• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບ ຫັດຖະກຳຕ່ຳຫູກ ຢູ່ ຟຸ່ງສ໋າ

ບໍ່ພຽງແຕ່ຮັກສາໄດ້ອາຊີບ ຫັດຖະກຳ ທີ່ເປັນມູນເຊື້ອ ໄປພ້ອມ ກັບການ ດັດແປງ ເຕັກໂນໂລຊີ ການຜະລິດ ແລະ ຕົວແບບ ຜະລິດຕະພັນໃຫ້ດີຂຶ້ນແລ້ວ, ປະຈຸບັນ ອາຊີບຕ່ຳຜ້າເຊັດ ໄດ້ມີ ຜົນຕອບແທນ ທາງດ້ານເສດຖະກິດສູງ ໃຫ້ແກ່ປະຊາຊົນ ຕາແສງ ຟຸ່ງສ໋າ (ເມືອງ ໝີດຶກ, ຮ່າໂນ້ຍ). 
ດ້ວຍການແນະນຳ ຂອງ ທ່ານ ຫວູວັນຈຸ່ຍ ປະທານຄະນະ ກຳ ມະການປະຊາຊົນ ຕາແສງ ຟຸ່ງສ໋າ, ພວກຂ້າພະເຈົ້າໄດ້ມາ ຢ້ຽມຢາມ ບໍລິສັດຕ່ຳແຜ່ນຕັດຫຍິບ ແທ່ງເວື້ອງ ຈຳກັດ ເປັນ ໜຶ່ງໃນ ຫຼາຍວິສາກະກິດ ຜະລິດສະເພາະ ຜ້າເຊັດ ເພື່ອ ສົ່ງອອກ ໄປຍັງນະຄອນ ໂອຊາກາ ຂອງ ຍີ່ປຸ່ນ. ເອື້ອຍ ຮວ່າງ ທິ ເວິນ, ເຈົ້າຂອງ ວິສາຫະກິດໃຫ້ຮູ້ວ່າ ໃນເບື້ອງຕົ້ນການຜະລິດ ແລະ ດຳເນີນທຸລະກິດແມ່ນເຮັດແບບຄອບຄົວ, ເມື່ອເຫັນ ໄດ້ ຄວາມຕ້ອງການ ຂອງລູກຄ້າ ກັບ ຜະລິດຕະພັນຜ້າເຊັດນີ້ ນັບມື້ນັບສູງ, ໂດຍສະເພາະຢ່າງຍິ່ງ ເມື່ອໄດ້ຮັບໃບສັ່ງສິນຄ້າ ຂອງ ລູກ ຄ້າຈາກປະເທດຍີ່ປຸ່ນ, ຄອບຄົວເອື້ອຍ ຈິ່ງໄດ້ຕັດສິນໃຈ ຕັ້ງບໍລິສັດຈຳກັດ ໃນປີ 2010. ສະເລ່ຍແຕ່ລະປີ ບໍລິສັດ ຂອງ ເພິ່ນ ໄດ້ສະໜອງອອກສູ່ ຕະຫຼາດພາຍໃນ ແລະ ຕົ້ນຕໍແມ່ນ ຕະຫຼາດຍີ່ປຸ່ນ ຜ້າເຊັດໜ້າ, ຜ້າເຊັດໂຕ, ຜ້າເຊັດ ບໍ່ມີລາຍດອກ, ຜ້າເຊັດມີລາຍດອກ ແລະ ຜ້າຍ້ອມສີນັບຫຼາຍພັນຜືນ. 


ຮູບການຜະລິດແບບຫັດຖະກຳ ກັບວັດຖຸດິບແມ່ນ ເສັ້ນໄໝ, ຝ້າຍ ຍັງມີຢູ່ບາງຄອບຄົວ ຢູ່ຕາແສງ ຟຸ່ງສ໋າ. 


ປະຈຸບັນ ໄດ້ມີຫຼາຍຄອບຄົວ ໄດ້ລົງທຶນສັ່ງຊື້ເຄື່ອງຈັກ ແລະ ອຸປະກອນ ໃຫ້ແກ່ການຜະລິດແບບອຸດສາຫະກຳ. 


ເກືອບທຸກຄອບຄົວໃນໝູ່ບ້ານຕ່າງກໍມີຈັກຕ່ຳຫູກ, ມີຫຼາຍຄອບ ຄົວ ມີເຄື່ອງຈັກແຕ່ 3-4 ເຄື່ອງ. 


ຜ້າເຊັດ ຊຶ່ງມີຮູບຊົງ, ຂະໜາດ ແລະ ສີສັນ ຊະນິດຕ່າງໆ. 


ໃນການຜະລິດຜ້າເຊັດ ຂອງ ຟຸ່ງສ໋າ ຕ້ອງໄດ້ປະສົມລະຫວ່າງ ແຮງງານ ຫັດຖະກຳ ແລະ ກົນຈັກ. 

ເພື່ອຜະລິດອອກມາບັນດາປະເພດ ຜ້າເຊັດ ດ້ວຍຂະໜາດ ແລະ ຕົ້ນແບບທີ່ແຕກຕ່າງກັນ, ຜູ້ຜະລິດຕ້ອງປະຕິບັດ ຜ່ານ ຫຼາຍຂັ້ນຕອນເຊັ່ນ: ເກາະເສັ້ນ, ທໍຜ້າ, ຖູລ້າງ, ຍ້ອມ, ຫຍິບ ແລະ ອື່່ນໆ...  ທີ່ໂຮງຜະລິດຂອງບໍລິສັດ ຕ່ຳແຜ່ນຕັດຫຍິບ ແທ່ງເວື້ອງ, ໃນແຕ່ລະຂັ້ນຕອນ ຍາມໃດ ກໍມີກຳມະກອນ 5-6 ຄົນ ເຮັດວຽກເປັນປະຈຳ, ຊຶ່ງມີລາຍຮັບແຕ່ 3-4 ລ້ານດົ່ງ ຕໍ່ຄົນຕໍ່ເດືອນ.

ປັດຈຸບັນ, ຍ້ອນໄດ້ລົງທຶນຊື້ເຄື່ອງຈັກ ຕ່ຳແຜ່ນ ແບບອັດຕະໂນ ມັດໃນການພິມລາຍດອກ ຊຶ່ງມີມູນຄ່າສູງເຖິງ 200 ລ້ານດົ່ງ/ ເຄື່ອງ, ເພາະສະນັ້ນຊາວໝູ່ບ້ານ ຟຸ່ງສ໋າ ໄດ້ຫຼຸດແຮງງານ ແລະ ເວລາລົງຫຼາຍ ເມື່ອທຽບກັບການ ຕ່ຳແຜ່ນ ແບບຫັດຖະກຳ ໃນ ອາດີດ. ແຕ່ວ່າ ກ່ອນຈະໃຫ້ ເຄື່ອງຈັກທຳການຜະລິດ, ຜູ້ຜະ ລິດ ຕ້ອງເກາະເສັ້ນຝ້າຍ ຢ່າງລະມັດລະວັງ  ເພື່ອເວລານຳສູ່ ລະບົບຈັກຈະບໍ່ຫຍຸ້ງ. ໃນເວລາຕ່ຳຫູກ, ນາຍຊ່າງ ຕ້ອງເອົາໃຈ ໃສ່ກັບການປ່ຽນເສັ້ນ ຝ້າຍໃໝ່ ເພື່ອຫຼີກລ້ຽງ ການຕ່ຳຫູກຖືກ ຂາດບັ້ນຂາດຕອນກາງຄັນ, ເຮັດໃຫ້ຜະລິດຕະພັນບໍ່ງາມ. 

ຫຼັງຈາກຜ້າເຊັດໄດ້ຕ່ຳ ເປັນຜືນແລ້ວ ຈະນຳໄປຟອກ ແລະ ຍ້ອມດ້ວຍສີ. ຈາກນັ້ນ ກໍໃຊ້ເຄື່ອງຈັກຕັດຂອບ, ຊຶ່ງຕ້ອງໃຊ້ ແຮງງານຫຼາຍ ແລະ ມີສີມື. ພາຍຫຼັງການຕ່ຳ ແລະ ຍ້ອມສີ,ຈະ ຕ້ອງຫຸ້ມຫໍ່ ໃນຂະໜາດທ່ີຕ່າງກັນ ກ່ອນຈະຖັກຂອບ ເພື່ອບໍ່ໃຫ້ ເສັ້ນດ້າຍພືນອອກ. ກ່ອນຈະຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດ, ຜູ້ຜະລິດຈະຕ້ອງພັບແພ ໃຫ້ລະອຽດ ແລະ ຕັດເສັ້ນດ້າຍ ແຕ່ລະແຜ່ນໃຫ້ຖືກ ມາດຕາຖານ ກ່ອນທີ່ຈຳໜ່າຍສິນຄ້າ ອອກສູ່ຕະຫຼາດ.

ປັດຈຸບັນ, ຕາແສງ ຟຸ່ງສ໋າ ມີຈຳນວນຄອບຄົວກວ່າ 70% ທຳ ການຜະລິດ ແລະ ດຳເນີນທຸລະກິດ ບັນດາປະເພດ ຜ້າເຊັດ ຊຶ່ງບໍ່ພຽງແຕ່ສະໜອງສິນຄ້າຜ້າເຊັດ ອອກສູ່ຕະຫຼາດ ພາຍໃນ ເທົ່ານັ້ນ, ຫາກຍັງສົ່ງອອກໄປຍັງ ບັນດາປະເທດເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ໄຕ້ຫວັນ ອີກດ້ວຍ. ໄປພ້ອມໆ ກັບການຮັກສາ ແລະ ພັດທະນາອາຊີບມູນເຊື້ອນີ້, ມາຮອດ ປັດຈຸບັນ, ອາຊີບ ຜະລິດຜ້າເຊັດຢູ່ ຟຸ່ງສ໋າ ໄດ້ສ້າງ ວຽກເຮັດງານທຳ ໃຫ້ແກ່ ແຮງງານທັງຢູ່ໃນ ແລະ ນອກທ້ອງຖິ່ນ ຈຳນວນຫຼາຍຮ້ອຍຄົນ.


ບັນດາຜະລິດຕະພັນຜ້າເຊັດ ຊະນິດຕ່າງໆຄື: ຜ້າເຊັດໜ້າ, ຜ້າ ເຊັດໂຕ, ຜ້າເຊັດບໍ່ມີລາຍດອກ, ຜ້າເຊັດມີລາຍດອກ, ຜ້າຍ້ອມສີ ແລະ ອື່ນໆ...


ບັນດາຕົວແບບຜ້າເຊັດດ້ວຍຂະໜາດ ແລະ ສີສັນ ທີ່ແຕກຕ່າງກັນ ໄດ້ວາງສະແດງ ເພື່ອແນະນຳ ໃຫ້ລູກຄ້າ ຢູ່ພາຍໃນ ແລະ ຕ່າງປະເທດ.


ຜະລິດຕະພັນສຳເລັດຮູບໄດ້ຕິດຍີ່ຫໍ້ຂອງວິສາຫະກິດ ຈຳໜ່າຍ ຢູ່ພາຍໃນ ແລະ ຕ່າງປະເທດ. 


ຜະລິດຕະພັນສຳເລັດຮູບຈຳນວນໜ່ຶງຂອງ ວິສາຫະກິດ ແລະ ບາງຄອບຄົວ ຢູ່ໝູ່ບ້ານອາຊີບຕ່ຳຫູກ ຟຸ່ງສ໋າ. 

ທ່ານ ຫວູວັນຈຸ່ຍ, ປະທານຄະນະກຳມະການ ປະຊາຊົນ ຕາ ແສງ ຟຸ່ງສ໋າ ກ່າວວ່າ ເຖິງວ່າເປັນອາຊີບສຳຮອງ ແຕ່ອາຊີບ ຕ່ຳຜ້າເຊັດ ໄດ້ນຳມາເຊິ່ງແຫຼ່ງລາຍຮັບຕົ້ນຕໍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ປະຈຸບັນ, ຟຸ່ງສ໋າ ກຳລັງສ້າງແຜນ ແລະ ທິດທາງພັດທະນາ ເພື່ອສ້າງເຄື່ອງໝາຍການຄ້າ ຜ້າເຊັດ ຟຸ່ງສ໋າ ແນໃສ່ ເປີດກວ້າງ ລະບົບຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ. 
ບົດ: ເງິນຮ່າ - ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top