ໃຫ້ ຮູ້ອີກວ່າ ຕັ້ງແຕ່ຍັງນ້ອຍ ເພິ່ນໄດ້ລື້ງກັບກິ່ນອາຍຂອງນ້ຳສີ, ໄດ້ຊົມ ເບິ່ງຕຸກກະຕາໝູຫຼາຍໂຕທີ່ຫຼາກຫຼາຍສີສັນ, ໂດຍ ຄອບຄົວເປັນຜູ້ຜະລິດເອງ. ຫຼັງຈາກໃຫຍ່ຂຶ້ນມາ, ໄດ້ຜູ້ ໃຫຍ່ ສອນໃຫ້ຮູ້ວິທີການຜະລິດ, ວິທີທາສີ, ແຕ່ງລວດລາຍ ປະດັບ ປະດາຕຸກກະຕາໝູ, ເອື້ອຍ ພ້ອມກັບເພື່ອນຫຼາຍຄົນ ໄດ້ຖື ອາຊີບນີ້ ເປັນວິທີການໜຶ່ງເພື່ອລ້ຽງຊີບ.
  
ປະຈຸບັນ, ໝູ່ບ້ານອາຊີບຜະລິດຕຸກກະຕາໝູຍັງໄດ້ຜະລິດ ຕຸກກະຕາໄກ່, ກະຕ່າຍ... ສ່ວນລູກຄ້າສ່ວນຫລາຍແມ່ນ ຫລານນ້ອຍ ໃຫ້ມີທາງເລືອກຊື້ສິນຄ້າໄດ້ຫລາຍຮູບແບບ. ເອື້ອຍ ຖຸ່ຍ ໃຫ້ຮູ້ວ່າ ເພື່ອຜະລິດຕຸກກະຕາໝູໂຕໜຶ່ງ ທີ່ໜ້າ ຮັກຈັບໃຈ, ນາຍຊ່າງຕ້ອງມີສີມືອັນປານີດ ໃນແຕ່ລະຂັ້ນ ຕອນການຜະລິດ. ສ່ວນຂັ້ນຕອນປະດັບປະດາໃຫ້ຕຸກກະຕາ ຕ້ອງແມ່ນຜູ້ທີ່ມີຄວາມຊຳນິຊຳນານ ໃນການແຕ້ມລວດລາຍ, ແຕ້ມຕົ້ນໄມ້ໃສ່ຕຸກກະຕາໝູ. ຂັ້ນຕອນນີ້ແມ່ນເຮັດດ້ວຍມື, ສະນັ້ນ ຕຸກກະຕາໝູດິນ ແຕ່ລະໂຕຈະມີໂສມໜ້າ, ລາຍລະ ອຽດທີ່ແຕກຕ່າງກັນ. ຕຸກກະຕາໝູ ເມື່ອຫາກໍ່ເຜົາອອກ ມາ ຈະມີສີໝາກກະເບົາ, ແຕ່ຫຼັງຈາກໄດ້ຮັບການທາສີ, ປະ ດັບປະດາ, ມັນພັດກາຍເປັນສິ່ງທີ່ມີຊີວິດຊີວາ ແລະ ໃກ້ຊິດ ກັບເດັກນ້ອຍ. ມີຕຸກກະຕາໝູ ຫລາຍໂຕມີສີສັນງົດງາມ ດັ່ງໃນເທບນິຍາຍ...




ຜະລິດຕະພັນຕຸກກະຕາໝູ ສີຂຽວ.


ຕຸກກະຕາໝູ ເຄືອບສີຄຳເປັນຜະລິດຕະ ພັນທີ່ມີຄຸນຄ່າ ທີ່ ສຸດຂອງໝູ່ບ້ານອາຊີບຜະລິດຕຸກກະຕາໝູ ຫຼາຍທຽວ.


ຄວາມໜ້າຮັກຂອງຕຸກກະຕາໝູ ສຳເລັດຮູບ ຢູ່ ຫຼາຍທຽວ. 


ຜະລິດຕະພັນຕຸກກະຕາ ໄກ່.


ຜະລິດຕະພັນຕຸກກະຕາກະຕ່າຍ. 


ຕຸກກະຕາ ໝູ ເຄືອບສີຄຳ, ໜຶ່ງໃນຈຳນວນຜະລິດຕະພັນ ທີ່ໄດ້ຮັບຄວາມສົນໃຈຈາກລູກຄ້າຢູ່ໝູ່ບ້ານອາຊີບ ຫຼາຍທຽວ.


ຕຸກກະຕາໝູເປັນຂອງ ຂວັນພິເສດ ທີ່ຕິດພັນກັບເຍົາໄວ ຂອງ ເດັກນ້ອຍ ຫຼາຍຄົນ. 

ຕຸກກະຕາໝູ ໂຕໜຶ່ງຈະມີລາຄາຂາຍຍ່ອຍປະມານ 7.000-10.000 ດົ່ງ, ຖ້າຂາຍສົ່ງຈະມີລາຄາປະມານ 4.000 ດົ່ງຕໍ່ ໂຕໜຶ່ງ. ປະຈຸບັນ, ປະເພດຕຸກກະຕາໝູ ທ່ີຂາຍດີ ໃນທ້ອງ ຕະຫລາດ ກໍຄືຕຸກກະຕາໝູ ເຄືອບສີຄຳມີລາຄາສູງກວ່າ ປະ ເພດທາສີທຳມະດາ. ຜະລິດຕະພັນຕຸກກະຕາໝູ ຂອງ ໝູ່ບ້ານອາຊີບ ຫຼາຍທຽວ ໄດ້ຈຳໜ່າຍອອກສູ່ບັນດາແຂວງ ຕ່ຽນຢາງ, ອານຢາງ ແລະ ບັນດາແຂວງພາກຕາເວັນຕົກ, ຕາເວັນອອກສ່ຽງໃຕ້. ພິເສດຜະລິດຕະພັນຕຸກກະຕາໝູ ຫຼາຍທຽວ ຂາຍດີທີ່ສຸດໃນໄລຍະເປີດສົກຮຽນໃໝ່ ຫຼື ໄລຍະ ບຸນປີໃໝ່. ນັ້ນແມ່ນໄລຍະທີ່ພໍ່ແມ່ນັກຮຽນ ມັກຊື້ຕຸກກະຕາ ໝູ ເພື່ອຕ້ອນລູກເຮັດກະປຸກເກັບເງິນຫຼັງຈາກໄດ້ຮັບເງິນ ອວຍພອນປີໃໝ່ຈາກຜູ້ໃຫຍ່.
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top